ປະຊາຊົນຫຼາຍສິບພັນຄົນ ໄດ້ພາກັນໄປເຕົ້າໂຮມຢູ່ບໍລິເວນເດີ່ນກວ້າງ ຂອງນະ ຄອນຫຼວງເມັກຊິໂກຊິຕີ້ ເພື່ອປະທ້ວງການປະຕິຮູບກົດໝາຍການເລືອກຕັ້ງ ທີ່ພວກເຂົາເຈົ້າກ່າວວ່າ ເປັນໄພຄຸກຄາມຕໍ່ປະຊາທິປະໄຕ.
ຜູ້ເດີນຂະບວນປະທ້ວງສ່ວນຫຼາຍພາກັນໃສ່ເສື້ອສີຂາວ ແລະສີບົວ ໂດຍເປັນສີຂອງສະຖາບັນການເລືອກຕັ້ງແຫ່ງຊາດ, ແລະພວກເຂົາເຈົ້າກໍພາກັນຮ້ອງຄໍາຂວັນອອກມາວ່າ “ຢ່າມາຫຼິ້ນຄະແນນສຽງຂອງຂ້ອຍ!” ເຊິ່ງເປັນຂໍ້ສະເໜີໂດຍປະທານາທິບໍດີ ອັນເດຣສ ມານູເອລ ໂລເປສ ໂອບຣາດໍ ທີ່ໄດ້ຮັບຜ່ານໃນອາ ທິດທີ່ຜ່ານມາ.
ໃນນັ້ນ ຈະຮວມທັງການຕັດເງິນເດືອນລົງ ເພື່ອເປັນທຶນສໍາລັບຫ້ອງການການເລືອກຕັ້ງຢູ່ໃນທ້ອງຖິ່ນຕ່າງໆ, ແລະສໍາລັບຝຶກແອບໃຫ້ແກ່ປະຊາຊົນທີ່ດໍາເນີນງານຢູ່ສະຖານທີ່ເລືອກຕັ້ງທັງພາຍໃນ ແລະຕ່າງປະເທດ. ການລົງໂທດສໍາລັບຜູ້ລົງສະໝັກເລືອກຕັ້ງທັງຫຼາຍ ທີ່ບໍ່ລາຍງານການໃຊ້ຈ່າຍຕ່າງໆໃນການໂຄສະ ນາຫາສຽງ ຈະຖືກຫຼຸດລົງ.
Tens of thousands of people filled Mexico City's vast main plaza to protest electoral law reforms that they say threaten democracy.
The marchers were clad mostly in white and pink - the color of the National Electoral Institute - and shouted slogans like “Don't Touch my Vote!” The proposals by President Andres Manuel Lopez Obrador were passed last week.
They would cut salaries, funding for local election offices and training for citizens who operate and oversee polling stations. Sanctions for candidates who fail to report campaign spending would be reduced.