ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານໄທ ປ່ອຍພວກນັກສຶກສາ ປະທ້ວງຕໍ່ຕ້ານ ລັດຖະບານ


ບັນດາຜູ້ສະໜັບສະໜູນ ນັກສຶກສາທີ່ຖືກຄວບຄຸມໂຕ ປະທ້ວງ ຢູ່ນອກສານທະຫານໃນ ບາງກອກ, ປະເທດ ໄທ. 7 ກໍລະກົດ 2015.
ບັນດາຜູ້ສະໜັບສະໜູນ ນັກສຶກສາທີ່ຖືກຄວບຄຸມໂຕ ປະທ້ວງ ຢູ່ນອກສານທະຫານໃນ ບາງກອກ, ປະເທດ ໄທ. 7 ກໍລະກົດ 2015.

ສານທະຫານ ໄທ ໄດ້ປ່ອຍໂຕນັກສຶກສາ ສິບສີ່ຄົນ ທີ່ໄດ້ຖືກຈັບ ຫຼັງຈາກພວກເຂົາໄດ້ພາກັນທຳການປະທ້ວງຢ່າງສະຫງົບຕໍ່ຕ້ານ ລັດຖະບານທະຫານຫຼາຍຄັ້ງ. ແຕ່ວ່າພວກນັກສຶກສາຍັງປະເຊີນ ໜ້າກັບການຖືກກ່າວຂໍ້ຫາ ປຸກລະດົມປະຊາຊົນ ຕໍ່ຕ້ານ ລັດຖະບານ. ແລະ Ron Corben ນັກຂ່າວວີໂອເອ ລາຍງານ ມາວ່າ ມີການຮຽກຮ້ອງເພີ່ມຂຶ້ນ ໃຫ້ຖອນທຸກຂໍ້ກ່າວຫາທັງໝົດຕໍ່ພວກເຂົາ. ພຸດທະສອນ ມີລາຍລະອຽດສຳລັບຂ່າວນີ້ ມາສະເໜີທ່ານ.

ກຸ່ມນັກສຶກສາປະທ້ວງ ຊຶ່ງທັງໝົດມີອາຍຸໃນລະຫວ່າງ 20 ກວ່າປີ ໄດ້ຖືກຄວບຄຸມໂຕ ຕັ້ງແຕ່ທ້າຍເດືອນມິຖຸນາ ທີ່ຜ່ານມາ ຫຼັງຈາກພວກເຂົາໄດ້ຈັດການປະທ້ວງ ຕໍ່ຕ້ານການ ເຂົ້າກຳອຳນາດ ຂອງທະຫານໄທ ໃນເດືອນ ພຶດສະພາປີກາຍນີ້.

ການຮຽກຮ້ອງໃຫ້ມີການປ່ອຍໂຕນັກສຶກສາດັ່ງກ່າວໄດ້ເພີ່ມທະວີ ຂຶ້ນລວມທັງຈາກສະຫະພາບ ຢູໂຣບ ແລະ ອົງການສິດທິມະນຸດ ສະຫະປະຊາຊາດ, ພ້ອມກັບອົງການສິດທິ ມະນຸດຂອງທ້ອງຖິ່ນ.

ການດຳເນີນການຂອງສານທະຫານໄທ ໃນວັນອັງຄານ ທີ່ຜ່ານ ມານີ້ແມ່ນໄດ້ມີການຮັກສາ ຄວາມປອດໄພຢ່າງເຄັ່ງຄັດໂດຍພວກ ທະຫານຫຼາຍຄົນ ໄດ້ປິດລ້ອມບໍ່ໃຫ້ຄົນເຂົ້າໄປໃນສານ ເຊິ່ງເຮັດໃຫ້ບັນດາຜູ້ສະໜັບສະໜູນ ແລະ ພວກນັກຂ່າວທັງຫຼາຍຖືກປະຖິ້ມໄວ້ຢູ່ນອກສານ, ບາງຄົນພາກັນຮ້ອງເພງ ແລະ ຍົກຮູບພາບຂອງ ບັນດາພວກນັກສຶກສາ

ສານທະຫານໄດ້ປະຕິເສດການຮຽກຮ້ອງຂອງຕຳຫຼວດໃຫ້ຕໍ່ເວລາ ໃນການຄວບຄຸມໂຕ ຂອງພວກນັກສຶກສາອອກໄປອີກ 12 ມື້ແລະ ສັ່ງໃຫ້ປ່ອຍໂຕພວກເຂົາ.

ແຕ່ວ່າບັນດາທະນາຍຄວາມຕາງໜ້າໃຫ້ກຸ່ມດັ່ງກ່າວ ໄດ້ເວົ້າວ່າ ຂໍ້ກ່າວຫາປຸກລະດົມ ປະຊາຊົນ ຕໍ່ຕ້ານ ລັດຖະບານ, ເຊິ່ງຕ້ອງຖືກຈຳຄຸກ ເຈັດປີ, ແມ່ນບໍ່ໄດ້ຖືກຍົກເລີກພ້ອມກັບຂໍ້ກ່າວຫາ ອື່ນໆທີ່ກຸ່ມດັ່ງກ່າວ ໄດ້ຖືກກ່າວໂທດ ຍ້ອນລະເມີດຄຳສັ່ງຂອງທະຫານກ່ຽວກັບການໂຮມ ຊຸມນຸມໃນທີ່ສາທາລະນະ. ທ່ານນາງພວງທອງ ພະວະກາພັນ, ນັກລັດຖະສາດ ຢູ່ມະຫາວິທະ ຍາໄລຈຸລາລົງກອນ ໄດ້ກ່າວວ່າ ການຮຽກຮ້ອງເພີ່ມຂຶ້ນ ໃນການສະໜັບສະໜູນພວກນັກ ສຶກສາໄດ້ບີບບັງຄັບໃຫ້ລັດຖະບານທະຫານ ປ່ອຍໂຕ ນັກສຶກສາກຸ່ມດັ່ງກ່າວ.

ທ່ານ ນາງ ພວງທອງ ເວົ້າວ່າ “ໃນຕອນທຳອິດ ລັດຖະບານທະຫານ ແມ່ນຍັງລັງເລ ໃຈ ທີ່ຈະປ່ອຍໂຕພວກນັກສຶກສາ ເປັນການຊົ່ວຄາວ. ແຕ່ຂ້າພະເຈົ້າຄິດ ວ່າພວກເຂົາເປັນ ຫ່ວງວ່າຖ້າ ພວກເຂົາຄວບຄຸມໂຕພວກນັກສຶກສາໄວ້ ດົນເທົ່າໃດກໍຍິ່ງມີ ປະຊາຊົນ ຈຳນວນຫຼາຍ ອອກມາກ່າວຕໍ່ຕ້ານລັດຖະບານທະຫານ ຫຼາຍເພີ່ມຂຶ້ນ.”

ທ່ານ ນາງ ພວງທອງ ກ່າວວ່າ ບັນດາຜູ້ສະໜັບສະໜູນນັກສຶກສາ ແມ່ນລວມມີຜູ້ທີ່ໄດ້ ໜູນຫຼັງ ການແຊກແຊງຂອງທະຫານ ໃນເດືອນ ພຶດສະພາປີກາຍນີ້ ທີ່ໄດ້ໂຄ່ນລົ້ມ ລັດຖະບານຂອງ ອະດີດນາຍົກ ລັດຖະມົນຕີ ຍິ່ງລັກ ຊິນນະວັດ ທີ່ໄດ້ຖືກເລືອກຕັ້ງໂດຍ ປະຊາຊົນ.

ແຕ່ວ່າ ຕັ້ງແຕ່ການກໍ່ລັດຖະປະຫານ ໃນເດືອນພຶດສະພາ ປີ 2014 ທີ່ຜ່ານມາ ທະຫານ ໄດ້ສ້າງບັນຍາກາດຂອງການ ຂົ່ມຂູ່ຍິ່ງຂຶ້ນ ເຊິ່ງໄດ້ບ່ອນທຳລາຍຕໍ່ຂະບວນການສະໜັບ ສະໜຸນທາງ ການເມືອງ.

ໃນບົດລາຍງານດ້ານສິດທິມະນຸດປະຈຳປີເມື່ອບໍ່ດົນມານີ້, ສະຫະລັດ ໄດ້ກ່າວວ່າທະຫານ ໄດ້ຕັດສິດເສລີພາບ ໃນການປາກເວົ້າ ແລະ ສິດເສລີພາບຂອງສື່ມວນຊົນລົງ ຢ່າງຮຸນແຮງ ດ້ວຍການກັກຕົວປະຊາຊົນຈຳນວນຫຼາຍກວ່າ 900​ ຄົນໄວ້ຊົ່ວຄາວ ໂດຍບໍ່ມີຂໍ້ກ່າວຫາໃດໆ.

ບັນດາຜູ້ສະໜັບສະໜູນພວກນັກສຶກສາ ທີ່ຖືກຄວບຄຸມໂຕ, ເຊິ່ງຫຼາຍຄົນໃນນັ້ນ ແມ່ນມາ ຈາກພາກຕາເວັນອອກສຽງເໜືອຂອງ ໄທ, ກໍຍັງໄດ້ປະເຊີນໜ້າກັບການຮາວີລົບກວນໂດຍ ຕຳຫຼວດ ຫຼື ຖືກຂໍ້ກ່າວຫາໂດຍອຳນາດການປົກຄອງທ້ອງຖິ່ນ.

ທ່ານ ນາງ ພວງທອງ ກ່າວວ່າ ການສະໜັບສະໜູນພວກນັກ ສຶກສາ ແມ່ນເກີດຈາກການ ບໍ່ພໍໃຈເພີ່ມຂຶ້ນຂອງສັງຄົມ ກ່ຽວກັບສະຖານະເສດຖະກິດທີ່ອ່ອນແອ ແລະ ຄວາມບໍ່ແນ່ ນອນຂອງວິໄສທັດ ທາງດ້ານການເມືອງ.

ທ່ານ ນາງ ພວງທອງ ເວົ້າວ່າ “ແມ່ນແລ້ວ ຄວາມກົດດັນມັນເພີ່ມຂຶ້ນທຸກໆມື້, ໂດຍສະເພາະດຽວນີ້ ເສດຖະກິດຂອງປະເທດແມ່ນບໍ່ດີຫຼາຍ ແລະ ມັນກໍຂ້ອນຂ້າງ ຊັດເຈນວ່າ ລັດຖະບານທະຫານແມ່ນບໍ່ມີ ຄວາມສາມາດທີ່ຈະຮັບມືກັບເສດຖະກິດ ໄດ້ເລີຍ. ດັ່ງນັ້ນ ສິ່ງທີ່ພວກເຮົາກຳລັງເຫັນແມ່ນ ຕອນນີ້ຄວາມກົດດັນດ້ານ ເສດຖະກິດ ແລະ ຄວາມກົດ ດັນດ້ານ ການເມືອງແມ່ນຢູ່ນຳກັນ. ດັ່ງນັ້ນຂ້າພະເຈົ້າ ຈິ່ງຄິດວ່າ ລັດຖະບານທະຫານໄດ້ ສູນເສຍໄລຍະຂອງການ ດື່ມນ້ຳເຜິ້ງພະຈັນຂອງພວກເຂົາ ແລ້ວ. ແມ່ນກະທັ້ງຄົນທີ່ ສະໜັບສະໜູນ ລັດຖະບານທະຫານ ໃນຕອນທຳອິດກໍ ເລີ່ມທີ່ຈະຫັນຫຼັງໃຫ້ກັບ ລັດຖະບານ ທະຫານແລ້ວ.”

ນັກວິເຄາະກ່າວວ່າ ມີການຮຽກຮ້ອງໃຫ້ລັດຖະບານທະຫານ ສຳເລັດການຮ່າງລັດຖະທຳ ມະນູນໃໝ່ ແລະ ຕິດຕາມດ້ວຍການລົງປະຊາມະຕິ ເພື່ອຮັບເອົາກົດບັດນີ້ກ່ອນມີການ ເລືອກຕັ້ງແຫ່ງຊາດ.

ລັດຖະບານກ່າວວ່າ ຕົນໄດ້ວາງແນວທາງເພື່ອໄປສູ່ປະຊາທິປະ ໄຕ ພ້ອມກັບການເລືອກ ຕັ້ງຄັ້ງໃໝ່ເຊິ່ງຄາດວ່າ ຈະເກີດຂຶ້ນໃນທ້າຍປີ 2016 ຫຼືຕົ້ນປີ 2017.

XS
SM
MD
LG