ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໜີ້ສິນ ຂອງ ກຳມະກອນໄທ ທີ່ເພີ້ມຂຶ້ນ ສົ່ງຜົນກະທົບ ຕໍ່ເສດຖະກິດ ຂອງປະເທດ


ກຳມະກອນ ກຳລັງປ່ຽນກະເບື້ອງ ຫຼັງຄາໃໝ່ ຂອງອາຄານ ແຫ່ງນື່ງ ທ່າມກາງແດດຮ້ອນ ຢູ່ໃນບາງກອກ.
ກຳມະກອນ ກຳລັງປ່ຽນກະເບື້ອງ ຫຼັງຄາໃໝ່ ຂອງອາຄານ ແຫ່ງນື່ງ ທ່າມກາງແດດຮ້ອນ ຢູ່ໃນບາງກອກ.
ຢູ່​ໃນປະ​ເທດ​ໄທ ​ ​ມີ​ຮ່ອງ​ຮອຍຫຼາຍດ້ານ ທີ່​ຊີ້​ໃຫ້​ເຫັນບັນຫາ
ທາງການ​ເມືອງ​ຂອງ​ໄທ ອັນຍືດ​ເຍື້ອ​ໂດຍ​ບໍ່​ມີ​ທາງ​ອອກ​ນັ້ນ
ສົ່ງ​ຜົນ​ກະທົບ​ ຕໍ່​ເສດຖະກິດ ຂອງພົນລະ​ເຮືອນໂດຍ​ທົ່ວ​ໄປ
ຢ່າງ​ໃດ​ນັ້ນ ຜູ້​ສື່​ຂ່າວ ວີ​ໂອ​ເອ Ron Corben ມີ​ລາຍ​ງານ​ຈາກ
ບາງກອກ ​ເຖິງ​ການ ສຳຫຼວດ ຂອງ​ມະຫາວິທະຍາໄລ​ ກ່ຽວ​ກັບ
ລະດັບໜີ້​ສິນ ​ທີ່​ເພີ້​ມຂຶ້ນ ຂອງ​ບັນດາພະນັກງານ​ ທີ່​ໄດ້​ຮັບ​ຄ່າ​
ຈ້າງ​ຕ່ຳ ຊຶ່ງ ​ໄຊ​ຈະ​ເຣີນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ການສຳຫຼວດຂອງ ມະຫາວິທະຍາໄລ ຫໍການຄ້າໄທ ພົບວ່າ ຫຼາຍ
ກວ່າ 90 ເປີເຊັນຂອງບັນດາກຳມະກອນ ທີ່ມີລາຍໄດ້ ຕ່ຳກວ່າ
500 ໂດລາ ຕໍ່ເດືອນແມ່ນມີໜີ້ສິນເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງມີ​ຢູ່​
ເລື້ອຍໆ​ ທີ່​ເຂົ​າ​ເຈົ້າ ຕ້ອງ​ໄດ້ຫາກູ້ຢືມເງິນ ເພື່ອມາໃຊ້ຈ່າຍໃນການ​ຊື້​ສິ່ງ​ຂອງພຶ້ນຖານ ທີ່​ຈຳ​
ເປັນ​ສຳຫລັບ ການດຳລົງ​ຊີວິດຢູ່​ ໃນແຕ່ລະວັນ.

ບັນດານັກເສດຖະສາດຂອງມະຫາວິທະຍາໄລດັ່ງກ່າວ ​ເວົ້າວ່າ ລະດັບການກູ້ຢືມນອກລະ
ບົບທະນາຄານ ທີ່ກຳມະກອນທັງຫຼາຍ ຖືກ​ບີບ​ບັງຄັບ​ໃຫ້​ເຮັດນັ້ນ ແມ່ນເພີ້ມຂຶ້ນສູ່ລະດັບ
ສູງທີ່ສຸດໃນຮອບ 6 ປີຜ່ານມາ. ບົດສຳຫຼວດ ລາຍງານວ່າ ໜີ້ສິນຂອງຄອບຄົວຊາວໄທ
ໃນ​ເວລານີ້ ​ແມ່ນ​ມີ​ຈຳນວນ​ເທົ່າ​ກັບ ຫຼາຍກວ່າ 80 ​ເປີ​ເຊັນ ຂອງຜົນຜະລິດຮວມ​ແຫ່ງຊາດ
ຂອງ​ໄທ ຊຶ່ງ​ເພີ້​ມຂຶ້ນຈາກ​ ພຽງ​ແຕ່ 50 ເປີ​ເຊັນປາຍ ​ໃນ​ປີ 2008.

ນັກເສດຖະສາດ​ໄທ​ຂັ້ນອາວຸໂສ ປະຈຳທະນາຄານພັດທະນາເອເຊຍ ທ່ານນາງ ລັກສະ​ມົນ
ອັດ​ຖາ​ພິດ ກ່າວວ່າ ອັດຕາໜີ້ສິນທີ່ສູງ ໄດ້ສົ່ງຜົນກະທົບ ຕໍ່ການບໍລິໂພກ ທີ່ບ່ອນທຳລາຍ
ການ​ເຕີບ​ໂ​ຕຂອງ ເສດຖະກິດ.

ທ່ານນາງ ລັກສະ​ມົນ ​ເວົ້າ​ວ່າ: ຍ້ອນໜີ້ສິນທີ່ສູງນີ້ ມັນໝາຍຄວາມວ່າ ຄອບຄົວຕ້ອງ​
ເອົາ​ເງິນ​ໄປ​ໃຊ້ໜີ້
ແລະລາຍຮັບສ່ວນນັ້ນ ກໍບໍ່ສາມາດໃຊ້ຈ່າຍ ສຳຫລັບການບໍລິ
ໂພກອຸປະ​ໂພ​ກ​ໄດ້
. ຖ້າວ່າ​ເຮົາເບິ່ງອັດຕາຂອງ ການ​ກູ້​ຢືມ​ເງິນ ​ເພື່ອ​ເອົາ​ໄປໃຊ້ໜີ້
ສິນຂອງຄອບຄົວນັ້ນ ເຮົາຈະເຫັນໄດ້ ວ່າ
ມັນເພີ້ມຂຶ້ນໜ້ອຍນຶ່ງ ຊຶ່ງໝາຍຄວາມວ່າ
ບັນດາຄອບຄົວທີ່
ມີໜີ້ສິນ ພາກັນ​ໃຊ້ໜີ້ຂອງ​ເຂົາ​ເຈົ້າ. ແຕ່ວ່າມັນຈະສົ່ງ ຜົນກະທົບ
ຕໍ່ການບໍລິໂພກ
ຂອງຄອບຄົວ ໃນປີ 2014 ດັ່ງທີ່ມັນໄດ້ມີ ຜົນກະທົບມາແລ້ວ ໃນ
ປີ
2013.”

ກຳມະກອນໄທທັງຫຼາຍ ຍັງມີຄວາມກັງວົນກັບບັນຫາ​ອື່ນໆ​ ອີກ ເຊັ່ນການສູນເສຍວຽກງານ
ຄ່າຄອງຊີບທີ່ສູງຂຶ້ນ ແລະ ຄວາມບໍ່ແນ່ນອນ ທາງການເມືອງ ທີ່ຍັງ​ສືບຕໍ່ມາ ​ແລະ ເປັນສາ
ເຫດເຮັດໃຫ້ນັກລົງທຶນ ຕ່າງປະ​ເທດຈຳນວນ​ນຶ່ງ ໄດ້ໂຈະການລົງທຶນໄວ້. ບັນດາ ນັກເສດ
ຖະສາດກ່າວວ່າ ເສດຖະກິດ ທີ່​ຊັກຊ້າລົງຂອງໄທ ຊຶ່ງ​ຄາດຄະເນກັນ​ວ່າ ຈະມີການຂະຫຍາຍ
ຕົວຕ່ຳກວ່າ 3 ເປີເຊັນ​ເລັກ​ນ້ອຍ ​ໃນປີນີ້ ອາດສາມາດເຮັດໃຫ້ມີຄົນຕົກ​ງານ ​ເຖິງ 600,000
ຄົນ ອັນຈະເປັນຕົວ ເລກທີ່ສູງສຸດ ໃນຮອບ​ນຶ່ງທົດສະວັດ ຫລື 10 ປີ.

ບັນຫາທາງການເມືອງຂອງໄທ ທີ່ຕົກ​ຢູ່ສະພາບບໍ່​ໄປ​ບໍ່ມາ ເປັນເວລາ ຫຼາຍເດືອນ​ແລ້ວ​
ນັ້ນ ຍັງບໍ່ສະ​ແດງ​ຮ່ອງຮອຍວ່າ ຈະມີຄວາມຄືບໜ້າເລີຍ ແລະ ລັດຖະບານຮັກສາການ
ກໍ​ບໍ່​ມີອຳນາດ ທີ່ຈະວາງ​ນະ​ໂຍບາຍເສດ ຖະກິດ.

ໃນການຕອບສະໜອງ ຕໍ່ບັນຫາດັ່ງກ່າວ ບັນດາກຸ່ມນັກທຸລະກິດ ທີ່ມີອິດທິພົນ ເຊັ່ນສະພາ
ການຄ້າໄທ ແລະ ຫໍການຄ້າແຫ່ງປະເທດໄທ ໄດ້ອອກສຽງສົມທົບ ກັບ​ຄຳຮຽກຮ້ອງໃຫ້
ປະ​ເທດ​ຊາດ ຫັນກັບຄືນສູ່ ລະບອບປະຊາທິປະໄຕ ​ແບບ​ມີສະພາແຫ່ງຊາດ ທ່າມກາງ
ສະພາບການ ດ້ານ​ເສດຖະກິດທີ່​ມືດ​ມົວ.

Chris Baker ນັກປະພັນແລະນັກ​ວິຈານ​ ກ່ຽວ​ກັບທຸລະກິດໄທ ກ່າວວ່າ ເສດຖະກິດທີ່
ຊົບເຊົາລົງ ກຳລັງກະຕຸ້ນໃຫ້ທັງ​ສອງ​ຝ່າຍ ການເມືອງ ກ້າວ​ໄປ​ສູ່​ການເຈລະຈາກັນ.

ທ່ານ Chris Baker ເວົ້າວ່າ ການ​ເຄື່ອນ​ໄຫວຂອງທຸກຝ່າຍ ແບບ ເປັນການທົດ
ລອງ ໃນເດືອນແລ້ວນີ້
ໄປ​ສູ່​ການຫັນໜ້າເຂົ້າມາເຈລະ ຈາກັນ ​ແມ່ນ​ໄດ້​ຖືກ​ຜັກ​ດັນ​
ຢູ່ເບື້ອງຫຼັງ
​ໂດຍ​ປະຊາ​ຄົມທຸລະກິດ ທີ່ເຫັນ​ໄດ້​ແຈ້ງວ່າ ມີ​ຄວາມ​ວິຕົກ​ກັງວົນນຳ​
ຮ່ອງຮອຍ​ຂອງ​ສິ່ງທີ່ໄດ້ເກີດຂຶ້ນ
ໃນໄຕມາດທຳອິດ ແລະ ຊ່ອງ​ທາງ​ທີ່​ວ່າ​ ມັນຈະ
ຮ້າຍແຮງຂຶ້ນ​ອີກ​ນັ້ນ
. ສະນັ້ນ ຂ້າພະເຈົ້າຄິດວ່າ ແມ່ນ​ແລ້ວ ເສດຖະກິດ​ໄດ້ກາຍມາ
ເປັນ​ປັດ​ໃຈ​ທີ່ສຳຄັນຫຼາຍ ​ໃນ​ບັນຫາ​ນີ້
.”

ທະນາຄານກາງຂອງໄທ ກ່າວວ່າ ຄວາມບໍ່ແນ່ນອນທາງການເມືອງທີ່ ໄດ້ຍື້ດເຍື້ອມາ ໄດ້​
ມີສ່ວນ​ເຮັດ​ໃຫ້ ການບໍລິໂພກພາຍໃນປະ​ເທດຕົກ ຕ່ຳລົງລວມກັບການລົງທຶນ ແລະ ການ
ທ່ອງທ່ຽວ ທີ່ບໍ່ມີການຂະຫຍາຍ ຕົວ ໃນຊ່ວງ 2 ເດືອນຕົ້ນປີ 2014 ນີ້. ທ່ານນາງ ລັກສະ​ມົນ
ອັດ​ຖາ​ພິດ ຈາກທະນະ​ຄານ​ພັດທະນາ​ເອ​ເຊຍ ກໍກ່າວ​ວ່າ ສະພາບ​ການ​ ຈຶ້ງ​ທ່າໃສ່​ກັນທາງ
ການ​ເມືອງ ໄດ້ສົ່ງ​ຜົນ​ກະທົບ ​ອັນກວ້າງຂວາງ ຕໍ່​ເສດ​ຖະກິດ.

ທ່ານນາງ ລັກສະ​ມົນ ​ເວົ້າ​ວ່າ: ສະພາບການ​ທີ່ໃຫຍ່ກ່ວານັ້ນ ກໍຍັງຄືເກົ່າຄື...
ການ
ບໍລິໂພກພາຍໃນປະເທດ ແມ່ນຈະບໍ່ມີການຂະຫຍາຍຕົວໃນປີນີ້. ການລົງທຶນ
ພາຍໃນ ກະເບິ່ງບໍ່ດີຄືກັນ ຍ້ອນວ່າບັນດານັກລົງ ທຶນ ກຳລັງໃຊ້ວິທີການລໍຖ້າ
ເບິ່ງຈັງວະຫລື​ບໍ່ ກໍຍ້ອນວ່າບໍ່ມີການ ເຄື່ອນໄຫວໃດໆເກີດຂຶ້ນ. ສະນັ້ນ ພວກເຮົາ
ຈຶ່ງ​ເວົ້າວ່າ ການສົ່ງອອກຈະເປັນພະເອກ ຊ່ວຍ​ເສດຖະກິດ ​ສຳ​ຫລັບປີນີ້. ​ແຕ່ວ່າ
ສະ
ຫລຸບແລ້ວ ການຂະຫຍາຍຕົວຂອງເສດຖະກິດ ແມ່ນຈະຕ່ຳກວ່າ 3 ​ເປີເຊັນ.
ນັ້ນ​ແມ່ນ
ແນ່ນອນທີ່ສຸດ ສຳຫລັບປະເທດໄທໃນປີນີ້.”

ບັນດານັກ​ເສດຖະສາດ​ຂອງ ມະ​ຫາ​ວິທະຍາ​ໄລ ຫໍ​ການ​ຄ້າ​ໄທ ຍັງ​ໄດ້​ເຕືອນ​ວ່າ ຖ້າຫາກ​
ການ​ຂັດ​ແຍ້​ງທາງ​ການ​ເມືອງ​ ຍັງ​ຍືດ​ເຍື້ອຕໍ່​ໄປ ຮອດ​ຊ່ວງ​ 6 ​ເດືອນທີ​ສອງ​ຂອງ​ປີ ກໍຈະ​ມີ
ຫຼາຍຄົນຕື່ມ​ອີກ ​ຕ້ອງ​ປະ​ເຊີນ​ກັບ​ ຄວາ​ມຫຍຸ້ງຍາກ​ແບບ​ເກົ່າ ໂດຍ​ທີ່ພວກທຸລະກິດ ຈຳນວນ
​ນຶ່ງ​ກໍ​ໄດ້ຕັດ​ ເວ​ລາ​ເຮັດ​ວຽກ​ລົງ​ແລ້​ວ.

ອົງການ​ຈັດ​ລະດັບ​ຄະ​ແນນສາກົນ Moody’s Investors Services ​ໄດ້​ເຕືອນ​ເມື່ອ​ບໍ່​
ດົນ​ມາ​ນີ້ ວ່າ ການດຳ​ເນີນ​ສືບ​ຕໍ່ໄປ ຫຼື ການ​ທະວີຮຸນ​ແຮງ​ຂຶ້ນ ຂອງຄວາມ​ວຸ້ນວາຍ​ທາງ​
ການເມືອງນັ້ນ ຈະ​ເຮັດ​ໃຫ້ຄະແນນ​ຄວາມ​ໜ້າ​ເຊື່ອ​ຖື​ ໃນການ​ກູ້​ຢືມ​ເງິນ​ ຂອງປະ​ເທດ​ໄທ
ຕົກ​ຕ່ຳ​ລົງ ຊຶ່ງ​ໝາຍເຖິງ ອັດຕາດອກ​ເບີ້​ຍ ທີ່​ສູງ​ຂຶ້ນສຳລັບ ​ການກູ້​ຢືມເງິນ ຂອງລັດຖະບານ.
XS
SM
MD
LG