ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ມົນ​ຕີ​ໄທ ວາງ​ເປົ້າ​ໝາຍ​ ທີ່​ຈະ​ຍຶດ​ຊັບ​ ຂອງ​ນັກ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໄດ້​ເຖິງ 100,000 ລ້ານ​ບາດ​ໃນ​ປີ 2023


​ການ​ຈັບ​ກຸມ​ພວກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ຊາວ​ລາວ​ໄດ້ໂດຍ​ຕຳ​ຫລວດຢູ່ໃນ​ປະ​ເທດ​ໄທ.
​ການ​ຈັບ​ກຸມ​ພວກ​ຄ້າ​ຢາ​ເສບ​ຕິດ​ທີ່​ເປັນ​ຊາວ​ລາວ​ໄດ້ໂດຍ​ຕຳ​ຫລວດຢູ່ໃນ​ປະ​ເທດ​ໄທ.

ລັດ​ຖະ​ມົນ​ຕີ​ໄທວາງ​ເປົ້າ​ໝາຍ​ທີ່​ຈະ​ຍຶດ​ຊັບ​ຂອງ​ນັກ​ຄ້າ​ຢາ​ເສບ​ຕິດ​ໃຫ້​ໄດ້​ເຖິງ 100,000 ລ້ານ​ບາດ​ໃນ​ປີ 2023 ໂດຍ​ຈະ​ຮ່ວມ​ມື​ດ້ານ​ການ​ຂ່າວ​ຢ່າງ​ໃກ້​ຊິດ​ກັບ​ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ ສະ​ຫະ​ລັດ.

ທ່ານ ສົມ​ສັກ ເທບ​ສຸ​ທິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ຂອງ ໄທ ໄດ້​ຖະ​ແຫຼງ​ຢືນ​ຢັນ​ພາຍ​ຫຼັງ​ການ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ຕາງ​ໜ້າ​ຂອງ​ສຳ​ນັກ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ ສະ​ຫະ​ລັດ ອາ​ເມ​ຣິ​ກາ (DEA) ເມື່ອບໍ່​ດົນ​ມານີ້​ທີ່ ບາງກອກ ວ່າ​ໜ່ວຍ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ໄທ​ກັບ ສະ​ຫະ​ລັດ ຈະ​ຮ່ວມ​ມື​ກັນ​ໃຫ້​ໃກ້​ຊິດຫຼາຍ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ສືບ​ສວນ​ສອບ​ສວນ ແລະ ດ້ານ​ການ​ຂ່າວ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ເພື່ອ​ຂະ​ຫຍາຍ​ຜົນ​ໄປ​ສູ່​ການ​ຍຶດ​ຊັບ​ຂອງ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສ​ບ​ຕິດ​ໃຫ້​ໄດ້ຫຼາຍ​ຂຶ້ນ​ນັ້ນ​ກໍ​ຄື​ເປົ້າ​ໝາຍ​ສຳ​ຄັນ​ທີ່ DEA ຂອງ ສະ​ຫະ​ລັດ ກັບ​ຄະ​ນະ​ກຳ​ມະການ​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄທ ໄດ້​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ສຳ​ລັບ​ການ​ຮ່ວມ​ມື​ກັນ​ໃນ​ປີ 2023 ນີ້ ແລະ ທາງ​ການ​ໄທ ກໍ​ໝັ້ນ​ໃຈ​ວ່າ​ຈະ​ເຮັດ​ໃຫ້​ສາ​ມາດ​ຍຶດ​ຊັບ​ຂອງ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້​ເຖິງ 1 ແສນ​ລ້ານ​ບາດ ດັ່ງ​ທີ່​ທ່ານ ສົມ​ສັກ ຢືນ​ຢັນ​ວ່າ

“ການຍຶດອາຍັດຊັບສິນລວມເຖິງມື້ນີ້ 20,671 ລ້ານບາດ ແລະ ພຽງແຕ່ 3 ເດືອນໃນປີງົບປະມານນີ້ເຮົາກໍ່ສາມາດຍຶດຊັບສິນຢາເສບຕິດໄດ້ເຖິງ 541 ລ້ານບາດເມື່ອທຽບກັບໃນອະດີດ ກໍຈະຍຶດຊັບສິນໄດ້ 20 ຫາ 30 ລ້ານບາດ ແລະ ຈາກການເຮັດວຽກບູລະນະການກໍເຮັດໃຫ້ສາມາດຍຶດຊັບສິນໄດ້ຫຼາຍ ແລະ ໃນປີງົບປະມານນີ້ຕົວເລກທີ່ເຮົາຕັ້ງເປົ້າໄວ້ຍຶດອາຍັດ 1 ແສນລ້ານບາດ.”

ການ​ຮ່ວມ​ມື​ໃນ​ການ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ເຂດ​ລຸ່ມ​ນ້ຳ​ຂອງ​ໃນ​ປີ 2022 ທີ່​ຜ່ານ​ມາ​ທາງ​ການ​ໄທ​ສາ​ມາດ​ຈັບ​ກຸມ​ນັກ​ຄ້າ​ຢາ​ເສບ​ຕິດ​ໄດ້​ເກີນກວ່າ 1 ແສນ​ຄົນ ແລະ ສາ​ມາດ​ຂະ​ຫຍາຍ​ຜົນ​ຈາກ​ການ​ສືບ​ສວນ​ສອບ​ສວນ​ໄປ​ສູ່​ການ​ຍຶດ​ຊັບ​ຂອງ​ຜູ້​ຕ້ອງ​ຫາ​ໄດ້​ເກີນກວ່າ 10,000 ລ້ານ​ບາດ ຫາກ​ແຕ່​ໃນ​ຂະ​ນະ​ດຽວ​ກັນ​ຜົນ​ຂອງ​ການ​ປະ​ຕິ​ບັດ​ການ​ດັ່ງ​ກ່າວນີ້​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ຄ້າ​ຢາ​ເສບ​ຕິດ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ໄດ້​ກາຍ​ເປັນ​ເຄືອ​ຂ່າຍ​ຂ​ະ​ໜາດ​ໃຫຍ່​ຂຶ້ນ​ນັບ​ມື້​ທັງ​ຍາກ​ທີ່​ຈະ​ປາບ​ປາມ​ໃຫ້​ໝົດ​ໄປ​ໄດ້ຢ່າງ​ສິ້ນ​ເຊີ​ງ​ອີກ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ເສີມ​ສ້າງ​ການ​ຮ່ວມ​ມື​ກັນ​ໃຫ້​ໃກ້​ຊິດຫຼາຍ​ຂຶ້ນ​ອີກ​ໃນ​ນີ້​ກໍ​ລວມ​ເຖິງ​ການ​ຮ່ວມ​ມື​ໃນ​ການ​ສະ​ກັດ​ກັ້ນ​ສານ​ເຄ​ມີ​ຕັ້ງ​ຕົ້ນ​ທີ່​ນຳ​ໃຊ້​ເປັນ​ສ່ວນ​ປະ​ກອບ​ໃນ​ການ​ຜະ​ລິດ​ຢາ​ເສບ​ຕິດ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ສານ​ໂຊ​ດຽມ​ໄຊ​ຢາ​ໄນ ທີ່​ໃຊ້​ໃນ​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ ແຕ່​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ນຳ​ໃຊ້​ເປັນ​ສ່ວນ​ປະ​ສົມ​ໃນ​ການ​ຜະ​ລິດ​ຢາ​ບ້າ ແລະ ຢາ​ໄອ​ຊ໌ ແຕ່​ໃນ​ຂ​ະ​ນະ​ດຽວ​ກັນ​ກໍ​ບໍ່​ຖື​ວ່າ​ເປັນ​ສານ​ເຄ​ມີ​ທີ່​ຜິດ​ກົດ​ໝາຍ​ດ້ວຍ​ນັ້ນ​ຈຶ່ງ​ເຮັດ​ໃຫ້​ຍາກ​ຕໍ່​ການ​ຄວບ​ຄຸມ​ທັງ​ໃນ​ດ້ານ​ການ​ຂົນ​ສົ່ງ ແລະ ການ​ນຳ​ໃຊ້​ຕົວ​ຈິງ ດັ່ງ​ທີ່​ພົນ​ເອກ ວິ​ໄລ ຫຼ້າ​ຄຳ​ຟ​ອງ ຮອງ​ນາ​ຍົກ​ລັດ​ຖະ​ມົນ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ການ​ສິ​ສະ​ກັດ​ກັ້ນ​ສານ​ເຄ​ມີ​ຕົ້ນ​ນີ້​ມັນ​ກະ​ມີ​ຄວາ​ມ​ຫຍຸ້ງ​ຍາກ​ຢູ່ ເພາະ​ວ່າ​ເລື່ອງ​ເຮັດ​ອັນ​ນີ້​ນິ ມັນ​ບໍ່​ພຽງ​ແຕ່​ວ່າ​ສານ​ທີ່​ເຮົາ​ໄດ້​ເວົ້າ​ນີ້​ບັນ​ຫາ​ອື່ນໆ ມັນ​ກະ​ເກີດ​ຂຶ້ນ​ມີ​ໄດ້​ຈັ່ງ​ຊັ້ນ​ແລ້ວ​ໃນ​ແຕ່​ລະ​ເທື່ອ​ເຮົາ​ກວດ​ເຫັນ​ນີ້​ມີ​ບາງ​ອັນຫຼະ​ແມ່ນ​ກະ​ຊວງ​ການ​ຄ້າ ເພິ່ນ​ກະ​ອະ​ນຸ​ຍາດ​ນຳ​ເຂົ້າ​ມາ ເພື່ອ​ຜົນ​ປະ​ໂຫຍດ​ຂອ​ງ​ການ​ຄ້າ​ກະ​ສິ​ກຳ​ເອົາ​ເຂົ້າ​ມາ​ກະ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ກະ​ສິ​ກຳ ແຕ່​ວ່າ​ເພິ່ນ​ເອົາ​ມາ​ແລ້ວ​ເພິ່ນ​ຈະ​ຄຸ້ມ​ຄອງ​ແນວ​ໃດ ນຳ​ໃຊ້​ແນວ​ໃດ​ຫັ້ນ​ມັນ​ກະ​ຄາ​ເນາະ ຂອງ​ເຮົາ​ກະ​ບໍ່​ໄດ້​ເກັ່ງ​ດ້ານ​ເຄ​ມີ​ເດ້ ເພິ່ນ​ເອົາ​ທາດ​ໂຕນີ້​ໄປ​ປະ​ສົມ​ກັບ​ທາດ​ນັ້ນ​ກາຍ​ເປັນ​ອັນ​ນັ້ນ​ມັນ​ກະ​ເປັນ​ໄປ​ໄດ້​ຫັ້ນ​ນະ.”

ທາງ​ດ້ານ​ທ່ານ ວິ​ໄຊ ໄຊ​ມົງ​ຄຸນ ເລ​ຂາ​ທິ​ການ​ຄະ​ນະ​ກົມ​ການ​ປ້ອງ​ກັນ ແລະ ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄທ ເປີດ​ເຜີຍວ່າ​ການ​ຜະ​ລິດ​ຢາ​ບ້າ​ມີ​ຕົ້ນທຶນພຽງ​ເມັດ​ລະ 50 ສະ​ຕາງ​ເທົ່າ​ນັ້ນ ຊຶ່ງ​ເມື່ອ​ສົມ​ທົບ​ກັບ​ຄ່າ​ຂົນ​ສົ່ງ​ກໍ​ຕ່ຳ​ທັງ​ຍັງ​ມີ​ການ​ຂາຍ​ຢາ​ບ້າ​ໃນ​ລະ​ບົບສື່ສັງ​ຄົມ​ອອນ​ໄລ​ນ໌ດ້ວຍ​ແລ້ວ ກໍ​ຍິ່​ງ​ເຮັດ​ໃຫ້​ມີ​ການ​ຜະ​ລິດ​ຢາ​ບ້າ ແລະ ຢາ​ໄອ​ຊ໌ ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ແລະ ທຸກ​ປະ​ເທດ​ໃນ​ລຸ່ມ​ນ້ຳ​ຂອງ​ກໍ​ສາ​ມາດ​ຜະ​ລິດ​ຢາ​ບ້າ ແລະ ຢາ​ໄອ​ຊ໌​ໄດ້​ທັງ​ນັ້ນ ເພາະ​ເຄື່ອງ​ຈັກ​ລຸ້ນ​ໃໝ່​ທີ່​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້​ນຳ​ໃຊ້​ໃນ​ປັດ​ຈຸ​ບັນ​ສາ​ມາດ​ຜະ​ລິດ​ຢາ​ບ້າ​ໄດ້ຫຼາຍກວ່າ 288,000 ເມັດ​ຕໍ່​ຊົວ​ໂມງ ໂດຍ​ເປັນ​ເຄື່ອງ​ຈັກ​ຊະ​ນິດ​ດຽວ​ກັນ​ກັບ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ຢາ​ຮັກ​ສາ​ໂຣກ​ທີ່​ສາ​ມາດ​ສັ່ງ​ຊື້​ໄດ້​ທົ່ວ​ໄປເຊັ່ນ​ດຽວ​ກັນ​ກັບ​ສານ​ໂຊ​ດຽມ​ໄຊ​ຢາ​ໄນ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ ຫາກ​ແຕ່​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ກໍ​ໃຊ້​ເປັນ​ສ່ວນ​ປະ​ສົມ​ໃນ​ການ​ຜະ​ລິດ​ຢາ​ບ້າ, ຢາ​ໄອ​ຊ໌​ນັ້ນ ຈຶ່ງ​ເປັນ​ບັນ​ຫາ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ນີ້​ໂດຍ​ທາງ​ການ​ໄທ​ກໍ​ປະ​ເມີນ​ວ່າ ມີ​ການ​ຜະ​ລິດ​ຢາ​ເສບ​ຕິດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ຄິດ​ເປັນ​ມູນ​ຄ່າຫຼາຍກວ່າ 1 ແສນ​ລ້ານ​ໂດ​ລາ​ໃນ​ແຕ່​ລະ​ປີ.

XS
SM
MD
LG