ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຍຄວາມ ທີ່ເປັນນັກເຄື່ອນໄຫວ ຖືກຈັບ ຍ້ອນທໍາການປະທ້ວງ ຕໍ່ການປົກຄອງແບບມີກະສັດ ໃນໄທ


ທ່ານ Anon Nampa, ທະນາຍຄວາມດ້ານສິດທິມະນຸດ ຖືກນໍາຕົວໄປຫາສະຖານີຕໍາຫລວດ ໃນນະຄອນຫລວງບາງກອກຂອງໄທໃນວັນທີ 7 ສິງຫາ, 2020
ທ່ານ Anon Nampa, ທະນາຍຄວາມດ້ານສິດທິມະນຸດ ຖືກນໍາຕົວໄປຫາສະຖານີຕໍາຫລວດ ໃນນະຄອນຫລວງບາງກອກຂອງໄທໃນວັນທີ 7 ສິງຫາ, 2020

ຕໍາຫລວດໄທໄດ້ຈັບກຸມນັກເຄື່ອນໄຫວ ແລະທະນາຍຄວາມອານົນ ນໍາພາ ໃນວັນພຸດວານນີ້ ຍ້ອນບົດບາດຂອງທ່ານໃນການປະທ້ວງຄັ້ງວັນທີ 3 ສິງຫາຜ່ານມາ ໂດຍທີ່ທ່ານໄດ້ຮຽກຮ້ອງໃຫ້ມີການປະຕິຮູບການປົກຄອງແບບມີກະສັດ.

ການປະທ້ວງຕໍ່ຕ້ານລັດຖະບານຫລາຍຄັ້ງໄດ້ເກີດຂຶ້ນຢ່າງຮຸນແຮງໃນຣາຊະອານາຈັກທີ່ຕັ້ງຢູ່ເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນ ນັບແຕ່ກາງເດືອນ ກໍລະກົດເປັນຕົ້ນມາ ແຕ່ວ່າ ພວກເດີນຂະບວນປະທ້ວງບາງຄົນກໍໄດ້ສຸມສາຍຕາຂອງເຂົາເຈົ້າໃສ່ການປົກຄອງແບບກະສັດ. ທ່ານອານົນອາຍຸ 36 ປີ ເປັນ ນັກເຄື່ອນໄຫວທີ່ທັບມ້າງສິ່ງຕ້ອງຫ້າມໂດຍຢູ່ໃນແຖວໜ້າຂອງການຮຽກຮ້ອງ ໃຫ້ມີການປະຕິຮູບ.

“ພວກເຮົາມີຄວາມຝັນຢາກໃຫ້ການປົກຄອງຂອງກະສັດຄົງຕົວຢູ່ຄຽງຂ້າງກັບລະບອບປະຊາທິປະໄຕ,” ນັ້ນຄືຄໍາເວົ້າຂອງທ່ານອານົນທີ່ກ່າວຕໍ່ຝູງຊົນທີ່ມີຫລາຍກວ່າ 10 ພັນຄົນ ຢູ່ໃນການປະທ້ວງໃນວັນທີ 3 ສິງຫາທີ່ບາງກອກ.

ກ່ອນໜ້ານັ້ນ ພວກປະທ້ວງພາກັນສຸມຄວາມພະຍາຍາມຂອງເຂົາເຈົ້າໃສ່ ລັດ ຖະບານໄທ ໂດຍຮຽກຮ້ອງໃຫ້ຄະນະລັດຖະບານລາອອກ, ຍຸບສະພາ ແລະ ຮ່າງ ລັດຖະທໍາມະນູນໃໝ່.

ກົດໝາຍຫ້າມໝິ່ນປະໝາດກະສັດ ໄດ້ນາບຂູ່ພວກທີ່ອອກປາກອອກສຽງຕ້ານ ການປົກຄອງຂອງກະສັດ ໃຫ້ຖືກຈໍາຄຸກນານເຖິງ 15 ປີ. ກົດໝາຍດັ່ງກ່າວ ຍັງສະແດງໃຫ້ເຫັນໄດ້ຢ່າງຊັດແຈ້ງວ່າ ເປັນການປົກປ້ອງສະຖາບັນກະສັດບໍ່ໃຫ້ຖືກລົບລູ່ ທັງຍັງໄດ້ເຮັດໃຫ້ຜູ້ທີ່ຕໍາໜິນັ້ນຈະຢູ່ໃນຮູບແບບໃດກໍຕາມ ໄດ້ຮັບໂທດທາງອາຍາຢ່າງແທ້ຈິງ.

ພາຍຫລັງທີ່ມີການກ່າວຄໍາປາໄສທີ່ທັບມ້າງແນວທາງນັ້ນຂອງທ່ານອານົນແລ້ວ ກຸ່ມນັກສຶກສາທັງຫລາຍກໍໄດ້ພາກັນເຮັດລາຍການການປະຕິຮູບ 10 ຂໍ້ ຕໍ່ການປົກຄອງຂອງກະສັດມະຫາວາຈິຣະລົງກອນຂຶ້ນມາ.

ໂຄສົກຂອງຫ້ອງການຕໍາຫລວດຄົນນຶ່ງໄດ້ເຕືອນພວກປະທ້ວງທີ່ເປັນນັກສຶກສາ ໃນອາທິດແລ້ວນີ້ວ່າ ໃຫ້ພາກັນປະຕິບັດຕາມລະບຽບແບບແຜນໃນເວລາທີ່ເຂົາ ເຈົ້າທໍາການຮຽກຮ້ອງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG