ໃນຂະນະທີ່ຈຳນວນພວກອົບພະຍົບ ທີ່ໄດ້ຮັບອະນຸຍາດ ໃຫ້ເຂົ້າມາໃນ ສະຫະລັດ
ໄດ້ຫຼຸດລົງໂດຍລັດຖະບານປະທານາທິບໍດີທຣຳຢູ່ນີ້ ການເຄື່ອນໄຫວ ຂັ້ນຮາກຫຍ້າ ທີ່ຢາກຊ່ອຍໃຫ້ສາທາລະນະຊົນເຂົ້າໃຈ ພວກອົບພະຍົບດີຂຶ້ນກໍ ມີການເຕີບໂຕ
ເລື້ອຍໆ ຢູ່ໃນນະຄອນຫລວງ ຂອງປະເທດ. ຈູນ ໂຊ ນັກຂ່າວ ຂອງວີໂອເອ ໄດ້ພົບ
ກັບແມ່ຍິງຄົນນຶ່ງ ທີ່ເປັນກຳລັງຊຸກຍູ້ຢູ່ເບື້ອງຫລັງຂອງຂະ ບວນການດັ່ງກ່າວ ທີ່ເອີ້ນ
ວ່າ One Journey ຫລື ການເດີນທາງຄັ້ງນຶ່ງ. ແຄໂຣນ ເພຍສັນ ຈະບັນລະຍາຍ
ເລື້ອງຂອງນາງ ຊຶ່ງ ສາລີ ຈະນຳລາຍລະ ອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ໃນທ່າມກາງຂອງວິກິດການດ້ານອົບພະຍົບທົ່ວໂລກ ຄັ້ງປະຫວັດສາດ ຊຶ່ງໄດ້ມີເກືອບ
ເຖິງ 69 ລ້ານຄົນ ຖືກບັງຄັບ ໃຫ້ໜີອອກຈາກບ້ານເຮືອນໄປ ໃນທົ່ວໂລກ ກໍແມ່ນ
Wendy Chan ຜູ້ນຶ່ງທີ່ຢາກເລົ່າເລື້ອງລາວ ຂອງມະນຸດ ຜູ້ທີ່ຢູ່ເບື້ອງຫຼັງຂອງ
ການຫລົບໜີເປັນໝູ່ໃຫຍ່ສູ່ຟັງ ຊຶ່ງ Wendy Chan ຜູ້ກໍ່ຕັ້ງຮ່ວມ ຂອງງານJourney
Festival ເວົ້າວ່າ:
“ມັນມີຫລາຍອົງການທີ່ຢາກເລົ່າເລື້ອງອົບພະຍົບສູ່ຟັງ ແຕ່ກໍບໍ່ໄດ້ມີຫລາຍພໍທໍ່ ໃດ
ທີ່ໄດ້ໄປເຖິງຈຸດ ຫລືຈິດໃຈ ທີ່ໄດ້ໃຊ້ສິ່ງທີ່ເປັນແນວດີແທ້ໆແລະນໍ້າສຽງທີ່ ເປັນທາງ
ບວກສູ່ຟັງ. ນັ້ນກໍເພາະວ່າ ໃນຖ້າມກາງຄວາມຍາກລຳບາກ ຂ້າພະ ເຈົ້າຄິດວ່າ ມັນສຳ
ຄັນຫລາຍ ສຳລັບພວກເຮົາ ທີ່ຈະສະແດງອອກມາໃຫ້ເຫັນ ຄວາມສາມາດກອບກູ້ເອົາ
ກັບຄືນມາໄດ້ໄວ ແລະຄວາມຫວັງທີ່ພວກອົບພະຍົບ ໄດ້ຮັບມາ.
ງານ One Journey Festival ໄດ້ຖືກຈັດຂຶ້ນ ໃນເດືອນມິຖຸນາປີກາຍນີ້ ຢູ່ໃນເດີ່ນ
ຂອງໂບດແຫ່ງຊາດ National Cathedral ໃນນະຄອນຫລວງ ວໍຊິງຕັນ.
ນາງ Chan ກັບຜູ້ກໍ່ຕັ້ງຮ່ວມຂອງລາວ ວານດາ ເບີນິງຕັນ ໄດ້ນຳເອົານັກເຕັ້ນ ລຳອົບ
ພະຍົບມາຮ່ວມ ເອົານັກດົນຕີ ແລະນັກແຕ່ງກາບກອນ ຈາກທົ່ວປະເທດ ມາປະກອບ
ສ່ວນ. ສີ່ພັນຄົນ ໄດ້ມາຮ່ວມ ໃນງານປີກາຍນີ້. ໃນປີນີ້ ພວກເປັນ ເຈົ້າພາບທີ່ບໍ່ຫາຜົນ
ກຳໄລ ໄດ້ມີ 200 ອົງການ ເຂົ້າຮ່ວມ ອັນມີ ສິນລະປິນ ທ້ອງຖິ່ນ ແລະພວກທຸລະກິດ
ຫ້າງຮ້ານ ລວມທັງພວກບໍລິສັດໃຫຍ່ໆທົ່ວໂລກ ນຳ.
ທ່ານນາງ Chan ຄາດວ່າ ຈະມີຜູ້ເຂົ້າຮ່ວມຫລາຍກວ່າ 8000 ຄົນ.
ພາກສ່ວນສຳຄັນຂອງງານດັ່ງກ່າວຈະແມ່ນ ນະວັດຕະກຳເທັກໂນໂລຈີ ດິຈິ ຕອລ ຊຶ່ງ
ທ່ານນາງ Wendy Chan ກ່າວວ່າ:
“ພວກເຮົາໃຊ້ studio ຮ່ວມກັນ ຊຶ່ງຈັດຕັ້ງ ດິຈິຕອລ ຂຶ້ນມາ ໃຫ້ເປັນບ່ອນທີ່ ພວກປະ
ກອບສ່ວນທັງຫລາຍ ຈະສາມາດເຊື່ອມຕໍ່ ແລະຮຽນຮູ້ ກ່ຽວກັບເລື້ອງ ລາວຂອງພວກ
ອົບພະຍົບ ທີ່ນັ່ງຢູ່ອີກຂ້າງນຶ່ງ ຊຶ່ງຍັງຢູ່ໃນສູນຕ່າງໆ ໃນທົ່ວ ໂລກ.
ສ່ວນທ່ານ Sean Burk ທີ່ເຂົ້າຮ່ວມໃນງານດັ່ງກ່າວກໍເວົ້າວ່າ:
“ພວກເຮົາຫາກໍເຂົ້າໄປໃນຫ້ອງທົດລອງຂອງ ດິຈິຕອລ. ມັນສຳຄັນທີ່ສຸດ ແລະ ມີ
ຄວາມໝາຍຫຼາຍທີ່ສຸດ ສຳລັບພວກລູກໆຂອງຂ້າພະເຈົ້າ ເວລາພວກເຂົາເຈົ້າ ນັ່ງ
ຢູ່ຫັ້ນຟັງເລື້ອງກ່ຽວກັບປະສົບການທີ່ຜູ້ຊາຍຄົນນັ້ນໄດ້ຜ່ານຜ່າມາ. ພວກທ່ານ ສາ
ມາດທີ່ຈະບອກໄດ້ວ່າ ພວກເຂົາເຈົ້າຢາກເຂົ້າໃຈການທ້າທາຍຂອງພວກເຂົາ ເຈົ້າ ທີ່ໄດ້ຜ່ານພ່າມາ ແລະພວກເຂົາເຈົ້າ ຢາກຮູ້ຈັກວ່າ ພວກເຂົາເຈົ້າກໍອາດ ຈະຊ່ອຍໄດ້.”
ທ່ານນາງ Chan ເກີດຢູ່ປະເທດຈີນ ແລະໄດ້ມາສະຫະລັດກັບຄອບຄົວຂອງ ລາວ
ເວລາອາຍຸ 12 ປີ. ລາວໄດ້ຮຽນຮູ້ໂດຍກົງ ກ່ຽວກັບວ່າ ມັນສຳຄັນຊໍ່າໃດ ໃນການສະນັບສະໜູນພວກອົບພະຍົບ ຊຶ່ງທ່ານນາງຈາກງານ One Journey Festival ກ່າວວ່າ:
“ພໍ່ຂອງປູ່ຂ້ອຍ ເຄີຍເປັນນັກໂທດການເມືອງ ທີ່ເສຍຊີວິດ ຢູ່ໃນຄຸກການເມືອງ ເມື່ອອາຍຸ
ໄດ້ 78 ປີ. ແລະພໍ່ຂອງຂ້ອຍກໍໄດ້ໂຕນໜີຈາກຈີນ ໃນລະຫວ່າງສົງ ຄາມກາງເມືອງ ໃນ
ຖານະອົບພະຍົບ. ສຳລັບຂ້າພະເຈົ້າແລ້ວ ມັນສຳຄັນຫຼາຍ ທີ່ພວກເຮົາຄວນຮູ້ວ່າ ພວກ
ອົບພະຍົບບໍ່ມີທາງເລືອກ. ພຽງແຕ່ວ່າພວກເຂົາເຈົ້າ ໄດ້ໄປເກີດຢູ່ຜິດບ່ອນ ແລະຜິດເວ
ລາ ໃນປະຫວັດສາດ.”
ຄວາມກະຕືລືລົ້ນຂອງນາງ Chan ບໍ່ໄດ້ຖືກເມີນເສີຍ. ເມື່ອບໍ່ດົນມານີ້ ນາງໄດ້ ຮັບລາງ
ວັນຊົມເຊີຍອາສາສະໝັກຮັບໃຊ້ ຈາກຜູ້ປົກຄອງນະຄອນຫລວງວໍຊິງຕັນ ດີຊີ ຊຶ່ງທ່ານ
ນາງເວົ້າວ່າ:
“ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງສຸດຊຶ້ງ ທີ່ໄດ້ຮັບລາງວັນນັ້ນ ແຕ່ຂ້າພະເຈົ້າຢາກ ໃຫ້ແນ່
ໃຈວ່າ One Journey ເປັນຂະບວນການຮາກຫຍ້າທີ່ແທ້ຈິງ.”
ທ່ານນາງ Chan ຜູ້ບໍລິຫານບໍລິສັດທີ່ປຶກສາທົ່ວໂລກຮູ້ສຶກວ່າ ນາງໄດ້ຖືກຫວຍ ແຫ່ງ
ຊີວິດ ໂດຍເວົ້າວ່າ:
“ສິ່ງທີ່ພາໃຫ້ຂ້າພະເຈົ້າໄດ້ມາຢູ່ປະເທດນີ້ ແລະໃຊ້ຊີວິດຢູ່ ໂດຍໄດ້ຮັບອະນຸ ຍາດ ໃຫ້
ຂ້າພະເຈົ້າໄດ້ໃຊ້ຢ່າງສົມບູນ ຄວາມສາມາດບົ່ມຊ້ອນໃນຖານະເປັນ ບຸກຄົນຜູ້ທີ່ໄດ້ຮັບ
ພອນອັນປະເສີດໃນຊີວິດ ຂ້າພະເຈົ້າຈຶ່ງຮູ້ສຶກວ່າ ມີຄວາມຈຳເປັນທີ່ຈະຕ້ອງ
ໄດ້ຊ່ອຍເຫລືອ.”
In the midst of a historic global refugee crisis, with nearly 69 million people forcibly displaced worldwide, Wendy Chan wanted to tell the human stories behind the mass exodus.
Chan, who came to the United States as a child with her family from China, notes, “Many organizations are trying to tell the refugee stories through numbers, but not a lot of them are reaching hearts and minds using a really positive and celebratory tone." As the number of refugees allowed into the United States is reduced by the Trump Administration, Chan co-founded One Journey, because "I think it’s really important for us to showcase the incredible story of resilience and hope that refugees exhibited."
“One Journey is to help shift the narrative about refugees and to showcase refugees’ contribution and talents to our society,” says Chan, “One Journey is really meant to connect people to the refugee crisis.”
The group's inaugural festival took place last June on the grounds of the National Cathedral in Washington.
Chan and her co-founder, Vanda Berninger, brought refugee dancers, musicians and poets from all over the country. More than 4,000 people attended last year's festival. This year, collaborating with 200 nonprofit organizations, local artists and businesses and big global corporations, Chan expects more than 8,000 attendees.
Reaching the world digitally
An important part of the festival is innovative digital technology, such as Shared Studio.
“We would set up this digital portal where participants of the festival can connect and learn about refugee stories directly from refugees who are sitting on the other side of the portal who are still living at camps around the world,” Chan explained.
The set-up impressed Sean Burk, who came to the festival with his three young children. “It’s absolutely important and meaningful to my kids as they sat there and listened to what the men in there were experiencing," he told VOA. "You can tell that they really wanted to understand their challenges they lived through and wanted to know how they might be able to help."
Born in a family that has many refugee stories, Chan learned firsthand the importance of supporting refugees.
“My great-grandfather was a political prisoner who died in a political prison at the age of 78. And my grandfather fled China during the civil war as a refugee.”It is very important to Chan that people realize that "refugees have no choice. They simply were born in the wrong place and wrong time of History."
Chan’s enthusiasm has not gone unnoticed. Recently she received the Washington, DC mayor’s volunteer service award.
Although Chan is “deeply honored to receive that award,” she wants to make sure people know, “One Journey is truly a grass-roots movement. We engaged more than 300 volunteers who probably gave over five to six thousand hours in a year."
Chan, an executive at a global consulting firm, feels she has “won life’s lottery” that she was able to come to the United States and live an enriched life. “A life that allows me to fulfill my full potential. As someone who is so blessed in life, I just feel I am obligated to give [refugees] a hand.”