ປະເທດໄທ ຖືກຈັດຢູ່ໃນອັນດັບທີ 136 ຂອງໂລກ ໃນເສລີພາບດ້ານ ຂ່າວສານ ທີ່
ພິມອອກເຜີຍແຜ່ ໂດຍອົງການນັກຂ່າວທີ່ບໍ່ມີພົມແດນໃນຕົ້ນປີນີ້. ກຸ່ມດັ່ງກ່າວ ໄດ້
ຈັດວ່າ ປະເທດໄທ ເປັນ “ສະຖານະການທີ່ຫຍຸ້ງຍາກ” ພາຍ ໃຕ້ລັດຖະບານໃໝ່
ຂອງພັກພະລັງປະຊາຣັດ ທີ່ນິຍົມທະຫານ ພາຍໃຕ້ການນຳພາຂອງອະດີດຜູ້ນຳໃນ
ການເຮັດລັດຖະປະຫານ ນາຍພົນປຣະຢຸດ ຈັນໂອຊາ. Steve Sanford ລາຍງານ
ມາຈາກບາງກອກກ່ຽວກັບວ່າ ພວກນັກຂ່າວ ແລະພວກນັກເຄື່ອນໄຫວຕ່າງໆ ພາກັນ
ວ່າແນວໃດ ກ່ຽວກັບນະໂຍບາຍ ຂອງ ລັດຖະບານ ທີ່ນິຍົມທະຫານ ທີ່ມີຕໍ່ສື່ມວນຊົນ
ດັ່ງ ສາລີ ຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນດ້ານສື່ມວນຊົນທົ່ວໄປໃນປະເທດໄທ ກົດໝາຍກໍ່ອາຊະຍາກຳທາງຄອມພິວເຕີ
ແລະກົດໝາຍປຸກລະດົມໃຫ້ຕໍ່ຕ້ານລັດຖະບານ ທີ່ຮ່າງຂຶ້ນໂດຍ ອະດີດລັດຖະບານ
ທະຫານ ຍັງສືບຕໍ່ຮັດກຸມໃນການຕິຕຽນຢູ່.
ພວກນັກຂ່າວ ທີ່ກ້າປາກກ້າເວົ້າ ຈາກອົງການຕ່າງໆ ລວມທັງອົງການຂ່າວສົດ ໄດ້
ຖືກໝາຍເກາະໂຕ ເຂົ້າໄປສອບປາກຄຳ ໂດຍກອງທັບ ເພື່ອໃຫ້ “ປັບນິໄສ” ຊຶ່ງເປັນ
ການເຄື່ອນໄຫວ ທີ່ລົບກວນຈິດໃຈ ຊຶ່ງບາງຄົນກັງວົນວ່າ ເປັນພາກປະ ຕິບັດແນວ
ໃໝ່ ຊຶ່ງ ທ່ານທິຣະໄນ ຈະຣຸວັດ ຈາກອົງການຂ່າວສົດເວົ້າວ່າ:
“ມັນໄດ້ມີຫລາຍຕໍ່ຫລາຍອົງການ ແລະໜ່ວຍງານ ທີ່ຮັບມືກັບແລະລາດຕະເວນ ເບິ່ງ
ແລະເປັນຕຳຫຼວດຍາມສື່ມວນຊົນທີ່ເວົ້າວ່າ ຜູ້ຄົນເວົ້າຫຍັງທາງອອນລາຍນ໌. ພວກ
ເຈົ້າໜ້າທີ່ໄທມີປະຫວັດມາຍາວນານ ກ່ຽວກັບວັດທະນະທຳທີ່ມີມາດົນນານ ເລື້ອງ
ການລາດຕະເວນແລະໃຫ້ຜູ້ຄົນເວົ້າວ່າ ສິ່ງທີ່ພວກເຂົາເຈົ້າສາມາດເວົ້າໄດ້ ພາຍໃນ
ຂອບເຂດ ເພາະສະນັ້ນຈຶ່ງວ່າ ມັນບໍ່ແມ່ນເລື້ອງໃໝ່. ຂ້າພະເຈົ້າຄິດວ່າ ມັນເປັນການ
ຂະຫຍາຍອອກໄປຕື່ມ ສິ່ງທີ່ເຄີຍມີມາຢູ່ແລ້ວ.”
ພວກຕ້ອງຕິທັງຫລາຍກ່າວວ່າ ການບີບຄັ້ນເພີ້ມຂຶ້ນຕໍ່ສື່ມວນຊົນ ເປັນແນວໂນ້ມ ທີ່ໜ້າ
ເປັນຫ່ວງ ຍ້ອນວ່າພວກນັກຂ່າວ ແລະພວກນັກເຄື່ອນໄຫວທີ່ຖືກກ່າວຫາ ມີຈຳນວນ
ເພີ້ມຂຶ້ນ. ການເຄື່ອນໄຫວທີ່ວ່ານີ້ຖືກແນມເຫັນໂດຍຫລາຍຄົນວ່າເປັນ ການລອກແບບ ມາຈາກການປະຕິບັດທີ່ໂຫດຮ້າຍ ທີ່ນຳໃຊ້ໂດຍພວກຄອມມິວ ນີສ ຫລືລັດທິຜູກຂາດ
ອຳນາດ ເພື່ອປິດປາກພວກຕ້ອງຕິລັດຖະບານ ຊຶ່ງທ່ານ ສຸໄນ ຜາສຸກ ໂຄສົກຂອງກຸ່ມ
Human Rights Watch ເວົ້າວ່າ:
“ພາຍໃຕ້ການປົກຄອງຂອງທະຫານ ແອັນ ຊີ ພີ ໂອ ນີ້ ປາກົດວ່າ ປະເທດ ໄທ ໄດ້ລອກ
ແບບມາຈາກຈີນ ໃນການຄວບຄຸມສື່ມວນຊົນ ໃນການປະຕິບັດ ກັບພວກລາຍງານຂ່າວ ໃນການບໍ່ໃຫ້ເປັນຜູ້ເຝົ້າຍາມເບິ່ງ ວ່າລັດຖະບານເຮັດ ຫຍັງ ແລະເຮັດຫຍັງຜິດແດ່ ພວກ
ເຂົາເຈົ້າຖືກລົດຊັ້ນລົງມາ ໃຫ້ເປັນໝາລ້ຽງ ຂອງລະບອບປົກຄອງຂອງທະຫານ.”
ໃນປະເທດໄທ ໄດ້ມີການແບ່ງແຍກກັນຢ່າງໃຫຍ່ ທາງດ້ານການເມືອງ ຊຶ່ງມັກ ຈະເຫັນ
ໄດ້ ຢູ່ໃນການສະເໜີຂ່າວແລະນະໂຍບາຍຕ່າງໆ ທີ່ສ້າງໂສມໜ້າຂອງ ປະເທດຊາດ.
ໂທລະພາບ VOICE ທີ່ຄອບຄົວຂອງອະດີດນາຍົກລັດຖະມົນຕີ ທັກສິນ ຊິນ ນະວັດ
ເປັນເຈົ້າຂອງ ໄດ້ຖືກປິດ ເປັນເວລາສອງມື້ ໃນລະຫວ່າງການເລືອກ ຕັ້ງເມື່ອບໍ່ດົນມາ
ນີ້ຍ້ອນຕ້ອງຕິພວກທະຫານ. ຂໍ້ກ່າວຫາດັ່ງກ່າວໄດ້ຖືກຍົກເລີກ ໃນເວລາຕໍ່ມາ ໂດຍ
ສານຂອງລັດຖະບານ.
ທ່ານ ນັດຕະກອນ ເທວະກຸນ ນັກຂ່າວຂອງໂທລະພາບ VOICE ເວົ້າວ່າ:
“ຂ່າວສານຂອງໄທ ໄດ້ຖືກແບ່ງແຍກອອກເປັນສອງຄ້າຍ ຄ້າຍນຶ່ງ ຄືປາກົດວ່າ ເຂົ້າ
ຂ້າງການປົກຄອງຂອງທະຫານທີ່ເຊື່ອວ່າ ພວກທ່ານຈຳເປັນຕ້ອງໄດ້ມີການ ກວດ
ກາເບິ່ງ ໃຫ້ເຫັນວ່າມີຄວາມກໍ້າເກິ່ງກັນ ທີ່ຂ້າພະເຈົ້າໄດ້ບອກທ່ານກ່ຽວກັບ ພວກນັກ
ການເມືອງທີ່ໄດ້ຖືກເລືອກຕັ້ງ. ແຕ່ແລ້ວ ທ່ານຊໍ້າພັດໄດ້ເອົາຜູ້ໃໝ່ເຂົ້າ ມາທີ່ບໍ່ເຊື່ອ
ຕາມນັ້ນ. ພວກເຂົາເຈົ້າເຊື່ອວ່າ ການກວດກາເບິ່ງແລະການມີຄວາມ ກໍ້າເກິ່ງ ແມ່ນ
ມັນມີຢູ່ໃນຕົວຂອງມັນເອງ ແລະເປັນຂອງມັນເອງ ຊຶ່ງເປັນອຸບປະ ສັກຕໍ່ປະຊາທິປະ
ໄຕ.”
ລັດຖະບານທີ່ຫາກໍຖືກເລືອກຕັ້ງຂຶ້ນມາໃໝ່ໆ ປະຕິເສດ ບໍ່ຍອມໃຫ້ຄວາມເຫັນ ຕໍ່ວີ
ໂອເອ ກ່ຽວກັບນະໂຍບາຍດ້ານຂ່າວສານ ຫລືເສລີພາບດ້ານຂ່າວສານໃນປະເທດ
ໄທ.
ໃນຂະນະດຽວກັນ ຄຳຖາມແມ່ນຍັງມີຢູ່ຕໍ່ມາ ໃນໝູ່ພວກນັກຂ່າວຂອງໄທ ວ່າ ພວກ
ເຂົາເຈົ້າຈະສາມາດ ເຮັດຂ່າວໄດ້ຢ່າງເສລີຫລືບໍ່.