ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳລັດຖະບານໄທ ແລະລາວ ຢືນຢັນທີ່ຈະສືບຕໍ່ການເປັນຫຸ້ນສ່ວນຍຸດທະສາດ ເພື່ອການພັດທະນາຢ່າງຍືນຍົງ ລະຫວ່າງ 2 ປະເທດ


ນາຍົກລັດຖະມົນຕີຂອງລາວ ແລະໄທ ກຳລັງທ່ຽວຊົມສະຖານີລົດໄຟ ລາວ-ໄທ ທີ່ຄຳສະຫວາດ, ນະຄອນຫຼວງວຽງຈັນ, ສປປ ລາວ.
ນາຍົກລັດຖະມົນຕີຂອງລາວ ແລະໄທ ກຳລັງທ່ຽວຊົມສະຖານີລົດໄຟ ລາວ-ໄທ ທີ່ຄຳສະຫວາດ, ນະຄອນຫຼວງວຽງຈັນ, ສປປ ລາວ.

ຜູ້ນຳລັດຖະບານໄທ ແລະລາວ ຢືນຢັນທີ່ຈະສືບຕໍ່ການເປັນຫຸ້ນສ່ວນຍຸດທະສາດ ເພື່ອການພັດທະນາຢ່າງຍືນຍົງລະຫວ່າງ 2 ປະເທດທີ່ຂະຫຍາຍການເຊື່ອມຕໍ່ການຄ້າ ແລະບໍລິການໃນລຸ່ມນ້ຳຂອງ ແລະອາຊຽນດ້ວຍ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫລງໃນໂອກາດທີ່ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 30 ຕຸລາ 2023 ວ່າ ລັດຖະບານໄທ ຍັງຈະສືບຕໍ່ການເປັນຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີມໂຕແລະການພັດທະນາຢ່າງຍືນຍົງຮ່ວມກັບລັດຖະບານລາວ ໂດຍບໍ່ຢຸດຢັ້ງ ເພາະໄທກັບລາວ ເປັນປະເທດເພື່ອນບ້ານທີ່ມີຄວາມໃກ້ຊິດກັນຢ່າງທີ່ສຸດ ທັງທາງດ້ານສັງຄົມ-ວັດທະນະທຳ-ປະເພນີ ແລະການໄປມາຫາສູ່ກັນ ລະຫວ່າງປະຊາຊົນ 2 ຊາດທີ່ດຳເນີນມາຢ່າງຍາວນານນັນ ຈຶ່ງຖືເປັນປັດໄຈສຳຄັນຢ່າງຍິ່ງທີ່ 2 ປະເທດ ຈະເສີມຂະຫຍາຍການຮ່ວມມືຢ່າງຮອບດ້ານຕໍ່ໄປ ພາຍໃຕ້ເປົ້າໝາຍເພື່ອເສີມສ້າງຜົນປະໂຫຍດຮ່ວມກັນຢ່າງແທ້ຈິງ ດັ່ງທີ່ ທ່ານເສດຖາ ໄດ້ຖະແຫລງຢືນຢັນວ່າ:

“ໄທ ແລະ ສປປ ລາວ ຄືເພື່ອນບ້ານທີ່ໃກ້ຊິດ ຄື ຍາດສະນິດ ມິດສະຫາຍ ທີ່ມີຄວາມສຳພັນ ແລະຄວາມຮ່ວມມືທີ່ຍາວນານ ນັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ໂດຍທັງ 2 ຝ່າຍໄດ້ກຳນົດແນວທາງທີ່ຈະຂັບເຄື່ອນໄປສູ່ອະນາຄົດ ທີ່ຍັ່ງຍືນຮ່ວມກັນ ຂ້າພະເຈົ້າຍິນດີທີ່ທັງ 2 ຝ່າຍເຫັນພ້ອມ ແລະມຸ້ງໝັ້ນທີ່ຈະເດີນໜ້າສົ່ງເສີມຄວາມສຳພັນ ແລະຄວາມຮ່ວມມືໄທກັບລາວ ໃຫ້ເຂັ້ມແຂງ ໂດຍສະເພາະການສົ່ງເສີມການເຊື່ອມໂຍງທາງເສດຖະກິດ ການຄົມມະນາຄົມ-ຂົນສົ່ງ ລະຫວ່າງ 2 ປະເທດ ແລະໃນພູມິພາກ ແລະຈະອຳນວຍຄວາມສະດວກໃຫ້ແກ່ປະຊາຊົນຂອງທັງ 2 ປະເທດ ໄດ້ໄປມາຫາສູ່ກັນງ່າຍຍິ່ງຂຶ້ນ ຮວມທັງການສົ່ງເສີມການທ່ອງທ່ຽວລະຫວ່າງກັນດ້ວຍ.”

ໂດຍສະເພາະ ແມ່ນການເຊື່ອມຕໍ່ທາງລົດໄຟ ລະຫວ່າງລາວກັບຈີນນັນ ຍັງຖືເປັນພື້ນຖານທີ່ສຳຄັນຂອງ ສປປ ລາວ ທີ່ຈະພັດທະນາໄປສູ່ເປົ້າໝາຍການເປັນສູນກາງເຊື່ອມຕໍ່ດ້ານການຄົມມະນາຄົມ-ຂົນສົ່ງໃນລຸ່ມແມ່ນ້ຳຂອງ ໃຫ້ໄດ້ຢ່າງເປັນຮູບປະທຳດ້ວຍ ທັງນີ້ ໂດຍການນຳໃຊ້ສະຖານະທີ່ເປັນຫຸ້ນສ່ວນຍຸດທະສາດຄູ່ຮ່ວມຊະຕາກຳໃນການພັດທະນາຮອບດ້າານ ຮ່ວມກັບຈີນນັ້ນ ໃຫ້ເປັນປະໂຫຍດສູງສຸດ ເພາະການເຊື່ອມຕໍ່ທາງລົດໄຟລາວ-ຈີນ ກໍຄືປັດໄຈທີ່ຈະຊຸກຍູ້ໃຫ້ ສປປ ລາວ ມີບົດບາດຫຼາຍຂຶ້ນໃນຕ່ອງໂສ້ອຸປະທານ (Supply Chain) ຂອງການຄ້າສາກົນນັ້ນເອງ ແຕ່ບັນຫາໃນເວລານີ້ ກໍຄືລາວ ຍັງຂາດບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດໃນດ້ານດັ່ງກ່າວນີ້ ດັ່ງເຈົ້າໜ້າທີ່ໃນບໍລິສັດລົດໄຟລາວ-ຈີນ ໄດ້ໃຫ້ການຍອມຮັບວ່າ:

“ຕັ້ງແຕ່ເດືອນສິບສອງ 2021 ຈົນຮອດປັດຈຸບັນນີ້ ຫລະແມ່ນພວກເຮົາຍັງໃຊ້ຄຳສັບວ່າ ເປັນການບໍລິການທົດລອງກະຖືວ່າແມ່ນ ສະນັ້ນ ແນ່ນອນສິ່ງທ້າທາຍຕ່າງໆມັນເກີດຂຶນມາເນາະ ບໍ່ວ່າຈະເປັນການຂົນສົ່ງສິນຄ້າ ແລ້ວກະການບໍລິການ ຫລະພວກເຮົາກະຍິນດີທີ່ຈະຮັບເອົາທຸກຢ່າງຫັ້ນມາ ເພື່ອໄປປັບປຸງເທື່ອລະຂອດເນາະ ຍົກຕົວຢ່າງເຊັ່ນວ່າ ວຽກງານການຂົນສົ່ງ-ໂດຍສານ ເລີ້ມຈາກເລື້ອງປີ້ເນາະ ປີບໍລິການທີ່ຍັງບໍ່ຄົບຖ້ວນ ອັນນີ້ ກະພວກເຮົາຕ້ອງໄດ້ຍອມຮັບວ່າ ພວກເຮົາບໍ່ມີປະສົບການອີ່ຫຼີ ອັນທີ 2 ມາ ຫຼະແມ່ນພວກເຮົາໄດ້ອາໄສປະສົບການຂອງເບື້ອງຈີນ ເຂົ້າມາໃນການຄຸ້ມຄອງລະບົບຕ່າງໆ.”

ສ່ວນເຈົ້າໜ້າທີ່ໃນກະຊວງແຜນການແລະການລົງທຶນ ເປີດເຜີຍວ່າ ບໍລິສັດທາງລົດໄຟລາວ-ຈີນ ຍັງມີສິດໃນການເປັນຜູ້ລົງທຶນພັດທະນາສະຖານີລົດໄຟ ແລະພື້ນທີ່ຕໍ່ເນື່ອງກັບສະຖານີລົດໄຟ 4 ແຫ່ງດ້ວຍ ກໍຄື ສະຖານີນະຄອນວຽງຈັນ 1,000 ເຮັກຕາ ສະຖານີເມືອງໄຊ 1,000 ເຮັກຕາ ສະຖານີວັງວຽງ 500 ເຮັກຕາ ແລະສະຖານີຫຼວງພະບາງ 500 ເຮັກຕາ ສ່ວນລັດຖະບານລາວ ນັ້ນ ກຊມີພັນທະຈະຕ້ອງຊຳລະໜີ້ເງິນກູ້ຄືນໃຫ້ທາງການຈີນ ໃນມູນຄ່າ 480 ລ້ານໂດລາ ໂດຍສະເລ່ຍຊຳລະຄືນປີລະ 50 ລ້ານໂດລາ ທີ່ຈະໄດ້ມາຈາກການເກັບພາສີອາກອນຈາກບັນດາບໍລິສັດຈີນ ທີ່ໄດ້ສຳປະທານທີ່ດິນກະສິກຳແລະຂຸດຄົ້ນແຮ່ທາດໃນລາວ ເປັນຫລັກ.

ທັງນີ້ ໂຄງການທາງລົດໄຟລາວ-ຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 6,853 ຄອບຄົວໃນເຂດແຂວງຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ວຽງຈັນ ແລະນະຄອນວຽງຈັນ ໂດຍມີທີ່ດິນຖືກເວນຄືນ 3,832 ເຮັກຕາ ສິ່ງປຸກສ້າງ 3,346 ຫລັງ ຕົ້ນໄມ້ກວ່າ 1 ລ້ານຕົ້ນ ຫາກແຕ່ວ່າ ຍັງມີການຊັກຊ້າໃນການຈ່າຍຄ່າຊົດເຊີຍເລື້ອຍມາ ໂດຍການຊົດເຊີຍຢູ່ແຂວງຫລວງນ້ຳທາ ອຸດົມໄຊ ຫລວງພະບາງ ມີອັດຕາສະເລ່ຍ 11,000-80,000 ກີບຕໍ່ຕາແມັດ ສ່ວນທີ່ແຂວງວຽງຈັນ ແລະນະຄອນວຽງຈັນ ມີການຊົດເຊີຍ 15,000-137,000 ກີບຕໍ່ຕາແມັດ ແຕ່ທີ່ດິນຢູ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍທີ່ 2 ລ້ານ 7 ແສນກີບຕໍ່ຕາແມັດ.

XS
SM
MD
LG