ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ນຳ ລັດຖະບານ ທະຫານໄທ ປະກາດ ຈະສືບຕໍ່ນະໂຍບາຍ ແບບບໍ່ມີການຜ່ອນຜັນ ຫຼັງຈາກຖືກຍົກລະດັບ


កីឡាករ​ប្រណាំង​រថយន្ត Kevin Magnussen ដោះ​មួក​ការពារ​ចេញ បន្ទាប់​ពី​ការ​ប្រកួត Abu Dhabi Formula One Grand Prix នៅ​ទីលាន Yas Marina ក្នុង​ក្រុង Abu Dhabi ប្រទេស​អេមីរ៉ាត​អារ៉ាប់​រួម។
កីឡាករ​ប្រណាំង​រថយន្ត Kevin Magnussen ដោះ​មួក​ការពារ​ចេញ បន្ទាប់​ពី​ការ​ប្រកួត Abu Dhabi Formula One Grand Prix នៅ​ទីលាន Yas Marina ក្នុង​ក្រុង Abu Dhabi ប្រទេស​អេមីរ៉ាត​អារ៉ាប់​រួម។

ລັດຖະບານ​ທະຫານ ​ຂອງ​ໄທ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ຕໍ່​ການ​ຍົກ​ລະດັບ​ໃນ ​ດັດຊະນີການ​ຄ້າ​ມະນຸດ​ທີ່​ໄດ້​ມີ​ການ​ຈັບ​ຕາ​ເບິ່ງ​ຢ່າງ​ໃກ້ຊິດ​ນັ້ນ.​ ຂະນະ​ດຽວ​ກັນ ​ເຈົ້າໜ້າທີ່ໃນມຽນມາ​ໄດ້​ສະ​ແດງ​ຄວາມ​ເສຍ​ໃຈຕໍ່​ການ​ທີ່​ປະ​ເທດ​ຂອງ​ພວກ​ທ່ານ ​ໄດ້ຖືກຈັດ​ເຂົ້າ​ໄວ້ໃນ​ບັນຊີ​ດຳ​ຂອງ​ລາຍ​ງານ​ປະຈຳ​ປີ​ວ່າ​ດ້ວຍ​ການ​ຄ້າ​ມະນຸດກະ ຊວງການ​ຕ່າງປະ​ເທດ​ສະຫະລັດ.

ປະ​ເທດ​ໄທ​ໄດ້​ຖື​ກ​ເລື່ອນ​ຊື່​ ຈາກ​ກຸ່ມ​ທີ 3 ຂຶ້ນມາ​ຢູ່​ໃນ​ກຸ່ມ​ທີ 2​ ຊຶ່ງ​ໝາຍ​ຄວາມ​ວ່າ ​ໄທຍັງບໍ່ໄດ້​ປະຕິບັດ​ຕາມຢ່າງ​ຄົບ​ຖ້ວນ​ມາດຕະຖານ​ຂັ້ນຕ່ຳ​ສຸດ​ເພື່ອ​ລຶບລ້າງ​ການ ​ຄ້າມະນຸດແຕ່​ກໍ​ໄດ້​ພະຍາຍາມ​ປັບປຸງ​ໃຫ້​ດີ​ຂຶ້ນຢ່າງ​ຫຼວງຫຼາຍຈາກ​ປີ​ກາຍ​ ອີງ​ຕາມ ​ລາຍຂອງ​ກະຊວງ​ຕ່າງປະ​ເທດ.

ປະ​ເທດ​ໄທ ບໍ່​ວ່າ​ດ້ວຍ​ວິທີ​ໃດ​ກໍ​ຕາມ ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ພໍ​ໃຈ​ເທື່ອ ນັ້ນຄື​ຄຳ​ຖະ​ແຫລງຂອງ​ກະຊວງ​ການ​ຕ່າງປະ​ເທດ​ໄທ.​ ພວກ​ເຮົາ​ຍັງ​ຈະ​ເພັ່ງ​ເລັງ​ແລະ​ມີຄວາມ ​ໝາຍໝັ້ນທີ່​ຈະ​ທັບ​ມ້າງ​ການ​ຄ້າ​ມະນຸດ​ໃນ​ທຸກ​ຮູບ​ແບບ.

ພວກຄົນງານ ສະແດງທ່າທີ ໃນລະຫວ່າງເຈົ້າໜ້າທີ່ ບຸກເຂົ້າກວດຄົນ ທີ່ໂຮງງານກຸ້ງ ໂດຍເຈົ້າໜ້າທີ່ສືບສວນພິເສດ ທີ່ຈັງຫວັດສະມຸດສາຄອນ
ພວກຄົນງານ ສະແດງທ່າທີ ໃນລະຫວ່າງເຈົ້າໜ້າທີ່ ບຸກເຂົ້າກວດຄົນ ທີ່ໂຮງງານກຸ້ງ ໂດຍເຈົ້າໜ້າທີ່ສືບສວນພິເສດ ທີ່ຈັງຫວັດສະມຸດສາຄອນ

ນາຍົກລັດຖະມົນຕີ ປຣະຢຸດ ຈັນ​ໂອຊາ​ ຜູ້ນຳ​ຂອ​ງພວກ​ທະຫານ ທີ່​ປົກຄອງ​ປະ​ ​ເທດຢູ່ໃນເວລາ​ນີ້ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ນະ​ໂຍບາຍ​ທີ່​ບໍ່ມີ​ການ​ຜ່ອນ​ຜັນ​ເດັດ ຂາດຈະດຳ​ເນີນ​ຕໍ່​ໄປແລະ​ຂ້າພະ​ເຈົ້າຈະ​ເຮັດ​ໜ້າ​ທີ່​ຂອງ​ຂ້າພະ​ເຈົ້າ.

ປະ​ເທດ​ໄທ​ໄດ້​ສ້າງ​ຄວາມ​ກ້າວໜ້າ​ຢ່າງໃຫຍ່​ຫລວງ ທີ່​ພວກ​ເຮົາ​ທັງ​ໝົດຄວນ​ຈະ ​ຕົບມືໃຫ້ໃນ​ຮອບ​ປີ​ທີ​ຜ່ານ​ມາ ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Glyn Davies ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ ປະຈຳ​ປະ​ເທດ​ໄທ.​ ​ແຕ່​ແນວ​ໃດ​ກໍ​ຕາມ ບັນດາ​ອົງການ​ຈັດ ຕັ້ງຈຳນວນ​ນຶ່ງ​ ຕິຕຽນ​ການ​ຕັດສິນ​ໃຈ ​ຂອງ​ສະຫະລັດ​ ທີ່​ໄດ້​ຍ້າຍ​ໄທ​ຂຶ້ນ​ໄປ​ຢູ່​ໃນ​ ກຸ່ມທີສອງ.

ພວກ​ເຮົາ​ຮູ້ສຶກ​ເສຍ​ໃຈ​ເປັນ​ທີ່​ສຸດ ຊຶ່ງ​ໃນ​ທັດ​ສະ​ນະ​ຂອງ​ພວກ​ເຮົາ​ແລ້ວ ​ແມ່ນ​ບໍ່​ໄດ້ ​ມີການຊັ່ງຊາ​ສະຖານະ​ການທາງ​ພາກພື້ນດິນ​ຢ່າງ​ຖືກຕ້ອງ ນັ້ນຄື​ຄຳ​ເວົ້າຂອງ ນາງ JudyGearhart ຜູ້ອຳນວຍການ​ ສະພາ​ແຮງ​ງານ​ສາກົນ. ພວກ​ແຮງ ງານ​ຕາມ​ລະ ດູການຍັງ​ສືບ​ຕໍ່​ເປັນ​ກຸ່ມ​ທີ່​ຫລໍ່​ແຫລມ​ທີ່​ສຸດຢູ່​ໃນ​ປະ​ເທດ​ຕໍ່​ການ​ຄ້າ​ມະນຸດ​ແລະ​ໄທ​ກໍ​ ບໍ່ໄດ້ສະ​ແດງ​ຮ່ອງຮອຍ​ໃດໆ ​ໃຫ້​ເຫັນ​ວ່າ ຕົນ​ຕັ້ງ​ໃຈ​ ທີ່​ຈະ​ອະນຸຍາດ​ໃຫ້ ພວກ​ແຮງ ​ງານຕາມລະດູ​ການ​ໄດ້​ຮັບ​ສິດທິ​ຂັ້ນພື້ນຖານ​ເພີ້ມຂຶ້ນ ​ທີ່​ສາມາດ​ປົກ ປ້ອງ​ພວກ​ເຂົາ​ເຈົ້າຈາກ​ການ​ຄ້າ​ມະນຸດ​ໄດ້.

ປະ​ເທດ​ໄທ ​ຄວນ​ຈະ​ຢູ່​ໃນ​ບັນຊີ​ດຳ​ຕໍ່​ໄປ ​ແລະ​ມາ​ເລ​ເຊຍຊຶ່ງ​ຢູ່​ໃນ​ກຸ່ມ​ທີ​ສອງນັ້ນຄວນ ຖືກຫລຸດ​ລະດັບ​ລົງ​ໄປ​ຢູ່​ໃນ​ກຸ່ມ​ຕ່ຳ​ສຸດ ອີງ​ຕາມ​ຄຳ​ເວົ້າຂອງ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ Fortify Rights ຊຶ່ງ​ກ່າວ​ວ່າ ປະ​ເທດ​ທັງ​ສອງ​ພ້ອມ​ດ້ວຍ​ມຽນມາ ບໍ່​ໄດ້​ດຳ​ເນີນ​ການ ​ຢ່າງເປັນ​ການ​ພຽງພໍ​ເພື່ອ​ປາບ​ປາມ​ການ​ຄ້າ​ມະນຸດ​ແລະ​ປົກ​ປ້ອງ ພວກ​ທີ່​ລອດ​ຊີວິດ​ ມາໄດ້​ໃນ​ປີ​ກາຍ​ນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US SE Asia Trafficking
please wait

No media source currently available

0:00 0:01:19 0:00

XS
SM
MD
LG