ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ເຕະ​ບານ​ຍິງ ອາ​ເມ​ຣິ​ກັນ ເຊື້ອ​ສາຍ ໄທ ສ້າງ​ຄວາມ​ປະ​ທັບ​ໃຈ ຢູ່​ໃນສະ​ໜ​າມ


Thai American soccer player dazzles on the pitch
please wait

No media source currently available

0:00 0:02:49 0:00

ຊົມ​ວິ​ດີໂອ ກ່ຽວ​ກັບ ລາຍ​ງານນີ້.

​ກິ​ລາ​ເຕະ​ບານ​ແມ່​ຍິງ​ໃນ ສະ​ຫະ​ລັດ ແມ່ນ​ໄດ້ມີ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕ, ເຮັດ​ໃຫ້​ມີ​ເດັກ​ຍິງ​ເຂົ້າ​ມາຫຼິ້ນ​ກິ​ລາ​ດັ່ງ​ກ່າວຫຼາຍກວ່າ​ແຕ່​ກ່ອນ. ເດັກ​ຍິງ ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ໄທ ນາງ ແມ​ດິ​ສັນ ແຄສ​ທີນ ໄດ້ຫຼິ້ນ​ກິ​ລາ​ເຕະ​ບານ​ມາແຕ່​ຍັງ​ນ້ອຍ ແລະ ໄດ້​ຕັ້ງ​ເປົ້າ​ທີ່​ຈະ​ເປັນ​ນຶ່ງ​ໃນ​ຄົນ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ເອ​ເຊຍ​ພຽງບໍ່​ເທົ່າ​ໃດ​ຄົນ​ ທີ່​ສາ​ມາດ​ເຂົ້າ​ເຕະ​ໃນຫຼີກ​ອາ​ຊີບ. ນັກ​ຂ່າວ​ວີ​ໂອ​ເອ​ພາກ​ພາກ​ສາ​ໄທ ວາ​ຣັງ​ຄະ​ນາ ຊົມ​ຊື່ນ ມີ​ລາຍ​ງານ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຄວາມ​ໝັ້ນ​ໃຈ, ຄວາມ​ມ່ວນ​ຊື່ນ ແລະ ພອນ​ສະ​ຫວັນ ແມ່ນ​ສິ່ງ​ທີ່​ບັນ​ດາ​ຄູ​ຝຶກ​ເວົ້າ​ວ່າ ນາງ ແມ​ດິ​ສັນ ແຄສ​ທີນ ຄົນ​ອາ​ເມ​ຣິ​ກັນ​ ເຊື້ອ​ສາຍໄທ ຄົນ​ນີ້​ໄດ້​ນຳ​ມາ​ສູ່​ກິ​ລາ​ເຕະ​ບານ, ດ້ວຍ​ການຫຼິ້ນ​ໃນ​ການ​ແຂ່ງ​ຂັນ​ລະ​ດັບ​ໂຮງ​ຮຽນ ຫຼື ECNL, ເຊິ່ງ​ແມ່ນຫຼີກ​ຊາວ​ໜຸ່ມ​ແຫ່ງ​ຊາດ​ໃນ ສະ​ຫະ​ລັດ.

ນາງ ແຄ​ສ​ທີນ ອາ​ຍຸ 16 ປີ​ໄດ້​ລົງ​ແຂ່ງ​ຂັນ​ໃຫ້​ທີມ​ຊາດ​ໄທ ​ໃນ​ປີນີ້ ໃນ​ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ແມ່​ຍິງ​ເຂດເອ​ເຊຍ ​ລຸ້ນ​ອາ​ຍຸ​ບໍ່​ກາຍ 17 ປີ​ ໃນ​ປະ​ເທດ ອິນ​ໂດ​ເນ​ເຊຍ. ລາວ​ເຕະ​ເຂົ້າ 4 ປະ​ຕູ ແລະ ເຖິງ​ແມ່ນ​ວ່າ ​ທີມ​ຂອງ​ລາວ ​ຈະ​ບໍ່​ໄດ້​ຊະ​ນະ, ນາງ​ເວົ້າ​ວ່າ​ ປະ​ສົບ​ການ​ດັ່ງ​ກ່າວ ​ແມ່ນ​ພິ​ເສດ.

ນາງ ແມ​ດິ​ສັນ ແຄ​ສ​ທີນ ນັກ​ເຕະ​ທີມ NC Fusion Soccer ກ່າວ​ວ່າ “ມັນ​ບໍ່​ແມ່ນ​ຄວາມ​ຈິງ​ສຳ​ລັບ​ຂ້ອຍ. ຂ້ອຍບໍ່​ເຄີຍ​ຄິດ​ວ່າ ​ໃນ​ຊີ​ວິດ​ຂອງ​ຂ້ອຍ ຂ້ອຍ​ຈະ​ໄດ້​ເປີດ​ຕົວ​ສຳ​ລັບ​ທີມ​ຊາດ, ໂດຍ​ສະ​ເພາະ​ທີມ​ຊາດ ໄທ, ແລະ ເຕະ​ເຂົ້າ​ປະ​ຕູໃນ​ນັດ​ເປີດ​ຕົວ​ຂອງ​ຂ້ອຍ.”

ໃນ ສະ​ຫະ​ລັດ ລາວຫຼິ້ນກອງ​ໜ້າ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ລາວ ​ຊື່​ວ່າ ໂຮງ​ຮຽນ Wesleyan Christian Academy, ແລະ ສຳ​ລັບ​ສະ​ໂມ​ສອນ NC Fusion, ເຊິ່ງ​ແມ່ນ​ສະ​ໂມ​ສອ​ນ​ເຕະ​ບານ​ທີ່​ນຳ​ໜ້າ​ ໃນ​ລັດ ຄາ​ໂຣ​ໄລ​ນາເໜືອ ທີ່​ທ່ານ ຈອນ ພາ​ດາ​ນີ ເປັນ​ຄູຝຶກ.

ທ່ານ ຈອນ ພາ​ດາ​ນີ ກ່າວ​ວ່າ “ຂ້ອຍ​ໄດ້​ເຫັນ​ການເຕີບ​ໂຕ​ທີ່​ສຸດ ​ໃນຄວາມ​ເປັນ​ຜູ້​ໃຫຍ່​ຂອງ​ລາວ ດ້ວຍ​ວິ​ທີ​ທີ່​ລາວ ​ປະ​ຕິ​ບັດ​ໃນ​ການ​ຝຶກ​ຊ້ອມ, ດ້ວຍ​ວິ​ທີ​ທີ່​ລາວ​ເບິ່ງ​ໃນ​ການ​ແຂ່ງ​ຂັນ, ແລະ ດ້ວຍ​ວິ​ທີ​ທີ່​ລາວ​ພັດ​ທະ​ນາ​ຂຶ້ນ​ໃນ​ຖາ​ນະ​ເປັນ​ນັກ​ກິ​ລາ​ຄົນ​ນຶ່ງ.”

ນາງ ແຄ​ສ​ທີນ ໄດ້​ເລີ່​ມ​ຫຼິ້ນ​ກິ​ລາ​ເຕະ​ບານ​ຕອນອາ​ຍຸ 4 ປີ ແລະ ມັນ​ໄດ້​ກາຍ​ເປັນ​ຄວາມ​ມັກ​ຂອງ​ລາວ​ຢ່າງວ່ອງ​ໄວ. ໃນ​ທຸກມື້ນີ້, ລາວ​ຊ້ອມ 8 ຫາ 10 ຊົ່ວ​ໂມງ​ຕໍ່​ອາ​ທິດ.

ນາງ ແມ​ດິ​ສັນ ກ່າວ​ວ່າ “ມັນ​ບໍ່​ແມ່ນ​ສິ່ງ​ທີ່​ຄົນ​ອື່ນ​ເຫັນ​ຢູ່​ໃນ​ສະ​ໜາມ, ແຕ່​ມັນ​ແມ່ນ​ວ່າ ​ເຈົ້າ​ເຮັດ​ວຽກຫຼາຍ​ຊ່ຳ​ໃດ​ເວ​ລາ​ທີ່​ບໍ່​ມີ​ຄົນ​ເບິ່ງ. ສະ​ນັ້ນ, ມັນ​ກໍ​ຄື​ກັບ​ເຮັດ​ວຽກ​ໃນ​ວັນ​ທີ່​ໝູ່​ຂອງ​ເຈົ້າ​ອອກ​ໄປຫຼິ້ນ ແລະ ຫລັງ​ຈາກ​ນັ້ນ​ ເຮັດ​ວຽກ​ໃນ​ວັນ​ທີ່​ເຈົ້າ​ໄດ້​ຊ້ອມ​ແລ້ວ ແຕ່​ເຈົ້າ​ຢາກ​ໄດ້​ຕື່ມ​ອີກ.”

ລະ​ດູ​ຮ້ອນນີ້, ນາງ ແຄ​ສ​ທີນ ໄດ້​ຖືກ​ສະ​ເໜີໃຫ້ຫຼິນ​ຕຳ​ແໜ່ງນຶ່ງ ​ໃນ​ທີມ NC Fusion ໃຫ້​ແຂ່ງ​ຂັນ​ຢູ່​ໃນສະໂມສອນ USL W, ເຊິ່ງ​ແມ່ນຫຼີກ​ເຕະ​ບານ​ກ່ອນ​ເປັນ​ອາ​ຊີບ​ຂອງ​ແມ່​ຍິງ​ໃນ ສະ​ຫະ​ລັດ. ມັນ​ແມ່ນ​ບາດ​ກ້າວ​ນຶ່ງ​ໃກ້​ເຂົ້າ​ສູ່​ຄວາມ​ຝັນ​ຂອງ​ລາວ ​ທີ່​ຈະຫຼິ້ນ​ເປັນ​ອາ​ຊີບ.

