ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທາງການໄທ ຍຶດຊັບສິນຂອງນັກຄ້າຢາເສບຕິດໄດ້ຫຼາຍກວ່າ 10,000 ລ້ານບາດ ໃນປີ 2022 ສ່ວນໃນລາວກໍສາມາດຜະລິດຢາບ້າໄດ້ແລ້ວ


ການຈັບໂຕຜູ້ຕ້ອງຫາຄ້າຢາເສບຕິດຢູ່ປະເທດໄທ ທີ່ຂົນສົ່ງມາຈາກ ສປປ ລາວ.
ການຈັບໂຕຜູ້ຕ້ອງຫາຄ້າຢາເສບຕິດຢູ່ປະເທດໄທ ທີ່ຂົນສົ່ງມາຈາກ ສປປ ລາວ.

ທາງການໄທ ຍຶດຊັບຂອງນັກຄ້າຢາເສບຕິດໄດ້ຫຼາຍກວ່າ 10,000 ລ້ານໃນປີ 2022 ສ່ວນໃນລາວກໍສາມາດຜະລິດຢາບ້າໄດ້ແລ້ວໂດຍອາໄສສານເຄມີຕັ້ງຕົ້ນທີ່ນຳເຂົ້າຈາກປະເທດເພື່ອນບ້ານ.

ທ່ານ ວິໄຊ ໄຊມົງຄຸນ ເລຂາທິການຄະນະກຳມະກາານປ້ອງກັນ ແລະ ປາບປາມຢາເສບຕິດແຫ່ງຊາດໄທ ຖະແຫຼງວ່າການຮ່ວມມືໃນການປາບປາມການຄ້າຢາເສບຕິດໃນເຂດລຸ່ມແມ່ນໍ້າຂອງໃນປີ 2022 ທີ່ຜ່ານມາ ນອກຈາກຈະເຮັດໃຫ້ທາງການໄທສາມາດຈັບກຸມນັກຄ້າຢາເສບຕິດໄດ້ເກີນກວ່າ 1 ແສນຄົນແລ້ວ ກໍຍັງເຮັດໃຫ້ສາມາດຂະ
ຫຍາຍຜົນຈາການສືບສວນ-ສອບສວນໄປສູ່ການຍຶດຊັບສິນຂອງຜູ້ຕ້ອງຫາໄດ້ຫຼາຍກວ່າ 10,000 ກວ່າລ້ານບາດອີກດ້ວຍ ແຕ່ໃນຂະນະດຽວກັນຜົນຂອງປະຕິບັດການດັ່ງກ່າວນີ້ກໍໄດ້ສະແດງໃຫ້ເຫັນວ່າການຄ້າຢາເສບຕິດໃນລຸ່ມແມ່ນໍ້າຂອງໄດ້ຂະຫຍາຍເປັນເຄືອຂ່າຍຂະໜາດໃຫຍ່ຂຶ້ນນັບມື້ ແລະ ຍາກທີ່ຈະປາບປາມໃຫ້ໝົດໄປໄດ້ຢ່າງແທ້ຈິງ ຊຶ່ງເຮັດໃຫ້ຈະຕ້ອງເສີມສ້າງການຮ່ວມມືກັນໃຫ້ໃກ້ຊິດຫຼາຍຂຶ້ນອີກ ໃນນີ້ກໍລວມເຖິງການເສີມສ້າງການຮ່ວມມືເພື່ອປ້ອງກັນບໍ່ໃຫ້ເຍົາວະຊົນເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດດ້ວຍ ດັ່ງທີ່ທ່ານ ວິໄຊ ໄດ້ໃຫ້ການຢືນຢັນວ່າ

“ການດຳເນີນງານໃນເລື່ອງຂອງການປາບປາມຢາເສບຕິດ ກໍຄືການທຳລາຍຂ່າຍງານຢາເສບຕິດ ທີ່ເຮົາດຳເນີນການໄປພ້ອມກັບມາດຕະການໃນການຍຶດຊັບສິນ ຊຶ່ງທີ່ຜ່ານມານີ້ ເຮົາສາມາດຍຶດຊັບແລ້ວປະມານ 1 ໝື່ນກັບ 400 ກວ່າລ້ານບາດ ຊຶ່ງເປັນປະຫວັດການວ່າໄດ້ຫຼວງຫຼາຍມະຫາສານເກີນເປົ້າໝາຍທີ່ຕັ້ງໄວ້ຢູ່ 10,000 ລ້ານບາດ ນອກຈາກນີ້ກໍໃນເລື່ອງຂອງວຽກງານປ້ອງກັນຢາເສບຕິດ ເຮົາກໍດຳເນີນການບໍ່ສະເພາະແຕ່ວ່າເຍົາວະຊົນປະເທດໄທເທົ່ານັ້ນ ເຮົາກໍດຳເນີນການກັບເຍົາວະຊົນທັງ 6 ປະເທດ ຊຶ່ງກໍໄດ້ຈັດສຶກສາເບິ່ງວຽກໃນສ່ວນຂອງພື້ນທີ່ປະເທດໄທ, ມຽນມາ ແລະ ລາວ.”

ທ່ານ ວິໄຊ ເປີດເຜີຍດ້ວຍວ່າການຜະລິດຢາບ້າໃນປັດຈຸບັນມີມີຕົ້ນທຶນພຽງເມັດລະ 50 ສະຕາງເທົ່ານັ້ນ ໂດຍເມື່ອສົມທົບກັບຄ່າຂົນສົ່ງກໍຕໍ່າຢ ທັງຍັງມີການຂາຍຢາບ້າໂດຍຜ່ານລະບົບສັງຄົມອອນໄລນ໌ດ້ວຍແລ້ວ ກໍຍິ່ງເຮັດໃຫ້ມີການຜະລິດຢາບ້າ ແລະ ຢາໄອຊ໌ເພີ່ມຂຶ້ນຢາງຫຼວງຫຼາຍ ແລະ ທຸກປະເທດໃນລຸ່ມແມ່ນໍ້າາຂອງຕ່າງກໍສາມາດຜະລິດຢາບ້າ ແລະ ຢາໄອຊ໌ ໄດ້ທັງນັ້ນ ເພາະມີເຄື່ອງຈັກລຸ້ນໃໝ່ທີ່ຂະບວນການຄ້າຢາເສບຕິດໄດ້ນຳໃຊ້ໃນປັດຈຸ ບັນສາມາດຜະລິດຢາບ້າໄດ້ຫຼາຍກວ່າ 288,000 ເມັດຕໍ່ຊົ່ວໂມງໂດຍເປັນເຄື່ອງຈັກຊະນິດດຽວກັນກັບທີ່ໃຊ້ໃນການຜະລິດຢາຮັກສາໂຣກທີ່ສາມາດສັ່ງຊື້ໄດ້ທົ່ວໄປຊຶ່ງກໍເຊັ່ນດຽວກັນກັບສານໂຊດຽມໄຊຢາໄນ ທີ່ໃຊ້ໃນການຜະລິດດ້ານກະສິກຳ ແຕ່ຂະບວນການຄ້າຢາເສບຕິດໃຊ້ເປັນສ່ວນປະສົມໃນການຜະລິດຢາບ້າ ແລະ ຢາໄອຊ໌ ນັ້ນ.

ບັນຫາທີ່ເກີດຂຶ້ນໃນປັດຈຸບັນນີ້ກໍຄືໄດ້ມີການສົ່ງເຄື່ອງຈັກ ແລະ ສານເຄມີດັ່ງກ່າວຈາກໄທ ໄປຍັງປະເທດເພື່ອນບ້ານເພີ່ມຂຶ້ນນັບມື້ ໂດຍທີ່ທາງການໄທບໍ່ສາມາດອອກຄຳສັ່ງເພື່ອຫ້າມການສົ່ງອອກດັ່ງກ່າວໄດ້ເລີຍ ເພາະວ່າເປັນສິນຄ້າທີ່ສາມາດຊື້-ຂາຍໄດ້ໂດຍທີ່ບໍ່ຜິດກົດໝາຍໃນໄທ ຊຶ່ງກໍເຊັ່ນດຽວກັນກັບໃນ ສປປ ລາວ ທີ່ປາກົດວ່າໄດ້ມີການນຳເຂົ້າເຄື່ອງຈັກແລະສານເຄມີດັ່ງກ່າວເພີ່ມຂຶ້ນ ຈຶ່ງເຮັດໃຫ້ມີການຜະລິດທັງຢາບ້າ ແລະ ຢາໄອຊ໌ໃນລາວໄດ້ແລ້ວໃນປັດຈຸບັນ ດັ່ງທີ່ທ່ານນາງ ວາຣີ ເວດຊະພົງ ສະມາຊິກສະພາແຫ່ງຊາດລາວຈາກເຂດນະຄອນຫຼວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ

“ຢາເສບຕິດນີ້ຖ້າບໍ່ມີສານຕັ້ງຕົ້ນນີ້ເຮົາຈະຜະລິດບໍ່ໄດ້ ແລ້ວປາກົດວ່າບ້ານເຮົານີ້ທີ່ຂ້າພະເຈົ້າໄດ້ຂ່າວມາເນາະ ມັນກະມີບາງກຸ່ມທີ່ໄປຜະລິດຢູ່ໃນປ່າເລິກໆພຸ້ນແຫຼະ ໂດຍເອົາເດັກນ້ອຍເຮົານີ້ແຫຼະໄປເປັນລູກນ້ອງໃນການຜະລິດດັ່ງກ່າວເນາະ ສະນັ້ນຂ້າພະເຈົ້າຢາກຖາມວ່າທາງລັດຖະບານຈະມີວິດທີສະກັດກັ້ນໂຕນຳເຂົ້າສານຕັ້ງຕົ້ນນີ້ແນວໃດ ເພາະວ່າມັນເຂົ້າມາໃນຮູບການຂອງສິນຄ້າກະເສດ ສານຕັ້ງຕົ້ນນີ້ນະໂຕນີ້ຢາກຮູ້ວ່າພວກເຮົາສິສະກັດກັ້ນຈັ່ງໃດ ເນື່ອງຈາກວ່າໂຕນີ້ເຂົາເອີ້ນວ່າຕັດແຕ່ຕົ້ນເຫດ.”

ໃນປີ 2022 ທີ່ຜ່ານມາຕຳຫຼວດລາວສາມາດປາບປາມການຄ້າຢາເສບຕິດໄດ້ 4,707 ຄະດີ ຈັບກຸມຜູ້ຕ້ອງຫາໄດ້ 6,873 ຄົນ, ຍຶດຢາບ້າກັບຢາໄອຊ໌ໄດ້ກວ່າ 17 ໂຕນ, ເຮໂຣອິນ 175 ກິໂລ, ຝິ່ນ 250 ກິໂລ, ກັນຊາກວ່າ 13,966 ກິໂລ, ຍານພາຫະນະ-ອາວຸດ ແລະ ອຸປະກອນສື່ສານທີ່ທັນສະໄໝຫຼາຍກວ່າ 2 ໝື່ນລາຍການ ສ່ວນທ່ານ ສົມສັກ ເທບສຸທິນ ລັດຖະມົນຕີຍຸດຕິທຳຂອງໄທ ຖະແຫຼງວ່າການລັກລອບຄ້າຢາເສບຕິດໃນເຂດລຸ່ມແມ່ນໍ້າຂອງທີ່ເພີ່ມຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນຢູ່ເຂດສາມຫຼ່ຽມຄຳນັ້ນ ປະເມີນວ່າມີການຜະລິດຢາເສບຕິດທີ່ຄິດເປັນມູນຄ່າຫຼາຍກວ່າ 1​ ແສນລ້ານໂດລາໃນແຕ່ລະປີ.

XS
SM
MD
LG