ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ທະຫານໄທ ສືບຕໍ່ ໄດ້ຮັບ ອາການ ປວດຫົວ ໂດຍກຸ່ມນັກແຣັບ


ຜູ້ຊົມຄົນນຶ່ງ, ຄົນທີສອງຈາກຂວາ, ແຣັບກັບ ສະມາຊິກຂອງກຸ່ມ Rap Against Dictatorship ຢູ່ເທິງເວທີ ໃນບາງກອກ, ວັນທີ 27 ຕຸລາ 2018.
ຜູ້ຊົມຄົນນຶ່ງ, ຄົນທີສອງຈາກຂວາ, ແຣັບກັບ ສະມາຊິກຂອງກຸ່ມ Rap Against Dictatorship ຢູ່ເທິງເວທີ ໃນບາງກອກ, ວັນທີ 27 ຕຸລາ 2018.

ຜູ້ກຳກັບ ຂອງ ວີດີໂອ ແຣັບ ທີ່ນຳລົງເຜີຍແຜ່ທາງສື່ສັງຄົມ ໄດ້ຮັບຄວາມສົນໃຈເບິ່ງ
ຫຼາຍເຖິງ 10 ລ້ານເທື່ອ ທາງ YouTube ໂດຍມີເນື້ອຮ້ອງທີ່ຄັດຄ້ານຕໍ່ການປົກຄອງ
ໂດຍທະຫານໄທ ນັ້ນ ກ່າວວ່າ ພວກສິລະປິນ ຢູ່ໃນວີດີໂອ ບໍ່ມີເຈດຕະນາທີ່ຈະຫລົບລີ້
ເຈົ້າໜ້າທີ່ຕຳຫຼວດ.

ນັບຕັ້ງແຕ່ກອງທັບໄທ ນຳພາໂດຍ ທ່ານ ປຣະຍຸດ ຈັນໂອຊາ ໄດ້ຍຶດເອົາອຳນາດ ໃນ
ການກໍ່ລັດຖະປະຫານ ເມື່ອສີ່ປີກ່ອນ ແລະ ໄດ້ຫ້າມການໂຮມຊຸມນຸມດ້ານການເມືອງ
ແລ້ວ ລັດຖະບານດັ່ງກ່າວ ໄດ້ລົງໂທດຢ່າງໜັກ ຕໍ່ພວກບໍ່ເຫັນດີເຫັນພ້ອມ ໃນທຸກຮູບ
ແບບ ໂດຍການຄຸມຂັງພວກພິພາກວິຈານ ແລະ ພວກຝ່າຍຄ້ານ ຫຼາຍໆຄົນແລ້ວ.

ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ກ່າວ ໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ ທຳນຽບລັດຖະບານໃນບາງກອກ, ວັນທີ 24 ຕຸລາ 2018.
ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ກ່າວ ໃນລະຫວ່າງກອງປະຊຸມ ຖະແຫລງຂ່າວ ຢູ່ທີ່ ທຳນຽບລັດຖະບານໃນບາງກອກ, ວັນທີ 24 ຕຸລາ 2018.

ຍ້ອນສາເຫດນັ້ນ ມັນກໍເປັນສິ່ງທີ່ບໍ່ແປກໃຈເລີຍ ໃນເວລາ ທີ່ຜູ້ກຳກັບວີດີໂອ ທ່ານ
ທີຣະວັດ ຣູຈິນທຳ ແລະກຸ່ມລວມຂອງພວກນັກແຣັບຊື່ວ່າ ແຣັບຕໍ່ຕ້ານຜະເດັດການ
ຫຼື Rap Against Dictatorship ໄດ້ເລີ້ມຕົ້ນການວິພາກວິຈານຢ່າງຮຸນແຮງ ຕໍ່ລັດ
ຖະບານ ທະຫານໄທ ໂດຍການນຳອອກເຜີຍແຜ່ ວີດີໂອ ແຣັບ ທີ່ເຕັມໄປດ້ວຍຄຳ
ຍາບຄາຍ ທີ່ເອີ້ນວ່າ “ປະເທດກູມີ ຫຼື My Country Has It” ໃນວັນທີ 22 ຕຸລາ
ຜ່ານມາ.

ທ່ານ ທີຣະວັດ ໄດ້ກ່າວຕໍ່ວີໂອເອ ວ່າ ການຕອບສະໜອງໂດຍມະຫາຊົນ ຕໍ່ວີດີໂອ
ດັ່ງກ່າວ ຊຶ່ງໄດ້ຖືກເບິ່ງຫຼາຍກວ່າ 23 ລ້ານເທື່ອ ທາງ YouTube ນັ້ນ ແມ່ນເກີນ
ຄວາມຄາດໝາຍຢ່າງຫຼວງຫຼາຍ.

ທ່ານ ທີ​ຣະວັນ ກ່າວໃນການໃຫ້ສຳພາດ ທີ່ດຳເນີນໄປໂດຍຜ່ານຜູ້ແປພາສາ ໃນບາງ
ສ່ວນບາງຕອນວ່າ “ໂຄງການນີ້ ໄດ້ຮັບໃຊ້ໃນຈຸດໝາຍຂອງມັນ ແລະໃນເວລານີ້
ສະມາຊິກຂອງກຸ່ມ ນັກແຣັບແຕ່ລະຄົນ ແລະ ຂ້າພະເຈົ້າເອງ ແມ່ນພຽງຈະລໍຖ້າ
ເບິ່ງປະຕິກິລິຍາ ຈາກພວກທີ່ມີອຳນາດທັງຫຼາຍ ແລະ ລັດຖະບານ ທີ່ຈະຕິດຕໍ່ຫາ
ພວກເຮົາ.”

ອ່ານຂ່າວນີ້ຕືື່ມ ເປັນພາສາອັງກິດ

XS
SM
MD
LG