ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການໄທ ອອກແບບກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 1 ໄລຍະທີ 2 ທີ່ຈະເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ສຳເລັດແລ້ວ


ແຜນທີ່ຂອງຂົວແຫ່ງທຳອິດ ຈາກໄທ ຫາ ລາວ ຊຶ່ງທາງການໄທ ໄດ້ອອກແບບການກໍ່ສ້າງຂົວ ໄລຍະສອງ ສຳເລັດແລ້ວ.
ແຜນທີ່ຂອງຂົວແຫ່ງທຳອິດ ຈາກໄທ ຫາ ລາວ ຊຶ່ງທາງການໄທ ໄດ້ອອກແບບການກໍ່ສ້າງຂົວ ໄລຍະສອງ ສຳເລັດແລ້ວ.

ທາງການໄທ ອອກແບບກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງທີ 1 ໄລຍະທີ 2 ທີ່ຈະເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ສຳເລັດແລ້ວ ໂດຍປະມານການວ່າ ຈະໃຊ້ເງິນທຶນກໍ່ສ້າງເຖິງ 4 ພັນລ້ານບາດ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຄົມມະນາຄົມຂອງໄທ ເປີດເຜີຍວ່າ ການສຶກສາຄວາມເປັນໄປໄດ້ ແລະການອອກແບບກໍ່ສ້າງຂົວຂ້າມແມ່ນ້ຳຂອງແຫ່ງໃໝ່ທີ່ຄູ່ຂະໜານກັບຂົວແຫ່ງທີ 1 ທີ່ເຊື່ອມຕໍ່ນະຄອນວຽງຈັນ ກັບຈັງຫວັດໜອງຄາຍ ຊຶ່ງເອີ້ນວ່າ ຂົວຂ້າມແມ່ນ້ຳຂອງແຫ່ງທີ 1 ໄລຍະທີ 2 ເພື່ອເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ທີ່ນະຄອນວຽງຈັນນັ້ນ ໄດ້ດຳເນີນການສຳເລັດແລ້ວ ແລະຄາດວ່າ ຈະນຳສະເໜີເພື່ອຂໍການອະນຸມັດຈາກຄະນະລັດຖະບານໄທ ໃນເດືອນສິງຫາ 2023 ນີ້ ແລະຫຼັງຈາກນັ້ນ ກໍຈະສະເໜີເຂົ້າສູ່ກອງປະຊຸມຄະນະທຳງານຮ່ວມ 3 ຝ່າຍ ລະຫວ່າງ ລາວ-ຈີນ-ໄທ ເພື່ອພິຈາລະນາຮັບຮອງ ແລະກຳນົດແຜນການກໍ່ສ້າງຮ່ວມກັນຕໍ່ໄປ ຊຶ່ງຄາດວ່າ ຈະມີຂຶ້ນໃນໄຕມາດທີ 4 ໃນປີ 2023 ນີ້.

ທັງນີ້ ໂດຍແບບກໍ່ສ້າງທີ່ທາງການໄທ ໄດ້ທຳການສຶກສາດັ່ງກ່າວ ປະກອບມີ 3 ແບບດ້ວຍກັນ ກໍຄື 1. ການກໍ່ສ້າງຂົວເພື່ອຮອງຮັບສະເພາະລົດໄຟເທົ່ານັ້ນ 2. ຮອງຮັບທັງລົດໄຟ ແລະລົດຍົນ 3. ຮອງຮັບສະເພາະລົດໄຟ ແລະ ການຂະ ຫຍາຍຂົວເກົ່າ ເພື່ອຮອງຮັບສະເພາະລົດຍົນ ຊຶ່ງຈາກການສຶກສາພົບວ່າ ແບບທີ 3 ມີຄວາມເປັນໄປໄດ້ຫຼາຍທີ່ສຸດ ເພາະວ່າ ການແຍກຂົວເພື່ອຮອງຮັບການຂົນສົ່ງທາງລົດຍົນ ກັບທາງລົດໄຟ ເປັນການສະເພາະນັ້ນ ຈະເຮັດໃຫ້ມີຄວາມສະດວກວ່ອງໄວ ແລະປະຢັດຄ່າໃຊ້ຈ່າຍໄດ້ເປັນຢ່າງດີອີກດ້ວຍ ດັ່ງທີ່ນັກທຸລະ ກິດການຄ້າ ລະຫວ່າງໄທ-ລາວ-ຈີນ ໄດ້ໃຫ້ການຢືນຢັນວ່າ:

“ຊ່ວງຜ່ານແດນຈາກໄທ ໄປລາວ ແລ້ວ ກໍ dry port ເຂົາຫັ້ນ ຄ່າຜ່ານທ່າຂອງເຂົາຫັ້ນ ມັນຄິດໄລ່ແພງຫຼາຍ ຕູ້ນຶ່ງມັນຕັ້ງ 250 ຫຼຽນສະຫະລັດ ຄືເຂົາມີສຳປະທານໄວ້ແລ້ວ ເຈົ້າຈະໄປຜ່ານເຂົ້າໄປປຸບປັບຫັ້ນ ຄ່າແມ່ນຫຍັງເຂົາມີໄວ້ໝົດແລ້ວ ຄ່າຜ່ານແດນ ຄ່່າຍົກ ຄ່າແມ່ນຫຍັງເຂົາຄິດໄລ່ໝົດແລ້ວ ແລະຄ່າ Fee Charge 250 ຫຼຽນສະຫະລັດ ຖ້າເປັນລົດໄຟເຮົາແລ່ນກົງໄປເລີຍ ແມ່ນບໍ່ ເຮົາກະບໍ່ຕ້ອງເສຍບ່ອນນີ້ ຕູ້ນຶ່ງຕັ້ງໝື່ນກວ່າບາດເດີ້ ຖ້າເຮົາຂຶ້ນຈາກປະເທດໄທ ປຸບ ເຮົາກະແລ່ນປືດໄປເລີຍ ຂະບວນນີ້ບໍ່ຕ້ອງໄປຍົກເດີ້ ອັນນີ້ຂ້ອຍວ່າ ຄົມມະນາຄົມ ແລະການລົດໄຟໄທ ຫັ້ນ ຕ້ອງເຮັດວຽກໜັກ.”

ຂົວຂ້າມແມ່ນ້ຳຂອງແຫ່ງທີ 1 ລະຫວ່າງ ລາວ-ໄທ ໄດ້ຖືກນຳໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າ ແລະໂດຍສານທັງລົດຍົນແລະລົດໄຟ ນັບຈາກປີ 1994 ເປັນຕົ້ນມາ ແຕ່ສຳລັບຂົວແຫ່ງໃໝ່ນີ້ ຈະແຍກການຂົນສົ່ງໂດຍລົດໄຟ ກັບລົດຍົນອອກຈາກກັນ ໂດຍສະເພາະແມ່ນການຂົນສົ່ງສິນຄ້າທາງລົດໄຟ ຈາກໄທຜ່ານລາວ ໄປຈີນນັ້ນ ທາງການໄທ ຄາດວ່າ ຈະມີມູນຄ່າເກີນກວ່າ 11,500 ລ້ານໃນແຕ່ລະປີ ຈຶ່ງຖືເປັນການລົງທຶນທີ່ກຸ້ມຄ່າຢ່າງຍິ່ງສຳລັບການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງໃໝ່ທີ່ຈະໃຊ້ເງິນປະມານ 4,000 ລ້ານບາດ ທັງຍັງຖືເປັນການເຊື່ອຕໍ່ລະບົບ Logistic ລະຫວ່າງໄທ ກັບພາກພື້ນເອເຊຍໄປເຖິງຢູໂຣບອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນກະຊວງການຄ້າໄທ ຢືນຢັນວ່າ:

“ເຮົາມີຄວາມຄາດຫວັງ ວ່າ ມັນຈະເກີດການກະຕຸ້ນເສດຖະກິດໃນພູມີພາກນີ້ ເພາະວ່າ ດ້ວຍທີ່ຕັ້ງຂອງໜອງຄາຍ ມັນເປັນປະຕູ ເປັນ Gateway ຕອນນີ້ ມັນບໍ່ໄດ້ຢູ່ແຕ່ອິນໂດຈີນ ແລ້ວໃດ ຖ້າເກີດມັນເຊື່ອມຕໍ່ໄດ້ຢ່າງສົມບູນຫັ້ນ ກະ ຈະໄປເຖິງຈີນ ອອກຢູໂຣບໄດ້ ຊຶ່ງເຮົາກະເບິ່ງວ່າ ສິ່ງທີ່ມັນຈະເກີດໃນເລື້ອງຂອງລະບົບ Logistic ອຸດສາຫະກຳ ເລື້ອງອາຫານ ອຸດສາຫະກຳໃນເລື້ອງການກະສິກຳ ຫຼືອຸດສາຫະກຳເລື້ອງການທ່ອງທ່ຽວ ແລະການບໍລິການ.”

ໂດຍການຕົກລົງໃນຫລັກການກ່ຽວກັບການກໍ່ສ້າງຂົວໃໝ່ດັ່ງກ່າວ ຖືເປັນສ່ວນນຶ່ງໃນຂໍ້ຕົກລົງວ່າດ້ວຍການເປັນຮຸ້ນສ່ວນຍຸດທະສາດເພື່ອການຈະເລີນເຕີບໂຕ ແລະການພັດທະນາຢ່າງຍືນຍົງ ລະຫວາງລາວ-ໄທ ທີ່ໄດ້ຕົກລົງແລະຈັດທຳແຜນປະຕິບັດການຮ່ວມກັນ ເມື່ອເດືອນມິຖຸນາ 2022 ໂດຍໃຫ້ຄວາມສຳຄັນຕໍ່ການພັດທະນາທາງເສດຖະກິດ ເພື່ອຊີວິດ-ການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນ ດ້ວຍການພັດທະນາການເຊື່ອມຕໍ່ທາງລົດໄຟ ລະຫວ່າງຈີນ-ລາວ-ໄທ ແລະແນໃສ່ການເພີ້ມມູນຄ່າການຄ້າລະຫວ່າງກັນໃຫ້ສູງຂຶ້ນ ດ້ວຍການພັດທະນາລະບົບ Logistic ລະຫວ່າງລາວ-ໄທ ເຊື່ອມຕໍ່ຈີນກັບອາຊຽນໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2030 ຕໍ່ໄປ.

XS
SM
MD
LG