ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳທະຫານໄທ ໃຫ້ຄຳສັນຍາ ຜ່ານການສຳພາດ ວີໂອເອ ທີຍັງມີຄວາມສົງໄສ


ນາຍົກລັດຖະມົນຕິໄທ ທ່ານປຣະຍຸດ ຈັນໂອຊາ (ກາງ) ກຳລັງ ໄປເຖິງ ສຳນັກງານລັດຖະບານ ທີ່ ບາງກອກ.
ນາຍົກລັດຖະມົນຕິໄທ ທ່ານປຣະຍຸດ ຈັນໂອຊາ (ກາງ) ກຳລັງ ໄປເຖິງ ສຳນັກງານລັດຖະບານ ທີ່ ບາງກອກ.

ບັນດາ​ຜູ້​ຕິຕຽນ ລັດຖະບານ​ທະຫານ​ໄທ ສະ​ແດງ​ຄວາມສົງ​
ໄສກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ​ ທີ່​ໄດ້​ໃຫ້ໄວ້ ໂດຍຜູ້ນຳ​ທະຫານ
ລະຫວ່າງ​ການ​ໃຫ້​ສຳພາດຕໍ່ ວີ​ໂອ​ເອ. Steve Herman
ນັກຂ່າວ​ ວີ​ໂອ​ເອ ມີລາຍ​ງານເລື້ອງນີ້ ​ຈາກບາງ ກອກ ຊຶ່ງ
ກິ່ງສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ໃນການໃຫ້​ສຳພາດ​ພິ​ເສດແກ່ ວີ​ໂອ​ເອ ທີ່ນະຄອນ​ນິວຢອກບ່ອນ​ທີ່​ທ່ານ​ໄດ້​ເຂົ້າຮ່ວມກອງ
ປະຊຸມ​ສະມັດຊາ​ໃຫຍ່ ອົງການສະຫະ​ປະຊາ​ຊາດ ໃນອາທິດ​ແລ້ວ​ນີ້ ​ນາຍົກລັດຖະມົນຕີ​ໄທ ທ່ານປຣະຍຸດ ຈັນ​ໂອຊາ ຢືນຢັດ​ວ່າ ທ່ານ​ແມ່ນຜູ້ສະໜັບສະໜຸນປະຊາທິປະໄຕ ​ແລະ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ອົດທົນ.

ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ສັນໂອຊາ ກ່າວຕໍ່ ວີໂອເອ ທີ່ ນະຄອນນິວຢອກ ທີ່ 29 ເດືອນຕຸລາ, 2015.
ນາຍົກລັດຖະມົນຕີໄທ ທ່ານປຣະຍຸດ ສັນໂອຊາ ກ່າວຕໍ່ ວີໂອເອ ທີ່ ນະຄອນນິວຢອກ ທີ່ 29 ເດືອນຕຸລາ, 2015.

ທ່ານ​ປຣະຍຸດ ຈັນ​ໂອຊາ ນາຍພົນ ຊຶ່ງໃນປັດ​ຈຸ​ບັນ​ນີ້ ໄດ້ອອກກິນເບ້ຍບຳນານແລ້ວ ໄດ້
​ຂັບ​ໄລ່ລັດຖະບານ​ພົນລະ​ເຮືອນ ​ໃນ​ການ​ເຮັດ​ລັດຖະປະຫານ​ ທີ່ບໍ່ມີ ການນອງ​ເລືອດເມື່ອ
​ປີ​ກາຍ​ນີ້ ​ກ່າວ​ວ່າ “ປະຊາທິປະໄຕໃນ​ໄທ ຍັງ​ຕ້ອງການໆ​ປັບປຸງບາງສິ່ງບາງຢ່າງ”
ກ່ອນ​ທີ່ຂັ້ນຕອນການເລືອກ​ຕັ້ງ ຈະສາມາດ​ເລີ້​ມຂື້ນ​ໄດ້."

ທ່ານ Sean Boonpracong ອະດີດ​ທີ່​ປຶກສາດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຂອງລັດຖະ
ບານທີ່ໄດ້ຖືກໂຄ່ນລົ້ມກ່າວ​ວ່າ ສະຖານະ​ການຮ້າຍແຮງກວ່າ​ທີ່ຫົວ ໜ້າຜູ້ນຳລັດຖະບານ
​ທະຫານ​ ​ໄດ້​ວາດ​ພາບ​ເອົາ​ໄວ້. ​

ທ່ານ Sean ກ່າວ​ວ່າ “ນັບ​ແຕ່​ທ່ານ​ໄດ້​ເຂົ້າຄວບຄຸມ​ລັດຖະບານ​ ມີ​ 700 ກວ່າຄົນ
ແລ້ວຖືກຈັບ ຍ້ອນຕິຕຽນ​ລັດຖະບານ​ທະຫານ ​ເພາະສະ​ນັ້ນ ຈຶ່ງບໍ່​ແມ່ນ​ການ ປັບ
ປຸງ​ຫຍັງເລີຍ. ສະຖານະ​ການ​ດ້ານສິດທິ​ມະ​ນຸດ ແມ່ນຈະແຈ້ງຂີ້​ຮ້າຍລົງ​ກວ່າເກົ່າ ບໍ່ວ່າໂດຍມາດຕະຖານໃດໆ ໃນໄລຍະ 70 ປີ​ ຂອງ​ລະບອບປະຊາທິປະ​ໄຕ​ ທີ່​
ເປັນ​
ປະ​ເພນີ​ປະຕິບັດ​ກັນ​ມາຢູ່​ໃນໄທ.”

ອະດີ​ນັກ​ຂ່າວໜັງສື​ພິມ The Nation ຂອງ​ໄທ ທ່ານ Pravit Rojanaphruk ​ທີ່ໄດ້​ຖືກ​
ກັກ​ຂັງ​ສອງ​ເທຶຶ່ອເພື່ອ “ປັບປຸງນິ​ໄສ” ​ໂດຍ​ບັນດາ​ເຈົ້າ​ໜ້າ​ທີ່ ນັບ​ແຕ່​ໄດ້​ມີ​ການ​ເຮັດ​ລັດ
​ຖະປະຫານມາ ທຳນາຍ​ວ່່າ “ຈະ​ມີ​ການ​ກັກ​ຂັງ​ຕື່ມອີກ ໂດຍປາດ​ສະ​ຈາກ​ການ​ກ່າວ​ຫາ
ຈະມີການ​ຂົ່ມຂູ່ເພີ້ມຕື່ມ​ຕໍ່​ສື່​ມວນຊົນທັງຫລາຍ ​ແລະ​ພວກ​ຄັດຄ້ານລັດຖະບານ​ ຈະ​ບໍ່
ສາມາດ​ນຳ​ເອົາ​ປະຊາ​ທິປະ​ໄປ ກັບຄືນມາ ​ແຕ່ຈະ​ກົງ ກັນຂ້າມ.

ລັດຖະບານທະຫານຂອງໄທໄດ້ໃຫ້ເຫດຜົນກ່ຽວກັບການໂຈະການປົກຄອງແບບປະ
ຊາທິປະໄຕ ເພື່ອສ້າງຕັ້ງລະບົບການເມືອງທີ່ເສລີ ຊຶ່ງໃນບາງຄັ້ງບາງຄາວມີ ການປະ
ເຊີນໜ້າຢ່າງຮຸນແຮງລະຫວ່າງພັກຝ່າຍການເມືອງທີ່ເປັນປໍລະປັກນັ້ນ.

ທ່ານ ​ປຣະຍຸດ ​ໄດ້​ຫ້າມບໍ່ໃຫ້ມີການໂຮມຊຸມ​ປະ​ທ້ວງ ໃນທີ່ສາທາະລະນະ ​ໂດຍ​ກ່າວ
ວ່າ ​ເພື່ອ​ຫລຸດຜ່ອນ “ກາ​ນຍຸຍົງໃຫ້ເກີດມີການຂັດ​ແຍ້​ງ ແລະຄວາມບໍ່​ສະຫງົບ.”
ແຕ່​ທ່ານໄດ້ປະຕິ​ເສດ​ວ່າ ​ບໍ່ແມ່ນ​ການຈຳກັດຮັດ​ແຄ​ບເພີ້ມຕື່ມ ຕໍ່ສິດເສລີພາບໃນການ
ສະແດງອອກຊຶ່ງຄວາມຄິດຄວາມເຫັນ ໂດຍກ່າວ​ຕໍ່ວີ​ໂອ​ເອ ວ່ທ່ານໄດ້ໃຊ້ອຳນາດຂອງ
ທ່ານໜ້ອຍທີ່ສຸດ.

ທ່ານ Phil Robertson ຮອງ​ຫົວໜ້າ​ເຂດເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ
Human Rights Watch ກ່າວ​ວ່າ “​ເປັນ​ທີ່​ແຈ້​ງຂາວວ່າ ມີ​ການປຸກລະດົມທີ່ຍັງ
ດຳເນີນຢູ່
ຕໍ່ມາໃນການກົດຂີ່ ຊຶ່ງແນ່ນອນວ່າ ໄດ້ເປັນທີ່ຮູ້ສຶກກັນ ບໍ່ພຽງແຕ່​ຢູ່​
ໃນ​ບາງກອກເທົ່ານັ້ນ ​ແຕ່ຢູ່​ຕາມ​ຈັງຫ​ວັດ​ຕ່າງໆນຳດ້ວຍ. ​ເປັນ​ທີ່​ໜ້າ​ສົນ​ໃຈຢູ່
ວ່າ ນາຍ​ພົນ​ປຣະຍຸດ ກຳລັງ​ພະຍາ​ຍາມ ບໍ່ໃຫ້ຄວາມສຳຄັນກ່ຽວກັບເລື້ອງນີ້
ນເວລາທ່ານ​ ຢູ່​ນອກ​ປະ​ເທດ ​ແຕ່ເວລາ ​ທ່ານ​ກັບ​ມາ​ຢູ່​ໃນ​ປະ​ເທດໄທ ​ເປັນ
​ເລື້ອງ​
ທີ່​ແຕກ​ຕ່າງ​ທີ່​ສຸດ ທີ່​ທ່ານ​ຈະ​ເອົາ​ບົດບາດ.”

ການ​ໃຫ້​ສຳພາດ​ຂອງ ທ່ານ​ປຣະຍຸດ​ ກັບວີ​ໂອ​ເອ ຍັງ​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະສືບຕໍ່ການ​ປາບປາມກາ​ນຄ້າ​ມະນຸດ.

ນາຍົກລັດຖະມົນຕີ ​ໄດ້ຖິ້ມໂທດໃສ່​ລັດຖະບານ​ຊຸດ​ກ່ອນ ທີ່​ບໍ່​ຫົວຊາ​ນຳ​ບັນຫາ​ນີ້ ໂດຍ​
ກ່າວ​ວ່າ ​ບາງ​ທີ່​ເຂົາ​ເຈົ້າ​ເຊື່ອວ່າ ມັນ​ບໍ່​ເປັນ​ຫຍັງ.

ທ່ານ​ປຣະຍຸດ ກ່າວ​ວ່າ ທ່ານ​ຕ້ອງການ​ເວລາ​ເພີ້​ມ​ເຕີມ “​ເພື່ອ​ຄິດ​ກ່ຽວກັບ​ວ່າ​ຈະ​ປະ​
ເຊີນ​ໜ້າຢ່າງ​ໃດ”
ກັບ​ພວກ​ຄົນ​ເຂົ້າ​ເມືອ​ງ ​ທີ່ບໍ່ມີເອກກະສານ ໂດຍຮັບ​ຮູ້​ວ່າ ປະ​ເທດ​
ໄທ "​ໄດ້​ຝ່າ​ຝືນ​ກົດ​ລະບຽບ​ຕ່າງໆ” ທີ່​ໄດ້​ຕັ້ງ​ໄວ້​ໂດຍ​ບັນດາອົງການ​ສາ ກົນ.

ທ່ານ Robertson ກ່າວ​ວ່າ ລັດຖະບານ​ທະຫານ ​ມອງເບິ່ງ​ພວກ​ຄົນງານທີ່ບໍ່ມີເອກກະ
ສານວ່າ ​ເປັນ​ການ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພຂອງປະເທດ.

ທ່ານ Robertson ກ່າວ​ວ່າ “ນັ້ນ​ເປັນ​ປະ​ເພນີ​ທີ່​ເຄີຍປະຕິບັດກັນມາ ຂອງ​ກຳລັງ​
ຮັກສາ​ຄວາມ​ປອດ​ໄພ​ໃນ​ປະ​ເທດ​ໄທ ທີ່​ເຫັນ​ວ່າ ພວກ​ຄົນງານຊາວ​ມຽນມາ ​
ແລະ​
ກຳປູ​ເຈຍ ​ເປັນສິ່ງທີ່ຈຳເປັນ ສຳລັບອຸດສາຫະກຳ ຂອງ​ໄທ​ແຕ່​ເປັນ​ສິ່ງທີ່​
ເຂົາ​ເຈົ້າ
ບໍ່​ຄ່ອຍ​ດີ​ໃຈ​ນຳປານໃດ.”

​ອີງ​ຕາມກະຊວງ​ຕ່າງປະ​ເທດ ສະຫະລັດແລ້ວ ​ພວກຄົນງານຕ່າງດ້າວ ທີ່ມີປະມານ
3 ຫາ 4 ລ້ານຄົນຢູ່ໃນປະເທດໄທແມ່ນຜູ້​ເຄາ​ະຮ້າຍຂອງ​ການ​ຄ້າ​ມະນຸດ ທີ່ໄດ້ຖືກ “ສວຍໃຊ້ໃນອຸດສາຫະກຳການປະ​ມົງເພື່ອການຄ້າ” ​ແລະ​ ອຸດສາຫະ ກຳ​ທີ່ກ່ຽວຂ້ອງ
ອື່ນໆ ຕະຫລອດທັງເປັນຄົນງານຢູ່ຕາມ​ບັນດາ​ໂຮງຈັກໂຮງງານ ຕ່າງໆແລະ​ເປັນຄົນ
ໃຊ້ຢູ່ຕາມບ້ານເຮືອນ.

XS
SM
MD
LG