ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນໄທ ຜິດຫວັງ ທີ່ພະມະຫາກະສັດ ບໍ່ໄດ້ຊົງ ປາກົດອົງ ຕໍ່ສາທາລະນະຊົນ ໃນວັນປະສູດ ປີນີ້


Thai King Cancels Appearance At 87th Birthday Celebration
please wait

No media source currently available

0:00 0:02:36 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

​ໃນ​ລະຍະ​ເວລາ​ດົນ​ກວ່າ 8 ທົດ​ສະ​ວັດ​ຜ່ານ​ມາ ​ໄທ​ໄດ້​ມີ​ລັດຖະ
ທຳ​ມະນູນ ຫຼື​ທຳມະ​ນູນຊົ່ວຄາວ 16 ສະບັບ ​ແລະປົກຄອງ​ໂດຍນາຍົກ ລັດຖະມົນຕີ ​30 ກວ່າຄົນ​ ​ແລະ​ໄດ້​ເຫັນ​ການ​ກໍ່​ລັດຖະປະຫານ​ໂດຍ​ພວກ​ທະຫານ ຢ່າງ​ສຳ​ເລັດ​ຜົນ​ມາ 10 ຄັ້ງ ​ແຕ່ໄດ້​ມີ​ກະສັດ​ພຽງ​ແຕ່​ອົງ​ດຽວ ກໍ​ຄື ກະສັດ ພູມີ​ພົນ ອະດຸ​ນຍະ​ເດດ. ເມື່ອ​ວັນ​ສຸກອາທິດ​ແລ້ວນີ້ ລາດຊະ​ອານາຈັກ​ໄທ ​ໄດ້​ສະ​ເຫລີ​ມສະຫລອງ ວັນ​ປະ​ສູດ​ຄົບຮອບ 87 ພັນ​ສາ ຂອງພ​ະເຈົ້າ​ຢູ່​ຫົວ ​ແຕ່​ພິທີ​ຢ່າງ​ເປັນ​ທາງ​ການ​ທີ່​ມີ​ໝາຍ​ກຳນົດ​ໄວ້ ​ໄດ້​ຖືກ​ລົບ​ລ້າງ​ໄປ​ໃນ​ນາທີ​ສຸດ​ທ້າຍ. ສິງ​ມີລາຍງານ​ຂອງ Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອ ທີ່​ບາງກອກ ມາສະ​ເໜີ​ທ່ານ.

ວັນ​ປະ​ສູດ​ຂອງ​ກະສັດ​ພູມີ​ພົນ ​ວັນ​ທີ 5 ທັນວານັ້ນ ​ໂດຍ​ປົກກະຕິ​ແລ້ວ ແມ່ນ​ເປັນ​ໂອກາດ​ສຳລັບ​ການສະ​ເຫລີ​ມສະຫຼອງ ​ແລະ​ຂະ​ບວນ​ແຫ່​ຢ່າງ​ຄຶກຄື້ນ ​ແຕ່​ຄວາມ​ມ່ວນ​ຊື່ນ​ປິ​ຕິ​ຍິນ​ດີ​ໃນ​ປີ​ນີ້ ​ແມ່ນ​ປະ​ປົນ​ໄປ​ດ້ວຍ​ຄວາມກັງວົນ​ໃຈ ​ເພາະວ່າ ເວລາ​ນີ້​ ໄທ​ຢູ່​ພາຍ​ໃຕ້​ກົດໄອ​ຍະ​ການ​ເສິກ ​ແລະ​ປົກຄອງ​ໂດຍ​ລັດຖະບານ​ທີ່​ແຕ່ງ​ຕັ້ງ​ໂດຍ​ພວກ​ທະຫານ.

​ນອກ​ນັ້ນແລ້ວ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ກາ​ນອອກ​ມາ​ປາກົດ​ອົງ ຂອງ​ບັນດາ​ສະມາຊິກລາດ​ຊະ​ວົງ ​ແລະ​ການ​ໃຫ້​ພະລາດ​ຊະ​ໂອວາດ ​ຂອງ​ກະສັດ​ນັ້ນ ພະລາດຊະ​ວັງກໍ​ໄດ້​ອອກຖະ​ແຫຼ​ງການ​ສະ​ບັນ​ນຶ່ງ​ ປະກາດ​ໃຫ້​ຮູ້​ວ່າ ກະ​ສັດ​ພູມີ​ພົນ ຈະ​ບໍ່ຊົງອອກ​ມາ​ປາກົດໂຕ.

​ໂທລະພາບ​ຊ່ອງ 3 ຂອງໄທ ປະກາດວ່າ “ທີ​ມນາຍ​ແພດ​ຈຸ​ນຶ່ງ​ທີ່ກຳກັບ​ນຳ​ການ​ຖະຫວາຍ​ການປິ່ນປົວແກ່​ພະ​ມະຫາ​ກະສັດ ຫຼັງ​ຈາກ​ກວດ​ສອບ​ເບິ່ງ​ພະລະ​ນາ​ໄມຂອງພະ​ອົງ ​ໃນ​ວັນ​ເສົາ​ວັນ​ທີ 4 ທັນວາ ​ແລ້ວ​ນັ້ນ ພາກັນລົງ​ຄວາມ​ເຫັນ​ວ່າ ພະ​ອົງ​ຈະ​ບໍ່​ສາມາດ​ປະກອບ​ ພະລາດຊະ​ກໍລະນີ​ຍະກິດ​ຂອງ​ພະ​ອົງ​ໄດ້. ດັ່ງ​ນີ້ ພວກ​ນາຍ​ແພດ ຈຶ່ງ​ຖະຫວາຍ​ຄຳ​ແນະນຳໃຫ້​ ພະ​ອົງຊົງ​ລົບ​ລ້າງ​ພິທີ​ດັ່ງກ່າວ​ນັ້ນ.“

ບັນຫາ​ດ້ານ​ພະລະ​ນາ​ໄມ​ຄັ້ງ​ຫຼ້າ​ສຸດ​ຂອງ​ພະ​ອົງ ມີ​ຂຶ້ນ​ຫວ່າງ​ສອງ​ເດືອນ​ຜ່ານ​ມາ ​ເວລາ​ພະ​ອົງ​ຊົງ​ໄດ້ຮັບ​ການຜ່າຕັດ​ເອົາ​ຖົງ​ນ້ຳບີ​ອອກ.

ທ້າວ ປັນຍາ ກຸນ​ຊັງ ຄົນ​ຂັບ​ລົດ​ຕຸ໊ກໆ ກ່າວ​ວ່າ:

“ສິ່ງດີໆ​ທັງ​ໝົດ​ທີ່​ພະ​ອົງ​ຊົງ​ໄດ້​ພະລາດ​ຊະ​ທານໄວ້ ​ແມ່ນ​ຝັງ​ແໜ້ນ​ຢູ່​ໃນ​ຈິດ​ໃນ​ໃຈຂອງ​ພວກ​ເຮົາ. ​ເຖິງ​ແມ່ນ​ພະອົງບໍ່​ສາມາດ​ອອກ​ມາກ່າວ​ປາ​ໄສ​ຕໍ່​ປະຊາຊົນ​ໄທ​ໃນ​ມື້​ນີ້ໄດ້​ກໍ​ຕາມ ​ແຕ່​ພວກ​ເຮົາ​ຍັງເທີ​ດທູນ​ບູຊາ​ກະສັດ​ຂອງ​ພວກ​ເຮົາ​ຢູ່.”

ນາງ Alice Onlamai ຜູ້​ຈັດການ​ອາຄານ​ຫຼັງ​ນຶ່ງ ກ່າວ​ວ່າ “ພະ​ອົງຊົງ ມີ​ຄວາມ​ໝາຍ​ຫຼາຍ​ທີ່​ສຸດ ຕໍ່​ປະຊາຊົນ​ໄທ ​ເພາະວ່າພະ​ອົງ​ໄດ້​ຊົງຮັກສາ ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ​ໃຫ້​ຢູ່​ເຢັນ​ເປັນ​ສຸກ ​ແລະ​ພະ​ອົງກໍ​ຈະ​ຊົງສືບ​ຕໍ່​ເຮັດ​ໃຫ້​ປະ​ເທດ​ມີ​ຄວາມ​ສະຫງົບສຸກ​ຕະຫຼອດ​ໄປ.”

​ເຖິງ​ແມ່ນ​ປະຊາຊົນ​ໄທ​ຈະ​ຈົງ​ຮັກ​ພັກດີ​ແລະ​ເທີ​ດທູນ​ພະ​ມະຫາ​ກະສັດ ຄ້າຍຄື​ກັນ​ກັບ​ເທບພະ​ເຈົ້າ​ອົງ​ນຶ່ງກໍ​ຕາມ ​ແຕ່ເຂົາ​ເຈົ້າ​ກໍ​ຮູ້ຈັກ​ດີ​ວ່າ ພະ​ອົງ​ກໍ​ບໍ່​ສາມາດຢູ່​ຕໍ່​ໄປ​ໄດ້​ຕະຫຼອດ​ໄປ. ​ແຕ່​ຄວາມ​ແນ່ນອນທີ່​ຈະ​ເກີດ​ຂຶ້ນ​ໃນ​ບັ້ນ​ສຸດ​ທ້າຍ​ນັ້ນ ກໍ​ແມ່ນຈະ​ສ້າງ​ຄວາມ​ເຈັບ​ປວດ​ຢ່າງ​ສາຫັດ ​ໃຫ້​ແກ່​ປະຊາຊົນ​ຫຼາຍ​ຄົນ ​ແລະ​ຈະ​ເປັນ​ການ​ທ້າ​ທາຍສຳລັບເຊື້ອ​ພະ​ວົງ​ລຸ້ນຕໍ່​ໄປ ​ໂດຍ​ສະ​ເພາະ​ອົງ​ມົງກຸດ ​ເຈົ້າຟ້າ​ຊາຍ ວະຊິຣາລົງ​ກອນ ທີ່ຍັງບໍ່ ໄດ້​ຮັບຄວາມ​ເຄົາລົບ​ນັບຖື ​ໃນ​ລະດັບ​ດຽວ​ກັນ​ກັບ​ພະ​ບິດາ​ເທື່ອ​ນັ້ນ.

ສາດສະດາຈານ Allen Hicken ທີ່​ມະຫາວິທະຍາ​ໄລ​ລັດ Michigan

ກ່າວ​ວ່າ: “​ເວລາ​ໃດ​ທີ່​ພະ​ອົງ​ຊົງ​ສະຫວັນ​ນະ​ຄົດ​ໄປ​ແລ້ວ ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ຈະ​ເປັນ​ເລື່ອງ​ທີ່​ໜ້າ​ສົນ​ໃຈ​ ທີ່​ຈະ​ໄດ້​ເຫັນ​ວ່າ ພວກ​ລູກ​ເຕົ້າ​ຂອງ​ພະ​ອົງ​ຈະ​ເຮັດ​ແນວ​ໃດ ​ເວລາ​ບໍ່​ມີ​ອິດ​ທິພົນ​ທີ່​ສ້າງ​ຄວາມ​ທຸ່ນ​ທ່ຽງ​ແລ້ວ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ຈະ​ເປັນ​ໄລຍະ​ຂ້າມ​ຜ່ານ​ທີ່​ຫຍຸ້ງຍາກ​ທີ່​ສຸດ​ຢ່າງ​ແນ່ນອນ ບໍ່​ວ່າ​ໃນ​ທາງ​ຈິດຕະວິທະຍາ ທາງ​ການ​ເມືອງ ​ແລະ​ໃນ​ທຸກໆ​ດ້ານ.”

ການສັນນິຖານ​ກັນ ກ່ຽວ​ກັບ​ວ່າ​ການ​ຂຶ້ນ​ແທນ​ພະລາດຊະ​ບັນລັງ​ ຈະ​ດຳ​ເນີນ​ໄປຢ່າງ​ລາບ​ລື້​ນປານ​ໃດ​ນັ້ນ ບໍ່​ແມ່ນ​ເລື່ອງທີ່​ຈະນຳ​ມາ​ໂອ້​ລົມ​ກັນ​ຢ່າງ​ເປີດ​ກວ້າງ​ໄດ້​ ຢູ່​ໃນ​ໄທ. ການໂອ້​ລົມ​ກັນ​ເລື້ອງ​ນີ້ ​ເປັນ​ການ​ສ່ຽງ​ຕໍ່​ການດູໝິ່ນ​ລາດ​ຊະ​ວົງ ພາຍ​ໃຕ້​ກົດໝາຍ​ໝິ່ນ​ປະໝາດ​ກະສັດທີ່​ເຂັ້ມ​ງວດ​ຂອງ​ໄທ​ນັ້ນ.

Thailand's ailing King Bhumibol Adulyadej has canceled plans to hold an audience to mark his 87th birthday on the advice of his doctors.

The cancelation Friday disappointed thousands of devotees who camped outside Bangkok's Siriraj Hospital in hopes of catching a glimpse of the world's longest ruling monarch.

The king's birthday, also celebrated as Father's Day in Thailand, is a national holiday.

The appearance being called off will fuel mounting concern over the health of King Bhumibol, a god-like figure for many and widely seen as a unifying figure through years of political unrest.

It also comes at a sensitive time for the Southeast Asian nation, six months after the army took over in a coup and amid a widening corruption investigation that has led to the arrest of relatives of Princess Srirasmi, the wife of the Crown Prince.

King Bhumibol was admitted to Bangkok's Siriraj Hospital in October and underwent an operation to remove his gallbladder.

“A team of royal physicians... agreed that he is not ready to grant a royal audience and therefore doctors have recommended he cancel royal activities,” the Royal Household Bureau said in a statement.

The king last appeared in public in November.

Thousands gathered at the hospital after hearing the news, with most wearing yellow, a color associated with the monarchy. Some shouted “long live the king” and waved yellow flags while others held portraits.

“It doesn't matter whether he appears in public or not,” said Thepwitoon Chim-ngog, 37. “I'm just happy that I'm here to show my loyalty to him.”

Another well-wisher traveled to the hospital to mark the day.

“I intended to come here no matter what. I'm happy to be part of this today. This morning I was at the Grand Palace but the Royal Household said his audience is canceled so we came here,” 57-year old Kanchana Malaiporn from the northern Lampang province said.

King Bhumibol's health and anxiety over the succession have formed part of the backdrop to a complex crisis driven by Thailand's rival business and political elite.

King Bhumibol, also known as Rama IX, carries considerable moral weight in Thailand. The king has in the past used birthday speeches to comment on the state of the nation or, as in 2001 with then Prime Minister Thaksin Shinawatra, to criticize government leaders.

The king made several interventions in the 1970s and 1990s to call for calm during political upheaval. He was silent during the latest crisis, which began in November and culminated in the May 22 coup.

The military government of Prime Minister Prayuth Chan-ocha, a staunch royalist, has called on all Thais to wear yellow throughout December to mark the monarch's birthday.

Crown Prince Maha Vajiralongkorn, the king's only son, is expected to carry out official ceremonies to mark his father's birthday.

Material from Reuters was used in this report.

XS
SM
MD
LG