ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ລັດ​ຖະ​ທຳ​ມະ​ນູນໄທ ສັ່ງ​ໃຫ້ນາ​ຍົກ ໂຈະ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຊົ່ວ​ຄາວ​


ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 21ກັນ​ຍາ 2016​ ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເມື່ອ​ວັນ​ທີ 21ກັນ​ຍາ 2016​ ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ສານ​ລັດ​ຖະ​ທຳ​ມະ​ນູນ ໄດ້​ສັ່ງ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີໄທ​ ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ໂຈະ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເປັນ​ການ​ຊົ່ວ​ຄາວ ໃນ​ລະ​ຫວ່າງ​ທີ່​ສານ​ດັ່ງ​ກ່າວ​ພິ​ຈາ​ລະ​ນາ​ເບິ່ງວ່າ ທ່ານ​ໄດ້​ເຂົ້າ​ຮັບ​ໜ້າ​ທີ່​ຄົບແປດ​ປີ ໃນ​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ແລ້ວ​ຫຼື​ບໍ່.

ການ​ຕັດ​ສິນ​ໃຈ​ວັນ​ພຸດມື້ນີ້ ມີ​ຂຶ້ນ​ຫຼັງ​ຈາກ​ບັນ​ດາ​ພັກ​ຝ່າຍ​ຄ້ານ ພາ​ກັນ​ຍື່ນ​ໜັງ​ສື​ຮ້ອງ​ຮຽນ ທີ່​ໂຕ້​ແຍ້ງວ່າ ທ່ານ​ປ​ຣະ​ຢຸດ ທີ່​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ໃນ​ການ​ເຮັດ​ລັດ​ຖະ​ປະ​ຫານ​ເມື່ອ​ປີ 2014 ນັ້ນ ແມ່ນ​ມີ​ອາ​ຍຸ​ຄົບ​ຕາມ​ກຳ​ນົດ​ແລ້ວ.

ຈະ​ມີ​ການ​ແຕ່ງ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການ ໄປ​ຈົນ​ກວ່າ​ທາງ​ສານ​ຈະ​ອອກ​ຄຳ​ຕັດ​ສິນ ກ່ຽວ​ກັບ​ຄະ​ດີ​ດັ່ງ​ກ່າວ.

ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ທີ່​ຈະ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັກ​ສາ​ການນັ້ນ ກໍ​ແມ່ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​ຣະ​ວິດ ວົງ​ສຸ​ວັນ.

Thailand’s Constitutional Court has suspended Prime Minister Prayut Chan-O-Cha from his duties while it considers whether he has reached the end of his eight-year term.

The decision Wednesday came after opposition parties filed a petition arguing Prayut, who took power in a 2014 coup, had exhausted his time in office.

A caretaker prime minister will be appointed until the court issues its decision in the case.

Among the leading candidates for the caretaker role is Deputy Prime Minister Prawit Wongsuwan.

Some information for this report came from The Associated Press, Agence France-Presse and Reuters.

XS
SM
MD
LG