ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ, ລາວ ແລະ ມຽນມາ ຈະເສີມຂະຫຍາຍ ການຮ່ວມມື ສະກັດກັ້ນ ສານເຄມີຕັ້ງຕົ້ນ ທີ່ໃຊ້ໃນການຜະລິດ ຢາເສບຕິດ ຢູ່ເຂດສາມຫລ່ຽມຄຳ


ກອງ​ປະ​ຊຸມ ພາຍໃຕ້ແຜນປະຕິບັດການຮ່ວມແມ່ນ້ຳຂອງປອດໄພລະ​ຫວ່າງ ລາວ, ມຽນ​ມາ ແລະ​ໄທ ​ທີ່​ຈັດ​ຂຶ້ນ​ໃນ​ທ້າຍເດືອນ​ທັນ​ວາ 2022 ທີ​ປະ​ເທດ​ໄທ
ກອງ​ປະ​ຊຸມ ພາຍໃຕ້ແຜນປະຕິບັດການຮ່ວມແມ່ນ້ຳຂອງປອດໄພລະ​ຫວ່າງ ລາວ, ມຽນ​ມາ ແລະ​ໄທ ​ທີ່​ຈັດ​ຂຶ້ນ​ໃນ​ທ້າຍເດືອນ​ທັນ​ວາ 2022 ທີ​ປະ​ເທດ​ໄທ

ທາງ​ການ​ໄທ-ລາວ-ມຽນມາ ​ເສີມ​ຂະ​ຫຍາຍການ​ຮ່ວມ​ມື ເພື່ອ​ສະກັດ​ກັ້ນສານ​ເຄມີຕັ້ງຕົ້ນ ​ທີ່ໃຊ້​ໃນ​ການ​ຜະລິດ​ຢາເສບ​ຕິດ ​ຢູ່​ເຂດສາມ​ຫລ່ຽມ​ຄຳ ​ໃນ​ແມ່​ນ້ຳຂອງ ໂດຍສະເພາະແມ່ນ ສານເຄມີໃຊ້ໃນການ ຜະລິດຢາ​ບ້າ-ຢາໄອສ໌ນັ້ນ, ຊົງຣິດ ໂພນ​ເງິ​ນ​ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານຈາກ​ບາງກອກ.

ທ່ານ ວິໄຊ ໄຊມົງຄົນ ເລຂາທິການ ຄະນະກຳ​ມະ​ການ​ປ້ອງ​ກັນ ແລະ​ປາບ​ປາມຢາເສບຕິດ ແຫ່ງຊາດໄທ ຖະ​ແຫລງວ່າ ການ​ຮ່ວມ​ມື​ປາບ​ປາມ​ການ​ຄ້າ​ຢາ​ເສບ ພາຍ​ໃຕ້​ແຜນປະ​ຕິ​ບັດການ​ຮ່ວມ​ແມ່​ນ້ຳຂອງ​ປອດ​ໄພ​ໃນ​ປີ 2023 ນີ້ ນອກຈາກ​ ຈະ​ຍັງ​ຄົງ​ສືບ​ຕໍ່ການ​ຮ່ວມ​ມືໃນ​ດ້ານການ​ຂ່າວ ແລະການສືບສວນ ສອບ​ສວນ ​ເພື່ອ​ຂະຫຍາຍ​ຜົນໄປ​ສູ່​ການ​ຈັບ​ກຸມ ​ແລະການຍຶດ​ຊັບ​ສິນ​ຂອງນັກຄ້າ​ຢາ​ເສບ​ຕິດ​ໃຫ້​ໄດ້​ຫຼາຍ​ທີ່ສຸດ​ແລ້ວ ກໍ​ຍັງ​ແນ​ໃສ່​ການ​ຮ່ວມ​ມືເພື່ອ​ສະກັດ​ກັ້ນ ສານ​ເຄມີຕັ້ງຕົ້ນ ​ທີ່​ນຳ​ໃຊ້​ໃນ​ການ​ຜະລິດ​ຢາ​ບ້າ ​ແລະ​ຢາໄອ​ສ໌ ໃຫ້​ມີ​ປະສິດທິ​ພາບ​ສູງ​ຂຶ້ນ​ອີກ​ດ້ວຍ.

ຊຶ່ງຄະນະກຳມະການເພື່ອ​ການຄວບຄຸມ ແລະປາບ​ປາມຢາເສບຕິດແຫ່ງຊາດໄທ-ລາວ-ມຽນມາ ກໍ ໄດ້ ຕົກລົງຮ່ວມມືເພື່ອສະກັດກັ້ນສານເຄມີ 3 ຊະ​ນິດ​ດ້ວຍກັນຄື: ສານໂຊດຽມໄຊຢາໄນ, ເບນຊິລໄຊຢາໄນ ແລະ ເບນຊິລຄລໍໄຣດ໌ ເມື່ອມໍ່ໆມານີ້ ຢູ່ເມືອງພັດ​ທະ​ຍາ, ປະເທດໄທ, ໂດຍ​ໄດ້​ເຂົ້າ​ຮ່ວມເປັນປະທານ ໃນການລົງນາມຄັ້ງ​ນີ້​ ກໍ​ແມ່ນ​ທ່ານ​ສົມ​ສັກ ເທບ​ສຸ​ທິນ, ລັດຖະມົນຕີກະຊວງຍຸຕິທຳຂອງໄທ ຊຶ່ງ​ທ່ານ​ໄດ້​ຖະ​ແຫຼງການ​ຮຽກຮ້ອງ​ ໃຫ້ເສີມ​ຂະຫຍາຍ​ການ​ຮ່ວມ​ມື ​ໃຫ້ຄອບ​ຄຸມໃນ​ເຂດ​ລຸ່ມ​ແມ່​ນ້ຳຂອງວ່າ:
“ຂໍ​ໃຫ້​ຂະ​ຫຍາຍ​ຄວາມ​ຮ່ວມ​ມື ໃນ​ການ​ສືບສວນ, ປາບ​ປາມ​ເຄືອ​ຂ່າຍ​ການ​ຄ້າຢາເສບຕິດ ລາຍສໍາຄັນ ຢ່າງເຕັມທີ່ ທັງການ​ທຳ​ລາຍວົງຈອນ ແລະເຄືອຂ່າຍການຄ້າ ການຂະຫຍາຍຜົນຍຶດຊັ​ບ ​ແລະ​ແລກປ່ຽນ​ຂ່າວສານ ​ແລະການຕິດຕາມຜູ້​ຫຼົບໜີ​ໝາຍ​ຈັບ ​ເພື່ອ​ເປັນ​ການຍົກ​ລະ​ດັບຄວາມ​ຮ່ວມ​ມື ຂໍ​ໃຫ້​ທຸກ​ປະ​ເທດ ​ຮ່ວມ​ມື​ກັນ​ສະກັດ​ກັ້ນ​ສານເຄມີ ​ທີ່​ຮົ່ວ​ໄຫລໄປ​ສູ່​ໂຮງງານ​ຜະລິດ​ຢາເສບ​ຕິດ ໃນ​ເຂດ​ສາມຫຼ່ຽມຄຳ"

ໃນປີ 2022 ທາງການໄທສາມາດຈັບກຸມນັກຄ້າຢາເສບຕິດໄດ້ເກີນກວ່າ 1 ແສນຄົນ ທັງຍັງໄດ້ ຂະຫຍາຍຜົນຈາການສືບສວນ-ສອບສວນໄປສູ່ການຍຶດຊັບຂອງຜູ້ຕ້ອງຫາໄດ້ຫຼາຍກວ່າ 10,000 ລ້ານບາດອີກດ້ວຍ ແຕ່ໃນຂະນະດຽວກັນຜົນຂອງປະຕິບັດການດັ່ງກ່າວນີ້ ກໍໄດ້ສະແດງໃຫ້ເຫັນວ່າ ການຄ້າຢາເສບຕິດໃນເຂດລຸ່ມແມ່ນໍ້າຂອງໄດ້ຂະຫຍາຍເປັນເຄືອຂ່າຍຂະໜາດໃຫຍ່ຂຶ້ນນັບມື້ ແລະ ຍາກທີ່ຈະປາບປາມໃຫ້ໝົດໄປໄດ້ຢ່າງສິ້ນ​ເຊີ​ງ ຈຶ່ງເຮັດໃຫ້ຈະຕ້ອງເສີມສ້າງການຮ່ວມມືກັນ ໃຫ້ໄດ້ຢ່າງ​ເປັນ​ຮູບ​ປະ​ທຳ ໃນນີ້ລວມເຖິງການຮ່ວມມື ເພື່ອ​ການ​ປາບ​ປາມ ແລະທຳ​ລາຍ​ແຫລ່ງ​ຜະ​ລິດ​ຢາ​ເສບ​ຕິດ​ທຸກ​ແຫ່ງ ທີ່​ຢູ່​ໃນ​ເຂດລຸ່ມ​ແມ່​ນ້ຳ​ຂອງ​ອີກ​ດ້ວຍ ດັ່ງທີ່ພົນເອກວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມ​ສະ​ຫງົບໃຫ້​ການ​ຢືນ​ຢັນ​ວ່າ:
“ພວກເຮົຮູ້ບ່ອນ​ຢາທີ່ມັນຜະລິດອອກ​ມານີ້ ແຕ່ວ່າ ເຮົາຊິເຮັດ​ແນວ​ໃດໄດ້ ປະເທດເພື່ອນ​ບ້ານໃກ້ຄຽງເຮົາ​ໜີ້​ແຫລະ ເຮົາ​ເວົ້າ​ນຳ​ເຂົາບໍ່​ໄດ້​ເດ່ ເຂົາບໍ່ມີລັດຖະບານ ເຂົາເປັນເຂດພິເສດ ເຂດ​ເອ​ກະ​ລ​າດ ​ແລະມັນ ຈ້າງ​ຄົນຜູ້​ນຶ່ງຫັ້ນ​ໃຫ້​ເອົາ​ໄປ​ຂາຍ ຖ້າເຈົ້າຖືກຕຳຫຼວດຈັບຂອງ​ເຈົ້າ​ກະ​ຢ່າ ຂ້ອຍບໍ່ເອົາເງິນ, ບໍ່​ເອົາ​ໂທດ ເຈົ້າ. ໃຫ້ເຈົ້າມາເອົາໃໝ່ໄປຂາຍໃໝ່, ມັນເວົ້າ​ແນວນັ້ນ. ດັ່ງ​ນັ້ນ ເຂົາກະ​ມາ​ເຮັດອີກ ມັນເປັນແນວນັ້ນຫັ້ນ ແຫລະ. ບັດນີ້ຊາຍແດນ 200-300 ກິໂລແມັດ ຕຳຫລວດເທົ່າໃດຊິ​ໄປ​ຢາຍ​ກຳ​ລັງ​ໄດ້ ທັງ​ຄືນ ທັງ​ເວັນ ມັນ​ກະ​ຫາບໍ່​ເຫັນ. ວິ​ທີ​ເຂົາ​ລັກ​ມັນ​ກະ​ເກັ່ງ ບໍ່​ວ່າ​ແຕ່​ປະ​ເທດ​ເຮົາ ປະ​ເທດ​ໃກ້​ຄຽງເຂົາກະ​ຫຍຸ້ງ​ຍາກຄື​ກັນ ແລ້ວ​ກະ​ລວມທັງ​ໝົດທົ່ວໂລກ. ບັນຫານີ້ຍັງບໍ່ຢຸດເຊົາ."

ໃນປີ 2022 ທີ່ຜ່ານມາຕຳຫຼວດລາວສາມາດປາບປາມການຄ້າຢາເສບຕິດ ໄດ້ 4,707 ຄະດີ ຈັບກຸມ ຜູ້ຕ້ອງຫາໄດ້ 6,873 ຄົນ, ຍຶດຢາບ້າກັບຢາໄອຊ໌ໄດ້ກວ່າ 17 ໂຕນ, ເຮໂຣອິນ 175 ກິໂລ, ຝິ່ນ 250 ກິໂລ, ກັນຊາຫລາຍກວ່າ 13,966 ກິໂລ, ຍານພາຫະນະ-ອາວຸດ ແລະອຸປະກອນສື່ສານທີ່ທັນສະໄໝ ຫຼາຍກວ່າ 2 ໝື່ນລາຍການ. ສ່ວນຄະນະກຳມະການປ້ອງ​ກັນ ແລະປາບ​ປາມຢາເສບຕິດແຫ່ງຊາດໄທ ປະ​ເມີນ​ວ່າ ການລັກລອບຄ້າຢາເສບຕິດໃນເຂດລຸ່ມແມ່ນໍ້າຂອງທີ່ເພີ່ມຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນຢູ່ເຂດສາມຫຼ່ຽມຄຳນັ້ນ ມີການຜະລິດຢາເສບຕິດທີ່ຄິດເປັນມູນຄ່າຫຼາຍກວ່າ 1​ ແສນລ້ານໂດລາ ໃນແຕ່ ລະປີ. ໂດຍການຜະລິດຢາບ້າມີຕົ້ນທຶນພຽງເມັດລະ 50 ສະຕາງເທົ່ານັ້ນ ແລະເມື່ອສົມທົບກັບຄ່າຂົນສົ່ງ ກໍຕໍ່າອີກ ທັງຍັງມີການຂາຍຢາເສບ​ຕິດໂດຍຜ່ານລະບົບ ສັງຄົມອອນໄລນ໌ອີກດ້ວຍແລ້ວ ກໍຍິ່ງເຮັດໃຫ້ມີ ການຜະລິດຢາບ້າ ແລະຢາໄອສ໌ເພີ່ມຂຶ້ນ​ອີກ​ດ້ວຍ ຊຶ່ງ​ທາງ​ການ​ໄທ​ຄາດ​ວ່າ ຈະ​ຍຶດ​ຊັນ​ສິນນັກ​ຄ້າຢາ ເສບຕິດໄດ້​ເຖິງ 1​00 ຕື້ບາດ ໃນປີ 2023 ນີ້.

XS
SM
MD
LG