ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ປະ​ເທດ ໄທ ຈະ​ແລ້ວ​ສຳ​ເລັດ ແລະ ເຊື່ອມ​ຕໍ່​ກັບ​ທາ​ງ​ລົດ​ໄຟ​ລາວ-ຈີນຢ່າງ​ສົມ​ບູນ​ນັບ​ຈາກ​ປີ 2029


ສະຖານີເຊື່ອມຕໍ່ທາງລົດໄຟການຄ້າ ລາວ- ໄທ-ຈີນ.
ສະຖານີເຊື່ອມຕໍ່ທາງລົດໄຟການຄ້າ ລາວ- ໄທ-ຈີນ.

ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ປະ​ເທດ ໄທ ຈະ​ແລ້ວ​ສຳ​ເລັດ ແລະ ເຊື່ອມ​ຕໍ່​ກັບ​ທາ​ງ​ລົດ​ໄຟ​ລາວ-ຈີນ ເພື່ອ​ເຊື່ອມ​ໂຍງ​ລະ​ບົບ ໂລ​ຈິ​ສ​ຕິກ ເຂົ້າ​ດ້ວຍ​ກັນ​ຢ່າງ​ສົມ​ບູນ​ນັບ​ຈາກ​ປີ 2029 ເປັນ​ຕົ້ນ​ໄປ.

ທ່ານ ສັກ​ດີ​ສະ​ຫຍາມ ຊິດ​ຊອບ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂອງ ໄທ ຖະ​ແຫຼງວ່າ​ການ​ອອກ​ແບບ​ເພື່ອ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໄລ​ຍະ​ທີ 2 ໃນ​ໄທ​ທີ່​ເຊື່ອມ​ຕໍ່​ຈາກ​ນະ​ຄອນ​ຣາ​ຊະ​ສີ​ມາ (ໂຄ​ຣາດ) ຫາ​ໜອງ​ຄາຍ​ນັ້ນ ໄດ້​ດຳ​ເນີນ​ການ​ສຳ​ເລັດ​ແລ້ວ ຊຶ່ງ​ຈະ​ນຳ​ສະ​ເໜີ​ເພື່ອ​ຂໍ​ການ​ອະ​ນຸ​ມັດ​ຈາກ​ຄະ​ນະ​ລັດ​ຖະ​ບານ​ໄທ​ພາຍ​ໃນ​ທ້າຍ​ປີ 2022 ນີ້ ແລະ ຫຼັງ​ຈາກ​ຜ່ານ​ການ​ອະ​ນຸ​ມັດ​ດັ່ງ​ກ່າວ​ແລ້ວ​ນັ້ນ ກໍ​ຈະ​ເປີດ​ການ​ປະ​ມູນ​ເພື່ອ​ຄັດ​ເລືອກ​ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ໃນ​ການ​ກໍ່​ສ້າງ​ໃຫ້​ຮຽບ​ຮ້ອຍ​ພາຍ​ໃນ​ກາງ​ປີ 2023 ຕໍ່​ເນື່ອ​ງ​ດ້ວຍ​ການ​ລົງ​ມື​ກໍ່​ສ້າງ​ຕົວ​ຈິງ ເພື່ອ​ໃຫ້​ແລ້ວ​ສຳ​ເລັດ ແລະ ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ລາວ-ຈີນ ກໍ​ຄື​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບາງກອກ​ກັບ​ນະ​ຄອນຫຼວງວຽງ​ຈັນ ແລະ ເມືອງຄຸນ​ໝິງ​ໃຫ້​ໄດ້​ໃນ​ປີ 2029 ດັ່ງ​ທີ່​ທ່ານ ສັກ​ດີ​ສະ​ຫຍາມ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ສ່ວນໃນໄລຍະທີສອງ ກໍຄືຈາກນະຄອນ ຣາດຊະສີມາ ມາທີ່ໜອງຄາຍນີ້ ກໍຂະນະນີ້ການສຶກສາອອກແບບສຳເລັດຮຽບຮ້ອຍແລ້ວ ຈະນຳເຂົ້າຄະນະລັດຖະມົນຕີພາຍໃນປີນີ້ ເຊິ່ງຈຸດເດັ່ນຂອງໄທນັ້ນ, ຄວາມໄວ 300 Maximum ກໍຄື 300 ກິໂລແມັດ ແຕ່ຈະແລ່ນແຕ່ 250 ຂຶ່ງທາງປະເທດ ຈີນນີ້ ຊຶ່ງເປັນຜູ້ອອກແບບທັງໝົດນີ້ ເຂົາກໍ່ພະຍາຍາມເບິ່ງໃນເລື່ອງຂອງຄວາມເໝາະສົມໃນການໃຊ້ ຊຶ່ງຄິດວ່າຂອງປະເທດ ໄທ ນີ້ຄົງຈະແລ້ວໃນປີ 2029.”

​ການ​ກໍ່​ສ້າງ​ທາ​ງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ ໄທ ເພື່ອ​ເຊື່ອມ​ຕໍ່​ລາວ​ແລະ​ຈີນ ໄດ້​ມີ​ການ​ແບ່ງ​ອອກ​ເປັນ 2 ໄລ​ຍະກໍ​ຄື​ໄລ​ຍະ​ທີ 1 ທີ່​ກຳ​ລັງ​ກໍ່​ສ້າງ​ໃນ​ປັດ​ຈຸ​ບັນ​ນີ້​ເຊື່ອມ​ຕໍ່​ຈາກ​ບາງກອກ-ໂຄ​ຣາດ ສ່ວນ​ໄລ​ຍະ​ທີ 2 ຈະ​ເປັນ​ການ​ເຊື່ອມ​ຕໍ່​ຈາກ​ໂຄ​ຣາດ-ໜອງ​ຄາຍ ແລະ ຍັງ​ຈະ​ມີ​ການ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ໄປ​ເຊື່ອມ​ຕໍ່​ກັບ​ນະ​ຄອນຫຼວງວຽງ​ຈັນ​ທີ່​ຖື​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ແຜນ​ການ​ພັດ​ທະ​ນາ​ປະ​ເທດ ໄທ ໃຫ້​ເປັນ​ສູນ​ກາງ​ການ​ເຊື່ອມ​ຕໍ່​ດ້ານ​ການ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ ແລະ ໂລ​ຈິ​ສ​ຕິກ ຂອງ​ອາ​ຊຽນ​ເຂົ້າກັບ​ລະ​ບົບ​ໂຄງ​ຂ່າຍ​ໃນ​ແຜນ​ການ​ນຶ່ງ​ແລວ​-ນຶ່ງ​ເສັ້ນ​ທາງ​ຂອງ​ ຈີນ ໃຫ້​ໄດ້​ຢ່າງ​ແທ້​ຈິງ ທັງ​ນີ້​ໂດຍ​ທີ່​ມີ ສ​ປ​ປ ລາວ ເປັນ​ເຂດ​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ ໄທ​ກັບ​ຈີນ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ລາວ​ໄດ້​ໃຫ້​ກາ​ນ​ຢືນ​ຢັນ​ວ່າ

“ປະ​ເທດ​ໄທ​ນີ້​ເປັນ​ສູນ​ກາງ​ດ້ານ​ໂລ​ຈິ​ສ​ຕິກ ປະ​ເທດ​ລາວນີ້​ເປັນ​ຈຸດ​ເຊື່ອມ​ຕໍ່​ຮ່ວມ​ມື​ກັນ​ນີ້​ຂ້າ​ພະ​ເຈົ້າ​ວ່າ​ມັນ​ຈະ​ເກີດ​ປະ​ໂຫຍດ ຕັ້ງໄທ​ນີ້​ເປັນ​ຖານ​ໃຫຍ່​ດ້ານ​ໂລ​ຈິ​ສ​ຕິກ ພວກ​ເຮົາ​ຈະ​ເປັນ​ຜູ້​ເຊື່ອມ​ຕໍ່​ໃຫ້​ສິ​ປະ​ສົບ​ຜົນ​ສຳ​ເລັດທີ່​ສຸດ ແລະ ສິ​ສົ່ງ​ຜົນ​ໃຫ້​ໂຕນີ້​ຈະ​ເກີດ​ຜົນ​ສຳ​ເລັດ​ທີ່​ສຸດ​ຄື​ເວົ້າ​ສັງ​ຄົມ​ທຸ​ລະ​ກິດ​ມີ​ວັດ​ທະ​ນະ​ທຳ​ຂອງ​ທຸ​ລະ​ກິດ​ ຊາຍ​ແດນ​ມີ​ວັດ​ທະ​ນະ​ທຳ​ຂອງ​ຊາຍ​ແດນ ຈັ່ງ​ຊັ້ນ​ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ເລື່ອງ​ກົນ​ໄກ​ຂອງ​ການ​ຄ້າ​ຊາຍ​ແດນ​ເພາະ​ວ່າ​ລາວ​ເອງນອກ​ຈາກ​ເປັນ​ຈຸດ​ເຊື່ອມ​ຕໍ່​ແລ້ວ​ເຮົາ​ຢາກ​ເປັນ​ປະ​ຕູ​ສູ່​ອາ​ຊຽນ​ໃຫ້​ກັບ​ລະ​ບົບ​ໂລ​ຈິ​ສ​ຕິກ. ຖ້າ​ແມ່ນ​ລາວ​ກັບ​ໄທ​ຂອງ​ພວກ​ເຮົາ​ຮ່ວມ​ມື​ກັນ​ນີ້​ມັນ​ຈະ​ສ້າງ​ລະ​ບົບ​ນິ​ເວດ​ດ້ານ​ໂລ​ຈິ​ສ​ຕິກ​ໃໝ່​ຂອງ​ອະ​ນຸ​ພູ​ມີ​ພາກນີ້ ເພາະ​ວ່າ​ທ່ານ​ເປັນ​ສູນ​ກາງ ເຮົາ​ເປັນ​ຈຸດ​ເຊື່ອມ​ຕໍ່. ຖ້າ​ຮ່ວມ​ມື​ກັນ​ນີ້​ກໍ​ແນ່ນອນ​ແຫຼະ​ປະ​ໂຫຍດ​ມັນ​ຈະ​ເກີດ​ສູງ​ສຸດ.”

ກ່ອນ​ໜ້າ​ນີ້​ພົນ​ເອກ ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຖະ​ແຫຼງ​ຢືນ​ຢັນ​ວ່າ​ລັດ​ຖະ​ບານ​ໄທ​ຈະ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ລະ​ບົບ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ເພື່ອ​ເຊື່ອມ​ຕໍ່​ກັບ​ລາວ​ຢ່າງ​ຄົບ​ວົງ​ຈອນ​ໃຫ້​ໄວ​ທີ່​ສຸດ​ທີ່​ຈະ​ໄວ​ໄດ້ ໂດ​ຍ​ສະ​ເພາະ​ແມ່ນ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ຈະ​ຕ້ອງ​ມີ​ການ​ກໍ່​ສ້າງ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ​ແຫ່ງ​ໃໝ່​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ໜອງ​ຄາຍ​ກັບ​ນະ​ຄອນຫຼວງວຽງ​ຈັນ​ນັ້ນ​ຈະ​ດຳ​ເນີນ​ການ​ສຶກ​ສາ​ອອກ​ແບບ​ກໍ່​ສ້າງ​ໃຫ້​ສຳ​ເລັດ​ໃນ​ປີ 2022 ນີ້​ໂດຍ​ຈະ​ເປັນ​ການ​ກໍ່​ສ້າງ​ທີ່​ຄູ່​ຂະ​ໜານ​ກັນ​ກັບ​ຂົວ​ຂ້າມ​ນ້ຳ​ຂອງ​ແຫ່ງ​ທີ​ນຶ່ງ​ລະ​ຫວ່າງ​ລາວ-ໄທ ທີ່​ໄດ້​ນຳ​ໃຊ້​ໃນ​ການ​ຂົນ​ສົ່ງ​ ແລະ ໂດຍ​ສານ​ທັງ​ລົດ​ໄຟ ແລະ ລົດ​ຍົນ​ນັບ​ແຕ່​ປີ 1994 ແຕ່​ສຳ​ລັບ​ຂົວ​ແຫ່ງ​ໃໝ່​ນີ້​ຈະ​ນຳ​ໃຊ້​ເພື່ອ​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ເປັນຫຼັກ.

ສ່ວນ​ເຈົ້າ​ໜ້າ​ທີ່​ໃນ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ເປີດ​ເຜີຍ​ວ່າ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ ຊຶ່ງ​ບໍ​ລິ​ຫານ​ງານ​ໂດຍ​ບໍ​ລິ​ສັດ​ຮ່ວມ​ທຶນ​ທາງ​ລົດ​ໄຟ​ລາວ-ຈີນ ທີ່​ເປັນ​ການ​ເຊື່ອມ​ຕໍ່​ການ​ໂດຍ​ສານ ແລະ ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ລາວ​ກັບ ຈີນ​ເປັນຫຼັກ​ນັ້ນ​ຈະ​ສ້າງ​ລາຍ​ຮັບ ແລະ ສາ​ມາດ​ຄືນ​ທຶນ​ການ​ກໍ່​ສ້າງ​ໄດ້​ໄວ​ທີ່​ສຸດ​ໃນ 23 ປີ​ຂ້າງ​ໜ້າ​ກໍ​ຄື​ປີ 2045 ແຕ່​ຖ້າ​ຫາກວ່າ​ໄດ້​ມີ​ການ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ໄທ​ດ້ວຍ ກໍ​ຈະ​ເຮັດ​ໃຫ້​ລົດ​ໄຟ​ລາວ-ຈີນ ສາ​ມາດ​ທີ່​ຈະ​ຄືນ​ທຶນ​ໄດ້​ໄວ​ຂຶ້ນ​ກໍ​ຄື​ພາຍ​ໃນ 15 ເທົ່າ​ນັ້ນ​ທັງ​ນີ້​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ລາວ​ນັບ​ເປັນ​ພາກ​ສ່ວ​ນຶ່ງ​ໃນ​ແຜນ​ການ​ນຶ່ງ​ແລວ-ນຶ່ງ​ເສັ້ນ​ທາງ​ຂອງ ຈີນ ໂດຍ​ລັດ​ຖະ​ບານ​ຈີນ​ແລະລາວ​ໄດ້​ສ້​າງ​ຕັ້ງ​ບໍ​ລິ​ສັດ​ຮ່ວ​ມ​ທຶນ​ລົດ​ໄຟ​ລາວ-ຈີນ​ຂຶ້ນ​ມາ​ຮັບ​ຜິດ​ຊອບ​ການ​ບໍ​ລິ​ຫານ​ງານ​ໃນ​ໂຄງ​ການ​ທັງ​ໝົດ​ຊຶ່ງ​ຝ່າຍ​ລາວ​ແລະ​ຈີນ​ຮ່ວ​ມ​ທຶນ​ໃນ​ສັດ​ສ່ວນ 30 ເປີ​ເຊັນ ຕໍ່ 70 ເປີ​ເຊັນ​ຂອງ​ມູນ​ຄ່າ​ລົງ​ທຶນ​ລວມ​ເຖິງ 34,450 ລ້ານຢວນ.

XS
SM
MD
LG