ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານໄທອະນຸຍາດ ແຜນການຮັບຊື້ ໄຟຟ້າ ຈາກລາວ ເພີ່ມຂຶ້ນເປັນ 9,000 MW


ລາວກໍຍັງໄດ້ວາງເປົ້າໝາຍ ທີ່ຈະທຳການເຊື່ອມຕໍ່ລະບົບສາຍສົ່ງ ກະແສໄຟຟ້າກັບໄທ ມາເລເຊຍ ແລະສິງກະໂປ ໃຫ້ໄດ້ໃນປີ 2016 ນີ້
ລາວກໍຍັງໄດ້ວາງເປົ້າໝາຍ ທີ່ຈະທຳການເຊື່ອມຕໍ່ລະບົບສາຍສົ່ງ ກະແສໄຟຟ້າກັບໄທ ມາເລເຊຍ ແລະສິງກະໂປ ໃຫ້ໄດ້ໃນປີ 2016 ນີ້

ລັດຖະບານໄທອະນຸຍາດແຜນການຮັບຊື້ ກະແສໄຟຟ້າຈາກລາວ ເພີ່ມຂຶ້ນເປັນ 9,000 ເມກາວັດ ສ່ວນລັດຖະບານລາວ ກໍໄດ້ວາງແຜນການເພີ່ມການສົ່ງອອກພະລັງງານໄຟຟ້າ ໄປຕ່າງປະເທດໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທ່ານອາຣີພົງ ພູ່ຊະອຸມ ປະລັດກະຊວງພະລັງງານຂອງໄທ ໃຫ້ການຢືນຢັນວ່າ ລັດຖະ ບານໄທ ໄດ້ອະນຸມັດແຜນການຮັບຊື້ພະລັງງານໄຟຟ້າຈາກລາວເພີ່ມຂຶ້ນ ຈາກ 7,000 ເປັນ 9,000 ເມກາວັດ ເມື່ອບໍ່ນານມານີ້ ໂດຍການອະນຸມັດດັ່ງກ່າວ ເປັນການພິຈາລະນາ ຕາມການຮ້ອງຂໍຂອງລັດຖະບານລາວ ທີ່ຕ້ອງການຈະເພີ່ມການຂາຍພະລັງງານ ໄຟຟ້າ ໃຫ້ໄທເປັນ 10,000 ເມກາວັດ ແຕ່ເນື່ອງຈາກແຜນພັດທະນາກຳລັງຜະລິດໄຟ ຟ້າຂອງ ໄທ ໃນຊ່ວງປີ 2015-2035 ໄດ້ກຳນົດໃຫ້ສາມາດຮັບຊື້ພະລັງງານໄຟຟ້າຈາກຕ່າງ ປະເທດໄດ້ ໃນສັດສ່ວນ 20 ເປີເຊັນ ຂອງກຳລັງຜະລິດໄຟຟ້າທັງໝົດ ແລະຕ້ອງເປັນ ການຮັບຊື້ຈາກ ຫຼາຍໆປະເທດເພື່ອຄວາມໝັ້ນຄົງດ້ານພະລັງງານດ້ວຍນັ້ນ ຈຶ່ງສາມາດ ຮັບຊື້ພະລັງງານ ໄຟຟ້າຈາກລາວໄດ້ເພີ່ມຂຶ້ນອີກພຽງບໍ່ເກີນ 2,000 ເມກາວັດ ເທົ່ານັ້ນ.

ໂຄງການກໍ່ສ້າງເຂື່ອນພະລັງໄຟຟ້ານ້ຳຕົກ ໄຊຍະບູລີ ໃກ້ຈະສຳເລັດ ຕາມແຜນການ
ໂຄງການກໍ່ສ້າງເຂື່ອນພະລັງໄຟຟ້ານ້ຳຕົກ ໄຊຍະບູລີ ໃກ້ຈະສຳເລັດ ຕາມແຜນການ

ທາງດ້ານ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງາ ແລະບໍ່ແຮ່ ໃຫ້ການຢືນຢັນວ່າ ວິໄສທັດຂອງການພັດທະນາໃນ ພາກພະລັງງານທີ່ລັດຖະບານລາວ ໄດ້ວາງອອກ ນັບຈາກປັດຈຸບັນເຖິງປີ 2025 ຄືການພັດທະນາລາວໃຫ້ເປັນຜູ້ສົ່ງອອກ ພະລັງງານໄຟຟ້າລາຍໃຫຍ່ ຫຼືເປັນໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງ ໂດຍລັດຖະບານ ລາວ ໄດ້ວາງແຜນການທີ່ຈະເພີ່ມການຜະລິດພະລັງງານໄຟຟ້າໃຫ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ ດັ່ງທີ່ທ່ານໄດ້ໃຫ້ການເນັ້ນຢ້ຳວ່າ:

“ສຳລັບປີ 2020 ນີ້ ພວກເຮົາຄາດວ່າ ຈະສາມາດຜະລິດພະລັງງານໄຟຟ້າເພີ່ມ ເຕີມອີກ ໃຫ້ເປັນປະມານໝື່ນເມກາວັດ ແລະສາມາດຜະລິດພະລັງງານໄຟຟ້າ ຫຼາຍກວ່າ 60,000 ລ້ານກິໂລວັດ/ໂມງຕໍ່ປີ ແລ້ວ ກະໃນຍຸດທະສາດພວກເຮົາ ວາງໄວ້ຮອດປີ 2025 ກໍຈະຜະລິດພະລັງງານໄຟຟ້າໃຫ້ໄດ້ເຖິງ 14,000- 15,000 ເມກາວັດ.”

ພ້ອມກັນນີ້ ທາງການລາວກໍຍັງໄດ້ວາງເປົ້າໝາຍ ທີ່ຈະທຳການເຊື່ອມຕໍ່ລະບົບສາຍສົ່ງ ກະແສໄຟຟ້າກັບໄທ ມາເລເຊຍ ແລະສິງກະໂປ ໃຫ້ໄດ້ໃນປີ 2016 ນີ້ອີກດ້ວຍ ເພາະວ່າ ການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນ (ASEAN Power Grid) ກໍຄືເປົ້າໝາຍທີ່ສຳຄັນໃນການຕອບສະໜອງພະລັງງານໄຟ ຟ້າໃຫ້ກັບປະເທດສະມາຊິກອາຊຽນດ້ວຍກັນ ໄດ້ຢ່າງພຽງພໍ ຊຶ່ງລັດວິສາຫະກິດໄຟຟ້າ ລາວ ໄດ້ຕົກລົງຂາຍພະລັງງານໄຟຟ້າ 100 ເມກາວັດ ໃຫ້ກັບສິງກະໂປ ເມື່ອບໍ່ນານມານີ້ ຫາກແຕ່ຍັງບໍ່ມີຄວາມຊັດເຈນ ວ່າ ການລົງນາມໃນຂໍ້ຕົກລົງເຊື່ອມຕໍ່ ລະບົບສາຍສົ່ງກະແສ ໄຟຟ້າກັບໄທ ມາເລເຊຍ ແລະສິງກະໂປ ນັ້ນ ຈະມີຂຶ້ນຢ່າງເປັນທາງການເມື່ອໃດແທ້.

ທາງດ້ານທ່ານ Maximus Ongkili ລັດຖະມົນຕີວ່າການກະຊວງພະລັງງານ ຂອງ ມາເລເຊຍ ກໍຢືນຢັນວ່າ ລັດຖະບານມາເລເຊຍ ຕ້ອງການທີ່ຈະດຳເນີນການສຶກສາ ກ່ຽວກັບຜົນກະທົບຈາກແຜນການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ຈາກລາວຜ່ານໄທ ແລະມາເລເຊຍ ຕໍ່ໄປຍັງສິງກະໂປ ຢ່າງຮອບດ້ານກ່ອນທີ່ຈະມີການລົງນາມ ໃນຂໍ້ຕົກລົງ ດັ່ງກ່າວ ລະຫວ່າງ 4 ປະເທດໃນລະຍະຕໍ່ໄປ.

ກ່ອນໜ້ານີ້ ລັດຖະມົນຕີພະລັງງານຈາກລາວ ໄທ ມາເລເຊຍ ແລະສິງກະໂປ ມີກຳນົດ ທີ່ຈະຮ່ວມກັນລົງນາມໃນຂໍ້ຕົກລົງວ່າດ້ວຍ ການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າດັ່ງກ່າວ ໃນໂອກາດກອງປະຊຸມລັດຖະມົນຕີພະລັງງານຄັ້ງທີ 33 ຂອງອາຊຽນ ເມື່ອເດືອນຕຸລາ 2015 ຢູ່ປະເທດມາເລເຊຍ ຫາກແຕ່ວ່າ ດ້ວຍການສະແດງທ່າທີດັ່ງກ່າວ ຂອງທາງການ ມາເລເຊຍ ຈຶ່ງເຮັດໃຫ້ບໍ່ມີການລົງນາມໃນຂໍ້ຕົກລົງດັ່ງກ່າວແຕ່ຢ່າງໃດ ທັງຍັງບໍ່ມີກຳນົດ ການທີ່ຊັດເຈນອີກດ້ວຍ.

ຫາກແຕ່ທ່ານ Maximus Ongkili ໄດ້ຢືນຢັນວ່າ ທາງການມາເລເຊຍ ຈະໃຊ້ເວລາບໍ່ຕ່ຳ ກວ່າ 6 ເດືອນເພື່ອທຳການສຶກສາປ້ອງກັນຜົນກະທົບ ຈາກການເຊື່ອມຕໍ່ສາຍສົ່ງກະແສ ໄຟຟ້າຈາກມາເລເຊຍໄປສິງກະໂປ ສ່ວນການເຊື່ອມຕໍ່ສາຍສົ່ງກະແສໄຟຟ້າ ລະຫວ່າງ ລາວ-ໄທ-ມາເລເຊຍ ນັ້ນ ສາມາດທີ່ຈະດຳເນີນການໄດ້ທັນທີ ເນື່ອງຈາກມີລະບົບສາຍສົ່ງ ຢູ່ແລ້ວ ຈຶ່ງຄອຍຖ້າພຽງການຈັດທຳ ແລະລົງນາມໃນສັນຍາຊື້ຂາຍ ພະລັງງານໄຟຟ້າ ລະຫວ່າງກັນຢ່າງເປັນທາງການເທົ່ານັ້ນ.

ກ່ອນໜ້ານີ້ ລັດຖະບານຂອງທັງ 4 ປະເທດ ກໍໄດ້ມີການແຕ່ຕັ້ງຄະນະປະຕິບັດງານຂຶ້ນມາ ຮັບຜິດຊອບ ໃນການຈັດທຳຂໍ້ຕົກລົງ ລະຫວ່າງກັນເສັດສົມບູນແລ້ວ ໂດຍປະກອບມີ ເນື້ອໄນ ສຳຄັນ 4 ດ້ານດ້ວຍກັນ ກໍຄືດ້ານເທັກນິກ ດ້ານພາສີອາກອນ ດ້ານລະບຽບ ກົດໝາຍ ແລະດ້ານການບໍລິຫານທີ່ຈະຖືເປັນຫຼັກການປະຕິບັດຮ່ວມກັນຕໍ່ໄປ.

XS
SM
MD
LG