ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຂົນສົ່ງສິນຄ້າລະຫວ່າງລາວ-ໄທ-ຈີນ ຈະເຊື່ອມຕໍ່ກັນດ້ວຍລະບົບໃຫ້ບໍລິການ ແລະກວດກາແບບປະຕູດຽວ


ສະຖານີລົດໄຟ ທ່ານາແລ້ງ, ນະຄອນຫຼວງວຽງຈັນ
.
ສະຖານີລົດໄຟ ທ່ານາແລ້ງ, ນະຄອນຫຼວງວຽງຈັນ .

ການຂົນສົ່ງສິນຄ້າລະຫວ່າງລາວ-ໄທ-ຈີນ ຈະເຊື່ອມຕໍ່ກັນດ້ວຍລະບົບໃຫ້ບໍລິການ ແລະກວດກາແບບປະຕູດຽວ One Stop Service ທີ່ສູນ Logistic ທ່ານາແລ້ງໃນ 3 ເດືອນຕໍ່ໜ້າ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ບໍລິສັດ Vientiane Logistic Park ຈໍາກັດ ຜູ້ໄດ້ຮັບອະນຸຍາດໃຫ້ເປັນຜູ້ລົງທຶນພັດທະນາໃນໂຄງການ Lao Logistic Link ທີ່ເຊື່ອມຕໍ່ ລາວ-ໄທ-ຫວຽດນາມ ດ້ວຍທາງລົດໄຟ ແລະການພັດທະນາລາວ ເປັນສູນກາງເຊື່ອມຕໍ່ດ້ານ Logistic ລະຫວ່າງປະເທດຢ່າງຄົບວົງຈອນ, ລາຍງານວ່າ ການຂົນສົ່ງສິນຄ້າລະຫວ່າງ ລາວ-ໄທ-ຈີນ ຈະເຊື່ອມຕໍ່ກັນດ້ວຍລະບົບໃຫ້ບໍລິການ ແລະການກວດກາແບບປະຕູດຽວ (One Stop Service) ທີ່ສູນ Logistic ທ່ານາແລ້ງ ພາຍໃນເດືອນກັນຍາ ປີ 2022 ນີ້, ໂດຍເປັນຜົນທີ່ຈາກການທີ່ທາງການຈີນໄດ້ຕົກລົງດໍາເນີນການສ້າງຕັ້ງສູນກວດກາສຸຂະອະນາໄມພືດ ແລະສັດຢ່າງຄົບວົງຈອນທີ່ທ່ານາແລ້ງ ເພື່ອຮອງຮັບການຂົນສົ່ງສິນຄ້າໂດຍທາງລົດໄຟລະຫວ່າງລາວ-ໄທ-ຈີນ ຢ່າງເປັນທາງການ ແລະກໍານົດການສ້າງຕັ້ງໃຫ້ແລ້ວສົມບູນໃນ 3 ເດືອນ ກໍຄືເດືອນກັນຍາປີ 2022 ນີ້, ດັ່ງທີ່ ທ່ານສາຄອນ ພີລະງາມ ຜູ້ອໍານວຍການໃຫຍ່ບໍລິສັດທ່າບົກ-ທ່ານາແລ້ງຈໍາກັດ ໃຫ້ການຢືນຢັນວ່າ:

“ພວກຂ້າພະເຈົ້ານີ້ ກໍໄດ້ຮ່ວມມືກັບທາງເບື້ອງຈີນ ແມ່ນຈະສ້າງສູນກັກກັນພືດ-ສັດ ທີ່ເອີ້ນວ່າສູນຍັ້ງຍືນ CCIC ເນາະ ຂອງຈີນຫັ້ນຈະມາຕັ້ງຢູ່ນີ້ ຂ້າພະເຈົ້າກໍໄດ້ເຊັນຮ່ວມມືກັບສະພາການຄ້າ ແລະຍຸດທະສາດແຫ່ງຊາດຂອງສະຖາບັນຄົ້ນຄວ້າ ຢຸ່ນນານ-ຄຸນໝິງ ພຸ້ນແລ້ວ ກໍເຮົາຊິມີການຈັດຕັ້ງສູນກັກກັນພືດ-ສັດ ຂ້າເຊື້ອ ແລະອົບຢູ່ນີ້ເນາະ, ໂຄວິດກໍຕ້ອງ Clean ຈາກນີ້ລະ ແລ້ວກໍຢັ້ງຢືນຈາກນີ້ລະ ມັນຈະໄປໄດ້ໃນທຸກມົນທົນຂອງຈີນ ບໍ່ແມ່ນໄປຈອດຢູ່ບໍ່ຫານອີກແລ້ວເດບາດນິ, ເພາະສະນັ້ນ ອັນນີ້ຄືຄວາມພະຍາຍາມທີ່ຈະພັດທະນາໃນປັດຈຸບັນ ເຊິ່ງຈະໃຊ້ເວລາປະມານ 3 ເດືອນ.”

ສ່ວນການເຊື່ອມຕໍ່ລະຫວ່າງທາງລົດໄຟ ລາວ-ຈີນ ທີ່ມີຈຸດສິ້ນສຸດຢູ່ສະຖານີວຽງຈັນໃຕ້ ກັບທາງລົດໄຟ ລາວ-ໄທ ທີ່ສະຖານີທ່ານາແລ້ງນັ້ນ ບໍລິສັດ ທ່າບົກ-ທ່ານາແລ້ງ ກໍໄດ້ລົງທຶນກໍ່ສ້າງທາງລົດໄຟຕໍ່ຈາກສະຖານີ ລາວ-ໄທ ດ້ວຍໄລຍະທາງ 1.2 ກິໂລແມັດ, ສ່ວນການກໍ່ສ້າງທາງລົດໄຟ ລາວ-ຈີນ ຈາກສະຖານີວຽງຈັນໃຕ້ທີ່ມີໄລຍະທາງ 2.8 ກິໂລແມັດ ເພື່ອມາເຊື່ອມຈອດກັນນັ້ນ ກໍລົງທຶນໂດຍບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ເຊິ່ງຈະກໍ່ສ້າງແລ້ວສົມບູນ ແລະທຽບເຂົ້າກັນເປັນຈຸດ ເຄື່ອນ-ຖ່າຍ ສິນຄ້າທາງລົດໄຟທີ່ມີຂະໜາດຄວມກວ້າງຂອງລາງລົດໄຟຕ່າງກັນໄດ້ຢ່າງສົມບູນພາຍໃນເດືອນ ມິຖຸນາ ປີ 2022.

ນອກຈາກນັ້ນ ທາງການ ລາວ-ໄທ ຍັງໄດ້ຕົກລົງຮ່ວມກັນກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ ທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ກັບຈັງຫວັດໜອງຄາຍ ໂດຍຈະເປັນການກໍ່ສ້າງຂະໜານກັນກັບຂົ​ວຂ້າມແມ່ນໍ້າຂອງແຫ່ງທີ 1 ລະຫວ່າງ ລາວ-ໄທ ທີ່ນໍາໃຊ້ໃນດ້ານການໂດຍສານ ແລະການຂົນສົ່ງສິນຄ້າທັງໂດຍລົດໄຟ ແລະລົດຍົນ ນັບຕັ້ງແຕ່ປີ 1994 ເປັນຕົ້ນມາ, ແຕ່​ຂົວຂ້າມແມ່ນນໍ້າຂອງແຫ່ງໃໝ່ນີ້ ຈະນໍາໃຊ້ເພື່ອຮອງຮັບການຂົນສົ່ງສິນຄ້າລະຫວ່າງ ລາວ-ໄທ-ຈີນ ເປັນດ້ານຫຼັກ.

ທັງນີ້ ທາງການໄທໄດ້ປັບປ່ຽນວິທີການຂົນສົ່ງສິນຄ້າໄປຈີນ ໂດຍຂະບວນລົດໄຟ ລາວ-ຈີນ ເປັນຄັ້ງທໍາອິດເມື່ອວັນທີ 26 ມັງກອນ 2022 ທີ່ຜ່ານມາ, ທັງຍັງຈະສືບຕໍ່ການສົ່ງສິນຄ້າໄປຈີນ ດ້ວຍວິທີການນີ້ເພີ້ມຂຶ້ນນັບມື້ ເພາະວ່າ ມີຄວາມສະດວກວ່ອງໄວ ແລະປະ​ຢັດກວ່າການຂົນສົ່ງທາງລົດຍົນ ແລະທາງເຮືອໃນແມ່ນໍ້າຂອງ ໂດຍຄາດວ່າ ໄທຈະສົ່ງສິນຄ້າກະສິກໍາເຊັ່ນ ຢາງພາລາ ແລະເຂົ້າສານໄປຈີນດ້ວຍລົດໄຟ ລາວ-ຈີນ ໃນປີ 2022 ນີ້ ຄິດເປັນປະລິມານລວມເກີນກວ່າ 6 ລ້ານໂຕນ ເຊິ່ງຍັງບໍ່ລວມເຖິງໝາກໄມ້ 22 ຊະນິດ ທີ່ຄາດວ່າຈະມີປະລິມານເກີນກວ່າ 2 ລ້ານ 5 ແສນໂຕນ ຄິດເປັນມູນຄ່າຫຼາຍກວ່າ 5 ພັນ 600 ລ້ານໂດລາ.

ສ່ວນໃນຊ່ວງວັນທີ 3 ທັນວາ 2021 ເຖິງວັນທີ 6 ມິຖຸນາ 2022 ລົດໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າຈາກລາວໄປຈີນຫຼາຍກວ່າ 651,000 ໂຕນ ໂດຍສ່ວນໃຫຍ່ເປັນຜົນຜະລິດກະສິກໍາເຊັ່ນ ຢາງພາລາ, ມັນຕົ້ນ, ແລະ ໝາກໄມ້, ໃນຂະນະທີ່ຈີນກໍໄດ້ຂົນສົ່ງສິນຄ້າມາລາວ ແລະຜ່ານລາວໄປໄທ ແລະໃນອາຊຽນເກີນກວ່າ 4 ລ້ານໂຕນ ໂດຍສ່ວນໃຫຍ່ກໍເປັນສິນຄ້າປະເພດທີ່ຊົມໃຊ້ໃນຊີວິດປະຈໍາວັນ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອີ​ເລັກ​ໂທ​ຣ​ນິກ, ເຄື່ອງຜະລິດໄຟຟ້າແສງຕາເວັນ, ແຜ່ນແພ, ຢາຮັກສາພະຍາດ ແລະ ປຸຍເຄມີ ເປັນຕົ້ນ.

XS
SM
MD
LG