ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດນາຍົກລັດຖະມົນຕີໄທ ທ່ານທັກສິນ ຈະກັບຄືນປະເທດ ຈາກການລີ້ໄພ ຢູ່ຕ່າງປະເທດ ມາຍາວນານ ທ່າມກາງການເມືອງທີ່ບໍ່ໄປບໍ່ມາ


ແຟ້ມພາບ - ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ຕອບຄຳຖາມຕ່າງໆຂອງນັກຂ່າວ ໃນລະຫວ່າງການໃຫ້ສຳພາດໃນລາຍງານຂ່າວ ທີ່ນະຄອນນິວຢອກ, ເໃມື່ອວັນທີ 9 ມີນາ 2016.
ແຟ້ມພາບ - ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ຕອບຄຳຖາມຕ່າງໆຂອງນັກຂ່າວ ໃນລະຫວ່າງການໃຫ້ສຳພາດໃນລາຍງານຂ່າວ ທີ່ນະຄອນນິວຢອກ, ເໃມື່ອວັນທີ 9 ມີນາ 2016.

ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ຜູ້ທີ່ໄດ້ໄປລີ້ໄພຢູ່ຕ່າງປະເທດ ວາງແຜນທີ່ຈະກັບຄືນປະເທດໃນວັນອັງຄານມື້ອື່ນນີ້ ຊຶ່ງລູກສາວຂອງທ່ານ ໄດ້ກ່າວວ່າ ໃນຂະນະທີ່ປະເທດກຳລັງດີ້ນຮົນເພື່ອຈະຜ່ານຜ່າບັນຫາການເມືອງທີ່ບໍ່ໄປບໍ່ມາຢູ່ນີ້ ພາຍຫຼັງຈາກການເລືອກຕັ້ງແຫ່ງຊາດ ໃນເດືອນພຶດສະພາຜ່ານມາ ອີງຕາມອົງການຂ່າວຣອຍເຕີ.

ມະຫາເສດຖີດ້ານທຸລະຄົມມະນາຄົມ ອະດີດນາ​ຍົກ​ລັດ​ຖະ​ມົນ​ຕີ ຈາກປີ 2001 ຈົນເຖິງຊ່ວງເວລາທີ່ທ່ານໄດ້ຖືກໂຄ່ນລົ້ມໃນການກໍ່ລັດຖະປະຫານໃນປີ 2006, ຊຶ່ງປັດຈຸບັນນີ້ ດຳລົງຊີວິດຢູ່ໃນຖານະເປັນຜູ້ລີ້ໄພໂດຍການເນລະເທດຕົນເອງ ລຸນຫຼັງໄດ້ຫລົບໜີອອກໄປຈາກໄທເພື່ອຫລີກລ່ຽງໂທດຈຳຄຸກໃນການສໍ້ລາດບັງຫຼວງໃນປີ 2008. ທ່ານຍັງຈະປະເຊີນກັບໂທດຈຳຄຸກດັ່ງກ່າວຢູ່ ຕາບໃດທີ່ທ່ານເດີນທາງກັບຄືນໄປຮອດປະເທດ.

ໃນຂໍ້ຄວາມທີ່ໄດ້ຂຽນລົງສື່ສັງຄົມເມື່ອວັນເສົາຜ່ານມານີ້ ລູກສາວຫຼ້າຂອງທ່ານທັກສິນ ທ່ານນາງແພທອງທານ ຊິນນະວັດ ໄດ້ກ່າວວ່າ ທ່ານນາງຈະໄປພົບກັບພໍ່ຂອງທ່ານນາງ ຢູ່ທີ່ສະໜາມບິນດອນເມືອງ ໃນ “ວັນອັງຄານ ທີ 22 ສິງຫາ.”

ພ້ອມກັນນັ້ນ ວັນອັງຄານມື້ອື່ນນີ້ ຍັງໄດ້ຖືກກຳນົດໃຫ້ເປັນວັນລົງຄະແນນສຽງເພື່ອເລືອກເອົານາຍົກລັດຖະມົນຕີ ອີກຄັ້ງນຶ່ງ ຊຶ່ງພັກເພື່ອໄທ ທີ່ໜຸນຫຼັງໂດຍ ທ່ານທັກສິນ ຈະໄດ້ສະເໜີຊື່ ຜູ້ທີ່ຈະມາເປັນນາຍົກລັດຖະມົນ.

ທ່ານທັກສິນ ໃນເມື່ອກ່ອນ ໄດ້ເລື່ອນການເດີນທາງກັບຄືນປະເທດ ໃນວັນທີ 10 ສິງຫາ ອອກໄປ ໂດຍອ້າງເຖິງຄວາມຈຳເປັນທາງການແພດ ເພື່ອກວດສຸຂະພາບ. ທ່ານຍັງຕ້ອງປະເຊີນກັບໂທດຕິດຄຸກເຖິງ 10 ປີ. ທ່ານມີອາຍຸໄດ້ 74 ປີ ຈະຕ້ອງເຂົ້າສູ່ຂະບວນການດ້ານຍຸຕິທຳ ເມື່ອໃດທີ່ທ່ານກັບຄືນມາ, ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດ ທ່ານສຸຣະເຊດ ຫັກພານ ໄດ້ກ່າວ.

Thailand's self-exiled former Prime Minister Thaksin Shinawatra plans to return to the country on Tuesday, his daughter said, as the country is struggling to overcome a political deadlock after a May national election.

The former telecommunications tycoon, premier from 2001 until he was ousted in a 2006 coup, lives in self-imposed exile after fleeing Thailand to avoid a jail sentence for graft in 2008. He would still be subject to jail upon return.

In a social media post on Saturday, Thaksin's youngest daughter, Paetongtarn Shinawatra, said she would meet her father at Bangkok's Don Muang Airport on "Tuesday, August 22."

Also scheduled for Tuesday is another parliamentary vote for prime minister, to be nominated by the Thaksin-backed Pheu Thai Party.

Thaksin earlier postponed his return from Aug. 10, citing the need for a medical checkup. He still faces up to 10 years in jail.

The 74-year-old would be subject to the judicial process upon his return, deputy national police chief Surachate Hakparn has said.

XS
SM
MD
LG