ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ ໄທ ຄາດ​ວ່າ​ກາ​ນ​ຄ້າ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ ຈະ​ເພີ່ມ​ຂຶ້ນ​ເກີນກວ່າ 15 ເປີ​ເຊັນ​ໃນ​ປີ 2023


ລົດບັນທຸກສິນຄ້າລາວ-ໄທ.
ລົດບັນທຸກສິນຄ້າລາວ-ໄທ.

ລັດ​ຖະ​ມົນ​ຕີ ໄທ ຄາດ​ວ່າ​ກາ​ນ​ຄ້າ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ຈະ​ເພີ່ມ​ຂຶ້ນ​ເກີນກວ່າ 15 ເປີ​ເຊັນ​ໃນ​ປີ 2023 ທຽບ​ໃສ່​ປີ 2022 ທັງ​ໝັ້ນ​ໃຈ​ວ່າ ລາວ ຍັ​ງ​ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ການ​ຄ້າ​ຕໍ່ ໄທ ເພີ່ມ​ຂຶ້ນ​ໃນ​ປີ 2023 ນີ້​ດ້ວຍ.

ທ່ານ ຈຸ​ລິນ ລັກ​ສະ​ນະ​ວິ​ສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ໄທ ຖະ​ແຫຼງວ່າ​ລັດ​ຖະ​ບານ ໄທ ໄດ້​ວາງ​ເປົ້າ​ໝາຍ​ຈະ​ຊຸກ​ຍູ້​ການ​ຄ້າ​ຊາຍ​ແດນ ແລະ ຜ່ານ​ແດນ​ລະ​ຫວ່າງ ໄທ ກັບ​ເພື່ອ​ນ​ບ້ານ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ໃຫ້​ຂະ​ຫຍາຍ​ຕົວ​ເພີ່ມ​ຂຶ້ນ 15 ເປີ​ເຊັນ ເຖິງ 20 ເປີ​ເຊັນ​ໃນ​ປີ 2023 ນີ້​ທຽບ​ກັບ​ປີ 2022 ແລະ ໝັ້ນ​ໃຈ​ວ່າ ໄທ ຍັງ​ຈະ​ເປັນ​ຝ່າຍ​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່​ໄປ ເພາະ​ມີ​ເງື່ອນ​ໄຂ​ສະ​ດວກ​ທັງ​ໃນ​ດ້ານ ໂລ​ຈິ​ສ​ຕິກ ແລະ ການ​ຂົນ​ສົ່ງ​ທີ່​ສົມ​ທົບ​ດ້ວຍ​ຄວາມ​ຕ້ອງ​ການ​ດ້ານ​ອາ​ຫານ​ທີ່​ເພີ່ມ​ຂຶ້ນ​ໃນ ກຳ​ປູ​ເຈຍ, ລາວ, ມຽນ​ມາ, ຫວຽດ​ນາມ ຫຼື CLMV ແລະ ຈີນ ດ້ວຍ​ນັ້ນ ດັ່ງ​ທີ່​ທ່ານ ຈຸ​ລິນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ລະ​ບົບ​ການ​ຂົນ​ສົ່ງ​ສິນ​ຄ້າ​ເລີ່ມ​ກັບ​ເຂົ້າ​ສູ່​ພາ​ວະ​ປົກ​ກະ​ຕິ ປະ​ກອບ​ກັບ​ຕູ້​ຄອນ​ເທນ​ເນີ ທີ່​ເຮົາ​ເຄີຍ​ຂາດ​ແຄນ ແລະ ເປັນ​ອຸ​ປະ​ສັກ​ໃນ​ການ​ສົ່ງ​ອອກ​ຂະ​ນະ​ນີ້ ຜ່ອນ​ຄາຍ​ແລ້ວ ຄາດ​ວ່າ​ຄວາມ​ຕ້ອງ​ການ​ດ້ານ​ອາ​ຫານ​ຂອງ​ໂລກ​ຍັງ​ຄົງ​ມີ​ຢູ່ ເພື່ອ​ສ້າງ​ຄວາມ​ໝັ້ນ​ຄົງ​ດ້ານ​ອາ​ຫານ​ຊຶ່ງ​ຈະ​ເປັນ​ຜົນ​ດີ​ກັບ​ການ​ສົ່ງ​ອອກ​ອາ​ຫານ​ຂອງ ໄທ ຄາດ​ວ່າ​ອາດ​ຈະ​ບວກ​ໄດ້ 15 ເຖິງ 20 ເປີ​ເຊັນ​ກໍ​ຄື​ຕະຫຼາດ CLMV ແລະ ຈີນ ທີ່​ເປັນ​ຕະຫຼາດ​ໃຫຍ່.”

ການ​ຄ້າ​ລະ​ຫວ່າງ ໄທ​ກັບ ລາວ ໃນ​ປີ 2022 ທີ່​ຜ່ານ​ມາ ມີ​ມູນ​ຄ່າ​ລວມ 274,498.02 ລ້ານ​ບາດ ໃນ​ນີ້​ແບ່ງ​ເປັນ​ການ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ລາວ​ໃນ​ມູນ​ຄ່າ​ລວມ 116,999.74 ລ້ານ​ບາດ ແລະ ໄທ​ສົ່ງ​ສິນ​ຄ້າ​ມາ​ລາວ​ໃນ​ມູນ​ຄ່າ​ລວມ 157,498.29 ລ້ານ​ບາດ ຊຶ່ງ​ເຮັດ​ໃຫ້ ໄທ ເປັນ​ຝ່າຍ​ທີ່​ໄດ້​ປຽບ​ດຸນ​ການ​ຄ້າ​ຕໍ່​ລາວ​ຄິດ​ເປັນ​ມູນ​ຄ່າ 40,498.55 ລ້ານ​ບາດ ໂດຍ​ສະ​ເພາະ​ແມ່ນ​ການ​ຄ້າ​ຊາຍ​ແດນ​ທີ່​ເປັນ​ການ​ຄ້າ​ລະ​ຫວ່າງ ໄທ-ລາວ ນັ້ນ​ກໍ​ປາ​ກົດ​ວ່າ ລາວ ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຈາກ ໄທ ເພີ່ມ​ຂຶ້ນ​ເຖິງ 25.66 ເປີ​ເຊັນ​ໃນ​ປີ 2022 ທຽບ​ໃສ່​ປີ 2021 ທັງ​ຍັງ​ມີ​ທ່າ​ອຽງ​ທີ່​ຈະ​ເພີ່ມ​ຂຶ້ນ​ໃນ​ປີ 2023 ນີ້​ຊຶ່ງ​ຖື​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ເຮັດ​ໃຫ້​ເງິນ​ກີບ​ອ່ອນ​ຄ່າ​ລົງ​ອີກ​ດ້ວຍ​ດັ່ງ​ທີ່​ທ່ານ ບຸນ​ເຫຼືອ ສິນ​ໄຊ​ວໍ​ລະ​ວົງ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ຊາດ ສ​ປ​ປ ລາວ ໄດ້​ໃຫ້​ການຍອມ​ຮັບ​ວ່າ

“ປະ​ເທດ​ເຮົາ​ນີ້​ເປັນ​ປະ​ເທດ​ທີ່​ນຳ​ເຂົ້າ​ເປັນ​ສ່ວນ​ໃຫຍ່ ເວ​ລາ​ເງິນ​ກີບ​ອ່ອນ​ຄ່າ​ແລ້ວ​ມັນ​ຈະ​ໄປ​ອີງ​ຢູ່​ລາ​ຄາມ​ພຸ້ນ​ໝົດ ຖ້າ​ປະ​ເທດ​ໃດ​ທີ່​ເປັນ​ປະ​ເທດ​ທີ່ບໍ່​ໄດ້​ເອື່ອຍ​ອີງ​ການ​ນຳ​ເຂົ້າ​ນີ້​ນະ ອັດ​ຕາ​ແລກ​ປ່ຽ​ນນີ້​ຈະ​ບໍ່​ໄປ​ກ່ຽວ​ກັບ​ລາ​ຄາ. ແຕ່​ປະ​ເທດ​ເຮົາ​ນີ້​ເປັນ​ປະ​ເທດ​ນຳ​ເຂົ້າ​ສິນ​ຄ້າ​ອຸ​ປະ​ໂພກ-ບໍ​ລິ​ໂພກ ຫຼື​ສິນ​ຄ້າ​ອື່ນ​ໆ​ແມ່ນ​ນຳ​ເຂົ້າ​ໝົດ ຈັ່ງ​ຊັ້ນ​ແມ່ນ​ເງິນ​ກີບ​ອ່ອນ​ຄ່າ​ແລ້ວ​ ຕົ້ນ​ຕໍ​ພວກ​ເຮົາ​ຈະ​ຮັກ​ສາ​ອັດ​ຕາ​ແລກ​ປ່ຽນ​ໃຫ້​ມີ​ສະ​ຖຽນ​ລະ​ພາບ ແຕ່​ສຳ​ຄັນ​ທີ່​ສຸດ​ໄລ​ຍະ​ກາງ​-ໄລ​ຍະ​ຍາວນີ້​ພວກ​ເຮົາ​ຕ້ອງຫຼຸດ​ການ​ນຳ​ເຂົ້າ​ນີ້​ໃຫ້​ໄດ້ ຖ້າມື້​ໃດ​ພວກ​ເຮົາ​ບໍ່ຫຼຸດ​ການ​ນຳ​ເຂົ້າ​ໄດ້​ນີ້ ສະ​ພາບ​ມັນ​ກະ​ຈັ່ງ​ຊີ້ ມີ​ຄວາມ​ຫຍຸ້ງ​ຍາກ ພວກ​ເຮົາ​ຕ້ອງ​ມີ​ນະ​ໂຍ​ບາຍ​ຈຳ​ກັດ​ການ​ນຳ​ເຂົ້າ ຊຸກ​ຍູ້​ສົ່ງ​ເສີມ​ການ​ຊົມ​ໃຊ້​ພາຍ​ໃນ.”

ສ່ວນ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຂອງ​ລາວ​ລາ​ຍ​ງານ​ວ່າ​ກາ​ນ​ຄ້າ​ຕ່າງ​ປະ​ເທດ​ຂອງ​ລາວ​ໃນ​ປີ 2022 ມີ​ມູນ​ຄ່າ​ລວມ 12,699 ລ້ານ​ໂດ​ລາ (ບໍ່​ລວມ​ການ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ) ໃນ​ນີ້​ແບ່ງ​ເປັນ​ການ​ສົ່ງ​ສິນ​ຄ້າອອ​ກ​ໄປ​ຕ່າງ​ປະ​ເທດ 5,895 ລ້ານ​ໂດ​ລາ ແລະ ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ 6,804 ລ້ານ​ໂດ​ລາ ຈຶ່ງ​ເຮັດ​ໃຫ້​ລາວ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ໃນ​ມູນ​ຄ່າ 909 ລ້ານ​ໂດ​ລາ ແຕ່​ຖ້າ​ຫາກ​ຄິດ​ລວມ​ການ​ສົ່ງ​ອອກ​ພະ​ລັງ​ງານ​ໄຟ​ຟ້າ​ໃນ​ມູນ​ຄ່າ 1,760 ລ້ານ​ໂດ​ລາ​ເຂົ້າ​ດ້ວ​ຍ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ລາວ​ເປັນ​ຝ່າຍ​ທີ່​ໄດ້​ປຽບ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ ຄິດ​ເປັນ​ມູ​ນ​ຄ່າ​ລວມ 851 ລ້ານ​ໂດ​ລາ ແຕ່​ເນື່ອງ​ຈາກວ່າ​ລາຍ​ຮັບ​ທີ່​ໄດ້​ຈາ​ກ​ການ​ສົ່ງ​ອອກ​ໄຟ​ຟ້າ​ນັ້ນ​ຕ້ອງ​ໃຊ້​ຊຳ​ລະ​ໜີ້ຕ່າງ​ປະ​ເທດ ຈຶ່ງບໍ່​ມີ​ການ​ໂອນ​ລາຍ​ຮັບ​ດັ່ງ​ກ່າວ​ເຂົ້າ​ມາ​ລາວ​ແຕ່​ຢ່າງ​ໃດ ຈຶ່ງ​ເຮັດ​ໃຫ້​ລາວ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ເງິນ​ຕາ​ຕ່າງ​ປະ​ເທດ​ເລື້ອຍ​ມາ ໃນ​ຂະ​ນະ​ທີ່​ການ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວນີ້​ກໍ​ມີ​ພຽງ​ແຕ່​ການ​ເພີ່ມ​ການ​ຜະ​ລິດ​ສິນ​ຄ້າ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດໃຫ້​ຫຼາຍ​ຂຶ້ນ​ນັ້ນ ແຕ່​ກໍ​ປາ​ກົດ​ວ່າ​ການ​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ໃນ​ລາວ​ນັ້ນ ​ຈັດຕັ້ງ​ປະ​ຕິ​ບັດ​ໄດ້​ຢ່າງ​ຈຳ​ກັດ ທັງບໍ່​ມີ​ຕະຫຼາດ​ຮອງ​ຮັບ​ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ຕົກ​ຕ່ຳ​ຢ່າງ​ຮຸນ​ແຮງ​ຂອງ​ຄ່າ​ເງິນ​ກີບ​ນັບ​ແຕ່​ເດືອນ​ເມ​ສາ 2022 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ນອກ​ຈາກ​ຈະ​ເຮັດ​ໃຫ້​ຫົວ​ໜ່ວຍ​ທຸ​ລະ​ກິດ​ໄດ້​ພາ​ກັນ​ຢຸດ​ກິດ​ຈະ​ການ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ແລ້ວ​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສ​ະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ຢ່າງກວ້າງ​ຂວາ​ງ​ອີກ​ດ້ວຍ ເພາະ​ການ​ຕົກ​ຕ່ຳ​ລົງ​ຂອງ​ຄ່າ​ເງິນ​ກີບ ໄດ້​ເຮັດ​ໃຫ້​ອຳ​ນາດ​ການ​ຊື້​ສິນ​ຄ້າ ແລະ ບໍ​ລິ​ການ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ລາວຫຼຸດ​ລົງ​ເກີນກວ່າ 58 ເປີ​ເຊັນໃນ​ປັດ​ຈຸ​ບັນ ເມື່ອ​ທຽບ​ໃສ່​ເດືອນ​ກຸມ​ພາ 2022 ທີ່​ຜ່ານ​ມາ.

XS
SM
MD
LG