ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານໄທ ຕັດສິນວ່າ ພວກນັກຂ່າວ ບໍ່ມີຄວາມຜິດ ໃນຄະດີ ທຳລາ​ຍຊື່​ສຽງ


ນັກຂ່າວອອສເຕຣເບຍ ທ່ານ Alan Morison (ຂວາ) ແລະນັກຂ່າວໄທ ທ່ານນາງ Chutima Sidasathian (ຊ້າຍ) ໄປເຖິງສານ Phuket, ປະເທດໄທ.
ນັກຂ່າວອອສເຕຣເບຍ ທ່ານ Alan Morison (ຂວາ) ແລະນັກຂ່າວໄທ ທ່ານນາງ Chutima Sidasathian (ຊ້າຍ) ໄປເຖິງສານ Phuket, ປະເທດໄທ.

​ສານແຫ່ງ​ນຶ່ງ​ໃນ​ປະ​ເທດ​ໄທ ​ໄດ້​ພົບ​ເຫັນ​ວ່າ ນັກ​ຂ່າວ​ອອສ​ເຕຣ
ເລຍ​ຄົນ​ນຶ່ງແລະ​ ເພື່ອນ​ຮ່ວມງາ​ນທີ່​ເປັນ​ຄົນ​ໄທ​ຂອງລາວ ບໍ່​ມີ
​ຄວາມ​ຜິດໃນຖານ ໝິ່ນປະໝາດທຳລາ​ຍຊື່​ສຽງ ກ່ຽວ​ກັບ​ລາຍ
ງານທີ່ວ່າກອງທັບເຮືອ​ໄທພົວພັນນຳພາ​ການ​ຄ້າ​ມະນຸດ.

ທ່ານ Alan Morison ​ແລະ​ຍານາງ Chutima Sidasathian
​ຕ່າງກໍໄດ້​ປະ​ເຊີນ​ໜ້າ​ກັບ​ການ​ຕິດ​ຄຸກ​ເຈັດ​ປີ ກ່ຽວກັບ​ລາຍ​ງານ
​ປີ 2013 ໃນບົດຂຽນທີ່ພິມເຜີຍແຜ່ໂດຍເວັບ​ໄຊ​ທ໌ພາສາ​ອັງກິດ
Phuketwan.

ໃນການຖະແຫຼງ​ຫລັງ​ຈາກການ​ປະກາດ​ຄຳ​ຕັດສິນແລ້ວ ທ່ານ
Morison ກ່າວ​ຕໍ່ ວີ​ໂອ​ເອວ່າ ທ່ານ “​ເພິງ​ພໍ​ໃຈ” ທີ່​ໄດ້​ພົ້ນຈາກຂໍ້ຫາ ໂດຍກ່າວ​ວ່າ ມັນ​ໄດ້​
ເປັນ “ຂ່າວ​ດີ​ແກ່ປະ​ເທ​ດ​ໄທ ​ແລະຕໍ່ເສລີພາບສື່​ມວນ​ຊົນ.”

ທ່ານກ່າວວ່າ “ມັນ​ເປັນທີ່ເພິງພໍ​ໃຈ​ທີ່​ສຸດ ຕໍ່​ການ​ຕັດສິນ ​ໂດຍ​ສະ​ເພາະ ​ແກ່ຄຸນ Chutima
​ທີ່ເປັນບັນ​ຫາ​ຂອງ​ຂ້າພະ​ເຈົ້າ​ທັງ​ໝົດ ທ່ານ​ນາງ​ເປັນ​ຜູ້​ທີ່​ຖືກ​ຂົ່​ມຂູ່ໃນ ​ນາມ​ນັກ​ຂ່າວ ຢູ່​ອ້ອມ
​ແອ້ມ Phuket ​ໃນ​ຂະນະ​ທີ່​ມີ​ການດຳ​ເນີນ​ຄະດີ. ຂ້າພະ ເຈົ້າຮູ້ສຶກໂລ່ງ​ໃຈ​ທີ່​ປະ​ເສີດສຸດ.”

ລາຍ​ງານ​ດັ່ງກ່າວ ​ທີ່ໄດ້ອ້າງຄຳ​ເວົ້າ​ຈາກອົງການ​ຂ່າວ​ຮອຍ​ເຕີ ທີ່​ໄດ້​ຮັບ​ລາງວັນ Pulitzer
​ອ້າງ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ກອງທັບ​ເຮືອ​ໄທ ​ຮັບເອົາ​ເງິນເພື່ອ​ເປັນ​ການ​ຊ່ວຍ​ເຫລືອ ຫລືບໍ່
ຫົວຊາ​ກັບ​ການ​ຄ້າ​ມະນຸດ​ຂອງຊາວມຸສລິ​ມ​ Rohingya ຈາກ​ມຽນມາ.

ສານ​ຢູ່​ທີ່​ເກາະ Phuket ​ໄດ້​ຍົກ​ເລີກ​ການ​ກ່າວ​ຫາ​ທຳລາຍຊື່​ສຽງ ​ແກ່ບັນດາ​ນັກໜັງສືພິມ. ນອກ​ນັ້ນ​ຍັງ​ກ່າ​ວອີກ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້ລະເມີດ​ກົດໝາຍວ່າດ້ວຍອາຊະຍາກຳທາງ​ຄອມ​
ພິວ​ເຕີ ທີ່ບັນດາ​ກຸ່ມ​ປົກປ້ອງສິດທິ​ມະນຸດ​ໄດ້​ກ່າວ​ວ່າ ບໍ່​ແຈ້ງຂາວ ​ແລະ​ຈຳກັດຮັດແຄບນັ້ນ.

ການ​ຕັດສິນນີ້ ​ເປັນ​ໄຊຊະນະຂອງສື່ມວນຊົນທີ່ເປັນອິດສະຫລະ ​ແລະເສລີໃນ​ປະ​ເທດ​ໄທ
​ອີງ​ຕາມ​ທ່ານ Phil Robertson ຮອງ​ຜູ້ອຳນວຍການ ຂອງກຸ່ມປົກປ້ອງ​ສິດ​ທິມະນຸດ
Human Rights Watch ​ເຂດ​ເອ​ເຊຍ.

Thailand Journalists
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG