ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຜູ້ພິພາກສາ ໄທ ປະກາດ ການຕັດສິນໂທດ ໃນຄະດີ ຄ້າມະນຸດ ຄັ້ງໃຫຍ່ຂອງປະເທດ


ນາຍພົນໂທ ມານັດ ກອງປານ (ກາງ) ໄດ້ຮັບການຄຸ້ມກັນ ໂດຍຕຳຫຼວດ ໃນຂະນະທີ່ທ່ານ ເດີນທາງຮອດສານອາຍາ ໃນບາງກອກ, ໄທ. 10 ພະຈິກ 2015.
ນາຍພົນໂທ ມານັດ ກອງປານ (ກາງ) ໄດ້ຮັບການຄຸ້ມກັນ ໂດຍຕຳຫຼວດ ໃນຂະນະທີ່ທ່ານ ເດີນທາງຮອດສານອາຍາ ໃນບາງກອກ, ໄທ. 10 ພະຈິກ 2015.

ນາຍພົນທະຫານ ໄທ ຄົນໜຶ່ງ ແມ່ນຮວມຢູ່​ໃນ​ຈຳນວນສິບກວ່າຄົນທີ່ຖືກພົບ​ເຫັນ​ວ່າ​ມີ​
ຄວາມຜິດ ໃນການພິຈາລະນາຄະດີການຄ້າມະນຸດຄັ້ງໃຫຍ່ໃນປະເທດ ໄທ.

ຜູ້ພິພາກສາຄົນໜຶ່ງໄດ້ເລີ່ມອອກຄຳຕັດສິນ ຕໍ່ຈຳເລີຍຫຼາຍກວ່າ 100 ຄົນໃນວັນພຸດ
ວານນີ້.

ຈຳເລີຍທັງຫຼາຍ ເຊິ່ງລວມມີພວກເຈົ້າໜ້າທີ່ກອງທັບ, ຕຳຫຼວດ ແລະ ນັກການເມືອງໃນ
ທ້ອງຖິ່ນນັ້ນ, ໄດ້ຖືກຈັບກຸມໃນປີ 2015 ທີ່ຜ່ານມາຫຼັງຈາກການຄົ້ນພົບຂຸມຝັງສົບຕື້ນ
ຫຼາຍສິບຂຸມໃນປ່າ ໃກ້ກັບເຂດຊາຍແດນ ໄທ ຕິດກັບ ມາເລເຊຍ. ຂຸມຝັງສົບຕ່າງໆ
ແມ່ນສ່ວນໜຶ່ງຂອງຄ້າຍ ບ່ອນທີ່ພວກຄ້າມະນຸດໄດ້ຈັບຜູ້ຍົກຍ້າຍຖິ່ນຖານເປັນຕົວປະ
ກັນ ຈົນກວ່າຄອບຄົວຂອງພວກເຂົາເຈົ້າຈະສາມາດຈ່າຍຄ່າໄຖ່ໃຫ້. ຫຼາຍຄົນໄດ້ເສຍຊີ
ວິດຈາກຄວາມອຶດຫິວ ຫຼືບໍ່ກໍ ໂຣກມາລາເຣຍ.

ພວກຜູ້ຍົກຍ້າຍຖິ່ນຖານລວມມີຊາວມຸສລິມ ໂຣຮິງຢາ ທີ່ຫຼົບໜີການບຽດບຽນ ຈາກບັນ
ຫາຄວາມຮຸນແຮງໃນລັດ ຣາຄາຍ ຂອງ ມຽນມາ, ພ້ອມກັບປະຊາຊົນ ບັງກລາແດັສ ທີ່
ພະຍາຍາມຫາວຽກເຮັດໃນ ໄທ, ມາເລເຊຍ ແລະ ອິນໂດເນເຊຍ.

ໜຶ່ງໃນຈຳນວນຜູ້ທີ່ຖືກພົບວ່າ ມີຄວາມຜິດໃນການຕັດສິນໂທດ​ໃນວັນພຸດວານນີ້ ແມ່ນ
ນາຍພົນໂທ ມານັດ ກອງປານ, ເປັນເຈົ້າໜ້າທີ່ໆມີຕຳແໜ່ງສູງສຸດໃນການດຳເນີນຄະດີ
ຄັ້ງນີ້.

ຄະດີດັ່ງກ່າວໄດ້ຮັບຄວາມສົນໃຈເປັນພິເສດ ເມື່ອຜູ້ນຳໜ້າໃນການສືບສວນສອບສວນ
ພົນຕີ ພາວີນ ພົງສິຣິນ ໄດ້ຫຼົບໜີ ອອກຈາກ ໄທ ໂດຍອ້າງວ່າ ຊີວິດຂອງລາວໄດ້ຮັບ
ການຂົ່ມຂູ່.

A Thai army general was among dozens of people convicted in a major human trafficking trial in Thailand.

A judge began handing down verdicts Wednesday on more than 100 defendants.

The defendants, including military officers, police officers and local politicians, were arrested in 2015 after the discovery of dozens of shallow graves in the jungles near the border separating Thailand and Malaysia.The graves were part of a camp where human traffickers held migrants hostage until their families could pay the ransom.Many died from either starvation or malaria.

The migrants included ethnic Rohingya Muslims fleeing persecution from Myanmar's violence-plagued Rakhine State, along with Bangladeshis seeking work in Thailand, Malaysia and Indonesia.

Among those found guilty in Wednesday's wave of verdicts was Army Lieutenant-General Manas Kongpaen, the highest ranking official on trial.

The case drew extra attention when the lead police investigator, Major General Paween Pongsirin, fled Thailand claiming his life had been threatened.

XS
SM
MD
LG