ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ລະຫວ່າງກະສັດຂອງຈໍແດັນ ແລະນ້ອງຊາຍ ຕ່າງພະມານດາຂອງພະອົງ ປາກົດວ່າໄດ້ຫຼຸດລົງ


ກະສັດ Abdullah II ຂອງຈໍແດັນກ່າວຄໍາປາໄສຢູ່ສະພາຂອງຢູໂຣບ ໃນນະຄອນ Strasbourg ຂອງຝຣັ່ງໃນວັນທີ 15, 2020.
ກະສັດ Abdullah II ຂອງຈໍແດັນກ່າວຄໍາປາໄສຢູ່ສະພາຂອງຢູໂຣບ ໃນນະຄອນ Strasbourg ຂອງຝຣັ່ງໃນວັນທີ 15, 2020.

ຄວາມເຄັ່ງຕຶງປາກົດວ່າໄດ້ຖືກຫຼຸດລົງລະຫວ່າງກະສັດອັບດູລລາ (Abdulla) ຂອງຈໍແດັນແລະນ້ອງຊາຍທີ່ຕ່າງພະມານດາຂອງພະອົງ, ຄືເຈົ້າຊາຍ ແຮມຊາ (Hamzah), ສອງສາມມື້ຫລັງຈາກເຈົ້າຊາຍໄດ້ຖືກກ່າວຫາວ່າ ມີສ່ວນຮ່ວມໃນການດໍາເນີນຄວາມພະຍາຍາມເພື່ອເຮັດໃຫ້ລາດຊະອານາຈັກຂາດສະຖຽນລະພາບ.

ການປະເມີນດັ່ງກ່າວໄດ້ມີຂື້ນຫຼັງຈາກມີກອງປະຊຸມໃນວັນຈັນວານນີ້ລະຫວ່າງລຸງທາງບິດາ ຂອງກະສັດອັບດູລລາ (Abdullah), ເຈົ້າຊາຍຮາຊຊານ (Hassan), ແລະເຈົ້າຊາຍແຮມຊາ (Hamzah). ພ້ອມກັນນີ້ເຂົ້າຮ່ວມໃນການໄກ່ເກ່ຍເຊິ່ງຈັດຂຶ້ນຢູ່ເຮືອນຂອງເຈົ້າຊາຍຮາຊຊານ ຢູ່ທີ່ຫ້ອງການປົກຄອງຂອງລາດຊະວົງ ແຮຊເຊໄມທ໌ (Hashemite) ນັ້ນ ຍັງລວມມີເຈົ້າຊາຍຮາຊແຊມທີ່ເປັນນ້ອງຊາຍຂອງເຈົ້າຊາຍແຮມຊາ ແລະພີ່ນ້ອງຂອງພວກເພິ່ນອີກສາມຄົນ.
ຕໍ່ມາເຈົ້າຊາຍແຮມຊາກໍໄດ້ເຊັນຖະແຫຼງການສະບັບນຶ່ງອອກມາ.

ພະອົງກ່າວວ່າ “ໂດຍທີ່ຜ່ານການຄົ້ນຄິດມາໄດ້ສອງມື້ທີ່ຜ່ານມານີ້, ຂ້າພະເຈົ້າຂໍຍອມຖະຫວາຍຊີວິດເພື່ອພະມະຫາກະສັດ,” ພະອົງກ່າວອີກວ່າ ພະອົງຈະຈົງຮັກພັກດີຕໍ່ກະສັດ ແລະຕໍ່ລັດຖະທຳມະນູນຂອງຈໍແດນ.

ກ່ອນໜ້ານັ້ນ ໃນວັນດຽວກັນ, ເຈົ້າຊາຍແຮມຊາໄດ້ກ່າວຄັດຄ້ານຢ່າງແຂງຂັນ ໂດຍໄດ້ເວົ້າວ່າພະອົງຈະບໍ່ຢູ່ໃນປະເທດ ເຖິງແມ່ນວ່າຈະມີສິ່ງທີ່ພະອົງເວົ້າວ່າແມ່ນຄຳສັ່ງຂອງລັດຖະບານທີ່ຈະໃຫ້ພະອົງເຮັດເຊັ່ນນັ້ນກໍຕາມ.

ພະອົງຍັງກ່າວອີກວ່າ ພະອົງຈະບໍ່ຍຸຕິການສື່ສານກັບໂລກພາຍນອກ.
ບັນດາເຈົ້າໜ້າທີ່ໃນຈໍແດັນໄດ້ກ່າວຫາເຈົ້າຊາຍແຮມຊາ, ອາຍຸ 41 ປີ, ວ່າໂດຍໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດທີ່ບໍ່ໄດ້ລະບຸຢ່າງເຈາະຈົງໄດ້ "ວາງແຜນການທີ່ເປັນອັນຕະລາຍ" ຕໍ່ລັດຖະບານ. ເຈົ້າຊາຍແຮມຊາປະຕິເສດວ່າບໍ່ໄດ້ມີສ່ວນພົວພັນເລີຍ, ໂດຍກ່າວວ່າພະອົງກຳລັງຕົກເປັນເປົ້າໝາຍຍ້ອນໄດ້ເວົ້າອອກມາຕໍ່ຕ້ານການສໍ້ລາດບັງຫຼວງ ແລະການປົກຄອງທີ່ບໍ່ມີປະສິດຕິພາບ. ຖະແຫຼງການສະບັບນຶ່ງທີ່ເຜີຍແຜ່ອອກໂດຍຜູ້ໄກ່ເກ່ຍ, ທ່ານມາລິກ ອາ ດາລານ (Malik R. Dahlan), ທີ່ເປັນເພື່ອນຂອງຄອບຄົວດັ່ງກ່າວ ໄດ້ເວົ້າວ່າການປະຊຸມກັນ “ໄດ້ປະສົບຜົນສຳເລັດແລະຂ້າພະເຈົ້າຄາດວ່າ ຈະມີມະຕິຕົກລົງໃນໄວໆນີ້.”

ທ່ານກ່າວອີກວ່າເຫດການທັງໝົດນັ້ນເປັນເລື້ອງທີ່ໜ້າເສຍໃຈ ແລະກ່າວວ່າມັນແມ່ນຜົນເນື່ອງມາຈາກການກະທຳທີ່ບໍ່ຖືກລະບຽບຂອງເຈົ້າໜ້າທີ່ຮັກສາຄວາມປອດໄພຂັ້ນສູງ ແລະການກ່າວຫາທີ່ບໍ່ຖືກຕ້ອງຂອງເຈົ້າໜ້າທີ່ລັດຖະບານ,” ໂດຍທີ່ທ່ານກ່າວຕໍ່ໄປວ່າ “ມັນຄວນຈະເປັນເລື້ອງຂອງຄອບຄົວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG