ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໓໐ ພຶດສະພາ ໒໐໒໔

ນັກເສດຖະສາດໄທ ລະບຸວ່າ ການຂາດດຸນການຄ້າຢ່າງຕໍ່ເນື່ອງສົ່ງຜົນກະທົບເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງສູ່ລະດັບຂັ້ນວິກິດ


ເງິນກີບ ແລະເງິນຕາຈາກປະເທດຕ່າງໆ
ເງິນກີບ ແລະເງິນຕາຈາກປະເທດຕ່າງໆ

ນັກເສດຖະສາດໄທ ລະບຸວ່າ ການຂາດດຸນການຄ້າຢ່າງຕໍ່ເນື່ອງສົ່ງຜົນກະທົບເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງສູ່ລະດັບສູງ ທີ່ນຳໄປສູ່ວິກິດການທາງການເງິນໄດ້ທຸກເມື່ອ.

ຮສ ດຣ ອັທ ພິສານວານິຊຍ໌ ນັກເສດຖະສາດທີ່ຊ່ຽວຊານດ້ານການຄ້າໃນເອເຊຍ ໃຫ້ທັດສະນະວ່າ ສປປ ລາວ ຍັງຈະຕ້ອງປະເຊີນກັບບັນຫາຂາດແຄນທຶນສຳຮອງເງິນຕາຕ່າງປະເທດຢ່າງໜັກໜ່ວງເພີ້ມຂຶ້ນອີກ ເຖິງແມ່ນວ່າ ລາວ ໄດ້ປຽບດຸນການຄ້າຕ່າງປະເທດກໍຕາມ ແຕ່ເນື່ອງຈາກວ່າ ລາຍຮັບສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກໄຟຟ້າມູນຄ່າລວມ 2,382 ລ້ານໂດລານັ້ນ ຕ້ອງໃຊ້ຊຳລະໜີ້ຕ່າງປະເທດ ຈຶ່ງມີລາຍຮັບພຽງສ່ວນນ້ອຍທີ່ໄດ້ໂອນເຂົ້າມາໃນລະບົບທະນາຄານຂອງລາວ ໃນຂະນະທີ່ລາວ ຍັງຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນການນຳເຂົ້ານ້ຳມັນເຊື້ອໄຟ ແລະສິນຄ້າອຸປະໂພກບໍລິໂພກທີ່ຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດນັ້ນ ກໍຍິ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຫລຸດໜ້ອຍລົງອີກ ໂດຍປະມານການວ່າ ມີມູນຄ່າລວມບໍ່ເກີນ 1,000 ລ້ານໂດລາ ຊຶ່ງສາມາດນຳເຂົ້າສິນຄ້າຈາກຕ່າງປະເທດໄດ້ບໍ່ເຖິງ 2 ເດືອນເທົ່ານັ້ນ ໃນປັດຈຸບັນນີ້ ດັ່ງທີ່ ຮສ ດຣ ອັທ ໄດ້ໃຫ້ການຢືນຢັນວ່າ:

“ໂຄງສ້າງທາງເສດຖະກິດຂອງປະເທດລາວ ກໍຄືເປັນປະເທດທີ່ຕ້ອງເພິ່ງພາສິນຄ້າອຸປະໂພກບໍລິໂພກ ແລະສິນຄ້າຈຳເປັນ ເຊັ່ນ ນ້ຳມັນຈາກຕ່າງປະເທດ ເຮັດໃຫ້ເງິນຕາຫັ້ນໄຫລອອກໄປຕ່າງປະເທດ ແລະເຮັດໃຫ້ເງິນຕາຕ່າງປະເທດຫຼຸ້ຍຫ້ຽນລົງໄປ ເມື່ອກ່ອນນີ້ ເຂົາຢູ່ປະມານ 2 ຫາ 3 ພັນລ້ານໂດລາສະຫະລັດ ປັດຈຸບັນນີ້ ເຫຼືອປະມານ 1,000 ລ້ານໂດລາສະຫະລັດ ເພາະສະນັ້ນ ເງິນຈາຕ່າງປະເທດ ບໍ່ເຂົ້າ ຂະນະດຽວກັນ ສິນຄ້າສົ່ງອອກ ມີ 2 ຢ່າງ ກໍຄືໄຟຟ້າຈາກເຂື່ອນພະລັງງານນ້ຳແລະແຮ່ທາດ ເພາະສະນັ້ນ ເຮັດໃຫ້ທຶນສຳຮອງເງິນຕາລະຫວ່າງປະເທດຫລຸດລົງ.”

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ດຳເນີນໃນຫຼາຍມາດຕາການ ເພື່ອຄວບຄຸມການນຳເຂົ້າສິນຄ້າຢູ່ທີ່ດ່ານຊາຍແດນໃນທົ່ວປະເທດ ໂດຍສະເພາະການຄວບຄຸມການນຳເຂົ້ານ້ຳມັນເຊື້ອໄຟນັ້ນ ໃນຂະນະດຽວກັນ ກໍໄດ້ມີການປັບຂຶ້ນອັດຕາພາສີມູນຄ່າເພີ້ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານ ມີລາຍຮັບທີ່ໄດ້ຈາກການຈັດເກັບພາສີການຄ້າເພີ້ມຂຶ້ນ ລວມທັງປ້ອງກັນການຮົ່ວໄຫລຂອງລາຍຮັບຈາກພາສີນ້ຳມັນດ້ວຍການກວດກາຢ່າງໃກ້ຊິດ ຫາກແຕ່ໃນການຈັດຕັ້ງປະຕິບັດຕົວຈິງນັ້ນ ກໍຍັງບໍ່ມີປະສິດທິພາບ ຈຶ່ງເຮັດໃຫ້ປະຊາຊົນລາວ ຍັງຕ້ອງປະເຊີນກັບ ວິກິດການທາງເສດຖະກິດເລື້ອງມາ ໂດຍສະເພາະແມ່ນອັດຕາເງິນເຟີ້ສູງ ສິນຄ້າລາຄາແພງ ແລະຄ່າເງິນກີບຕົກຕ່ຳ ດັ່ງເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການເງິນ ໄດ້ຢືນຢັນວ່າ:

“ການອ່ອນຄ່າຂອງເງິນກີບ ຈຶ່ງມີຜົນເຮັດໃຫ້ອັດຕາເງິນຂອງພວກເຮົານີ້ເພີ້ມຂຶ້ນ ເງິນກີບນີ້ໄດ້ສູງຢູ່ ແຕ່ວ່າ ຄິດໄລ່ໃສ່ເງິນໂດລາຖືວ່າ ຫລຸດລົງ ຍ້ອນແນວນັ້ນ ຈຶ່ງກະທົບຕໍ່ຄ່າຄອງຊີບຂອງສັງຄົມ ຄືລາຄາສິນຄ້າ ນັບທັງຜະລິດຢູ່ພາຍໃນ ນັບທັງນຳເຂົ້າ ມັນພົວພັນເຖິງລາຄານ້ຳມັນ ປັດໄຈການຜະລິດຕ່າງໆ ທີ່ນຳເຂົ້າ ມັນກະທົບໄປໝົດ ຄືບັນຫາເຄັ່ງຮ້ອນ ຄວາມຫຍຸ້ງຍາກ ເສດຖະກິດ-ການເງິນໃນໄລຍະນີ້.”

ສ່ວນນັກທຸລະກິດລາວ ກໍໄດ້ທັດສະນະວ່າ ການຂະຫຍາຍອັດຕາການແລກປ່ຽນເງິນຕາໃນທະນາຄານທຸລະກິດໃຫ້ກວ້າງຂຶ້ນ ເພື່ອຈະດຶງເອົາເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນນັ້ນ ບໍ່ສາມາດແກ້ບັນຫາການຕົກຕ່ຳຂອງຄ່າເງິນກີບນໄດ້ເລີຍ ເພາະວ່າ ປັດໄຈຫລັກທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳຄືຕະຫຼາດການເງິນບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງຄ່າເງິນກີບ ອັນເປັນຜົນໂດຍກົງຈາກການຂາດດຸນການຄ້າຕ່າງປະເທດ ຈຶ່ງເຮັດໃຫ້ລາວ ຂາດດຸນການຊຳລະບັນຊີເງິນຕາຕ່າງປະເທດຢ່າງໜັກ ແລະປະເຊັນກັບການຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ເພາະນັກທຸລະກິດບໍ່ຍອມຮັບອັດຕາແລກປ່ຽນທີ່ທະນາຄານແຫ່ງຊາດກຳນົດ ຈຶ່ງໄດ້ພາກັນແລກປ່ຽນເງິນນຍອກລະບົບທະນາຄານເປັນດ້ານຫລັກ ເຖິງແມ່ນວ່າ ຮ້ອນແລກປ່ຽນເງິນເອກະຊົນຈະຖືກສັ່ງປິດໄປໝົດແລ້ວກໍຕາມ ແຕ່ກໍຍັງມີການລັກລອບແລກປ່ຽນຢູ່ຫລັງຮ້ານເລື້ອຍມາ.

ທັງນີ້ ໃນປີ 2023 ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານ 2 ຄັ້ງ ກໍຄືໃນເດືອນກຸມພາ ແລະມິຖຸນາ ໂດຍໄດ້ເພີ້ມຄວາມແຕກຕ່າງຂອງອັດຕາແລກປ່ຽນລະຫວ່າງທະນາຄານແຫ່ງຊາດກັບທະນາຄານທຸລະກິດ ໃຫ້ຢູ່ທີ່ອັດຕາສະເລ່ຍ 4.5 ເປີເຊັນ ແລະ 7.5 ເປີເຊັນ ຕາມລຳດັບ ແຕ່ອັດຕາແລກປ່ຽນທີ່ເປັນຈິງນັ້ນ ສູງກວ່າອັດຕາທາງການກວ່າ 20 ເປີເຊັນ ຊຶ່ງເຮັດໃຫ້ປະຊາຊົນລາວ ຍັງປະເຊີນກັບອັດຕາເງິນເຟີ້ທີ່ສູງກວ່າ 25 ເປີເຊັນ ແລະດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 200 ເປີເຊັນ ເຖິງແມ່ນວ່າ ຈະໄດ້ປັບຂຶ້ນອັດຕາຄ່າຈ້າງີຂັ້ນຕ່ຳຈາກ 1.3 ລ້ານກີນບເປັນ 1.6 ລ້ານກີບຕໍ່ເດືອນກໍຕາມ ແຕ່ວ່າ ກໍບໍ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ດີຂຶນແຕ່ຢ່າງໃດ ເພາະເງິນກີບຍັງສືບຕໍ່ຕົກຕ່ຳລົງ ໃນຂະນະທີ່ລາຄາກໍຍັງເພີ້ມສູງຂຶ້ນນັບມື້ ຈຶ່ງເຮັດໃຫ້ປະຊາຊົນລາວ ຈະຕ້ອງແບກຮັບຄ່າຄອງຊີບທີ່ສູງຂຶ້ນກວ່າ 2 ເທົ່າຕົວ ໝາຍຄວາມວ່າ ປະຊາຊົນລາວ ຕ້ອງມີລາຍໄດ້ເຖິງ 3 ລ້ານກີບຕໍ່ຄົນຕໍ່ເດືອນ ຈຶ່ງຈະພໍສຳລັບຄ່າຄອງຊີບນນັ້ນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG