ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທຈະພັດທະນາຈັງຫວັດຊຽງຮາຍ ໃຫ້ເປັນສູນກາງ ດ້ານ Logistic ສຳ​ລັບເຂດລຸ່ມແມ່ນໍ້າຂອງ ຕອນເທິງ ເພື່ອເຊື່ອມຕໍ່ກັບ ລາວ - ພະມ້າ ແລະຈີນ ພາຍໃນປີ 2030


ລັດ​ຂົນ​ສົ່ງ​ສິ​ນ​ຄ້າ​ຈາກ​ຈີນ​ ຈອດ​ຢູ່​ດ່ານບໍ່​ເຕັນ ທີ່​ເປັນ​ດ່ານ​ຊາຍ​ແດນ​ລາວ-ຈີນ ​ຢູ່​ພາກ​ເໜືອ​ຂອງ​ລາວ
ລັດ​ຂົນ​ສົ່ງ​ສິ​ນ​ຄ້າ​ຈາກ​ຈີນ​ ຈອດ​ຢູ່​ດ່ານບໍ່​ເຕັນ ທີ່​ເປັນ​ດ່ານ​ຊາຍ​ແດນ​ລາວ-ຈີນ ​ຢູ່​ພາກ​ເໜືອ​ຂອງ​ລາວ

ລັດຖະບານໄທຈະພັດທະນາຈັງຫວັດຊຽງຮາຍ ໃຫ້ເປັນສູນກາງການເຊື່ອມຕໍ່ດ້ານ Logistic ໃນເຂດລຸ່ມແມ່ນໍ້າຂອງຕອນເທິງເພື່ອເຊື່ອມຕໍ່ກັບລາວ - ພະມ້າ ແລະຈີນ ໃຫ້ໄດ້ຢ່າງເປັນຮູບປະທຳພາຍໃນປີ 2030, ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້ ມາ​ສະ​ເໜີ​ທ່ານຈາກ​ບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມະນາຄົມຂອງໄທ ຢືນຢັນວ່າ ລັດຖະບານໄທ ໄດ້ວາງແຜນການພັດທະນາລະບົບ Logistic ທີ່ທັນສະໄໝ ເພື່ອເຊື່ອມຕໍ່ກັບປະເທດເພື່ອນບ້ານໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນ ໃຫ້ໄດ້ຢ່າງຄົບວົງຈອນພາຍໃນ ປີ 2030. ໃນນີ້ກໍລວມເຖິງແຜນການພັດທະນາລະບົບ Logistic ທີ່ເຊື່ອມຕໍ່ ກັບລາວ-ມຽນມ້າ ແລະ ຈີນອີກ​ດ້ວຍ. ທັງ​ນີ້ ລັດຖະບານໄທໄດ້ວາງແຜນການພັດທະນາຈັງຫວັດຊຽງຮາຍ ໃຫ້ເປັນສູນກາງຂອງການເຊື່ອມຕໍ່ດັ່ງກ່າວ ດ້ວຍເງິນລົງທຶນລວມຫຼາຍກວ່າ 100 ຕື້ບາດ ສຳລັບໂຄງການຂະຫຍາຍສະ​ໜາມບິນສາກົນຊຽງຮາຍ, ໂຄງການພັດທະນາສູນປ່ຽນຖ່າຍຮູບແບບການຂົນສົ່ງສິນຄ້າ ຢູ່ໃນເຂດຊາຍແດນໄທ -ລາວ ທີ່ອຳເພີຊຽງຂອງກັບເມືອງຫ້ວຍຊາຍ ແລະໂຄງການກໍ່ສ້າງທາງລົດໄຟໃນເສັ້ນທາງຈາກເດ່ນໄຊ - ຊຽງຮາຍ - ຊຽງຂອງ ໄປເຊື່ອມຕໍ່ກັບລາວທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະຄາດຫວັງວ່າ ທາງການຈີນກໍຈະລົງທຶນໃນການກໍ່ສ້າງທາງລົດໄຟ ແລະທາງດ່ວນຈາກດ່ານບໍ່ເຕັນ ມາ ທີ່ເມືອງຫ້ວຍຊາຍ ເພື່ອເຊື່ອມຕໍ່ກັນໃຫ້ໄດ້ໃນ 7 ປີຂ້າງໜ້າ ຫຼື ປີ 2030, ດັ່ງທີ່ເຈົ້າໜ້າທີ່ໄທຢືນຢັນວ່າ:

ຊຽງຂອງເອງ ກໍ່ໄດ້ຮັບການພັດທະນາ ບໍ່ວ່າຈະເປັນເລື່ອງຂອງລົດຍົນ ແລ້ວກໍຍັງມີໃນເລື່ອງຂອງລົດໄຟ ອັນນີ້ ເປັນຈຸດປ່ຽນທີ່ສຳຄັນຂອງຈັງຫວັດຊຽງຮາຍເລີຍ ເນື່ອງຈາກຈະມີລົດໄຟເດ່ນໄຊ - ຊຽງຮາຍ - ຊຽງຂອງ. ຕອນນີ້ ລົດໄຟເຮົາມາແລ້ວ, ການຂົນສົ່ງ ລະບົບ Logistic ຕ່າງໆ ມັນກໍ່ຈະມາໃນພື້ນທີ່ ຈັງຫວັດຊຽງຮາຍໜັກຂຶ້ນ, ຊຽງຂອງເຮົາຈະເຕີບໃຫຍ່ ໃນອີກ 7 ປີ ຂ້າງໜ້ານີ້ ມີໂອກາດສູງຫຼາຍ.

ການພັດທະນາດັ່ງກ່າວນີ້ ຖືເປັນ​ພາກສ່ວນນຶ່ງຂອງການເປັນຫຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາຢ່າງຍືນຍົງ ລະຫວ່າງລາວ -ໄທ ຊຶ່ງໄດ້ຕົກລົງຮ່ວມກັນ ເມື່ອເດືອນມິຖຸຸນາ 2022 ແລະຍັງໄດ້ສ້າງແຜນປະຕິບັດການຮ່ວມກັນ ສຳລັບປີ 2022 – 2026 ໂດຍໃຫ້ຄວາມສຳຄັນເປັນພິເສດ ໃນການພັດທະນາທາງເສດຖະກິດ ເພື່ອຊີວິດການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນລາວ - ໄທ ດ້ວຍການພັດທະນາໃນດ້ານການເຊື່ອມຕໍ່ການຂົນສົ່ງລະຫວ່າງຈີນ - ລາວ - ໄທ ທີ່ແນໃສ່ການເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ສູງຂຶ້ນ, ດັ່ງທີ່ ດຣ, ດະໄນຄັນ ພົງພັດຊະຣາທອນເທບ ຫົວໜ້າສູນຈີນສືກສາ ທີ່ມະຫາວິທະຍາໄລຊຽງໃໝ່ ໄດ້ຢືນຢັນວ່າ:

“ເມື່ອທາງດ່ວນລະຫວ່າງບໍ່ເຕັນ - ຫ້ວຍຊາຍສຳເລັດ, ການຂົນສົ່ງສິນຄ້າໜີ້ ຈະໃຊ້ເວລາປະມານ 3 – 4 ຊົ່ວໂມງເທົ່ານັ້ນ, ຖ້າຫາກເຮົາສາມາດເປີດເສັ້ນທາງການເດີນລົດ ໃນເລື່ອງຂອງການຂົນສົ່ງທີ່ເຊື່ອມໂຍງ ລະຫວ່າງບໍລິສັດລາວ ກັບບໍລິສັດໄທໄດ້ ຈະເຮັດໃຫ້ການໃຫ້ບໍລິການຕັ້ງແຕ່ຊຽງຂອງ, ສິນຄ້າຈະໄປຈີນ ມີ One Stop Service ເມື່ອເຂົ້າມາທີ່ລາວ ແລະຈີນ ກໍ່ສາມາດຜ່ານບ່ອນນີ້ ໄດ້ຢ່າງວ່ອງໄວ, ​ຍິ່ງມີ ທາງ ດ່ວນມາແລ້ວ, ມີລະບົບທັງ Hardware ແລະກໍ Software ທີ່ສົມບູນ ຂ້າ​ພະ​ເຈົ້າຄິດວ່າ ບ່ອນນີ້ແຫລະ ຄື ໂອກາດຂອງ Northern Economic Corridor ຂອງໄທ.”

ສ່ວນ​ບໍ​ລິ​ສັດ Yunnan Sunny ກໍ່​ສ້າງ​ຂົວ-ທາງ​ຈຳ​ກັດຈາກ​ຈີນລາຍ​ງານ​ວ່າ ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ ການ​ລົງ​ທຶນກໍ່ສ້າງ​ທາງ​ດ່ວນ​ ທີ່​ເຊື່ອມ​ຕໍ່​ເມືອງ​ຫ້ວຍ​ຊາຍ ແຂວງບໍ່​ແກ້ວ ກັບ​ດ່ານ​ບໍ່​ເ​ຕັນ ​ໃນ​ແຂວງ​ຫລວງ​ນ້ຳ​ທາ ​ໄດ້​ດຳ​ເນີນ​ການ​ສຳ​ເລັດ​ແລ້ວ ຊຶ່ງ​ພົບ​ວ່າ​ຈະ​ຕ້ອງ​ໃຊ້​ເງິນ​ລົງ​ທຶນ​ສຳ​ລັບ​ກໍ່​ສ້າງ ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 24,126 ລ້ານຢວນ ໂດຍ​ທາງ​ດ່ວນ​ຈະ​ມີ 4 ຊ່ອ​ງຈາ​ລະ​ຈອນ ທີ່​ມີ​ຄວາມກວ້າງ​ລວມ 21 ແມັດ ໄລ​ຍະ​ທາງ 176.3 ກິ​ໂລ​ແມັດ ທີ່​ຈະ​ເຮັດ​ໃຫ້​ເວ​ລາ ​ໃນ​ການ​ເດີນ​ທາງ​ຫລຸດ​ລົງ​ຈາກ​ເກີນກວ່າ 5 ຊົ່ວ​ໂມງໃນ​ປັດ​ຈຸ​ບັນ ​ເຫລືອ​ພຽງ 1 ຊົ່ວ​ໂມ​ງ​ເຄິ່ງ​ເທົ່າ​ນັ້ນ.

ທາງ​ດ່ວນ​ຫ້ວຍ​ຊາຍ-ບໍ່​ເຕັນ​ດັ່ງ​ກ່າວ ​ຈະ​ກໍ່​ສ້າງ​ຄູ່​ຂະ​ໜານ​ກັບ​ຖະ​ໜົນ R3A ທີ່​ເຊື່ອມ​ຕໍ່​ບໍ່​ເຕັນກັບຫ້ວ​ຍ​ຊາຍ​ຢູ່ແລ້ວ ແຕ່​ເປັນ​ຖະ​ໜົນທີ່​ມີ​ພຽງ 2 ຊ່ອງຈາ​ລະ​ຈອນ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້ບໍ່​ສະ​ດວກວ່ອງ​ໄວ ​ໃນ​ການ​ຂົນ​ສົ່ງສິນ​ຄ້າ ແລະໂດຍ​ສານ.​ ສະ​ນັ້ນ ກ​ະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ຈຶ່ງ​ໄດ້​ຕົກ​ລົງ​ໃຫ້​ບໍ​ລິ​ສັດ Yunnan Sunny ​ກໍ່​ສ້າງ​ຂົວ-ທາງ​ຈຳ​ກັດ ເປັນ​ຜູ້ລົ​ງ​ທຶນ​ໃນ​ຮູບ​ແບບ BOT ກໍ​ຄື​ການກໍ່​ສ້າງ ແລະ​ເກັບ​ເອົາ​ຜົນ​ປະ​ໂຫຍດ​ ຈົນ​ຄົບ​ອາ​ຍຸ​ສັນ​ຍາ​ສຳ​ປະ​ທານ ແລ້ວ​ຈຶ່ງ​ໂອນໂຄງ​ການ​ໃຫ້ກັບລັດ​ຖະ​ບານ​ລາ​ວ.

ຊຶ່ງກໍ​ເຊັ່ນ​ດຽວ​ກັນ​ກັບ​ໂຄງ​ການກໍ່​ສ້າງ​ທາງ​ດ່ວນ​ອີກ 2 ເສັ້ນ​ທາງ ທີ່​ບໍ​ລິ​ສັດ​ຈີນ​ໄດ້​ຮັບ​ອະ​ນຸ​ມັດ​ໃຫ້​ລົງ​ທຶນໃນ​ຮູບ​ແບບ BOT ຈາກ​ລັດ​ຖະ​ບານ​ລາວ ເຊັ່ນດຽວ​ກັນ ຄືທາງດ່ວນວັງວຽງ-​ດ່ານບໍ່ເຕັນ ແລະທາງ​ດ່ວນ​ນະ​ຄອນ​ຫລວງ ວຽງ​ຈັນ-ສະ​ຫວັນ​ນະ​ເຂດ-ປາກ​ເຊ ທີ່​ຮ່ວມ​ທຶນກັນ​ລະ​ຫວ່າງບໍ​ລິ​ສັດ China Yunnan Sunny Road, ບໍລິສັດ China Road and Bridge ແລະບໍລິສັດດວງຈະເລີນພັດທະນາຈຳກັດ ກັບບໍລິສັດພູສີກໍ່ສ້າງ ແລະພັດທະນາ (ມະຫາຊົນ) ຈຳກັດ ໂດຍ​ມີ​ກຳ​ນົດ​ການກໍ່​ສ້າງໃຫ້ສໍາເລັດພາຍໃນປີ 2030 ເຊັ່ນດຽວກັນ.

XS
SM
MD
LG