ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ການກໍ່ສ້າງທາງລົດໄຟ ໄລຍະທີ 1 ໃນ ໄທ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ລາວ ຈະແລ້ວສຳເລັດໃນປີ 2020


ບັນດາກຳມະກອນ ຈາກບໍລິສັດກໍ່ສ້າງຕ່າງໆ ເຂົ້າຮ່ວມພິທີເປີດ
ການເລີ່ມຕົ້ນກໍ່ສ້າງທາງລົດໄຟ ລາວ-ຈີນ.
ບັນດາກຳມະກອນ ຈາກບໍລິສັດກໍ່ສ້າງຕ່າງໆ ເຂົ້າຮ່ວມພິທີເປີດ ການເລີ່ມຕົ້ນກໍ່ສ້າງທາງລົດໄຟ ລາວ-ຈີນ.

ການກໍ່ສ້າງທາງລົດໄຟໄລຍະທີ 1 ໃນ ໄທ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ລາວ ຈະແລ້ວສຳເລັດໃນປີ 2020 ໂດຍຈະນຳເທັກໂນໂລຈີທາງດ້ານລົດໄຟຂອງ ຈີນ ເຊັ່ນດຽວກັນກັບທາງລົດໄຟໃນ ລາວ.

ທ່ານ ອາຄົມ ເຕີມພິທະຍາ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງ ໄທ ຢືນຢັນວ່າ ການກໍ່ສ້າງທາງລົດໄຟຄວາມໄວສູງຈາກ ບາງກອກ ໄປ ໂຄລາດ ເຊິ່ງຖືເປັນໄລຍະທີ 1 ຂອງໂຄງການເຊື່ອມຕໍ່ທາງລົດໄຟລະຫວ່າງ ໄທ ກັບ ຈີນ ແລະ ລາວ ນັ້ນມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດໃນ 36 ເດືອນນັບຈາກການລົງນາມໃນສັນຍາຮ່ວມມື ເພື່ອກໍ່ສ້າງທາງລົດໄຟລະຫວ່າງ ລັດຖະບານ ໄທ ກັບ ຈີນ ດັ່ງທີ່ທ່ານ ອາຄົມ ໄດ້ໃຫ້ການຢືນຢັນວ່າ.

"ຊ່ວງໄລຍະເວລາຂອງການກໍ່ສ້າງໃຊ້ເວລາປະມານ 36 ເດືອນ ເພາະສະນັ້ນຕົວລົດກໍຍັງມີເວລາໃນເລື່ອງຂອງການອອກແບບ ຄືຖ້າເຮົາເຊັນສັນຍາຕົວທີ 1 ໄດ້ນີ້ ອັນອື່ນມັນກໍໄປໄດ້ໝົດ."

ໂດຍຄາດວ່າການລົງນາມໃນສັນຍາຮ່ວມມືເພື່ອກໍ່ສ້າງທາງລົດໄຟ ໄທ-ຈີນ ຈະມີຂຶ້ນຢ່າງເປັນທາງການພາຍໃນເດືອນສິງຫາ 2017 ນີ້ ຊຶ່ງກໍຈະເຮັດໃຫ້ສາມາດເລີ່ມລົງມືກໍ່ສ້າງພາກຕົວຈິງໄດ້ນັບຈາກເດືອນກັນຍາ 2017 ແລະ ແລ້ວສຳເລັດສົມບູນໃນເດືອນກັນຍາ 2020 ນັ້ນເອງ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກການເຊື່ອມຕໍ່ທາງລົດໄຟ ໄທ-ຈີນ ຈະຕ້ອງເຊື່ອມຈໍ່ກັບທາງລົດໄຟໃນ ລາວ ຊຶ່ງເຮັດໃຫ້ການກໍ່ສ້າງທາງລົດໄຟໃນ ໄທ ຈະຕ້ອງເຊື່ອມຕໍ່ໄປເຖິງໜອງຄາຍ ແລະ ຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ກັບທາງລົດໄຟໃນ ລາວ ທີ່ນະຄອນຫຼວງວຽງຈັນ ດ້ວຍນັ້ນ ດັ່ງທີ່ທ່ານ ສົມຄິດ ຈາຕຸສີພິທັກ ຮອງນາຍົກລັດຖະມົນຕີຂອງ ໄທ ໄດ້ໃຫ້ການຢືນຢັນວ່າ

"ໃຈຂອງຂ້າພະເຈົ້ານີ້ ກໍຄືວ່າຕ້ອງການເຮັດໃຫ້ເສັ້ນນີ້ໄປເຖິງໜອງຄາຍ ໃຫ້ໄດ້ ເພາະວ່າຖ້າມັນບໍ່ເຖິງໜອງຄາຍ ບໍ່ສາມາດໄປຕໍ່ກັບເສັ້ນທີ່ທາງເທິງລົງມາໄດ້ ກໍບໍ່ໄດ້ປະໂຫຍດຫຍັງ ດັ່ງນັ້ນເຮົາຕ້ອງເລັ່ງໃຫ້ສຳເລັດ."

ທ່ານ ສົມຄິດ ບອກດ້ວຍວ່າ ລັດຖະບານ ໄທ ໄດ້ສ້າງຕັ້ງເສດຖະກິດພິເສດພາກຕາເວັນອອກ ເມື່ອບໍ່ນານມານີ້ ມີເປົ້າໝາຍເພື່ອພັດທະນາໃຫ້ເປັນເຂດທີ່ເຊື່ອມໂຍງກັບແຜນການໜຶ່ງແລວທາງ-ໜຶ່ງເສັ້ນທາງ One Belt-One road ຂອງ ຈີນ ດ້ວຍເຫດນີ້ ການເຊື່ອມຕໍ່ທາງລົດໄຟ ໄທ-ຈີນ-ລາວ ແລະ ໃນລຸ່ມແມ່ນໍ້າຂອງ ຈຶ່ງເປັນສິ່ງທີ່ຈະຕ້ອງເລັ່ງຈັດທຳຂໍ້ຕົກລົງຮ່ວມກັນໃຫ້ໄດ້ໄວທີ່ສຸດ.

ໂດຍການເຊື່ອມຕໍ່ທາງລົດໄຟ ໄທ-ຈີນ ດັ່ງກ່າວນີ້ ກໍຄືເສັ້ນທາງລົດໄຟທີ່ມີ ສປປ ລາວ ເປັນສູນກາງການເຊື່ອມຕໍ່ນັ້ນເອງ ຊຶ່ງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ແລະ ໄທ ມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດພາຍໃນ 60 ເດືອນ ນັບຈາກພິທີເປີດການກໍ່ສ້າງທີ່ມີຂຶ້ນຢ່າງເປັນທາງການ ເມື່ອວັນທີ 25 ທັນວາ 2016 ທີ່ຜ່ານມາ ຢູ່ທີ່ແຂວງຫຼວງພະບາງ.

ທັງນີ້ ໂດຍຄະນະບໍລິຫານບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ໄດ້ຕົກລົງຄັດເລືອກ 11 ບໍລິສັດ ຈີນ ໃຫ້ເປັນພາກສ່ວນຮັບຜິດຊອບການກໍ່ສ້າງທີ່ຈະຕ້ອງນຳໃຊ້ແຮງງານທີ່ມີປະສົບການຈາກ ຈີນ ຫຼາຍກວ່າ 10,000 ຄົນ ເຊັ່ນຢູ່ທີ່ແຂວງອຸດົມໄຊ ຈະຕ້ອງນຳໃຊ້ແຮງງານຈາກ ຈີນ 5,000 ກວ່າຄົນ ເນື່ອງຈາກທາງລົດໄຟຈະຕ້ອງຜ່ານເຂດແຂວງອຸດົມໄຊເຖິງ 126.6 ກິໂລແມັດ ຄິດເປັນ 1 ໃນ 3 ຂອງເສັ້ນທາງທັງໝົດໃນ ລາວ ທັງຍັງຈະຕ້ອງກໍ່ສ້າງສະພານ ແລະ ເຈາະອຸໂມງຄິດເປັນ 40 ເປີເຊັນຂອງທາງລົດໄຟໃນແຂວງດັ່ງກ່າວນີ້ອີກດ້ວຍ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນການຮ່ວມທຶນລະຫວ່າງ ລັດຖະບານ ລາວ ກັບ ຈີນ ໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນຂອງມູນຄ່າການລົງທຶນລວມ 6,000 ລ້ານໂດລາທີ່ກູ້ຢືມຈາກສະຖາບັນການເງິນຂອງ ຈີນ ມີໄລຍະທາງ 417 ກິໂລແມັດ ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ຜ່ານອຸດົມໄຊ-ຫຼວງພະບາງ-ຊຽງຂວາງ-ວັງວຽງ ແລະ ນະຄອນຫຼວງວຽງຈັນ ໂດຍລາງລົດໄຟກວ້າງ 1.435 ແມັດທີ່ຂະບວນຂົນສົ່ງສິນຄ້າ ແລະ ໂດຍສານແລ່ນດ້ວຍຄວາມໄວ 120 ແລະ 160 ກິໂລແມັດຕໍ່ຊົ່ວໂມງຕາມລຳດັບ.

XS
SM
MD
LG