ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກວິໄຈໄທເວົ້າວ່າ ມີຍິງລາວ ລັກລອບ ໄປຂາຍ ບໍລິການທາງເພດ ໃນໄທ ເພີ່ມຂຶ້ນ


ກໍາມະກອນໂຮງງານຕັດຫຍິບລາວ
ກໍາມະກອນໂຮງງານຕັດຫຍິບລາວ
ນັກວິໄຈດ້ານແຮງງານໃນໄທ ຢືນຢັນວ່າ ການທີ່ມີແຮງງານ
ລາວລັກລອບເຂົ້າມາທໍາງານໃນໄທຫຼາຍຂຶ້ນ ເຮັດໃຫ້ແມ່ຍິງ
ລາວ ຈໍານວນບໍ່ໜ້ອຍ ຕ້ອງຖືກບັງຄັບໃຫ້ຂາຍບໍລິການທາງ
ເພດ ເພີ່ມຂຶ້ນນັບມື້.

ນັກວິໄຈດ້ານແຮງງານຂ້າມຊາດປະຈໍາສະຖາບັນວິໄຈສັງຄົມ
ຂອງມະຫາວິທະຍາໄລຂອນແກ່ນ ຊຶ່ງບໍ່ຕ້ອງການເປີດເຜີຍຊື່ ໄດ້ໃຫ້ການຢືນຢັນກັບວີໂອເອວ່າ ການເດີນທາງໄປ-ມາທີ່ສະ
ດວກລະຫວ່າງປະຊາຊົນລາວ-ໄທໃນທຸກມື້ນີ້ ໄດ້ກາຍເປັນ
ຊ່ອງທາງໃນການສ້າງຜົນປະໂຫຍດໃຫ້ກັບກຸ່ມຫຼືຂະບວນ
ການຄ້າມະນຸດຂ້າມຊາດ ໄດ້ຫຼາຍຂຶ້ນດ້ວຍເຊັ່ນກັນ ເພາະ
ການເດີນທາງໄປ-ມາທີ່ສະດວກດັ່ງກ່າວນີ້ໄດ້ຖືກ ສວຍໃຊ້
ເປັນຊ່ອງທາງໃນການນໍາພາແຮງງານລາວໄປລັກລອບທໍາງານໂດຍຜິດກົດໝາຍໃນໄທ
ຫຼາຍຂຶ້ນນັບມື້ ໂດຍໃນທີ່ນີ້ລວມເຖິງແຮງງານລາວເພດຍິງທີ່ຂາຍບໍລິການທາງເພດໃນ ໄທອີກດ້ວຍ.

ການຂາຍບໍລິການທາງເພດຂອງແຮງງານລາວເພດຍິງໃນໄທດັ່ງກ່າວນີ້ ກໍມີທັງສະໝັກ
ໃຈແລະຖືກບີບບັງຄັບ ແຕ່ທີ່ໜ້າເປັນຫ່ວງຍິ່ງໄປກວ່ານັ້ນ ກໍຄືການເກັບກໍາຂໍ້ມູນຂອງນັກ
ວິໄຈດ້ານແຮງງານຂອງໄທດັ່ງກ່າວນີ້ ຍັງພົບວ່າມີເຍົາວະຊົນລາວ ເພດຍິງທີ່ເປັນນັກ
ຮຽນ-ນັກສຶກສານັ້ນ ໄດ້ພາກັນສະໝັກໃຈທີ່ຈະເດີນທາງເຂົ້າມາຂາຍບໍລິການທາງເພດ ໃນໄທຫຼາຍຂຶ້ນ ດັ່ງທີ່ນັກວິໄຈຂອງໄທໄດ້ໃຫ້ການຢືນຢັນວ່າ:
ກອງປະຊຸມພັດທະນາແຮງງານລາວ
ກອງປະຊຸມພັດທະນາແຮງງານລາວ


“ໃນຕອນນີ້ ມັນຈະມີລັກສະນະຂອງຄວາມຫຼາກຫຼາຍ
ຂອງການໃຫ້ບໍລິການ ຢ່າງເຊັ່ນວ່າເດັກທີ່ເຂົ້າມານັ້ນ
ເປັນເດັກຮຽນໜັງສື ຮຽນວັນຈັນເຖິງວັນສຸກ ຕອນແລງ
ວັນສຸກກໍຈະເຂົ້າມາຂາຍບໍລິການ ແລ້ວວັນອາທິດກໍກັບ
ຫຼືໃນຊ່ວງຂອງເທດສະການ ວັນຢຸດກໍຈະເປັນຊ່ວງທີ່
ເດັກໄດ້ມີໂອກາດເຂົ້າມາຫາເງິນໃນເມືອງໄທ ກໍຄືເຂົ້າ
ມາແລ້ວກໍມາຂາຍບໍລິການແລ້ວກໍກັບໄປຮຽນໜັງສືຕໍ່.”


ແຕ່ຢ່າງໃດກໍຕາມ ຈົນເຖິງປັດຈຸບັນ ກໍຍັງບໍ່ມີສະຖິຕິຊັດເຈນວ່າມີແມ່ຍິງແລະເຍົາວະຊົນ ລາວເພດຍິງຈໍານວນເທົ່າໃດທີ່ຖືກບີບບັງຄັບຫຼືສະໝັກໃຈຂາຍບໍລິການທາງເພດໃນໄທ
ຫາກແຕ່ອົງການຄຸ້ມຄອງແຮງງານຕ່າງດ້າວໃນໄທກໍເຊື່ອວ່າມີແຮງງານລາວ ຫຼາຍກວ່າ
5 ແສນຄົນ ທີ່ລັກລອບທໍາງານຢູ່ໃນໄທໃນທຸກມື້ນີ້ ໂດຍເກີນກວ່າ 55% ໃນຈໍານວນດັ່ງ
ກ່າວນີ້ ເປັນແຮງງານລາວເພດຍິງທີ່ມີຄວາມສ່ຽງສູງ ທີ່ຈະຖືກ ບີບບັງຄັບໃຫ້ຕ້ອງຂາຍ
ບໍລິການທາງເພດນັ້ນເອງ.

ດ້ວຍສະພາບການດັ່ງກ່າວນີ້ ຈຶ່ງພາໃຫ້ມີການພົບປະແລກປ່ຽນຄວາມຄິດເຫັນລະຫວ່າງ
ຄະນະຊ່ຽວຊານຂອງອົງການແຮງງານສາກົນ (ILO) ກັບຄະນະຜູ້ຕາງໜ້າຂອງທາງການ
ລາວເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນ ດ້ວຍເປົ້າໝາຍເພື່ອການດັດແກ້ກົດໝາຍແຮງ
ງານສະບັບປັດຈຸບັນຂອງລາວໃຫ້ທັນສະໄໝ ແລະສອດຄ່ອງກັບບັນດາສົນທິສັນຍາສາ
ກົນທີ່ລາວໄດ້ຮ່ວມເປັນພາຄີຢູ່ດ້ວຍ.

ທັງນີ້ໂດຍສະເພາະແມ່ນສົນທິສັນຍາວ່າດ້ວຍຄວາມສະເໝີພາກ ລະຫວ່າງແຮງງານ ເພດຍິງ-ຊາຍ ສົນທິສັນຍາວ່າດ້ວຍການຄຸ້ມຄອງແຮງງານເດັກນ້ອຍ ແລະຫຼັກການສາ
ກົນວ່າດ້ວຍຄະນະກໍາມະການຮ່ວມສາມຝ່າຍ ລະຫວ່າງລັດຖະບານກັບນາຍຈ້າງແລະ
ລູກຈ້າງ ຊຶ່ງການປະຕິບັດຕາມຫຼັກການສາກົນເຫຼົ່ານີ້ ກໍຈະບໍ່ພຽງທີ່ຈະເຮັດໃຫ້ແຮງງານ
ໃນລາວໄດ້ຮັບການຄຸ້ມຄອງສິດທິທັງໃນດ້ານສະວັດດີການ ແລະສະວັດດີພາບໃນການ
ທໍາງານຢ່າງຄົບຖ້ວນເທົ່ານັ້ນ ຫາກແຕ່ກໍຍັງຈະເປັນໂອກາດໃນການພັດທະນາຝີມືຂອງ
ແຮງງານລາວໃຫ້ໄດ້ມາດຕະຖານສາກົນເພື່ອໃຫ້ສາມາດແຂ່ງຂັນໃນຕະຫຼາດແຮງງານ
ໂລກໄດ້ຢ່າງແທ້ຈິງອີກດ້ວຍ

ກົດໝາຍແຮງງານສະບັບປັດຈຸບັນຂອງລາວ ໄດ້ບັງຄັບໃຊ້ນັບແຕ່ປີ 1994 ເປັນຕົ້ນມາ
ແລະກໍໄດ້ມີການດັດແກ້ມາແລ້ວຄັ້ງນຶ່ງໃນປີ 2006 ຫາກແຕ່ເມື່ອມາເຖິງປັດຈຸບັນນີ້ ສະ
ພາບການຕ່າງໆ ທັງພາຍໃນລາວແລະຕ່າງປະເທດນັ້ນ ກໍໄດ້ປ່ຽນແປງໄປຢ່າງໄວວາ
ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງດັດແກ້ກົດໝາຍ ແຮງງານຂອງລາວໃຫ້ທັນສະໄໝ
ຊຶ່ງຈະມີການເພີ່ມຂຶ້ນຈາກເດີມ 77​ ມາດຕາ ເປັນ 134 ມາດຕາເພື່ອໃຫ້ຮັດກຸມແລະສາ
ມາດບັງຄັບໃຊ້ໄດ້ຢ່າງຊັດເຈນ ອັນຈະເປັນປະໂຫຍດຕໍ່ແຮງງານລາວນັ້ນເອງ.
XS
SM
MD
LG