ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທວ່າຕົນມີ ຫຼັກຖານຢືນຢັນ ຕໍ່ລາວວ່າ ຊ້າງໂຕຜູ້ ເປັນຂອງໄທ


ຊ້າງໂຕນຶ່ງທີ່ຫລົບໜີຈາກລາວໄປຢູ່ປະເທດໄທ
ຊ້າງໂຕນຶ່ງທີ່ຫລົບໜີຈາກລາວໄປຢູ່ປະເທດໄທ
ທາງການໄທສະແດງຫຼັກຖານຕໍ່ທາງການລາວເພື່ອຢັ້ງຢືນວ່າ
ຊ້າງປ່າເພດຜູ້ທີ່ອົບພະຍົບຂ້າມແມ່ນໍ້າຂອງຈາກຝັ່ງລາວໄປ
ໄທນັ້ນເປັນຊ້າງໄທ ໂດຍທີ່ທາງການລາວບໍ່ໄດ້ສະແດງການ
ໂຕ້ແຍ້ງແຕ່ຢ່າງໃດ.

ສືບເນື່ອງຈາກກໍລະນີຊ້າງປ່າຈໍານວນ 5 ຕົວໄດ້ພາກັນອົບພະ
ຍົບຂ້າມແມ່ນໍ້າຂອງ ຈາກເຂດແຂວງບໍລິຄໍາໄຊຂອງລາວ ເຂົ້າ
ໄປໃນເຂດອໍາເພີບ້ານແພງຈັງຫວັດນະຄອນພະນົມໃນພາກ
ອີສານຂອງໄທ ນັບແຕ່ວັນທີ່ 11 ມີນາທີ່ຜ່ານມາ ແລະຈົນເຖິງ
ຂະນະນີ້ ກໍປາກົດວ່າຊ້າງຈໍານວນ 4 ຕົວໄດ້ພາກັນຂ້າມແມ່ນໍ້າ
ຂອງແລະກັບຄືນໄປຢູ່ໃນເຂດປ່າສະຫງວນພູງູໃນເຂດແຂວງ
ບໍລິຄໍາໄຊຂອງລາວດັ່ງເດີມແລ້ວນັ້ນ ຫາກແຕ່ບັນຫາໃນເວລາ
ນີ້ ກໍຄືຊ້າງປ່າເພດຜູ້ຕົວໃຫຍ່ທີ່ສຸດໃນຝຸງດັ່ງກ່າວນີ້ກໍຍັງຄົງບໍ່ກັບຄືນໄປເຂດລາວ ແຕ່ຢ່າງ
ໃດ ໂດຍໄດ້ເຂົ້າໄປອາໃສຢູ່ໃນເຂດປ່າສະຫງວນແຫ່ງຊາດພູງົວ ຊຶ່ງຕັ້ງຢູ່ລະຫວ່າງຈັດ
ຫວັດ ນະຄອນພະນົມກັບຈັງຫວັດບຶງການຂອງໄທເລື້ອຍມາຈົນເຖິງປັດຈຸບັນ.

ຊຶ່ງດ້ວຍບັນຫາດັ່ງກ່າວນີ້ ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງລັດຖະບານລາວພາຍໃຕ້ການນໍາ
ຂອງທ່ານຄໍາພັນ ນັນທະວົງ ຫົວໜ້າກົມຄຸ້ມຄອງຊັບພະຍາກອນທໍາມະຊາດ ພ້ອມກັບ
ທ່ານສີສົມພອນ ສຸດທິຈັກ ຫົວໜ້າຜະແນກຄຸ້ມຄອງຊັບພະຍາກອນທໍາມະຊາດຂອງແຂວງ
ບໍລິຄໍາໄຊ ໄດ້ເດີນທາງໄປພົບປະເຈລະຈາຮ່ວມກັບຄະນະເຈົ້າໜ້າທີ່ຂອງສໍານັກງານອະ
ນຸລັກຊັບພະຍາກອນທໍາມະຊາດແລະສັດປ່າເຂດ 10 ທີ່ຮັບຜິດຊອບພື້ນທີ່ ໃນເຂດພາກ
ອີສານຂອງໄທໃນທ້າຍອາທິດກ່ອນ ໂດຍຄະນະ ເຈົ້າໜ້າທີ່ຂອງໄທໄດ້ຢືນຢັນວ່າ ຊ້າງປ່າ
ເພດຜູ້ຕົວດັ່ງກ່າວນີ້ເປັນຊ້າງໄທ ທີ່ຂ້າມໄປຫາກິນແລະຜະສົມພັນຢູ່ໃນເຂດລາວ ນັບຕັ້ງ
ແຕ່ປີ 2010 ເປັນຕົ້ນມາ ແລະໃນ ການເຈລະຈາດັ່ງກ່າວນີ້ ທາງຝ່າຍໄທກໍໄດ້ສະແດງ ພະຍານຫຼັກຖານເປັນພາບທີ່ ບັນທຶກໄວ້ດ້ວຍກ້ອງ VDO ຕໍ່ຝ່າຍລາວດ້ວຍ ຊຶ່ງກໍປາກົດ
ວ່າ ທາງການລາວບໍ່ໄດ້ ສະແດງການໂຕ້ແຍ້ງແຕ່ຢ່າງໃດ ດັ່ງທີ່ທ່ານທະວີບ ຄໍາແພງເມືອງ
ຫົວໜ້າໜ່ວຍປ້ອງກັນສັດປ່າຂອງເຂດປ່າສະຫງວນແຫ່ງຊາດພູງົວ ໄດ້ໃຫ້ການຢືນຢັນວ່າ:

ເຈົ້າໜ້າທີ່ລາວຕິດຕາມເບິ່ງຊ້າງທີ່ຂ້າມໄປຝັ່ງໄທ
ເຈົ້າໜ້າທີ່ລາວຕິດຕາມເບິ່ງຊ້າງທີ່ຂ້າມໄປຝັ່ງໄທ

ພາບວີດີໂອທີ່ເຮົາເຄີຍຖ່າຍໄວ້ເນາະ ປຽບທຽບກັບ
ພາບຊ້າງທີ່ເຮົາຖ່າຍຕອນທີ່ມັນຂ້າມມາເມື່ອອາທິດ
ທີ່ແລ້ວນີ້ ມາເບິ່ງກັນເນາະ ເມື່ອປຽບທຽບວ່ານຶ່ງຮູບ
ພັນ ສັນຖານ ແລະກໍລັກສະນະທ່າທາງຈົນກະທັ້ງວ່າ
ເຈົ້າໜ້າທີ່ລາວ ເຂົາກໍເບິ່ງດ້ວຍຄວາມສົນໃຈເນາະ ເສັດແລ້ວເຈົ້າໜ້າທີ່ລາວກໍບໍ່ວ່າຫຍັງ ບໍ່ໄດ້ສະແດງ
ຄວາມຄິດເຫັນຫຍັງ ແຕ່ເຮົາມີພາບຢືນຢັນແລ້ວເຮົາ
ກໍຕອບໄປວ່າ ຊ້າງຕົວນີ້ ເດີມນັ້ນ ມັນເຄີຍຢູ່ເຂດຮັກ
ສາພັນສັດປ່າແຫ່ງນີ້ ແລະກໍຂ້າມໄປຝັ່ງລາວ ເມື່ອ
ສາມປີທີ່ແລ້ວ ແລ້ວມັນກໍເດີນທາງກັບມາທີ່ເກົ່າຂອງມັນກໍຮຽນຢືນຢັນໄປ
ຕາມນັ້ນ.”


ຊ້າງປ່າເພດຜູ້ຕົວດັ່ງກ່າວມີຄວາມສູງເຖິງ 3 ແມັດແລະໜັກເກີນກວ່າ 3 ໂຕນ ຫາກແຕ່
ກໍເປັນທີ່ໜ້າສັງເກດວ່າງວງຂອງຊ້າງມີບາດແຜນຄ້າຍຄືກັບຮອຍລູກປືນ ດ້ວຍເຫດນີ້
ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຂອງໄທເຊື່ອວ່າ ສາເຫດທີ່ເຮັດໃຫ້ຊ້າງປ່າຕ້ອງອົບພະຍົບຂ້າມ
ແມ່ນໍ້າຂອງຈາກຝັ່ງລາວໄປໄທ ກໍຍ້ອນວ່າຖືກຕາມລ່າ ໂດຍກຸ່ມນັກຄ້າສັດປ່າໃນລາວ
ນັ້ນເອງ ຫາກແຕ່ວ່າຄະນະເຈົ້າໜ້າທີ່ຂອງທາງການລາວກໍໄດ້ໃຫ້ການ ຢືນຢັນວ່າບໍ່ມີ
ບັນຫາການລ່າຊ້າງປ່າຢູ່ໃນເຂດແຂວງບໍລິຄໍາໄຊ ແລະບາດແຜທີ່ງວງຊ້າງຜູ້ນັ້ນກໍເປັນ
ບາດແຜເກົ່າ ທີ່ເກີດຈາກການຫາກິນຕາມທໍາມະຊາດເທົ່ານັ້ນ.
ບຸນຊ້າງຄັ້ງທີ 7 ຢູ່ເມືອງໄຊຍະບູລີ
ບຸນຊ້າງຄັ້ງທີ 7 ຢູ່ເມືອງໄຊຍະບູລີ

ກ່ອນໜ້ານີ້ ອົງການອະນະລັກຊ້າງໃນເອເຊຍ (ElefantAsia)
ລາຍງານວ່າຈໍານວນປະຊາກອນຊ້າງຢູ່ໃນລາວຍັງຄົງຫຼຸດລົງ
ຢ່າງຕໍ່ເນື່ອງ ໂດຍຈາກການເກັບກໍາຂໍ້ມູນຫລ້າສຸດ ເຮັດໃຫ້
ສາມາດປະເມີນໄດ້ວ່າໃນປັດຈຸບັນຍັງມີປະຊາກອນຊ້າງບ້ານ
ເຫຼືອຢູ່ໃນລາວພຽງແຕ່ບໍ່ເກີນ 470 ໂຕເທົ່ານັ້ນ ສ່ວນປະຊາ
ກອນຊ້າງປ່ານັ້ນ ກໍເຊື່ອວ່າມີຈໍານວນໜ້ອຍກວ່າຊ້າງບ້ານ
ຢ່າງແນ່ນອນ ເນື່ອງຈາກວ່າ ຊ້າງປ່າຍັງຕ້ອງປະເຊີນກັບ
ການຖືກລ່າໂດຍກຸ່ມລັກລອບຄ້າສັດປ່າ ຢູ່ຕະຫຼອດເວລາ.

ຍິ່ງໄປກວ່ານັ້ນ ເມື່ອປະກອບກັບບັນຫາການຕັດໄມ້ທໍາລາຍປ່າຢ່າງໜັກໜ່ວງຢູ່ໃນທົ່ວ
ປະເທດລາວດ້ວຍແລ້ວ ກໍຍັງໄດ້ທໍາລາຍຖິ່ນທີ່ຢູ່ແລະແຫຼ່ງອາຫານຂອງຊ້າງແລະສັດປ່າ
ນາໆ ຊະນິດ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່ເນື່ອງເຖິງການຜະສົມພັນ ຂອງສັດປ່າອີກດ້ວຍ
ໂດຍຜົນທີ່ຕິດຕາມມາກໍຄືປະຊາກອນຊ້າງປ່າໄດ້ຫລຸດຈໍານວນລົງຢ່າງຕໍ່ເນື່ອງ ແລະຖ້າ
ຫາກວ່າບັນຫາດັ່ງກ່າວນີ້ຍັງບໍ່ໄດ້ຮັບການແກ້ໄຂຢ່າງຈິງຈັງ ກໍເຊື່ອວ່າຊ້າງປ່າໃນລາວ
ຈະສູນພັນໄປພາຍໃນ 50​ ປີ ຢ່າງແນ່ນອນ.
XS
SM
MD
LG