ປັດ​ຈຸ​ບັ​ນ, ມີ​ນັກ​ເຕະ​ແມ່​ຍິງ​ອາ​ເມ​ຣິ​ກັ​ນ​ເຊື້ອ​ສາຍ​ເອ​ເຊຍ​ພຽງ​ສອງ​ສາມ​ຄົນ​ທີ່​ມີ​ລາຍ​ຊື່​ຢູ່​ໃນ​ທີມ​ຊາດ​ເຕະ​ບານ​ຂອງ​ແມ່​ຍິງ ສະ​ຫະ​ລັດ ຫຼື ຫຼິ້ນ​ໃນຫຼີກ​ເຕະ​ບານ​ແຫ່ງ​ຊາດ​ຂອງ​ແມ່​ຍິງ. ນາງ ແຄ​ສ​ທີນ ກ່າວ​ວ່າ ນາງ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮັບ​ເອົາ​ສິ່​ງ​ທ້າ​ທາຍນີ້.

ນາງ ແມ​ດິ​ສັນ ກ່າວ​ວ່າ “ຂ້ອຍບ​ເຫັນ​ຕົນ​ເອງ​ແຕກ​ຕ່າງ​ຈາກ​ຄົນ​ອື່ນ… ມັນ​ບໍ່​ໄດ້​ກ່ຽວ​ກັບ​ວ່າ​ ເຈົ້າ​ມີ​ໜ້າ​ຕາ​ແນວ​ໃດ, ມັນ​ກ່ຽວ​ກັບ​ວ່າ​ ເຈົ້າ​ເຮັດ​ວຽກ​ໜັກ​ຊ່ຳ​ໃດ ແລະ ເຈົ້າ​ເກັ່ງ​ຊ່ຳ​ໃດ ແລະ ເຈົ້າ​ທຸ້ມ​ເທ​ໃນ​ສະ​ໜາມ​ຫຼາຍ​ຊ່ຳ​ໃດ.”

ນາງ​ ແຄສ​ທີນ ກ່າວ​ວ່າ ​ລາວ​ຕື່ນ​ເຕັ້ນ​ທີ່​ໄດ້​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ພັດ​ທະ​ນາ​ກິ​ລາ​ເຕະ​ບານ​ຂອງ​ແມ່​ຍິງ, ເຊິ່ງ​ແມ່ນ​ກິ​ລາ​ທີ່ບໍ່​ພຽງ​ແຕ່​ໄດ້​ມີ​ຄວາມ​ນິ​ຍົມຫຼາຍ​ຂຶ້ນ​ເທົ່າ​ນັ້ນ​ ແຕ່​ຍັງ​ໄດ້​ສົ່ງ​ຜົນ​ກະ​ທົບ​ໃນ​ແງ່ບວກ​ຕໍ່​ເດັກ​ຍິງ​ທັງຫຼາຍດ້ວນ.

​ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

Confidence, fun, and flair are what coaches say Thai American Madison Casteen brings to soccer – be it at a high school tournament or at the ECNL, a national youth soccer league in the United States.

16-year-old Madison Casteen played for Thailand’s national team in this year’s Under-17 Women’s Asian World Cup tournament in Indonesia. She scored 4 goals and even though her team didn’t win, she says the experience was special.

"It was not real to me. I would have never thought in my life that I would have made a debut for a national team, especially a Thai national team, and scoring a goal in my debut."

In the United States she plays as a forward at her high school, Wesleyan Christian Academy, and for NC Fusion, a premier soccer club in North Carolina coached by John Pardini.

“I've seen the most growth in her maturity with how she approaches training, with how she looks at the game, and with how she's evolving as a player.”

Casteen began playing soccer at the age of four and it quickly became her passion. These days, she trains 8-10 hours a week. (Is it ok I added this to transition to the soundbite?)

“It's not what other people see on the field, but it's how much you work when no one is watching. So, it's like working on days your friends are going out and then working on days that you've already trained but you want more.”

This summer, Casteen has been offered a spot at NC Fusion to compete in the USL W, a pre-professional women’s soccer league in the U.S. It’s a step closer to her dream of playing professionally.

So far, only a few Asian American female players have made it to the roster of the U.S. Women’s national soccer team or played in the National Women's Soccer League.

Casteen says she’s eager to take on this challenge.

"I don't see myself as different from anyone else...It's not about how you look, it's about how hard you work and how good you are and how much you leave on the field."

Casteen says she’s excited to be part of developing women’s soccer – a sport that’s not only becoming more popular but also making a positive impact on girls.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG