ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການສິດທິມະນຸດຊົນແຫ່ງປະເທດໄທ ຮຽກຮ້ອງໃຫ້ລັດຖະບານໄທ ທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ


ແຟ້ມພາບ: ທ່ານສົມມາດ ພົນເສນາ (ກາງ), ລັດຖະມົນຕີ ຊັບພະຍາກອນແລະສິ່ງແວດລ້ອມຂອງລາວ ກ່າວຖະແຫລງ ໃນກອງປະຊຸມສົນທະນາບັນດາຜູ້ມີສ່ວນໄດ້ສ່ວນເສຍ ຢູ່ໃນຂົງເຂດ ທີ່ຈັດຂຶ້ນໃນແຂວງຫຼວງພະບາງ ຈາກວັນທີ 22-23 ກຸມພາ, ກ່ຽວກັບຂໍ້ສະເໜີສ້າງເຂື່ອນໃໝ່ ໃນປາກແບ່ງ (Sun Narin/VOA Khmer)
ແຟ້ມພາບ: ທ່ານສົມມາດ ພົນເສນາ (ກາງ), ລັດຖະມົນຕີ ຊັບພະຍາກອນແລະສິ່ງແວດລ້ອມຂອງລາວ ກ່າວຖະແຫລງ ໃນກອງປະຊຸມສົນທະນາບັນດາຜູ້ມີສ່ວນໄດ້ສ່ວນເສຍ ຢູ່ໃນຂົງເຂດ ທີ່ຈັດຂຶ້ນໃນແຂວງຫຼວງພະບາງ ຈາກວັນທີ 22-23 ກຸມພາ, ກ່ຽວກັບຂໍ້ສະເໜີສ້າງເຂື່ອນໃໝ່ ໃນປາກແບ່ງ (Sun Narin/VOA Khmer)

ຄະນະກຳມະການສິດທິມະນຸດຊົນແຫ່ງປະເທດໄທ ຮຽກຮ້ອງໃຫ້ລັດຖະບານໄທ ທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ ໂດຍສະເພາະແມ່ນໂຄງການເຂື່ອນປາກແບງ ເທິງແນວນ້ຳຂອງໃນລາວ ນັ້ນ.

ເຈົ້າໜ້າທີ່ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ (ກສມ) ເປີດເຜີຍວ່າ ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ໄດ້ຍື່ນໜັງສືເຖິງຄະນະລັດຖະບານໄທ ເພື່ອຂໍໃຫ້ພິຈາລະນາທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ ເມື່ອບໍ່ດົນມານີ້ ໂດຍສະເພາະແມ່ນການຂໍໃຫທົບທວນຂໍ້ຕົກລົງຮັບຊື້ກະແຊໄຟຟ້າຈາກໂຄງການເຂື່ອນໄຟຟ້ານ້ຳຕົກ ທີ່ກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບດ້ານສິ່ງແວດລ້ອມທຳມະຊາດນັ້ນ ຍັງບ9ໄດ້ມດຕະຖານສາກົນ ທັງຍັງປາກົດດ້ວຍວ່າ ການຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນຕ່າງໆໃນລາວ ບໍ່ໄດ້ມີການໃຫ້ຂໍ້ມູນຕໍ່ປະຊາຊົນໄທຢ່າງຮອບດ້ານ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວ ຈະສົ່ງຜົນກະທົບທີ່ມີລັກສະນະຂ້າມພົມແດນເຖິງໄທ ຮວມເຖິງຜົນກະທົບຕໍ່ເຂດແດນໃນແມ່ນ້ຳຂອງລະຫວ່າງ ລາວກັບໄທດ້ວຍ ດັ່ງທີ່ເຈົ້າໜ້າທີ່ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ໃຫ້ການຢືນຢັນກ່ຽວກັຍຜົນກະທົບທີ່ຈະເກີດຈາກໂຄງການເຂື່ອນປາກແບ່ງໃນລາວ ວ່າ:

“ກະຊວງຕ່າງປະເທດ ໄດ້ໃຫ້ຂໍ້ມູນກັບກຳມະການສິດທິມະນຸດຊົນແຫ່ງຊາດໄທ ວ່າ ມັນມີຄະນະກຳມະການທີ່ເຮັດເລື່ອງເຂດແດນລະຫວ່າງ ໄທ-ລາວ ແລ້ວກໍມີການສຳຫຼວດຮ້ອຍລະ 96 ແລ້ວ ທີ່ກ່ຽວກັບເຂດແດນໃນແມ່ນ້ຳຂອງ ແລ້ວກໍພົບວ່າ ການສ້າງເຂື່ອນປາກແບ່ງຫັ້ນ ຈະກະທົບຕໍ່ເຂດແດນອັນນັ້ນ ກໍເພາະວ່າ ເຮົາຈະຖືຮ່ອງນ້ຳເລິກເປັນສ່ວນສຳຄັນ ຊຶ່ງອັນນີ້ ກໍເປັນຂໍ້ຫ່ວງກັງວົນນຶ່ງວ່າ ເມື່ອມັນຈະກະທົບຫັ້ນ ມັນກໍສຳຄັນຫຼາຍ ເພາະວ່າ ຕາມຮ່ອງນ້ຳ ມັນກໍມີເກາະແກ່ງຕ່າງໆ ຖ້ານ້ຳຂຶ້ນຫຼາຍ ເກາະແກ່ງນັ້ນ ກໍຫາຍໄປ ເພາະສະນັ້ນ ເຂດແດນມັນກໍຈະປ່ຽນໄປ.”

ກ່ອນໜ້ານີ້ ໄດ້ມີການລົງນາມໃນສັນຍາຊື້-ຂາຍໄຟຟ້າຈາກໂຄງການເຂື່ອນປາກແບ່ງຢູ່ເທິງແນວແມ່ນ້ຳຂອງໃນລາວ ເມື່ອທ້າຍເດືອນກັນຍາ 2023 ທີ່ຜ່ານມາ ຊຶ່ງເປັນການລົງນາມລະຫວ່າງການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໃນຖານະຜູ້ຊື້ ແລະບໍລິສັດ China Datang Oversea Investment ຈາກຈີນ ໃນຖານະຜູ້ຂາຍ ແລະຜູ້ລົງທຶນກໍ່ສ້າງເຂື່ອນປາກແບ່ງທີ່ມີກຳລັງຕິດຕັ້ງ 912 MW ໂດຍສັນຍາດັ່ງກ່າວນີ້ ມີໄລຍະເວລາ 29 ປີ ນັບຈາກປີ 2033 ເປັນຕົ້ນໄຟ ໂດຍໄດ້ມີການກຳນົດລາຄາການຊື້-ຂາຍ ກະແສໄຟຟ້າທີ່ອັດຕາສະເລ່ຍ 2.7129 ບາດຕໍ່ກິໂລວັດ/ໂມງ ແຕ່ເມື່ອມີການຮ້ອງຂໍໃຫ້ມີການທົບທວນດັ່ງກ່າວ ຈຶ່ງເປັນຄວາມຮັບຜິດຊອບພາຍໃຕ້ລັດຖະທຳມະນູນທີ່ລັດຖບານໄທ ຈະຕ້ອງປະຕິບັດຢ່າງເຄັ່ງຄັດ ຊຶ່ງຮວມເຖິງການທີ່ຈະຕ້ອງຂໍຂໍ້ມູນເພີ້ມເຕີມຈາກກຸ່ມຜູ້ລົງທຶນໃນໂຄງການ ໂດຍຜ່ານຄະນະເລຂາທິການຂອງຄະນະກຳມາທິການແມ່ນ້ຳຂອງ (MRCS) ດ້ວຍ ດັ່ງທີ່ເຈົ້າໜ້າທີ່ໃນລັດຖະບານໄທ ໃຫ້ການຢືນຢັນວ່າ:

“ຝ່າຍໄທ ເຮົາກະມີຄະນະກຳມະການວິຊາການທີ່ຕັ້ງຂຶ້ນມາໃນການສັງເຄາະ-ວິເຄາະ ປະເດັນດ້ານເທັກນິກ-ວິຊາການ ເພື່ອລາຍງານຕໍ່ຄະນະກຳມະການແມ່ນ້ຳຂອງແຫ່ງຊາດໄທ ເນາະ ຊຶ່ງເຮົາກໍຍັງເຫັນວ່າ ຍັງບໍ່ຄົບຖ້ວນ ຈຶ່ງເປັນທີ່ມາວ່າ ໃຫ້ MRCS ໄປດຳເນີນການເພີ່ມ ກໍຄືເຮັດເອກະສານອອກມາອັນນຶ່ງເອີ້ນວ່າ Rapid Assessment ໃນໄລຍະເລັ່ງດ່ວນວ່າ ໃຫ້ຄອບຄຸມມິຕິທີ່ຝ່າຍໄທ ຮ້ອງຂໍ ໂດຍສະເພາະມິຕິດ້ານສິ່ງແວດລ້ອມ ດ້ານເສດຖະກິດ-ສັງຄົມ ຜົນກະທົບຂ້າມພົມແດນວ່າ ຮ່ອງນ້ຳ ມັນຈະປ່ຽນແນວໃດ? ລະດັບນ້ຳຂຶ້ນ-ລົງແນວໃດ?”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG