ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລມຕ ໄທ ກ່າວວ່າ ຈີນ ອາດຈະຍຸຕິແຜນການ ລະເບີດແກ້ງຫິນ ຢູ່ເສັ້ນທາງເດີນເຮືອ ໃນແມ່ນ້ຳຂອງ


ແກ້ງຄອນຜີຫລົງ ທີ່ຕັ້ງຢູ່ແມ່ນ້ຳຂອງ ລະຫວ່າງ ແຂວງບໍ່ແກ້ວຂອງລາວ ກັບ ຈັງຫວັດຊຽງລາຍຂອງໄທ ເປັນຈຸດນຶ່ງ ຢູ່ໃນແຜນການຂະຫຍາຍເສັ້ນທາງເດີນເຮືອ ຂອງຈີນ.
ແກ້ງຄອນຜີຫລົງ ທີ່ຕັ້ງຢູ່ແມ່ນ້ຳຂອງ ລະຫວ່າງ ແຂວງບໍ່ແກ້ວຂອງລາວ ກັບ ຈັງຫວັດຊຽງລາຍຂອງໄທ ເປັນຈຸດນຶ່ງ ຢູ່ໃນແຜນການຂະຫຍາຍເສັ້ນທາງເດີນເຮືອ ຂອງຈີນ.

ລັດຖະມົນຕີວ່າການຕ່າງປະເທດຂອງໄທ ຢືນຢັນວ່າ ທາງການຈີນ ອາດຈະຍຸຕິແຜນ
ການຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງ ເພາະຮັບຮູ້ເຖິງຄວາມກັງວົນຂອງ
ປະຊາຊົນ ຕໍ່ການລະເບີດແກ່ງຫິນ.

ທ່ານດອນ ປຣະມັດວິໄນ ລັດຖະມົນຕີວ່າການຕ່າງປະເທດຂອງໄທ ໃຫ້ການຢືນຢັນວ່າ
ທາງການຈີນ ໄດ້ສະແດງທ່າທີວ່າ ອາດຈະພິຈາລະນາຍຸຕິ ປັບປ່ຽນແຜນການຂະຫຍາຍ
ເສັ້ນທາງເດີນເຮືອ ໃນແມ່ນ້ຳຂອງ ໃນໂອກາດການປະຊຸມລະດັບລັດຖະມົນຕີ ວ່າດ້ວຍ
ຄວາມຮ່ວມມື ໃນເຂດລຸ່ມແມ່ນ້ຳລ້ານຊ້າງ ກັບແມ່ນ້ຳຂອງ ຄັ້ງທີ 3 ທີ່ເມືອງຕ້າຫລີ ແຂວງ
ຢຸນໜານ ເມື່ອວັນທີ 15 ທັນວາ 2017 ທີ່ຜ່ານມາ.

ທ່ານດອນ ປຣະມັດວິໄນ ລັດຖະມົນຕີວ່າການຕ່າງປະເທດຂອງໄທ ຖະແຫລງຕໍ່ສື່ມວນຊົນ
ທ່ານດອນ ປຣະມັດວິໄນ ລັດຖະມົນຕີວ່າການຕ່າງປະເທດຂອງໄທ ຖະແຫລງຕໍ່ສື່ມວນຊົນ

ທັງນີ້ ໂດຍທ່ານຫວັງ ອີ້ ລັດຖະມົນຕີວ່າການຕ່າງປະເທດຂອງຈີນ ໄດ້ຢືນຢັນຕໍ່ກອງ
ປະຊຸມວ່າ ລັດຖະບານຈີນ ໄດ້ຮັບຮູ້ເຖິງຄວາມກັງວົນໃຈຂອງປະຊາຊົນໄທ ແລະລາວ
ທີ່ມີຕໍ່ການລະເບີດແກ້ງຫິນ ຂະໜາດໃຫຍ່ອອກຈາກເສັ້ນທາງເດີນເຮືອ ເພື່ອເຮັດໃຫ້
ການເດີນເຮືອຈາກເຂດສິບສອງພັນນາຂອງຈີນ ໄປເຖິງຫລວງພະບາງ ໃຫ້ໄດ້ຕາມ
ຂໍ້ຕົກລົງ ວ່າດ້ວຍການເດີນເຮືອໃນແນວແມ່ນ້ຳຂອງ ລະຫວ່າງ ຈີນ ມຽນມາ ລາວ
ແລະໄທ ນັບແຕ່ປີ 1992 ເປັນຕົ້ນມານັ້ນ.

ກ່ອນໜ້ານີ້ ຄະນະລັດຖະບານໄທ ກໍໄດ້ມີມະຕິຕົກລົງ ໃຫ້ການສະໜັບສະໜູນ ແຜນ
ການຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງ ຕາມການຂອງທາງການຈີນແລ້ວ
ແຕ່ພົນເອກປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ກໍໄດ້ໃຫ້ການຢືນຢັນວ່າ ມະຕິ
ຕົກລົງດັ່ງກ່າວນີ້ ຍັງບໍ່ແມ່ນການຕົກລົງໃຫ້ດຳເນີນການລະເບີດ ແລະເຄື່ອນຍ້າຍ
ແກ້ງຫິນອອກໄປຈາກເສັ້ນທາງເດີນເຮືອແຕ່ຢ່າງໃດ ຫາກແຕ່ວ່າ ເປັນການເຫັນດີ
ໃຫ້ດຳເນີນການສຶກສາ-ສຳຫລວດ ທັງຜົນປະໂຫຍດ ແລະຜົນກະທົບຢ່າງຮອບດ້ານ
ກ່ອນທີ່ຈະຕັດສິນໃຈໃນຂັ້ນຕໍ່ໄປ.

ທັງນີ້ ໂດຍ ພົນເອກ ປຣະຢຸດ ໄດ້ອະທິບາຍວ່າ ແກ້ງຫິນໃນແມ່ນ້ຳຂອງ ທີ່ຢູ່ໃນເຂດ
ແດນ ລະຫວ່າງ ລາວກັບໄທນັ້ນ ບໍ່ແມ່ນເຂດອະທິປະໄຕຂອງໄທ ຫາກແຕ່ເປັນເຂດ
ອະທິປະໄຕ ຂອງລາວ ຕາມທີ່ໄດ້ມີການກຳນົດໄວ້ໃນສົນທິສັນຍາ ລະຫວ່າງ ສະຢາມ
ກັບ ຝຣັ່ງ ໃນອະດີດ ແຕ່ເນື່ອງຈາກວ່າ ແກ້ງຫິນທີ່ຈະຕ້ອງທຳການລະເບີດ ເພື່ອເຄື່ອນ
ຍ້າຍອອກໄປຈາກເສັ້ນທາງເດີນເຮືອນັ້ນ ຈະສົ່ງຜົນກະທົບແນວໃດຫຼືບໍ່ ຕໍ່ຮ່ອງນ້ຳເລີກ
ທີ່ເປັນເຂດແດນ ລະຫວ່າງ ລາວ-ໄທ ໃນແມ່ນ້ຳຂອງນັ້ນ ຈຶ່ງເປັນບັນຫາ ທີ່ຈະຕ້ອງ
ຮ່ວມກັນສຶກສາ ສຳຫລວດໃນໄລຍະຕໍ່ໄປ ດັ່ງທີ່ ພົນເອກ ປຣະຍຸດ ໄດ້ໃຫ້ການຢືນຢັນ
ວ່າ:
“ການລະເບີດແກ້ງແມ່ນ້ຳຂອງ ມະຕິ ຄຣມ (ມະຕິຄະນະລັດຖະມົນຕີ) ບອກວ່າ
ໃຫ້ໄປສຶກສາ ແລ້ວກໍໃຫ້ນຳຂໍ້ມູນນີ້ ໄປຊີ້ແຈງໃນທີ່ປະຊຸມ ປະຊຸມກັນວ່າ ຖ້າເຂົາ
ເຮັດ ຈະເຮັດແນວໃດ ຈະເຮັດໄດ້ຫຼືບໍ່ ສະມາຊິກ ເຫັນດ້ວຍນຳກັນໝົດແລ້ວບໍ່
ໃນດ້ານຂໍ້ມູນ ທີ່ເວົ້າເຖິງການຂະຫຍາຍເສັ້ນທາງ ການເດີນເຮືອ ການຂົນສົ່ງ
ສິນຄ້າ ໃນແມ່ນ້ຳຂອງ ມັນກໍຕ້ອງໄປຕໍ່ອີກວ່າ ສະມາຊິິກທັງໝົດ 4-5 ປະເທດ
ເຫັນດ້ວຍພ້ອມກັນໝົດ ແລ້ວບໍ່ ຖ້າເຫັນດ້ວຍແນວໃດ ກໍຕ້ອງນຳເອົາເລື່ອງເຂົ້າ
ຄຣມ ມັນຍັງໄປບໍ່ເຖິງຕອນນັ້ນເລີຍ ແລ້ວກໍຄົງບໍ່ປ່ອຍໃຫ້ມັນເສຍຫາຍດອກ ແລະ
ຂໍ້ທີ່ສຳຄັນ ທຸກຄົນຮູ້ຫຼືບໍ່ວ່າ ເກາະແກ້ງກາງແມ່ນ້ຳຂອງທັງໝົດ ບໍ່ແມ່ນຂອງໄທ
ສະນັ້ນ ການລະເບີດມັນກໍຈະມີຜົນໃນເລື່ອງຂອງຮ່ອງນ້ຳເລີກ ເຊິ່ງມັນເປັນເສັ້ນ
ເຂດແດນ.”

ໂດຍສະເພາະ ແມ່ນແກ້ງຄອນຜີຫລົງ ທີ່ຕັ້ງຢູ່ແມ່ນ້ຳຂອງ ລະຫວ່າງ ແຂວງບໍ່ແກ້ວ
ຂອງລາວ ກັບ ຈັງຫວັດຊຽງລາຍຂອງໄທ ນັ້ນ ຍັງເຮັດໃຫ້ທາງການລາວ-ໄທ ຢ້ານວ່າ
ການລະເບີດແກ້ງດັ່ງກ່າວນີ້ ຈະສົ່ງຜົນກະທົບຕໍ່ຮ່ອງນ້ຳເລີກ ທີ່ເປັນເສັ້ນແບ່ງເຂດແດນ
ໃນແມ່ນ້ຳຂອງ ລະຫວ່າງ ລາວ-ໄທ ເຊິ່ງຍັງບໍ່ໄດ້ຕົກລົງປັນເຂດແດນຮ່ວມກັນ ສ່ວນ
ເຄື່ອຂ່າຍອະນຸລັກ ນັ້ນ ກໍຢ້ານວ່າ ຈະກະທົບຕໍ່ສິ່ງແວດລ້ອມທຳມະຊາດ ສັດນ້ຳ ແລະ
ປະຊາຊົນລາວ ແລະໄທ ຢ່າງກວ້າງຂວາງ.

ໂດຍການເດີນເຮືອໃນແມ່ນ້ຳຂອງ ຕາກການຕົກລົງດັ່ງກ່າວປະກອບມີທ່ານເຮືອ 14
ແຫ່ງ ດ້ວຍກັນ ແບ່ງເປັນ 4 ແຫ່ງໃນຈີນ 6 ແຫ່ງໃນລາວ 2 ແຫ່ງໃນມຽນມາ ແລະ 2
ແຫ່ງໃນໄທ ແຕ່ວ່າ ຈົນເຖິງປັດຈຸບັນນີ້ ການເດີນເຮືອ ກໍຍັງບໍ່ສາມາດເຊື່ອມຕໍ່ໄປເຖິງ
ທ່າເຮືອປາຍທາງ ທີ່ຫລວງພະບາງ ໄດ້ເລີຍ ເພາະມີແກ່ງຫິນຂະໜາດໃຫຍ່ ຂວາງກັ້ນ
ເສັ້ນທາງເດີນເຮືອ ທີ່ເປັນເຂດແດນໃນແມ່ນ້ຳຂອງ ລະຫວ່າງ ແຂວງບໍ່ແກ້ວ ກັບຈັງຫວັດ
ຊຽງລາຍ ເຊິ່ງຈະສາມາດເຄື່ອນຍ້າຍ ດ້ວຍການລະເບີດເທົ່ານັ້ນ.

XS
SM
MD
LG