ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ເຄາະ​ຮ້າຍ ​ຈາກ​ໄພ​ນຳ​ຖ້ວມ ຫຼາຍ​ສິບ​ພັນ​ຄົນ ໃນ​ອິນ​ໂດ​ເນ​ເຊຍ ຍັງ​ບໍ່​ສາ​ມາດ ກັບ​ຄືນ​ໄປ​ເຮືອນ​ຊານ ​ຂອງ​ເຂົາ​ເຈົ້າ


ຊາຍ​ຄົນ​ນຶ່ງ ກຳ​ລັງ​ມ້ຽນ​ເຮືອນ​ຂອງ​ລາວ ຫຼັງ​ຈາກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຈາກ​ນ້ຳ​ຖ້ວມ ໃນ​ນະ​ຄອນຫຼວງ ຈາ​ກາ​ຕາ ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 5 ມັງ​ກອນ 2020.
ຊາຍ​ຄົນ​ນຶ່ງ ກຳ​ລັງ​ມ້ຽນ​ເຮືອນ​ຂອງ​ລາວ ຫຼັງ​ຈາກ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ຈາກ​ນ້ຳ​ຖ້ວມ ໃນ​ນະ​ຄອນຫຼວງ ຈາ​ກາ​ຕາ ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 5 ມັງ​ກອນ 2020.

ຢ່າງ​ໜ້ອຍ 60 ຄົນ ໄດ້​ເສຍ​ຊີ​ວິດ ແລະ​ເກືອບ 100,000 ຄົນ ແມ່ນບໍ່​ສາ​ມາດ​ກັບ​ຄືນ​ໄປ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ຫຼັງ​ຈາກຫຼາຍ​ມື້ ທີ່​ຝົນ​ໄດ້​ຕົກ​ລົງ​ມາຢ່າງ​ໜັກ ເຮັດ​ໃຫ້​ເກີດ​ພາ​ວະ​ນ້ຳ​ຖ້ວມ​ ຢູ່​ໃນ​ນະ​ຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ.

ພວກ​ພະ​ນັກ​ງານ​ແພດ​ຈຳ​ນວນ 11,000 ຄົນ ໄດ້​ຖືກ​ສົ່ງ​ໄປ​ທົ່ວເຂດ​ເທດ​ສະ​ບານ​ຈາ​ກາ​ຕາ ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ສີດ​ສະ​ເປ​ສານ​ເຄ​ມີ ແລະ​ແຈກ​ຢາຍ ຢາ​ ເພື່ອ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ໂຣກ​ພະ​ຍາດ​ເຊັ່ນ​ວ່າ ໄຂ້​ຫຍຸງ ໃນ​ຂະ​ນະ​ທີ່​ເມືອງຫຼວງ​ຍັງ​ຄົງ​ຈົມ​ຢູ່​ໃຕ້​ນ້ຳ.

ຫຼາຍ​ສິບ​ພັນ​ຄົນ ຍັງ​ຄົງ​ພັກ​ອາ​ໄສ​ຢູ່​ທີ່ສູນຫລີ້​ໄພ​ຊົ່ວ​ຄາວແຫ່ງ​ຕ່າງໆ ໂດຍ​ສ່ວນ​ໃຫຍ່​ແລ້ວ ແມ່​ນຢູ່​ໃນ​ເຂດ​ຈາ​ກາ​ຕາ​ຕາ​ເວັນ​ຕົກ ໃນ​ວັນ​ອາ​ທິດ​ວານນີ້. ບັນ​ດາ​ນັກ​ຊ່ຽວ​ຊານ​ຈາກກົມ​ອຸ​ຕຸ​ນິ​ຍົມ​ແຫ່ງ​ຊາດ ​ໃນ​ອິນ​ໂດ​ເນ​ເຊຍ ໄດ້​ແຈ້ງ​ເຕືອນ​ວ່າ ຝົນ​ຄາດ​ໝາຍ​ວ່າ ຈະ​ສືບ​ຕໍ່​ຕົກ​ລົງ​ມາອີກ ໃນ​ສອງ​ສາມມື້​ຈະ​ມາ​ເຖິງນີ້.

ຝົນ​ທີ່​ຕົກ​ລົງ​ມາ​ຢ່າງບໍ່​ຂາດ​ສາຍ ເມື່ອ​ສັບ​ປະ​ດາ​ແລ້ວນີ້ ໄດ້ຖ້ວມ​ລາງ​ລົດ​ໄຟ 268 ສາຍ ໃນ​ອິນ​ໂດ​ເນ​ເຊຍ ແລະ 158 ສາຍ ຢູ່​ໃນ​ພື້ນ​ທີ່ຕ່ຳ​ຂອງ​ນະ​ຄອນຫຼວງ​ຈາ​ກາ​ຕາ ອີງ​ຕາມ ສະ​ຫະ​ພັນ​ກາ​ແດງ​ສາ​ກົນ ແລະ​ອົງ​ການ​ປະ​ຊາ​ສັງ​ຄົມ​ກາ​ແດງ ໄດ້​ກ່າວໄປໃນ​ເວັບ​ໄຊ​ຂອງ​ຕົນ. ທໍ່​ລະ​ບາຍ​ນ້ຳ ແລະ​ຄູກັ້ນ​ນ້ຳ​ທັງຫຼາຍ ຢູ່​ໃນ​ນະ​ຄອນຫຼວງ ແມ່ນ​ຖື​ວ່າ ບໍ່​ມີ​ປະ​ສິດ​ທິ​ພາບ ສຳ​ລັ​ບ​ພາ​ຍຸ​ລະ​ດັບ​ໃຫຍ່ແບບນີ້ ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ນັກ​ເສດ​ຖະ​ສາດ​ປະ​ຈຳ​ ອົງ​ການບັນ​ດາ​ປະ​ເທດ​ເອ​ເຊຍ ​ຕາ​ເວັນ​ອອກ​ສຽງ​ໃຕ້.

ຝົນ​ທີ່​ຕົກ​ລົງ​ມາ​ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໃນ​ຈຳ​ນວນຫຼາຍ​ເຖິງ 377 ມີ​ລີ​ແມັດ ທີ່​ເປັນ​ປະ​ຫວັດ​ການ ນັບ​ຕັ້ງ​ແຕ່​ປີ 2007 ອີງ​ຕາມການ​ກ່າວ​ຂອງສື່​ອອນ​ໄລ ​ຈາ​ກາ​ຕາ​ໂພ​ສ. ນ້ຳ​ຝົນ ກໍ່​ໃຫ້​ເກີດ​ດິນ​ເຈື່ອນລົງ​ມາ ປິດ​ກັນ​ພວກ​ຄົນ​ຈຳ​ນວນ​ນຶ່ງ ​ຢູ່ພາຍ​ໃນ​ເຮືອນຫຼາຍຫຼັງ ແລະ​ຈຶ່ງ​ໄດ້​ກະ​ຕຸ້ນ​ໃຫ້ຫຼາຍ​ສິບ​ພັນ​ຄົນ ຍົກ​ຍ້າຍ​ອອກ​ຈາກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນ​ທ້ອງ​ຖິ່ນ.

ພົນ​ລະ​ເມືອງ​ຈຳ​ນວນ 11 ລ້ານ​ຄົນ ຢາກ​ໃຫ້​ລັດ​ຖະ​ບານ ປັບ​ປຸງວຽກ​ງານ​ການ​ຄວບ​ຄຸມ​ໄພ​ນ້ຳ​ຖ້ວມ ເຖິງ​ແມ່ນ​ວ່າ ໄດ້​ເຮັດ​ໄປ​ແລ້ວຫຼາຍ​ສິ່ງຫຼາຍ​ຢ່າງ​ກໍ​ຕາມ ທ່ານ​ຣາ​ຈິບ ບິ​ສວາ​ສ ຫົວ​ໜ້າ​ນັກ​ເສດ​ຖະ​ສາດ ປະ​ຈຳ​ບໍ​ລິ​ສັດ ຄົ້ນ​ຄວ້າ​ການ​ຕະຫຼາດ ໃນ​ພາກ​ພື້ນ​ເອ​ເຊຍ​-ປາ​ຊີ​ຟິກ IHS Markit ທີ່​ໄດ້​ກ່າວ​ໄປ. ປະ​ທາ​ນາ​ທິ​ບໍ​ດີ ໂຈ​ໂກ ວີ​ໂດ​ໂດ ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ໄດ້​ສະ​ເໜີ​ແນະ ສ້າງ​ກຳ​ແພງກັ້ນ​ທະ​ເລ ອ້ອມ​ນະ​ຄອນຫຼວງ​ຈາ​ກາ​ຕາ ຊຶ່ງ​ໂດຍ​ສ່ວນ​ໃຫຍ່ ແມ່ນ​ຢູ່​ຕ່ຳ​ກວ່າ​ລະ​ດັບ​ນ້ຳ​ທະ​ເລ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG