ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ລັດ​ຖະ​ບານ ໄທ ອະ​ນຸ​ຍາດ​ໃຫ້​ຕໍ່​ອາ​ຍຸ​ ການ​ຈ້າງ​ແຮງ​ງານ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ ໄປ​ຈົນ​ເຖິງ​ປີ 2025


​ກຳ​ມະ​ກອນ​ ກ​ຳ​ປູ​ເຈຍ, ລາວ, ມຽນ​ມາ, ລົງ​ທະ​ບຽນ​ແຮງ​ງານ​ໃນ​ປະ​ເທດ ໄທ.
​ກຳ​ມະ​ກອນ​ ກ​ຳ​ປູ​ເຈຍ, ລາວ, ມຽນ​ມາ, ລົງ​ທະ​ບຽນ​ແຮງ​ງານ​ໃນ​ປະ​ເທດ ໄທ.

​ລັດ​ຖະ​ບານ ໄທ ອະ​ນຸ​ຍາດ​ໃຫ້​ຕໍ່​ອາ​ຍຸ​ການ​ຈ້າງ​ແຮງ​ງານ ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຍດ​ນາມ ໄປ​ຈົນ​ເຖິງ​ປີ 2025 ທັງ​ຍັງ​ໄດ້​ອະ​ນຸ​ຍາດ​ໃຫ້​ນາຍ​ຈ້າງ​ໃນ ໄທ ສາ​ມາດ​ນຳ​ເຂົ້າ​ແຮງ​ງານ​ຈາກ​ທັງ 4 ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ອີກ​ດ້ວຍ.

ທ່ານ ທະ​ນະ​ກອນ ວັງ​ບຸ​ນ​ຄົງ​ຊະ​ນະ​ ໂຄ​ສົກຄະ​ນະ​ລັດ​ຖະ​ບານ ໄທ ຖະ​ແຫຼງວ່າ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ ໄທ ທີ່​ມີ​ທ່ານ​ພົນ​ເອກ ປະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ເປັນ​ປະ​ທານ​ໃນປະ​ຊຸມເມື່ອບໍ່​ດົນ​ມານີ້​ໄດ້​ມີ​ມະ​ຕິ​ຕົກ​ລົງ​ອະ​ນຸ​ຍາດ​ໃຫ້​ຕໍ່​ອາ​ຍຸ​ການ​ຈ້າງ​ແຮງ​ງານ ລາວ, ກຳ​ປູ​ເຈຍ, ມຽນ​ມາ, ຫວຽດ​ນາມ​ໃນ​ໄທ​ອອກ​ໄປ​ເຖິງ​ປີ 2025 ທັງ​ໃນ​ສ່ວ​ນ​ທີ່​ເປັນ​ແຮງ​ງານ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ທີ່​ລັກ​ລອບ​ເຮັດ​ວຽກ​ໂດຍ​ຜິດ​ກົດ​ໝາຍ​ໃນ ໄທ ນັ້ນ​ໂດຍ​ໃຫ້​ຖື​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ນາຍ​ຈ້າງ​ໃນ ໄທ ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ແຈ້ງ​ຂໍ້​ມູນ ແລະ ຈົດ​ທະ​ບ​ຽນ​ການ​ຈ້າງ​ແຮງ​ງານ​ທຸກ​ຄົນ​ຕາມ​ລະ​ບຽບ​ກົດ​ໝາຍ​ດັ່ງ​ທີ່​ທ່ານ ທະ​ນະ​ກອນ ຢືນ​ຢັນ​ວ່າ

“ແຮງງານຕ່າງດ້າວຖືກຕ້ອງຕາມກົດໝາຍ ທີ່ໄດ້ຮັບອະນຸຍາດໃຫ້ເຮັດວຽກເຖິງວັນທີ 13 ກຸມພາ 2023 ສາມາດຍື່ນຄຳຮ້ອງຂໍຕໍ່ໃບອະນຸຍາດເຮັດວຽກ ແລະ ຢູ່ໃນຣາຊະອານາຈັກ ແລະ ເປັນການຊົ່ວຄາວໄດ້ເຖິງ 13 ກຸມພາ 2028 ໂດຍຈະຕ້ອງດຳເນີນການຕາມການປະກາດຂອງກະຊວງພາຍໃນ ແລະ ກໍການປະກາດຂອງກະຊວງແຮງງານ ໃນສ່ວນແຮງງານຕ່າງດ້າວທີ່ຜິດກົດໝາຍນັ້ນ ນາຍຈ້າງກໍຍື່ນຄວາມຕ້ອງການຈ້າງແຮງງານດັ່ງກ່າວໃນໄລຍະເວລາ 30 ວັນ ເຮັດວຽກນັບຕັ້ງແຕ່ວັນທີ່ມີມະຕິເຫັນຊອບ.”

ທ່ານ ສຸ​ຊາດ ຊົມ​ກິ່ນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ​ໄທ​ຢືນ​ຢັນ​ວ່າ​ໃນ​ປັດ​ຈຸ​ບັນ​ມີ​ແຮງ​ງານ​ຈາກ ມຽນ​ມາ, ລາວ, ກຳ​ປູ​ເຈຍ, ຫວຽດ​ນາມ ທີ່​ເຮັດ​ວຽກ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ປະ​ເທດ ໄທ 2,131,751 ຄົນ​ໃນ​ນີ້ເປັນ​ແຮງ​ງານ​ມຽນ​ມາ 1,462,935 ຄົນ, ກຳ​ປູ​ເຈຍ 455,476 ຄົນ, ລາວ 213,203 ຄົນ, ຫວຽດ​ນາມ 137 ຄົນ ຫາກ​ແຕ່​ວ່າ​ນາຍ​ຈ້າງ​ ໄທ ຍັງ​ຕ້ອງ​ການ​ຈ້າງ​ແຮງ​ງານ​ຈາກ 4 ປະ​ເທດ​ດັ່ງ​ກ່າວ​ເພີ່ມ​ຂຶ້ນ 4 ແສນກວ່າຄົນ ຊຶ່ງ​ລັດ​ຖະ​ບານ ໄທ ກໍ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ແຮງ​ງານ​ໄດ້​ໂດຍ​ຜ່ານ​ບໍ​ລິ​ສັດ​ຈັດ​ຫາ​ງານ​ເທົ່າ​ນັ້ນ ແລະ ແຮງ​ງານ​ຕ້ອງ​ໄດ້​ຮັບ​ການ​ສັກ​ຢາ​ວັກ​ຊີນ​ກັນ ໂຄວິດ-19 ຈຳ​ນວນ 2 ເຂັມ ແລະ ກັກ​ບໍ​ລິ​ເວນ 7 ວັນ. ສ່ວນ​ແຮງ​ງານ​ທີ່​ໄດ້​ຮັບ​ຢາ​ວັກ​ຊີນ 1 ເຂັມ​ນັ້ນ​ຈະ​ຕ້ອງ​ໄດ້​ສັກ​ເຂັມ​ທີ 2 ແລະ ກັກ​ບໍ​ລິ​ເວນ 14 ວັນ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຮງ​ງານ​ໄທ ເປີດ​ເຜີຍ​ວ່າ​ໃນ​ປັດ​ຈຸ​ບັນ​ມີ​ແຮງ​ງານ​ລາວ​ທີ່​ເຮັດ​ວຽກ​ຢ່າງ​ຖື​ກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ ໄທ ຈຳ​ນວນ 213,203 ຄົນ ສ່ວນ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ໄດ້​ເຮັດ​ໃຫ້​ແຮງ​ງານ​ລາວ​ທີ່​ລັກ​ລອບ​ເຮັດ​ວຽກ​ໂດຍ​ຜິດ​ກົດ​ໝາຍ​ໃນ ໄທ ແລະ ຖືກ​ເລີກ​ຈ້າງ​ນັ້ນ​ຕ້ອງ​ພາ​ກັນ​ເດີນ​ທາງ​ກັບ​ມາ​ລາວ​ເກີນກວ່າ 439,000 ຄົນ​ໃນ​ຊ່ວງ​ປີ 2020-2021 ທັງ​ຄາດ​ວ່າ​ຍັງ​ເຫຼືອ​ແຮງ​ງານ​ລາວ​ອີກຫຼາຍກວ່າ 15,500 ຄົນ​ທີ່​ຍັງ​ລັກ​ລອບ​ເຮັດ​ວຽກ​ໂດຍ​ຜິດ​ກົດ​ໝາຍ​ໃນ​ໄທ​ຢູ່​ເລື້ອຍ​ມາ ເພາະ​ຄ່າ​ຈ້າງ​ສູງກວ່າ​ລາວ​ເກີນກວ່າ 4 ເທົ່າ ກໍ​ຄື 350 ບາດຫຼື 166,250 ກີບ​ຕໍ່​ວັນ ໃນ​ຂະ​ນະ​ທີ່​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ຢູ່​ໃນ​ລາວ​ນັ້ນ​ບໍ່​ເຖິງ 40,000 ຕໍ່​ວັນຫຼື​ເດືອນ​ລະ 1 ລ້ານ 2 ແສນ​ກີບ​ເທົ່າ​ນັ້ນ.

ຍິ່ງ​ໄປ​ກວ່າ​ນັ້ນ​ການ​ພັດ​ທະ​ນາ​ຄຸນ​ນະ​ພາບ​ຝີ​ມື​ແຮງ​ງານ ລາວ ຍັງ​ບໍ່​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ການ​ຂາດ​ແຄນ​ນັກ​ຊ່ຽວ​ຊານ​ດ້ານ​ເທັກ​ໂນ​ໂລ​ຈີ​ສະ​ໄໝ​ໃໝ່ ແລະ ເມື່ອ​ສົມ​ທົບ​ດ້ວຍ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ດ້ວຍ​ແລ້ວ​ກໍ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ອັດ​ຕາ​ການ​ຫວ່າງ​ງານ​ໃນ ລາວ ໄດ້​ເພີ່ມ​ຂຶ້ນ​ຈາກ​ລະ​ດັບ 7 ເປີ​ເຊັນ​ໃນ​ຕົ້ນ​ປີ 2020 ເປັນ​ເກີນກວ່າ 35 ເປີ​ເຊັນ​ໃນ​ປັດ​ຈຸ​ບັນ​ນີ້ ໂດຍ​ສະ​ເພາະ​ພາກ​ທຸ​ລະ​ກິດ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ນັ້ນ ກໍ​ຄື​ພາກ​ທຸ​ລະ​ກິດ​ທີ່​ມີ​ການ​ເລີກ​ຈ້າງ​ແຮງ​ງານຫຼາຍ​ທີ່​ສຸດ​ໃນ ລາວ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ ດັ່ງ​ທີ່​ທ່ານ ສົມ​ມາດ ພົນ​ເສ​ນາ ຮອງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ຢືນ​ຢັນ​ວ່າ

“ໃຫ້​ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ຈັດ​ສັນ​ງົບ​ປະ​ມານ​ຮັບ​ໃຊ້​ບັນ​ດາ​ຄາດ​ໝາຍ​ທີ່​ຍັງ​ບໍ່​ທັນ​ບັນ​ລຸ​ໃຫ້​ມີ​ຄວາມ​ຄືນ​ໜ້າ​ໃຫ້​ເປັນ​ເຈົ້າ​ການ​ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃນ​ການ​ພັດ​ທະ​ນາ​ຝີ​ມື​ແຮງ​ງານ ການ​ຈັດ​ຫາວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ ລາວ ສະ​ໜອງ​ແຮງ​ງານ​ໃຫ້​ເຂດ​ເສດ​ຖະ​ກິດ​ພິ​ເສດ ນິ​ຄົມ​ອຸດ​ສາ​ຫະ​ກຳ ໂຄງ​ການ​ລົງ​ທຶນ​ຕ່າງ​ໆ​ຢູ່​ພາຍ​ໃນ​ປະ​ເທດ ແລະ ເຂົ້າ​ສູ່​ຕະ​ຫຼາດ​ແຮງ​ງານ​ຕ່າງ​ປະ​ເທດ ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ແຮງ​ງານ​ພວກ​ໄປ​ຕ່າງ​ປະ​ເທດ​ໃຫ້​ເຂົ້າ​ສູ່​ລະ​ບົບ.”

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ​ຢືນ​ຢັນ​ວ່າ​ການ​ຫວ່າງ​ງານ​ໃນ ລາວ ໄດ້​ກາຍ​ເປັນ​ບັນ​ຫາ​ທີ່​ຮຸນ​ແຮງ​ເພີ່ມ​ຂຶ້ນ​ນັບ​ມື້ ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ໂດ​ຍ​ສະ​ເພາະ​ແຮງ​ງານ​ລາວ​ທີ່​ຖືກ​ເລີກ​ຈ້າງ​ໃນ​ໄທ ແລະ ເດີ​ນ​ທາງ​ກັບ​ມາ​ລາວ​ຫາຫຼາຍກວ່າ 439,000 ຄົນ​ນັ້ນ​ກໍ​ຍັງ​ບໍ່​ສາ​ມາດ​ແກ້​ໄຂ​ໄດ້ ເພາະ​ວ່າ​ນັບ​ແຕ່​ປີ 2021 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ລັດ​ຖະ​ບານ ລາວ ສາ​ມາດ​ສ້າງວຽກ​ເຮັດ​ງານ​ທຳ​ພາຍ​ໃນ​ປະ​ເທດ​ໃຫ້​ກັບ​ແຮງ​ງານ​ລາວ​ໄດ້​ພຽງ 45,500 ຄົນ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ​ແຮງ​ງານ​ລາວ​ສ່​ວນ​ໃຫຍ່​ທີ່​ຖືກ​ເລີກ​ຈ້າງ​ທັງ​ໃນ​ລາວ ແລະ ໄທ ຈຳ​ນວນ​ນັບ​ລ້ານ​ຄົນ​ນັ້ນ​ຍັງ​ຈະ​ຕ້ອງ​ຕົກ​ຢູ່​ພາຍ​ໃຕ້​ພາ​ວະ​ການ​ຫວ່າງ​ງານ​ຕໍ່​ໄປ​ຈົນ​ກວ່າ​ພາກ​ທຸ​ລະ​ກິດ​ທັງ​ໃນ​ລາວ ແລະ ໄທ ຈະ​ຟື້ນ​ຕົວ​ດີ​ຂຶ້ນ​ນັ້ນ​ເອງ.

XS
SM
MD
LG