ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ຂ່າວ ນັກ​ເຄື່ອນ​ໄຫວ​ ໄທ ເວົ້າ​ວ່າ ຕົນ​ໄດ້​ປະ​ເຊີນ​ກັບ ການກວດ​ກາ ຫຼາຍຂຶ້ນ


ນັກ​ຂ່າວ​ອາ​ວຸ​ໂສ​ຂອງ​ໜັງ​ສື​ພິມ ພາ​ສາ​ອັງ​ກິດ ຂ່າວ​ສົດ, ທ່ານ ປ​ຣະ​ວິດ ຣົດ​ຈະ​ນາ​ພ​ຣຶກ, ໃຫ້​ສຳ​ພາດ​ກັບ ວີ​ໂອ​ເອ ໃນ​ ບາງກອກ, 28 ເມ​ສາ 2016. (Z. Aung/VOA)
ນັກ​ຂ່າວ​ອາ​ວຸ​ໂສ​ຂອງ​ໜັງ​ສື​ພິມ ພາ​ສາ​ອັງ​ກິດ ຂ່າວ​ສົດ, ທ່ານ ປ​ຣະ​ວິດ ຣົດ​ຈະ​ນາ​ພ​ຣຶກ, ໃຫ້​ສຳ​ພາດ​ກັບ ວີ​ໂອ​ເອ ໃນ​ ບາງກອກ, 28 ເມ​ສາ 2016. (Z. Aung/VOA)

ໃນ​ວົງ​ການ​ສື່ມວນ​ຊົນ​ຂອງ​ໄທ, ​ກົດ​ໝາຍອາ​ຊະ​ຍາ​ກຳໄຊ​ເບີ​ໃໝ່ ແລະ ກົດ​ໝາຍ​ປຸກ
ລະດົມໃຫ້ຕໍ່ຕ້ານລັດຖະບານ ທີ່ຖືກສ້າງຂຶ້ນ ໂດຍອະດີດລັດຖະບານທະຫານ ແມ່ນ
ໄດ້ປາບປາມການຕຳໜິວິຈານໃນຊ່ວງເວລານັ້ນຢ່າງມີປະສິດທິຜົນ. ດ້ວຍການມີລັດ
ຖະບານພົນລະເຮືອນຊຸດໃໝ່, ແຕ່ຍັງນຳພາໂດຍອະດີດຜູ້ນຳການກໍ່ລັດຖະປະຫານ
ທະຫານ, ທ່ານ ປຣະຢຸດ ຈັນ ໂອຊາ ຢູ່ນັ້ນ, ຄຳຖາມຍັງຄົງມີຢູ່ວ່າ ການປາບປາມທີ່
ກຳລັງດຳເນີນຢູ່ຕໍ່ສື່ມວນຊົນ ແມ່ນຈະດຳເນີນຕໍ່ໄປອີກຫຼືບໍ່.

ປະ​ເທດ ໄທ ຖືກ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 136 ໃນ​ດັດ​ສະ​ນີ​ເສ​ລີ​ພາບດ້ານ​ການ​ຂ່າວ​ຂອງ​
ໂລກໃນປັດຈຸບັນ ເຊິ່ງໄດ້ປະກາດອອກມາໂດຍອົງການ ນັກຂ່າວບໍ່ມີພົມແດນ ແລະ
ຖືກຈັດຢູ່ໃນປະເພດ “ສະຖານະການຫຍຸ້ງຍາກ.” ເສລີພາບໃນການປາກເວົ້າ ແລະ
ການລາຍງານຂ່າວ ໄດ້ຕົກເປັນເປົ້າໝາຍຍິ່ງຂຶ້ນ ນັບຕັ້ງແຕ່ການກໍ່ລັດຖະປະຫານ
ໃນປີ 2014 ເປັນຕົ້ນມາ.

ນັກ​ຂ່າວ​ທີ່​ໄດ້​ອອກ​ມາ​ເວົ້າ​ຢ່າງ​ເປີດ​ເຜີຍ​ຈາກ​ອົງ​ການ​ຂ່າວ​ຕ່າງໆ​ເຊັ່ນ ໜັງ​ສື​ພິມ​ລາຍ
ວັນ “ຂ່າວສົດ”, ແມ່ນໄດ້ຖືກຮຽກຕົວ ແລະ ສອບຖາມໂດຍກອງທັບ ສຳລັບສິ່ງ ທີ່ຖືກ
ອະທິບາຍວ່າ ເປັນ “ການປັບທັດສະນະຄະຕິ”, ເຊິ່ງເປັນການເຄື່ອນໄຫວທີ່ໜ້າເຄືອງ
ໃຈ ທີ່ບາງຄົນໄດ້ເປັນຫ່ວງວ່າ ມັນຈະເປັນບັນທັດຖານໃໝ່.”

ນັກ​ຂ່າວ ທ່ານ ທີ​ຣະ​ໄນ ຈາ​ຣຸວັດ ຜູ້​ທີ່​ໄດ້​ເຮັດ​ວຽກ​ໃຫ້​ໜັງ​ສື​ພິມ​ພາ​ສາ​ອັງ​ກິດ ຂ່າວ​ສົດ
ເວົ້າວ່າ “ມີຫຼາຍອົງການ ແລະ ໜ່ວຍປະຕິບັດການພິເສດ ທີ່ຮັບມື, ກວດກາ ແລະ ເຝົ້າ
ຍາມສິ່ງທີ່ສື່ມວນຊົນກຳລັງເວົ້າ, ສິ່ງທີ່ປະຊາຊົນເວົ້າຢູ່ໃນອອນໄລນ໌ ແລະ ນີ້ອາດມີ
ຜົນທີ່ຕາມມາ ຕໍ່ສິ່ງທີ່ເຈົ້າເວົ້າ ຫຼື ສິ່ງທີ່ເຈົ້າຂຽນ.”

ນັກ​ຂ່າວ​ອາ​ວຸ​ໂສ​ຂອງ​ໜັງ​ສື​ພິມ​ດັ່ງ​ກ່າວ, ທ່ານ ປ​ຣາ​ວິດ ຣົດ​ຈະ​ນາ​ພ​ຣຶກ, ໄດ້​ຖືກ​ຮຽກ
ຕົວຫຼາຍຄັ້ງໂດຍກອງທັບບົກ ແລະ ຖືກກ່າວຫາວ່າ ການປຸກລະດົມຕໍ່ຕ້ານລັດຖະບານ
ແລະ ລະເມີດກົດໝາຍອາຍາຄອມພິວເຕີຂອງປະເທດ ສຳລັບການຂຽນຕຳໜິວິຈານ
ລັດຖະບານໃນ ເຟສບຸກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG