ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ຂັ້ນສູງຂອງໄທຢືນຢັນວ່າ ຕົ້ນທຶນໃນການຜະລິດຢາບ້າມີພຽງແຕ່ 0.5 ບາດຕໍ່ເມັດເທົ່ານັ້ນໃນປັດຈຸບັນ


ການຈັບໂຕຜູ້ຕ້ອງຫາຄ້າຢາເສບຕິດຢູ່ປະເທດໄທ ທີ່ຂົນສົ່ງມາຈາກ ສປປ ລາວ.
ການຈັບໂຕຜູ້ຕ້ອງຫາຄ້າຢາເສບຕິດຢູ່ປະເທດໄທ ທີ່ຂົນສົ່ງມາຈາກ ສປປ ລາວ.

ເຈົ້າໜ້າທີ່ຂັ້ນສູງຂອງໄທຢືນຢັນວ່າ ຕົ້ນທຶນໃນການຜະລິດຢາບ້າມີພຽງແຕ່ 0.5 ບາດຕໍ່ເມັດເທົ່ານັ້ນໃນປັດຈຸບັນ ເມື່ອສົມທົບກັບຄ່າຂົນສົ່ງກໍຕໍ່າລົງ ແລະ ຂາຍຜ່ານລະບົບອອນໄລນ໌ ຈຶ່ງມີການຜະລິດຢາບ້າເພີ່ມຂຶ້ນ.

ທ່ານ ວິໄຊ ໄຊມົງຄົນ ເລຂາທິການນຳນັກງານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດໄທ ເປີດເຜີຍວ່າການສອບສວນຜູ້ຕ້ອງຫາທີ່ຈັບກຸມຕົວໄດ້ໃນຂະນະລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫຼ່ຽມຄຳໃນລຸ່ມນໍ້າຂອງເຂົ້າມາປະເທດໄທໃນປັດຈຸບັນເຮັດໃຫ້ຊາບຂໍ້ມູນວ່າການຜະລິດຢາບ້າມີຕົ້ນທຶນພຽງເມັດລະ 50 ສະຕາງເທົ່ານັ້ນ ຊຶ່ງເມື່ອສົມທົບກັບຄ່າຂົນສົ່ງກໍຕໍ່າ ແລະ ມີການຂາຍຢາບ້າໂດຍຜ່ານລະບົບສັງຄົມອອນໄລນ໌ດ້ວຍແລ້ວ ກໍຍິງເຮັດໃຫ້ມີການຜະລິດຢາບ້າ ແລະ ຢາໄອຊ໌ເພີ່ມຂຶ້ນຢາງຫຼວງຫຼາຍອີກດ້ວຍ ດັ່ງທີ່ທ່ານ ວິໄຊ ໄດ້ໃຫ້ການຢືນຢັນວາ

“360,000 ເມັດຄ່າຂົນສົ່ງເທົ່າໃດ? 660 ບາດ ເຮົາກໍໄປກວດຢ້ອນຫຼັງອີກໃນເດືອນກັນຍາທີ່ເຂົາສົ່ງມານີ້ 8 ກ່ອງລວມແລ້ວປະມານ 1,200,000 ເມັດຄ່າຂົນສົ່ງ 2,000 ກວ່າບາດ. ນີ້ຄືຄ່າຂົນສົ່ງກໍຖືກ, ຜະລິດກໍໄວ, ເຄມີພັນກໍມີລາຄາຖືກ ກິໂລບໍ່ເກີນ 100 ບາດ ສານໄຊຢາໄນທ໌ນີ້ ອັນນີ້ກໍຄືສາເຫດທີ່ຢາເສບຕິດເພີ່ມຂຶ້ນ ເພາະວ່າຕົ້ນທຶນມັນມີແຕ່ 50 ສະຕາງ. ແຕ່ຖາມວ່າຊື້ງ່າຍບໍ່? ແມ່ນແລ້ວຖ້າສະເພາະກຸ່ມເຂົາເນາະ, ໃນກຸ່ມທີ່ມີຜູ້ໃຊ້ນີ້ເຂົາທີ່ຮູ້ຈັກຕິດຕໍ່ກັນໃນໂລກສື່ສັງຄົມອີ່ຫຍັງນີ້ ມັນກໍສະເພາະກຸ່ມ ແຕ່ຍອມຮັບວ່າມັນຫຼາຍແທ້.”

ທັງນີ້ເຄື່ອງຈັກລຸ້ນໃໝ່ທີ່ຂະບວນການຄ້າຢາເສບຕິດໃນລຸ່ມແມ່ນໍ້າຂອງໄດ້ນຳໃຊ້ໃນການຜະລິດຢາບ້າໃນປັດຈຸບັນນີ້ສາມາດຜະລິດຢາບ້າໄດ້ເພີ່ມຂຶ້ນຈາກເດີມກວ່າ 100 ເທົ່າກໍຄືຈາກ 2,700 ເມັດເປັນຫຼາຍກວ່າ 288,000 ເມັດຕໍ່ຊົ່ວໂມງ ໂດຍເປັນເຄື່ງຈັກຊະນິດດຽວກັນກັບທີ່ນຳໃຊ້ໃນການຜະລິດຢາຮັກສາໂຣກຊະນິດເມັດທີ່ສາມາດສັ່ງຊື້ໄດ້ທົ່ວໄປ ແລະ ບໍ່ຜິດກົດໝາຍໃນໄທ ຊຶ່ງກໍເຊັ່ນດຽວກັນກັບສານໂຊດຽມໄຊຢາໄນທ໌ ທີ່ 1 ກິໂລກຣາມສາມາດເປັນສ່ວນປະສົມໃນການຜະລິດຢາບ້າໄດ້ເຖິງ 22,000 ເມັດ ແລະ ຢາໄອຊ໌ 440 ກຣາມ ສະນັ້ນບັນຫາທີ່ເກີດຂຶ້ນໃນເວລານີ້ກໍຄືໄດ້ມີການສົ່ງທັງເຄື່ອງຈັກ ແລະ ສານເຄມີດັ່ງກ່າວຈາກໄທໄປໃຫ້ຂະບວນການຄ້າຢາເສບຕິດໃນປະເທດເພື່ອນບ້ານເພີ່ມຂຶ້ນນັບມື້ ໂດຍທີ່ທາງການໄທບໍ່ສາມາດອອກຄໍາສັ່ງເພື່ອຫ້າມການສົ່ງອອກດັ່ງກ່າວໄດ້ເລີຍ ເພາະວ່າເປັນສິນຄ້າປະເພດທີ່ສາມາດຊື້-ຂາຍໄດ້ໂດຍບໍ່ຜິດກົດໝາຍໃນໄທນັ້ນເອງ.

ສ່ວນທ່ານ ສົມສັກ ເທບສຸທິນ ລັດຖະມົນຕີກະຊວງຍຸຕິທຳ ໄທ ຖະແຫຼງວ່າການລັກລອບຄ້າຢາເສບຕິດໃນເຂດລຸ່ມແມ່ນໍ້າຂອງທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນຢູ່ໃນເຂດສາມຫຼ່ຽມຄຳຊຶ່ງເປັນຊາຍແດນໃນແມ່ນໍ້າຂອງລະຫວ່າງ ມຽນມາ-ລາວ-ໄທນັ້ນກໍຖືເປັນເຂດທີ່ມີການຜະລິດຢາເສບຕິດຫຼາຍທີ່ສຸດ ຊຶ່ງເຫັນໄດ້ຈາກການປາບປາມການຄ້າຢາເສບຕິດໄດ້ເກີນກວ່າ 1 ແສນກໍລະນີ ແລະ ຈັບຜູ້ຕ້ອງຫາສະເພາະໃນໄທໄດ້ຫຼາຍກວ່າ 1 ແສນຄົນໃນຮອບ 1 ປີທີ່ຜ່ານມາ ແລະ ປະເມີນວ່າການຜະລິດຢາເສບຕິດຢູ່ເຂດສາມຫຼ່ຽມຄຳມີມູນຄ່າເຖິງ 1 ແສນລ້ານຕໍ່ປີ ເພາະວ່າມີການລັກລອບຂົນສົ່ງສານເຄມີໄປໃຫ້ໂຮງງານຜະລິດຢາເສບຕິດຢ່າງຫຼວງຫຼາຍນັ້ນເອງ.

ຍິ່ງໄປກວ່ານັ້ນການປາບປາມການຄ້າຢາເສບຕິດຢ່າງເຂັ້ມງວດໃນປະເທດໄທ ຍັງໄດ້ສົ່ງຜົນເຮັດໃຫ້ຂະບວນການຄ້າຢາເສບຕິດຂ້າມຊາດໄດ້ຫັນໄປນຳໃຊ້ປະເທດລາວເປັນເສັ້ນທາງຜ່ານຂອງການຂົນສົ່ງສານເຄມີ ແລະ ຢາເສບຕິດຈາກເຂດສາມຫຼ່ຽມຄຳໄປຕ່າງປະເທດເພີ່ມຂຶ້ນນັບມື້ ໂດຍສາເຫດທີ່ເຮັດໃຫ້ສາມດຈັດຕັ້ງໄດ້ດັ່ງກ່າວກໍເພາະວ່າແກັ່ງຄ້າຢາເສບຕິດໃນ ລາວ ໄດ້ກາຍເປັນເຄື່ອຂ່າຍດຽວກັນກັບໃນມຽນມາແລ້ວ ສົມທົບດ້ວຍການຂາດງົບປະມານຂອງລັດຖະບານ ລາວ ຈຶ່ງບໍ່ສາມາດປາບປາມໄດ້ຢ່າງມີປະສິດທິຜົນດັ່ງທີ່ພົນເອກ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຢືນຢັນວ່າ

“ຄະນະນຳບາງຂະແໜງການຍັງບໍ່ທັນຍົກສູງການຮັບຜິດຊອບການຈັດຕັ້ງປະຕິບັດວາລະແຫ່ງຊາດກົດໝາຍວ່າດ້ວຍຢາເສບຕິດສະບັບປັບປຸງ ກໍຍັງບໍ່ທັນນເຜີຍແຜ່ໄດ້ຢ່າງກວ້າງຂວາງ ເຮັດໃຫ້ການປະຕິບັດມາດຕະການດ້ານກົດໝາຍຕໍ່ຜູ້ກະທຳຜິດຍັງມີຂໍ້ຈຳກັດ. ຂອດປະສານງານລະຫວ່າງກະຊວງກັບຂະແໜງການທີ່ກ່ຽວຂ້ອງທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນບໍ່ທັນກົມກຽວຍ້ອນແຕ່ລະພາກສ່ວນບໍ່ທັນແຕ່ງຕັ້ງຜູ້ປະສານງານທີ່ຈະແຈ້ງເທື່ອ ການຕອບສະໜອງດ້ານບຸກຄະລາກອນ, ງົບປະມານ, ວັດຖຸ-ອຸປະກອນ, ພາຫະນະທີ່ຈຳເປັນເພື່ອມາຮັບໃຊ້ໃຫ້ແກ່ວາລະແຫ່ງຊາດແມ່ນມີຄວາມຊັກຊ້າເຮັດໃຫ້ການເຄື່ອນໄຫວວາລະແຫ່ງຊາດບໍ່ສາມາດດຳເນີນໄປຕາມແຜນທີ່ໄດ້ວາງໄວ້.”

ໃນ 11 ເດືອນທີ່ຜ່ານມາຕຳຫຼວດລາວສາມາດປາບປາມການຄ້າຢາເສບຕິດໄດ້ 4,707 ຄະດີຈັບຜູ້ຕ້ອງຫາໄດ້ 6,873 ຄົນ, ຍຶດຢາບ້າກັບຢາໄອຊ໌ໄດ້ກວ່າ 17 ໂຕນ, ເຮໂຣອິນ 175 ກິໂລກຣາມ, ຝິ່ນ 250 ກິໂລກຣາມ, ກັນຊາ ກວ່າ 13,966 ກິໂລກຣາມ, ຍານພາຫະນະ, ອາວຸດ ແລະ ອຸປະກອນສື່ສານທີ່ທັນສະໄໝເກີນກວ່າ 20,000 ລາຍການ.

XS
SM
MD
LG