ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໓໑ ພຶດສະພາ ໒໐໒໓

ບັນທຶກ ກ່ຽວກັບ ການຍິງກັນຢູ່ໂຮງຮຽນໃນລັດ ເທັກຊັສ ອາດຖືກກີດກັນ ໂດຍຊ່ອງຫວ່າງທ່າງກົດໝາຍ


ຫົວໜ້າຕຳຫຼວດໂຮງຮຽນເມືອງ ຢູວາລເດ ທ່ານ ພີດ ອາເຣດອນໂດ, ທີສາມຈາກຂວາ, ຢືນໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຢູ່ນອກໂຮງຮຽນປະຖົມ ຣອບ, ເມືອງຢູວາລເດ, ລັດ ເທັກຊັສ. 26 ພຶດສະພາ, 2022.

ໃນຂະນະທີ່ຄວາມກົດດັນຈາກສາທາລະນະ​ຊົນໄດ້ເພີ່ມຂຶ້ນສຳລັບຂໍ້ມູນເພີ່ມເຕີມ ກ່ຽວກັບ ການຍິງກັນຢູ່ໂຮງຮຽນ ຢູວາລເດ ຢ່າງຮ້າຍແຮງນັ້ນ, ບາງຄົນມີ ຄວາມເປັນຫ່ວງວ່າພວກເຈົ້າໜ້າທີ່ລັດເທັກຊັສ ຈະໃຊ້ຊ່ອງຫວ່າງທາງກົດ ໝາຍ ເພື່ອກີດກັ້ນບໍ່ໃຫ້ເປີດເຜີຍບັນທຶກ ແມ່ນກະທັ້ງຕໍ່ບັນດາຄອບຄົວ ຂອງຜູ້ເຄາະຮ້າຍເວລາທີ່ຄະດີໄດ້ປິດລົງ.

ນັບຕັ້ງແຕ່ການຍິງກັນໃນວັນທີ 24 ພຶດສະພາຢູ່ໂຮງຮຽນປະຖົມແຫ່ງນຶ່ງໃນລັດ ເທັກຊັສ ທີ່ໄດ້ເຮັດໃຫ້ເດັກນ້ອຍ 19 ຄົນ ແລະ ນາຍຄູ 2​ ຄົນເສຍຊີວິດນັ້ນ, ພວກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໄດ້ໃຫ້ຂໍ້ມູນພຽງໜ້ອຍດຽວ ຫຼື ຂັດແຍ້ງກັນ, ບາງຄັ້ງໄດ້ຖອນຖະແຫຼງການພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກໄດ້ກ່າວໄປ. ຕຳຫຼວດລັດໄດ້ກ່າວວ່າ ເຫດ ຜົນບາງອັນແມ່ນຢູ່ໃນຂັ້ນຕົ້ນ ແລະ ອາດປ່ຽນ ແປງໃນຂະນະທີ່ຜູ້ເຫັນເຫດການໄດ້ຖືກສຳພາດຫຼາຍຂຶ້ນ.

ຄຳຖາມຈຳນວນຫຼາຍແມ່ນຍັງບໍ່ທັນໄດ້ຖືກຕອບໂດຍພວກເຈົ້າໜ້າທີ່ວ່າ: ເປັນຫຍັງຈຶ່ງໃຊ້ເວລາດົນກວ່ານຶ່ງຊົ່ວໂມງທີ່ຈະເຂົ້າໄປໃນຫ້ອງຮຽນ ແລະ ປະເຊີນໜ້າກັບມືປືນ? ກ້ອງຕິດໂຕຂອງເຂົາເຈົ້າໄດ້ສະແດງໃຫ້ເຫັນຫຍັງແດ່? ພວກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍສື່ສານກັນ ແລະ ກັບຜູ້ເຄາະຮ້າຍແນວ ໃດໃນລະຫວ່າງການໂຈມຕີ? ແມ່ນຫຍັງໄດ້ເກີດຂຶ້ນເວລາທີ່ເຈົ້າໜ້າທີ່ ຫຼາຍສິບຄົນໄດ້ເຕົ້າໂຮມກັນຢູ່ນອກຫ້ອງຮຽນ, ແຕ່ໄດ້ຢຸດ​ຢູ່ບໍ່ເຂົ້າໄປຫາ ມືປືນ?

ພວກເຈົ້າໜ້າທີ່ໄດ້ປະຕິເສດທີ່ຈະເປີດເຜີຍລາຍລະອຽດເພີ່ມເຕີມ, ໂດຍອ້າງເຖິງ ການສືບສວນສອບສວນ. ໃນຈົດໝາຍທີ່ໄດ້ຮັບໃນວັນພະຫັດທີ່ຜ່ານມາໂດຍ ອົງການຂ່າວ AP ແລະ ສື່ມວນຊົນອື່ນໆນັ້ນ, ບໍລິສັດກົດໝາຍທີ່ເປັນຕົວແທນ ໃຫ້ເມືອງ ຢູວາລເດ ໄດ້ຂໍໃຫ້ຫ້ອງການທະນາຍຄວາມລັດ ເທັກຊັສ ທຳການ ຕັດສິນກ່ຽວກັບບັນທຶກທີ່ຖືກຮ້ອງຂໍ​ເອົາກ່ຽວກັບການຍິງກັນນັ້ນ, ໂດຍອ້າງເຖິງ ກົດໝາຍຂໍ້ທີ 52 ລວມທັງວັກທີ່ມີຊ່ອງຫວ່າງ ທີ່ເຂົາເຈົ້າເຊື່ອວ່າບັນທຶກ ໄດ້ຖືກຍົກເວັ້ນຈາກການຖືກເປີດເຜີຍ. ທ່າມກາງຄວາມມິດງຽບເພີ່ມຂຶ້ນ, ບັນດາທະນາຍຄວາມ ແລະ ຜູ້ສະໜັບສະໜູນສຳລັບຄອບຄົວຂອງຜູ້ເຄາະຮ້າຍ ແມ່ນໄດ້ເລີ່ມທີ່ຈະຢ້ານວ່າເຂົາເຈົ້າອາດຈະບໍ່ໄດ້ຮັບຄຳຕອບເລີຍ, ວ່າພວກເຈົ້າ ໜ້າທີ່ຈະປິດຄະດີ ແລະເພິ່ງ​ພາ​ອາ​ໄສຕໍ່ກົດໝາຍກ່ຽວ​ກັບຂໍ້ຍົກເວັ້ນການ​ເປີດ​ເຜີຍຂໍ້ມູນໃຫ້ສາທາລະນະຊົນ​ໃນລັດເທັກຊັສ ຮູ້ ເພື່ອ​ຈະກີດກັ້ນບໍ່​ໃຫ້ເປີດເຜີຍຂໍ້ມູນໃດໆຕໍ່ໄປ.

ສະມາຊິກກສະພາຕໍ່າສັງກັດພັກເດໂມແຄຣັດ ທ່ານ ໂຈ ມູດີ ຈາກເມືອງ ແອລ ປາໂຊ, ຜູ້ທີ່ໄດ້ນຳພາຄວາມພະຍາ ຍາມຫຼາຍຄັ້ງນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ເພື່ອແກ້ໄຂຊ່ອງຫວ່າງນັ້ນກ່າວວ່າ “ເຂົາເຈົ້າອາດທຳການ ຕັດສິນໃຈນັ້ນ, ເຂົາເຈົ້າບໍ່ຄວນມີທາງເລືອກນັ້ນ. ເພື່ອເຂົ້າໃຈກ່ຽວກັບ ສິ່ງທີ່ລັດຖະບານຂອງ ພວກເຮົາກຳລັງເຮັດ ແມ່ນບໍ່ຄວນຍາກຂະໜາດນັ້ນ ແລະ ຕອນນີ້ມັນແມ່ນຍາກ ຫຼາຍ.”

ການຍົກເວັ້ນຂອງກົດໝາຍຈະປົກປ້ອງຂໍ້ມູນຈາກການຖືກເປີດເຜີຍໃນຄະດີອາ ຊະຍາກຳທີ່ບໍ່ມີໃຜຖືກຕັດສິນໂທດ.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG