ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ລັດຖະບານໄທ ຈະເພີ້ມມູນຄ່າການຄ້າຊາຍແດນໃນລຸ່ມແມ່ນ້ຳຂອງ ແລະອາຊຽນ ໃຫ້ເຖິງ 2,000 ຕື້ບາດໃນປີ 2027


ພາບນີ້ ນຳອອກມາຈາກວີດີໂອ ຂອງໂທລະພາບແຫ່ງຊາດ ຂອງລາວ ເມື່ອວັນທີ 16 ຕຸລາ 2021 ຜ່ານ AFPTV ສະແດງໃຫ້ເຫັນຂະບວນລົດໄຟຄວາມໄວສູງ ລາວ-ຈີນ ສະຖານີວຽງຈັນ.
ພາບນີ້ ນຳອອກມາຈາກວີດີໂອ ຂອງໂທລະພາບແຫ່ງຊາດ ຂອງລາວ ເມື່ອວັນທີ 16 ຕຸລາ 2021 ຜ່ານ AFPTV ສະແດງໃຫ້ເຫັນຂະບວນລົດໄຟຄວາມໄວສູງ ລາວ-ຈີນ ສະຖານີວຽງຈັນ.

ລັດຖະບານໄທ ຈະເພີ້ມມູນຄ່າການຄ້າຊາຍແດນໃນລຸ່ມແມ່ນ້ຳຂອງ ແລະອາຊຽນໃຫ້ເຖິງ 2,000 ຕື້ບາດໃນປີ 2027 ດ້ວຍການພັດທະນາລະບົບຂົນສົ່ງສິນຄ້າໂດຍທາງລົດໄຟ ທີ່ສະດວງວ່ອງໄວຂຶ້ນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຄ້າຂອງໄທ ເປີດເຜີຍວ່າ ການຄ້າຊາຍແດນ ແລະຜ່ານແດນລະຫວ່າງໄທກັບຈີນ ມຽນມາ ລາວ ກຳປູເຈຍ ຫວຽດນາມ ມາເລເຊຍ ແລະສິກະໂປ ໃນຕະຫຼອດປີ 2023 ມີມູນຄີ່າລວມຫຼາຍກວ່າ 1,742.8 ຕື້ບາດ ແລະໄທ ໄດ້ປຽບດູນການຄ້າໃນມູນຄ່າລວມເກີນກວ່າ 218.65 ຕື້ບາດ ໂດຍມາເລເຊຍ ຍັງຖືເປັນປະເທດທີ່ມີມູນຄີ່າການຄ້າຊາຍແດນກັບໄທ ສູງທີ່ສຸດໃນຂະນະທີ່ລາວ ກໍຍັງເປັນປະເທດທີ່ຂາດດຸນການຄ້າຕໍ່ໄທ ຫຼາຍທີ່ສຸດໃນປີຜ່ານມາ ແຕ່ສຳລັບໃນໄຕມາດທີ 1 ຂອງປີ 2024 ນີ້ ກໍຍັງປາກົດວ່າ ລາວ ໄດ້ແຊງມາເລເຊຍຂຶ້ນມາເປັນຄູ່ຄ້າຊາຍແດນອັນດັບທີ 1 ຂອງໄທ ແລ້ວ ຊຶ່ງກໍເປັນຍ້ອນວ່າ ລາວໄດ້ນຳເຂົ້ານໍ້າມັນຈາກໄທ ທີ່ມີລາຄາສູງຂຶ້ນກວ່າ ໃນໄລຍະດຽວກັນຂອງປີ 2023 ທີ່ຜ່ານມາ ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ຄາດໝາຍວ່າ ການຄ້າຊາຍແດນແລະຜ່ານແດນຂອງໄທ ໃນລຸ່ມນ້ຳຂອງ ແລະອາຊຽນຈະມີມູນຄ່າລວມເພີ້ມຂຶ້ນເປັນ 2,000 ຕື້ບາດໃນປີ 2027 ດັ່ງເຈົ້າໜ້າທີ່ຂັ້ນສູງຂອງໄທ ຢືນຢັນວ່າ:

“ການຄ້າຊາຍແດນ ຄູ່ຄ້າອັນດັບ 1 ຂອງໄທ ກໍແນ່ນອນ ສປປ ລາວ ຮອງລົງມາກໍ ມາເລເຊຍ ມຽນມາ ແລະກຳປູເຈຍ ສິນຄ້າທີ່ສົ່ງອອກ 5 ອັນດັບແລກ ກໍມີນ້ຳມັນດີເຊລ ອັນດັບທີ 1 ອັນດັບທີ 2 ກໍຄືນ້ຳມັນສຳເລັດຮູບ ອັນດັບທີ 3 ກໍເປັນນ້ຳຕານຊາຍຂາວ ແລະກໍດັນດັບທີ 4 ເຄື່ອງດື່ມ ອັນດັບທີ 5 ກໍເປັນນໍ້າຢາງຂຸ້ນ ການນຳເຂົ້າຫັ້ນ ກໍພວກພະລັງງານໄຟຟ້າ ພືດຜັກ ແລະຂອງປຸງແຕ່ງຈາກຜັກ ແກັສທຳມະຊາດ ການແມ່ເຫຼັກສຳລັບຄອມພີວເຕີ ແລ້ວກະອຸປະກອນໄຟຟ້າ ເປົ້າໝາຍຫຼັກຄືການເພີ້ມມູນຄ່າການຄ້າຊາຍແດນ ແລະຜ່ານແດນເປັນ 2 ລ້ານລ້ານບາດ ພາຍໃນປີ 2027.”

ເຈົ້າໜ້າທີ່ຂັ້ນຮສູງຂອງໄທ ຍັງຄາດໝາຍດ້ວຍວ່າ ການຄ້າລະຫວ່າງໄທກັບຈີນ ທີ່ຂົນສົ່ງສິນຄ້າໂດຍທາງລົດໄຟ ລາວ-ຈີນ ໃນປີ 2024 ຈະຂະຫຍາຍຕົວເພີ້ມຂຶ້ນກວ່າ 30 ເປີເຊັນ ທຽບໃສ່ປີ 2023 ເພາະວ່າ ໄດ້ມີການປັບປຸງລະບົບການຂົນສົ່ງທີ່ມີຄວາມສະດວກວ່ອງໄວຫຼາຍຂຶ້ນ ໂດຍການລົດຂັ້ນຕອນໃນການກວດກາສິນຄ້າໃຫ້ໜ້ອຍລົງ ກໍຄືກວດກາສະເພາະຢູ່ທີ່ຕົ້ນທາງແລະປາຍທາງເທົ່ານັ້ນ ໂດຍເມື່ອສົມທົບກັບການຕົກລົງເຊື່ອມຕໍ່ການຂົນສົ່ງສິນຄ້າ ໂດຍທາງລົດໄຟ ລະຫວ່າງໄທ ກັບລາວແລະຈີນ ທີ່ຂະຫຍາຍໄປເຖິງ ມາເລເຊຍ ທີ່ໄດ້ເລີ້ມການຈັດຕັ້ງປະຕິບັດນັບແຕ່ເດືອນມີນາ 2024 ເປັນຕົ້ນມາແລ້ວນັ້ນ ກໍຍັງເປັນປັດໄຈສຳຄັນທີ່ຈະເຮັດໃຫ້ການຄ້າຊາຍແດນແລະຜ່ານແດນ ລະຫວ່າງ ໄທ-ມາເລເຊຍ ແລະຈີນ ໂດຍຜ່ານລາວນັ້ນ ຍັງຈະເພີ້ມຂຶ້ນ ເປັນ 2,000 ຕື້ບາດ ໃນ 3 ປີຕໍ່ໜ້້າຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ຫົວໜ່ວຍທຸລະກິດຂອງລາວ ຈະໄດ້ຮັບຜົນປະໂຫຍດພຽງສ່ວນນ້ອຍເທົ່ານັ້ນ ເພາະພາກການຜະລິດສິນຄ້າສ່ວນໃຫຍ່ໃນລາວ ຍັງບໍ່ສາມາດມສດຕອບສະໜອງນຄວາມຕ້ອງການພາຍໃນໄດ້ຢ່າງພຽງພໍ ຈຶ່ງຕ້ອງເພິ່ງພາການນຳເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດເປັນຫລັກ ສ່ວນສິນຄ້າສົ່ງອອກ ກໍຍັງມີຢ່າງຈຳກັດ ກໍຄືພະລັງງານໄຟຟ້າ ແລະແຮ່ທາດເທົ່ານັ້ນ ຈຶ່ງເຮັດໃຫ້ລາວ ຕ້ອງປະເຊີນກັບບັນຫາຂາດດຸນການຄ້າຕ່າງປະເທດເລື້ອຍມາ ແລະຍັງເຮັດໃຫ້ເງິນຕາຕ່າງປະເທດຫລຸດລົງອີກດ້ວຍ ດັ່ງທີ່ ດຣ. ອັດ ພິສານວານິດ ຜູ້ຊ່ຽວຊານດ້ານການຄ້າໃນອາຊຽນ ຢືນຢັນວ່າ:

“ໂຄງສ້າງທາງເສດຖະກິດຂອງປະເທດລາວ ກໍຄືເປັນປະເທດທີ່ຕ້ອງເພິ່ງພາສິນຄ້າອຸປະໂພກ-ບໍລິໂພກ ແລະສິນຄ້າຈຳເປັນເຊັ່ນ ນ້ຳມັນ ຈາກຕ່າງປະເທດ ເຮັດໃຫ້ເງິນຕາຫັ້ນ ຕ້ອງໄຫລອອກຕ່າງປະເທດ ເພາະສະນັ້ນ ເຮັດໃຫ້ເງິນຕາຕ່າງປະເທດຫັ້ນ ຫລຸດລົງໄປ ສິນຄ້າສົ່ງອອກເຂົາຫັ້ນ ມີຢ່າງດຽວ ກໍຄືວ່າ ໄຟຟ້າ ແລະແຮ່ທດເນາະ ໄປປະເທດໄທ ກໍເປັນນຶ່ງໃນລູກຄ້າທີ່ໄປຊື້ໄຟຟ້າຈາກ ສປປ ລາວ ເພາະສະນັ້ນ ສິນຄ້າຫັ້ນ ບໍ່ມີຫຼາກຫຼາຍ ສ່ວນແຮ່ທາດຫັ້ນ ມັນບໍ່ໄດ້ຂຸດເອົາໄປຂາຍໄດ້ງ່າຍໆ ກໍຕ້ອງໃຫ້ນັກລົງທຶນຕ່າງຊາດເຂົ້າມາເຮັດບໍ່ແຮ່ ຈຶ່ງຈະໄດ້ເງິນຕາຫັ້ນ ເພາະສະນັ້ນ ຄວາມໜ້າເຊື່ອຖືຄ່າເງິນຫັ້ນ ຈຶ່ງຫລຸດລົງຢ່າງຕໍ່ເນື່ອງ.”

ທັງນີ້ໂດຍ ດຣ ອັດ ໄດ້ປະມານການວ່າ ໃນປັດຈຸບັນ ລັດຖະບານລາວ ມີເງິນຕາຕ່າງປະເທດໃນລະບົບທະນາຄານ ຄິດເປັນມູນຄ່າລວມທັງໝົດ ບໍ່ເກີນ 1,300 ລ້ານໂດລາ ຫຼືເທົ່າກັບການນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2 ເດືອນເທົ່ານັ້ນ ໃນຂະນະທີ່ມາດຕະຖານສາກົດຕ້ອງບໍ່ຕ່ຳກວ່າ 6 ເດືອນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG