ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ປັ່ນ​ລົບ​ໄທຫລົ້ມ ແລະການ​ກູ້​ໄພ ​ກຳ​ລັງ​ດ​ຳ​ເນີນຢູ່ ​ເພື່ອຊອກ​ຫາພວກ​​ລູກເຮືອ ຢ​ູ່​ໃນ​ນ້ຳ


​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ເຮືອ​ຣາ​ຊະ​ອາ​ນາ​ຈັກ​ໄທ ທີ່​ເຫັນນັ້ນ​ແມ່ນ​ກຳ​ປັ່ນ​ລົບສຸ​ໂຂ​ໄທ ​ພວມຫລົ້ມ​ຢູ່ນອກ​ຝັ່ງ​ທ​ະ​ເລ ຈັງ​ວັດ​ປ​ຣະ​ຈວບ​ຄິ​ຣິຂັນ ປະ​ເທດ​ໄທ ວັນ​ທີ 18 ທັນ​ວາ 2022
​ຮູບ​ພາບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍກອງ​ທັບ​ເຮືອ​ຣາ​ຊະ​ອາ​ນາ​ຈັກ​ໄທ ທີ່​ເຫັນນັ້ນ​ແມ່ນ​ກຳ​ປັ່ນ​ລົບສຸ​ໂຂ​ໄທ ​ພວມຫລົ້ມ​ຢູ່ນອກ​ຝັ່ງ​ທ​ະ​ເລ ຈັງ​ວັດ​ປ​ຣະ​ຈວບ​ຄິ​ຣິຂັນ ປະ​ເທດ​ໄທ ວັນ​ທີ 18 ທັນ​ວາ 2022

ກຳ​ປັ່ນກອງ​ທັບ​ເຮືອ​ໄທ ໄດ້​ຫລົ້ມ​ຢູ່​ອ່າວໄທ ແລະ​ບັນ​ດາ​ກຳ​ປັ່ນ ແລະ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ ໃນວັນຈັນ​ມື້​ນີ້ກຳ​ລັງ​ທຳ​ການ​ກູ້​ໄພ​ຊ່ວຍ​ພວກທະ​ຫານ​ເຮືອ​ຂຶ້ນ​ມາ​ຈາ​ກ​ນ້ຳ.

​ມາ​ຈົນ​ຮອດຕອນ​ເຊົ້າ​ມື້ນີ້ ​ມີພວກ​ລູກ​ເຮືອ 75 ຄົນ ​ໄດ້​ຖືກຊ່ວຍ​ໄວ້​ໄດ້ ແລະ​ອີກ 31 ຄົນ ຍັງ​ຢູ່​ໃນ​ນ້ຳ ອີງ​ຕາມ​ຄຳ​ເວົ້າ​ທີ່ກອງ​ທັບ​ເຮືອໄທໄດ້​ກ່າວ.

ລົມແຮງ​ໄດ້ພັດ​ເອົາ​ນ້ຳ​ທະ​ເລ​ເຂົ້າໃສ່ກຳ​ປັ່ນຄຸ້ມ​ກັນ ສຸ​ໂຂ​ໄທ ​ຊຶ່ງ​ເປັນ​ກຳ​ປັ່ນ​ລົ​ບຂະ​ໜາດນ້ອຍ ແລະ​ໄດ້​ເຮັດ​ໃຫ້​ລະ​ບົບ​ໄຟ​ຟ້າຂອງ​ກຳ​ປັ່ນ​ມອດ​ໃນ​ຕອນ​ແລງວັນ​ອາ​ທິດ​ວານ​ນີ້. ກອງ​ທັບ​ເຮືອໄທ ໄດ້​ສົ່ງ​ກຳ​ປັ່ນ​ລົບ​ອີກ​ສາມ​ລຳ ແລະ​ເຮືອ​ບິນ​ເຮ​ລິ​ຄອບ​ເຕີ​ອີກ​ສອງ​ລຳ ພ້ອມ​ດ້ວຍ​ເຄື່ອງ​ຈັກ​ປ້ຳ​ນ້ຳ​ເຄື່ອນ​ທີ່ ໃນ​ຄວາມ​ພະ​ຍາ​ຍາມເພື່ອໃຫ້ການ​ຊ່ວຍເຫຼືອ ແກ່​ກຳ​ປັ່ນທີ່​ປະ​ສົບ​ບັນ​ຫາ ​ໂດຍດູດ​ເອົາ​ນໍ້​າ​ທະ​ເລ​ອອກ ແຕ່​ບໍ່​ສາ​ມາດ​ເຮັດ​ໄດ້ ເພາະ​ວ່າ​ມີ​ລົມ​ພັດ​ແຮງ.

​ການ​ເສຍໄຟ​ຟ້າ ໄດ້​ເຮັດ​ໃຫ້​ນ້ຳ​ທະ​ເລ​ໄຫລ​ເຂົ້າໄປ​ໃນ​ກຳ​ປັ່ນ ​ເຮັດ​ໃຫ້​ກຳ​ປັ່ນ​ງ່ຽງ ແລະຈົມ​ລົງ.

​ເຫດ​ການ​ນີ້​ໄດ້ເກີດ​ຂຶ້ນ ໃນ​ຂະ​ນະ​ມີ​ກຳ​ປັ່ນ​ລຳ​ດັ່ງ​ກ່າວ​ພວມລາດ​ຕະ​ເວນຢູ່​ໃນ​ທະ​ເລ 32 ກິ​ໂລ​ແມັດ ຫ່າງ​ຈາກ​ທ່າ​ເຮືອ​ບາງ​ສະ​ພານ ໃນຈັງ​ວັດ​ປ​ຣະ​ຈວບ​ຄິ​ຣິຂັນ.

ໃນ​ຂະ​ນະ​ທີ່​ພາກ​ເໜືອ ແລະ​ພາກ​ກາງປະ​ເທດ​ໄທ ກຳ​ລັງປະ​ສົບ ​ກັບ​ສະ​ພາບ​ອາ​ກາດ​ໜາວ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ​ປະ​ຈຳ​ປີ ທາງ​ພາກ​ໃຕ້​ສຸດ​ຂອງ​ປ​ະເທດ​ໄທໄດ້​ປະ​ສົບ​ກັບ​ລົມພາ​ຍຸ ແລະ​ນ້ຳ​ຖ້ວມ​ໃນ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາ​ນີ້. ​ບັນ​ດາ​ກຳ​ປັ່ນ​ໄດ້​ເຕືອນ​ໃຫ້​

A Thai navy ship sunk in the Gulf of Thailand and ships and helicopters were working Monday to rescue sailors from the water.

As of midmorning, 75 sailors had been rescued and 31 were still in the water, the navy said.

Strong winds blew seawater onto the HTMS Sukhothai corvette and knocked out its electrical system Sunday evening. The Royal Thai Navy dispatched three frigates and two helicopters with mobile pumping machines to try to assist the disabled ship by removing the seawater but it couldn't do so because of the strong winds.

The loss of power allowed more seawater to flow into the vessel, causing it to list and sink.

It occurred while the warship was on patrol at sea 32 kilometers from the pier at Bangsaphan district in Prachuap Khiri Khan province.

While northern and central Thailand are seeing their coldest temperatures of the year, far southern Thailand has been experiencing storms and flooding in recent days. Ships were warned to stay ashore.

XS
SM
MD
LG