ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ທະຫານໄທ ຫາທາງ ສ້າງຄວາມ ປອງດອງຊາດ ກ່ອນການເລືອກຕັ້ງ


ພາບຂອງກະສັດ ມະຫາວະຈິຣາລົງກອນ
Bodindradebayavarangkun ທີ່ວາງສະແດງໃນຮ້ານຄ້າ ໃນເຂດໃຈກາງບາງກອກ ປະເທດໄທ, 17 ມັງກອນ 2017.
ພາບຂອງກະສັດ ມະຫາວະຈິຣາລົງກອນ Bodindradebayavarangkun ທີ່ວາງສະແດງໃນຮ້ານຄ້າ ໃນເຂດໃຈກາງບາງກອກ ປະເທດໄທ, 17 ມັງກອນ 2017.

ຄວາມພະຍາຍາມຄັ້ງຫຼ້າສຸດນີ້ ແມ່ນເພື່ອສົ່ງເສີມ ແຜນທີ່​ໄປສູ່ປະຊາທິປະໄຕ ໂດຍຜ່ານການເຈລະຈາ ລະຫວ່າງ ພັກຝ່າຍຕ່າງໆ ທີ່ນຳພາໂດຍຮອງນາຍົກລັດຖະມົນຕີ.

ລັດຖະບານທະຫານໄທ ກຳລັງພະຍາຍາມອີກເທື່ອນຶ່ງ ເພື່ອຫາ​ທາງ​ສ້າງ​ຄວາມປອດອງ ຊາດທາງການເມືອງ ກ່ອນໜ້າການເລືອກຕັ້ງ ທີ່ອາດຈະມີຂຶ້ນ ໃນປີ 2018.

ຄວາມພະຍາຍາມຄັ້ງຫຼ້າສຸດນີ້ ແມ່ນເພື່ອສົ່ງເສີມ “ແຜນທີ່​ໄປສູ່ປະຊາທິປະໄຕ” ໂດຍຜ່ານການເຈລະຈາລະຫວ່າງພັກຝ່າຍຕ່າງໆ ທີ່ນຳພາໂດຍຮອງນາຍົກລັດ
ຖະມົນຕີ ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ Prawit Wongsuan.

ທ່ານ Prawit ໄດ້ກ່າວວ່າ ເປົ້າໝາຍກໍແມ່ນ ເພື່ອຈັດຕັ້ງພື້ນຖານທີ່ເຫັນດີເຫັນພ້ອມ
ນຳກັນ ຂອງທຸກພັກຝ່າຍ ແລະ ເພື່ອທີ່ຈະໄດ້ຮັບແນວຄິດຕ່າງໆ ກ່ຽວກັບບັນຫາຫຼາຍ
ຢ່າງ ຮວມທັງການເມືອງ ການພັດທະນາສັງຄົມ ສິ່ງແວດລ້ອມ ການຕ່າງປະເທດ ແລະ ສື່ມວນຊົນ.

ທ່ານ Panitan Wattanaygorn ທີ່ປຶກສາທາງດ້ານການເມືອງ ຂອງ ທ່ານ Prawit ໄດ້ກ່າວວ່າ ພວກທະຫານ ຫາທາງທີ່ຈະເຮັດໃຫ້ “ການໂອນອຳນາດ” ຄືນໃຫ້ລັດຖະ
ບານພົນລະເຮືອນ ​ເປັນ​ໄປ​ດ້ວຍ​ຄວາມ​ລາບ​ລື່ນ.

ຂໍ້ລິເລີ້ມໃໝ່ດັ່ງກ່າວ ແມ່ນເປັນສ່ວນນຶ່ງ ຂອງການປະຕິຮູບແຫ່ງຊາດ ທີ່ລັດ ຖະບານ
ທະຫານ ເຫັນວ່າມີຄວາມສຳຄັນ ຊຶ່ງລັດຖະບານຈະຈັດຕັ້ງ 4 ຄະນະ ກຳມະການຂຶ້ນມາ ເພື່ອຊ່ອຍຈັດຕັ້ງປະຕິບັດ ໃນທຸກໆບາດກ້າວ “ແຜນທີ່​ທາງການເມືອງ” ດັ່ງກ່າວນັ້ນ.

ທ່ານ Panitan ໄດ້ກ່າວວ່າ ລັດຖະບານທະຫານ ພຽງແຕ່ຢາກຟັງຄວາມເປັນຫ່ວງ ຂອງພວກນັກການເມືອງ ແລະສະ​ແດງຄວາມຄິດຕ່າງໆ ຂອງພວກເຂົາ ເຈົ້າກ່ຽວ​ກັບ​ຂັ້ນຕອນ​ທີ່​ວ່າ​ນີ້.

ທ່ານ Panitan ໄດ້ເວົ້າວ່າ “ສັນຍາບາງສ່ວນກັບມວນຊົນ ອາດເຮັດຂຶ້ນມາໄດ້ ແຕ່
ພວກເຮົາຈະບໍ່ບັງຄັບຜູ້ໃດ ໃຫ້ລົງນາມ​ໃນສັນຍາໃດໆ ຖ້າພວກເຂົາເຈົ້າບໍ່ຢາກລົງ
ນາມແລະ ແນ່ນອນການສ້າງສັນຕິພາບ ແລະຄວາມ​ປອງ​ດອງ​ຊາດບໍ່ ສາມາດບັງ
ຄັບກັນໄດ້.”
ທ່ານກ່າວຕື່ມວ່າ ຄວາມກ້າວໜ້າ ຈະຂຶ້ນຢູ່ກັບອະນາ ຄົດຂອງຄະນະລັດ
ຖະບານທີ່ຖືກເລືອກໃໝ່.

ລັດຖະທຳມະນູນ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ໂດຍພວກທະຫານ ໄດ້ມີ​ການ​ຮັບຮອງເອົາ ​ໃນການລົງການລົງປະຊາມະຕິເມື່ອເດືອນສິງຫາປີກາຍນີ້ ໂດຍທີ່ສະໜອງອຳນາດ
ເພີ້ມເຕີມໃຫ້ແກ່ທະຫານ ໃນລັດຖະບານທີ່ຈະຖືກເລືອກຂຶ້ນມາໃນອະນາ ຄົດໂດຍ
ສະເພາະ​ແລ້ວແມ່ນຜ່ານການແຕ່ງຕັ້ງຂອງສະມາຊິກສະພາສູງຈຳນວນ 250 ທ່ານ.

ທ່ານ ທັກສິນ ຊິນນະວັດ ອະດີດ ນາຍົກລັດຖະມົນຕີໄທ ກ່າວຕໍ່ ໜັງສືພິມ Reuters ໃນຂະນະທີ່ໃຫ້ສຳພາດ ໃນສິງກະໂປ, 23 ກຸມພາ, 2016.
ທ່ານ ທັກສິນ ຊິນນະວັດ ອະດີດ ນາຍົກລັດຖະມົນຕີໄທ ກ່າວຕໍ່ ໜັງສືພິມ Reuters ໃນຂະນະທີ່ໃຫ້ສຳພາດ ໃນສິງກະໂປ, 23 ກຸມພາ, 2016.

ທ່ານ Panitan ໄດ້ກ່າວວ່າ ລັດຖະບານທະຫານ ພຽງແຕ່ຢາກຟັງຄວາມເປັນຫ່ວງ ຂອງພວກນັກການເມືອງ ແລະສະ​ແດງຄວາມຄິດຕ່າງໆ ຂອງພວກເຂົາ ເຈົ້າກ່ຽວ​ກັບ​ຂັ້ນຕອນ​ທີ່​ວ່າ​ນີ້.

ທ່ານ Panitan ໄດ້ເວົ້າວ່າ “ສັນຍາບາງສ່ວນກັບມວນຊົນ ອາດເຮັດຂຶ້ນມາໄດ້ ແຕ່ພວກ
ເຮົາຈະບໍ່ບັງຄັບຜູ້ໃດ ໃຫ້ລົງນາມ​ໃນສັນຍາໃດໆ ຖ້າພວກເຂົາເຈົ້າບໍ່ຢາກລົງນາມ
ແລະ ແນ່ນອນການສ້າງສັນຕິພາບ ແລະຄວາມ​ປອງ​ດອງ​ຊາດບໍ່ ສາມາດບັງຄັບ
ກັນໄດ້.”
ທ່ານກ່າວຕື່ມວ່າ ຄວາມກ້າວໜ້າ ຈະຂຶ້ນຢູ່ກັບອະນາ ຄົດຂອງຄະນະລັດຖະ
ບານທີ່ຖືກເລືອກໃໝ່.

ລັດຖະທຳມະນູນ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ໂດຍພວກທະຫານ ໄດ້ມີ​ການ​ຮັບຮອງ ​ເອົາ ​ໃນການລົງການລົງປະຊາມະຕິເມື່ອເດືອນສິງຫາປີກາຍນີ້ ໂດຍທີ່ສະໜອງອຳນາດ
ເພີ້ມເຕີມໃຫ້ແກ່ທະຫານ ໃນລັດຖະບານທີ່ຈະຖືກເລືອກຂຶ້ນມາໃນອະນາຄົດ ໂດຍ
ສະເພາະ ​ແລ້ວແມ່ນຜ່ານການແຕ່ງຕັ້ງຂອງສະມາຊິກສະພາສູງຈຳນວນ 250 ທ່ານ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກສະພາສູງໄທ ທ່ານ Kraisak Choonhavan, ຊ້າຍ, ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມ ກັບທ່ານ William Monson, ນັກທຸລະກິດ ຢູ່ລັດຖະສະພາ ທີ່ບາງກອກ, ໄທ, 3 ພຶດສະພາ 2006.
ສະມາຊິກສະພາສູງໄທ ທ່ານ Kraisak Choonhavan, ຊ້າຍ, ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມ ກັບທ່ານ William Monson, ນັກທຸລະກິດ ຢູ່ລັດຖະສະພາ ທີ່ບາງກອກ, ໄທ, 3 ພຶດສະພາ 2006.
XS
SM
MD
LG