ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ​ໄທ ​ແລະ​ຈີນ​ ລົງ​ນາມ​ ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ ໃນ​ການ​ກໍ່ສ້າງ​ ທາງ​ລົດ​ໄຟ​ລາງ​ຄູ່


ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ກັບ ທ່ານ​ຫລີ ​ເກີ້​ຈຽງ ນາຍົກລັດຖະມົນຕີຈີນ ເປັນ​ປະທານການ​ປະຊຸມ​ສຸດ​ຍອດ ​ຜູ້ນຳ​ລັດຖະບານ​ ຈາກ 6 ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ (GMS Summit) ຄັ້ງ​ທີ 5 ຢູ່​ບາງກອກ.
ພົນ​ເອກ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ກັບ ທ່ານ​ຫລີ ​ເກີ້​ຈຽງ ນາຍົກລັດຖະມົນຕີຈີນ ເປັນ​ປະທານການ​ປະຊຸມ​ສຸດ​ຍອດ ​ຜູ້ນຳ​ລັດຖະບານ​ ຈາກ 6 ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ (GMS Summit) ຄັ້ງ​ທີ 5 ຢູ່​ບາງກອກ.

ລັດຖະບານ​ໄທ ​ແລະ​ຈີນ​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ
(MOU) ວ່າ​ດ້ວຍ​ການ​ຮ່ວມ​ມື ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່
ລະດັບ​ຄວາມ​ໄວ​ປານ​ກາງ ​ເພື່ອ​ເຊື່ອມ​ຕໍ່​ຈາກ​ຈີນ​ຜ່ານ​ລາວ​ມາ​
ໄທ​ໃຫ້​ໄດ້​ໃນ​ປີ 2022.

ການ​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ວ່າ​ດ້ວຍ​ການ​ຮ່ວມ​ມື​ໃນ​ການ​ກໍ່ສ້າງ​ທາງ​
ລົດ​ໄຟ​ລາງ​ຄູ່ ຄວາມ​ໄວ​ປານ​ກາງ ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ການ​ປະຊຸມ​ສຸດ​ຍອດ ​ຜູ້ນຳ​ລັດ
ຖະບານ​ ຈາກ 6 ປະ​ເທດ​ໃນ​ເຂດ​ລຸ່ມ​ແມ່ນ້ຳຂອງ (GMS Summit) ຄັ້ງ​ທີ 5 ຢູ່​ບາງກອກ
​ ເມື່ອ​ບໍ່​ນານ​ມາ​ນີ້ ​ໂດຍ​ມີ ທ່ານ​ຫລີ ​ເກີ້​ຈຽງ ນາຍົກລັດຖະມົນຕີຈີນ ກັບພົນ​ເອກ​ປຣະຍຸດ ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທ ​ເປັນ​ປະທານ​ໃນ​ພິທີ​ຮ່ວມ​ກັນ.

​ໂດຍ​ການ​ລົງ​ນາມ​ດັ່ງກ່າວ​ນີ້ ຖື​ເປັນ​ການ​ຕົກລົງ​ຮ່ວມ​ມື​ລະດັບ​ລັດຖະບານ ລະຫວ່າງ​ໄທ​ກັບ​ຈີນ ທີ່​ແນ​ໃສ່​ການ​ພັດທະນາ​ທາງ​ລົດ​ໄຟ ​ເພື່ອ​ເຊື່ອມ​ຕໍ່​ກັນ ​ໃຫ້​ໄດ້​ພາຍ​ໃນ​ປີ 2022 ດ້ວຍ​ການ​ຮ່ວມ​ລົງທຶນ​ເພື່ອ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່ ລະດັບ​ຄວາມ​ໄວ​ປານ​ກາງ 2 ​ເສັ້ນທາງ​ຢູ່​ໃນ​ໄທ ກໍ​ຄື​ໜອງ​ຄາຍ-​ແກ່​ງຄອຍ​-ມາບ​ຕາ​ພຸດ ​ແລະ ​ແກ່ງ​ຄອຍ-ບາງກອກ ​ເພື່ອ​ເປັນ​ພື້ນຖານ ​ໃຫ້​ກັບ​ການ​ຂະ​ຫຍາຍການ​ເຊື່ອມ​ຕໍ່​ໄປ​ຈີນ ​ໂດຍ​ຜ່ານ​ລາວ​ຕໍ່​ໄປ​ດັ່ງ​ທີ່ ພົນ​ເອກ​ປຣະຍຸດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ ​ລົງ​ນາມ​ບັນທຶກ​ຄວາມ​ເຂົ້າ​ໃຈ​ທີ່ເອີ້ນ​ວ່າ MOU ຄວາມ​ຮ່ວມ​ມື​ລະຫວ່າງ​ໄທ​
ກັບ​ສາທາລະ​ນະລັດ​ປະຊາຊົນ​ຈີນ ​ເລື້ອງ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ທາງ​
ລົດ​ໄຟ ຄວາມ​ໄວ​ປານ​ກາງ 2 ​ເສັ້ນທາງ ໜອງ​ຄາຍ​-​ແກ່ງ​ຄອຍ-ມາບ​ຕາ​ພຸດ
ແລະ ​ແກ່ງ​ຄອຍ-ກຸງເທບ ​ໃນຍຸດ​ທະ​ສາດ 2558-2565 (ປີ 2015-2022) ​
ເປັນ​ໜຶ່ງ​ໃນ​ຍຸດ​ທະ​ສາດ​ສຳຄັນ​ຂອງ​ລັດຖະບານ ທີ່​ຈະ​ຍົກ​ລະ​ດັບຂອງ​ເຮົາ​ໃຫ້​ເປັນ
HUB ​ໃນ​ການ​ເຊື່​ອມ​ຕໍ່​ໃນ​ກຸ່ມ​ປະ​ເທດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ກັບ​ຈີນ​ໃຫ້​ໄດ້.”

​ທາງ​ການ​ຈີນ​ເຫັນ​ວ່າ ລົດ​ໄຟ​ຄວາມ​ໄວ​ສູງ​ອາດ​ບໍ່​ເມາະ​ສົມ​ກັບສະພາບ​ພູມິ​ປະ​ເທດໃນລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ຈຶ່ງ​ສະ​ເໜີ​ໃຫ້​ມີ​ການ​ປັບ​ປ່ຽນ​ຈາກ​ລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່​.
​ທາງ​ການ​ຈີນ​ເຫັນ​ວ່າ ລົດ​ໄຟ​ຄວາມ​ໄວ​ສູງ​ອາດ​ບໍ່​ເມາະ​ສົມ​ກັບສະພາບ​ພູມິ​ປະ​ເທດໃນລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ຈຶ່ງ​ສະ​ເໜີ​ໃຫ້​ມີ​ການ​ປັບ​ປ່ຽນ​ຈາກ​ລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່​.

ໂດຍ​ກ່ອນໜ້າ​ນີ້ ພົນ​ອາກາດ​ເອກ ປຣະຈິນ ຈັ່ນ​ຕອງ ລັດຖະ
ມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ ຂອງໄທ​ກໍ​ໄດ້​ຖະ​ແຫລ​ງ
ຢືນຢັນ​ວ່າ ຄະນະ​ລັດຖະບານ​ໄທ​ໄດ້​ມີ​ມັດ​ຕິ​ອະ​ນຸມັດ​ແຜນ
ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່​ຂະໜາດ​ກວ້າງ 1.435 ​ແມັດ
ທີ່​ມີ​ຄວາມ​ໄວ​ລະດັບ​ປານ​ກາງ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ໂດຍ
​ມີ​ເປົ້າໝາຍ​ທີ່​ຈະ​ເຊື່​ອມຕໍ່​ກັບ​ລາວ​ແລະ​ຈີນ​ໃຫ້​ໄດ້​ຕະຫລອດ
​ເສັ້ນທາງ​ໃນ​ອະນາຄົດ​ອັນໃກ້​ນີ້.

ໂດຍເສັ້ນທາງລົດໄຟລາງຄູ່ ທີ່ລັດຖະບານໄທໄດ້ໃຫ້ການອະນຸມັດ
ດັ່ງກ່າວມີຢູ່ 3 ເສັ້ນທາງທ່າເຮືອມາບຕາພຸດ-ໂຄຣາດ-ໜອງຄາຍ
ແລະເສັ້ນທາງລະຍອງ-ບາງກອກ-ໂຄຣາດ-ໜອງຄາຍ ຊຶ່ງກໍໝາຍ
ຄວາມວ່າ ການລົງນາມໃນ MOU ລະຫວ່າງທາງການໄທກັບຈີນ
ລວມເຖິງມາເລເຊຍ ແລະສິງກະໂປ ດ້ວຍດັ່ງທີ່ພົນອາກາດເອກ
ປຣະຈິນ ໄດ້ຢືນຢັນວ່າ:

“ຈີນມີຍຸດທະສາດ ໃນການທີ່ຈະສ້າງເສັ້ນທາງສາຍໄໝ ເຊື່ອມມາຍັງທາງດ້ານ
ອາຊ່ຽນ ໃນອະນາຄົດອັນໃກ້ເຊັ່ນກັນ ເຂົາກໍຈະສ້າງທາງລົດໄຟ ມາດຕະຖານ
ມາທີ່ລາວ ຜ່ານໄທໄປມາເລເຊຍ ແລະສິງກະໂປ ອັນນີ້ກໍເປັນໂອກາດອັນດີ ທີ່
ຍຸດທະສາດຂອງໄທ ຍຸດທະສາດຂອງຈີນນັ້ນ ສອດຄ້ອງກັນ.”

ທາງດ້ານທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳຂົງເຂດ
ເສດຖະກິດການຜະລິດ ແລະຈະລາຈອນ ໄດ້ໃຫ້ການຢືນຢັນກັບ ວີໂອເອວ່າ ທາງການ
ລາວພ້ອມທີ່ຈະເຊື່ອມຕໍ່ທາງລົດໄຟກັບຈີນ ແລະໄທ ໂດຍໃນປັດຈຸບັນຄະນະຮັບຜິດຊອບ
ຂອງລັດຖະບານລາວ ກັບຈີນຍັງ​ຄົງ​ສືບ​ຕໍ່​ການ​ເຈລະຈາ ​ເພື່ອ​ຕົກລົງ​ກັນ​ກ່ຽວ​ກັບ​ແບບ​
ກໍ່ສ້າງ​ທາງ​ລົດ​ໄຟ​ໃນ​ລາວ ລວມ​ເຖິງ​ການ​ກຳນົດ​ສັດສ່ວນ​ຂອງ​ການ​ລົງທຶນ ​ແລະ​ການ​ຫາ​
ແຫ​ລ່ງ​ເງິນ​ທຶນ​ກູ້​ຢືມ​ໃນ​ຈີນ​ດ້ວຍ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“​ເລັ່ງປຶກສາ​ຫາລື​ກັນ​ເຖິງ​ການ​ເຂົ້າຫາ​ແຫລ່ງທຶນ ​ກັບການ​ລົງທຶນເບື້ອງ​ຕົ້ນ ຂອງ​
ບໍລິສັດ​ຮ່ວມ​ລາວ-ຈີນ​ຫັ້ນນ່າ ​ເຮົາ​ສິຄວນ​ເອົາ​ເທົ່າ​ໃດ ສິ​ເອົາ 30 ​ເປີ​ເຊັນ ບໍ 40
​ເປີ​ເຊັນ ບໍ ກະ​ຍັງ​ຢູ່​ໃນ​ຂັ້ນປຶກສາ​ກັນ​ເລື້ອງ​ນີ້​ນິ​ແຫຼະ.”

ກ່ອນໜ້າ​ນີ້ ທ່ານ​ນາງ​ວິໄລ​ຄຳ ​ໂພ​ສາລາ​ດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​
ທິການ ​ແລ​ະຂົນ​ສົ່ງ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ການ​ເຈລະຈາ​ລະຫວ່າງ​ຄະນະ​ຜູ້​ຕ່າງ​ໜ້າ​
ລັດຖະບານລາວ​ກັບ​ຈີນ ກ່ຽວ​ກັບ​ການ​ກໍ່ສ້າງ​ທາງ​ລົດ​ໄຟ ​ເພື່ອ​ເຊື່ອມ​ຕໍ່​ຈາກ​ຈີນ​ມາລາ​ວ
ຍັງ​ສືບ​ຕໍ່​ການ​ເຈ​ລະ​ຈາ​ຢູ່​ເລື້ອຍ​ມາ ​ໂດຍ​ນາຍົກ​ລັດຖະມົນຕີ​ລາວ ​ແລະ​ຈີນ ​ໄດ້​ແຕ່ງຕັ້ງ
ຄະນະ​ກຳມະການ​ຂອງ​ແຕ່ລະ​ຝ່າຍ​ ຂຶ້ນມາ​ຮັບຜິດຊອບ​ການ​ເຈລະຈາ ​ເປັນ​ການ​
ສະ​ເພາະ​ແລ້ວ.

ທາງ​ດ້ານ​ທ່ານ ຫຼີ ​ເກີ້​ຈຽງ ນາຍົກລັດຖະມົນຕີຈີນ ກໍ​ຢືນຢັນ​ວ່າ ການ​ເຈລະ​ຈາຮອບ​ໃໝ່​
ຈະ​ມີ​ການ​ກຳນົດ​ຮູບ​ແບບ​ການ​ຮ່ວມ​ມື​ທີ່ມີ​ປະສິດທິພາບ ທີ່​ທຸກ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ
​ແລະ​ສອດ​ຄ້ອງ​ກັບ​ສະພາບ​ທີ່​ເປັນ​ຈິງ ​ໂດຍ​ທາງ​ການ​ຈີນ​ເຫັນ​ວ່າ ລົດ​ໄຟ​ຄວາມ​ໄວ​ສູງ​
ອາດ​ບໍ່​ເມາະ​ສົມ​ກັບສະພາບ​ພູມິ​ປະ​ເທດໃນລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ຈຶ່ງ​ສະ​ເໜີ​
ໃຫ້​ມີ​ການ​ປັບ​ປ່ຽນ​ຈາກ​ລົດ​ໄຟ​ຄວາມ​ໄວ​ສູງ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່​
ທີ່​ຂະ​ບວນ​ໂດຍສານ​ມີ​ຄວາມ​ໄວ 160 ກິ​ໂລ​ແມັດ ​ແລະ​ຂະ​ບວນຂົນ​ສົ່ງ​ສິນຄ້າ ກໍ​ມີ​ຄວາມ​
ໄວ 120 ກິ​ໂລ​ແມັດ ຕໍ່​ຊົ່ວ​ໂມງ ຊຶ່ງ​ກໍ​ຄື​ລະດັບ​ຄວາມ​ໄວ​ດຽວ​ກັນ​ກັບ​ໄທ ​ແລະ​ຈີນ​ນັ້ນ​ເອງ.

XS
SM
MD
LG