ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທັກໂນໂລຈີ ຊ່ວຍ​ພະ​ຍາ​ກອນ ​ເຫດ​ການອັນ​ຕະ​ລາຍ ຈາກ​ຫິ​ມະ ຢູ່​ເທິງ​ພູ​ພັງໄດ້


Technology Helps Forecasters Predict Avalanche Dangers
please wait

No media source currently available

0:00 0:02:04 0:00

ເທັກໂນໂລຈີຊ່ວຍ​ພະ​ຍາ​ກອນ​ເຫດ​ການອັນ​ຕະ​ລາຍ ​ຈາກ​ຫິ​ມະຢູ່​ເທິງ​ພູ​ພັງໄດ້

ບັນດານັກພະຍາກອນອາກາດກ່ຽວ​ກັບການ​ພັ​ງ​ລົງຂອງ​ຫິ​ມະໃຊ້ເທັກໂນໂລຈີ ຫຼາຍຢ່າງເພື່ອຄາດຄະເນ ຄວາມສ່ຽງຕໍ່​ການ​ພັງ​ລົງ​ຂອງຫິມະ ແລະ ຊ່ວຍໃຫ້ຜູ້ມັກຫລິ້ນກິລາລະດູໜາວ ທີ່ຢູ່​ໃນເຂດ​ທຸ​ລະ​ກັນ​ດານມີ​ຄວາມກຽມພ້ອມ. Shelley Schlender ນັກ​ຂ່າວ​ວີ​ໂອ​ເອມີລາຍງານຈາກ Boulder, ລັດ​ໂຄ​ໂລ​ຣາ​ໂດ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳລາຍ​ລະ​ອຽດ ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຂົງ​ເຂດທີ່​ມີຫິມະແມ່ນງາມຫລາຍ, ແຕ່ມັນສາມາດເປັນ​ອັນຕະ​ລາຍໄດ້. ມີ​ຜູ້​ເສຍ​ຊີ​ວິດ​ສາມ​ສິບ​ເຈັດ​ຄົນ​ ໃນ​ປີ​ກາຍ​ນີ້ ຍ້ອນ​ເຫດ​ຫິມະ​ພັງ​ລົງ​ໃນ​ສະ​ຫະ​ລັດ.

ບັນດານັກພະຍາກອນອາກາດ ກ່ຽວ​ກັບການ​ພັງ​ລົງ​ຂອງ​ຫິ​ມະ ມັກ​ສະ​ໜອງຂໍ້​ຄວາມ​ທີ່ເຊື່ອ​ຖື​ໄດ້ໃຫ້ແກ່ຜູ້ຊົມ​ໃຊ້ທີ່ຫລິ້ນກິລາຢູ່​ໃນເຂດ​ທຸ​ລະ​ກັນ​ດານ.

ທ່ານ​ເອ​ທານ ກ​ຣີນ (Ethan Greene) ໄດ້ຊີ້ນໍາສູນຂໍ້ມູນຂ່າວສານກ່ຽວ​ກັບ ການ​ພັງ​ລົງ​ຂອງ​ຫິ​ມະ​ໃນລັດ​ໂຄ​ໂລ​ຣາ​ໂດ. ທ່ານ​ກ່າວ​ຕໍ່​ວີ​ໂອ​ເອຜ່ານ​ທາງ Zoom ວ່າ:
"ເຈົ້າມີໂອກາດຫຼາຍທີ່ຈະຫລີກ​ລ້ຽງ​ການເສຍ​ຊີ​ວິດ​ໄດ້, ໂດຍທີ່ບໍ່ໄປຕົກຢູ່ກາງສະ​ພາບຫິມະພັງ​."

ເພື່ອສົ່ງເສີມຄວາມປອດໄພຂອງຄົນ​ທີ່​ຢູ່ໃນເຂດທຸ​ລະ​ກັນ​ດານ, ສູນຂໍ້ມູນຂ່າວ ສານກ່ຽວ​ກັບການ​ພັງ​ລົງ​ຂອງ​ຫິ​ມະ​ໃນລັດ​ໂຄ​ໂລ​ຣາ​ໂດສະຫນອງແຜນທີ່ການ​ເຈື່ອນ​ຂອງ​ຫິ​ມະແບບໂຕ້ຕອບກັບ​ໄດ້ ແລະການພະ​ຍາ​ກອນ​ອາກາດປະຈໍາອາທິດ.

ທ່ານ​ໄບ​ຣ​ອັນ ລາ​ຊາ (Brian Lazar) ນັກພະຍາກອນອາກາດຫິມະພັງ ໄດ້ ອອກອາກາດກ່ຽວ​ກັບຄຳເຕືອນເຊັ່ນນີ້ ຢູ່ໃນສຽງ​ບັນທຶກໄວ້ທີ່ສະໜອງໃຫ້ ໂດຍສູນຂໍ້ມູນຂ່າວສານກ່ຽວ​ກັບການ​ພັງຂອງ​ຫິ​ມະ​ໃນລັດ​ໂຄ​ໂລ​ຣາ​ໂດ ຫລື CAIC. ທ່ານກ່າວຜ່ານທາງ YouTube ວ່າ:
“ເປີ້ນພູທີ່ປອດໄພສຳ​ລັບ​ການຂີ່ແປ້ນ​ຕະ​ລາດ​ຫິ​ມະໃນສອງສາມອາທິດກ່ອນ ອາດຈະບໍ່ປອດໄພອີກ ຕໍ່ໄປແລ້ວ.”

ພາບຖ່າຍດາວທຽມທີ່ສະ​ແດງ​ໃຫ້​ເຫັນສະພາບອາກາດ ແລະຖານຂໍ້ມູນພູມສັນຖານຂອງ​ເຂດພູດອຍ ຊ່ວຍໃຫ້ນັກພະຍາກອນອາກາດສາ​ມາດຄາດຄະເນຄວາມ ສ່ຽງຈາກຫິມະພັງ​ລົງ​ໄດ້. ນັກພະຍາກອນ ອາກາດໄດ້ຂຸດຂຸມຫິມະດ້ວຍມື.

ທ່ານ​ເບນ ພ​ຣີດ​ແຊັດ (Ben Pritchett), ນັກພະຍາກອນອາກາດດ້ານ​ຫິ​ມະ​ພັງ ສະແດງໃຫ້​ເຫັນຕົວຢ່າງ ຂອງຫິມະທີ່ອ່ອນແອ ແລະເປັນອັນຕະລາຍໃນວິດີໂອທີ່​ສະ​ໜອງ​ໃຫ້ໂດຍສູນ​ຂໍ້ມູນຂ່າວສານກ່ຽວ​ກັບການ​ພັງ​ລົງ​ຂອງ​ຫິ​ມະ​ໃນລັດ​ໂຄ​ໂລ​ຣາ​ໂດ.

ທ່ານ​ກ່າວ​ຜ່ານ​ທາງ YouTube ວ່າ:
"ທ່ານສາມາດເຫັນຫິ​ມະ​ກ້ອນໃຫຍ່, ຢູ່​ບ່ອນເລິກເປັນ​ສີ​ຂາວທີ່ອ່ອນແອ ຢູ່ດ້ານ ລຸ່ມຂອງຊັ້ນຫິມະ."

ວິທີທີ່ໄວກວ່ານີ້ໃນການໄດ້ຮັບຂໍ້ມູນນີ້ອາດຈະມາຈາກອຸປະກອນລີ​ດາ (LIDAR) ທີ່ອີງໃສ່ແສງເລເຊີ.

…ທ່ານ​ເຄັບ​ວິນ ແຮມ​ມັນສ໌ (Kevin Hammonds), ຜູ້​ອຳ​ນວຍ​ການ​ຫ້ອງ​ທົດ​ລອງ​ຄົ້ນ​ຄ້​ວາຊັບ​ເຊ​ໂຣ (SubZero) ຂອງລັດ​ມອນ​ຕາ​ນາ​ກ່າວ​ກ່ຽວ​ກັບອຸ​ປະ​ກອນ LIDAR ກັບ VOA ໂດຍຜ່ານທາງ Zoom ວ່າ:
"ມັນ​ໄປ​ໃນຂອບເຂດສິບກິໂລແມັດ, ແລະມັນສາມາດ, ມັນສາມາດສໍາຫຼວດໄດ້ ອ້ອມ​ຮອບ 360 ອົງສາ."

ທ່ານ​ເຄັບ​ວິນ ແຮມ​ມັນສ໌ຍັງກໍາລັງຄົ້ນຄວ້າອັນທີ່ເອີ້ນວ່າ "ການສຳ​ຫລວດທີ່ສະ ຫລາດ” ອີກ​ດ້ວຍ.

ທ່ານ​ກ່າວຜ່ານທາງ ZOOM ວ່າ:
"ມັນມີທັງເຊັນເຊີທີ່ເປັນ​ກຳ​ລັງແຮງຕໍ່ຕ້ານ ແລະເຊັນເຊີແສງອິນແຟຣເຣດຢູ່ໃກ້ໆ ຢູ່ໃນການ​ສຳ​ຫລວດ, ສະນັ້ນ ເມື່ອ​ທີ່ທ່ານເອົາ​ມັນສັບລົງຜ່ານຫິມະ, ມັນກໍຈະ ເກັບກໍາຂໍ້ມູນທັງຫມົດນີ້ໄປ​ພ້ອມໃນ​ຂະ​ນະ​ທີ່​ມັນເຂົ້າໄປໃນນັ້ນ."

ບໍ່ມີເທັກໂນໂລຈີໃດສາມາດຄາດເດົາໄດ້ທຸກເຫດການຫິມະພັງ​ໄດ້, ດັ່ງນັ້ນ ຜູ້ ຊ່ຽວຊານແນະນໍາໃຫ້ມີ​ການ​ຮຽນຮູ້ກ່ຽວ​ກັບຄວາມປອດໄພ ແລະໄຟ​ເຕືອນ​ໄພ ໃນ​ເລື້ອງຫິມະພັງ.

ທ່ານ​ເອ​ທານ ກ​ຣີນ ທີ່ສູນຂໍ້ມູນຂ່າວສານກ່ຽວ​ກັບການ​ພັງ​ລົງ​ຂອງ​ຫິ​ມະ​ໃນລັດ​ໂຄ​ໂລ​ຣາ​ໂດກ່າວຜ່ານ Zoom ອີກວ່າ:
“ມັນແມ່ນອຸປະກອນວິທະຍຸທີ່ສົ່ງສັນຍານອອກ​ມາ. ທຸກ​ຄົນ​ໃນ​ກຸ່ມ​ຂອງ​ທ່ານ​ຖື​ມັນ​ໄປນຳ​. ຖ້າຜູ້ໃດຜູ້ນຶ່ງຫາກ​ຕົກ​ຢູ່​ໃນສະ​ພາບ​ຫິມະພັງ​ລົງ, ສະ​ມາ​ຊິກທີ່ເຫຼືອຂອງ ກຸ່ມ ກໍ​ຈະສາມາດໄດ້ຮັບສັນຍານ ແລະພາ​ກັນ​ໄປຊອກຫາຜູ້ນັ້ນ.”

ແມ່ນແຕ່ເປັນຄວາມຜິດພາດທີ່​ເບິ່ງ​ຄື​ວ່າເລັກນ້ອຍ ແຕ່ກໍອາດສາມາດຫັນ​ປ່ຽນການຜະຈົນໄພໄປເປັນ ໄພພິບັດໄດ້, ສະນັ້ນທ່ານທ່ານ​ເອ​ທານ ກ​ຣີນ ໃຫ້ຄໍາແນະນໍານີ້ເພີ່ມ​ເຕີມ.

ທ່ານ​ກ່າວ​ຜ່ານ Zoom ດັ່ງນີ້:
"ສິ່ງທີ່ສໍາຄັນທີ່ສຸດທີ່ຕ້ອງເຮັດກໍຄືການໃຊ້ເທັກໂນໂລຈີໄວ້ທີ່​ຢູ່ເຄິ່ງກາງຫູສອງ​ຂ້າງຂອງ​ທ່ານ, ເຊິ່ງກໍ​ຄື ສະຫມອງຂອງທ່ານ​ເອງໃນການຕັດສິນໃຈທີ່ດີ ແລະ ຫຼີກລ້ຽງເນີນພູທີ່ມັກເກີດຫິມະພັງ​ລົງ​ນັ້ນ."

ແລະ ໂດຍ​ມີການຊ່ວຍເຫຼືອຈາກເທັກໂນໂລຈີ, ຄົນມັກຮັກ​ໃນ​ການ​ຫລິ້ນກິລາລະດູຫນາວ ມີໂອກາດຫລາຍ​ຂຶ້ນທີ່​ລອດຊີ​ວິດ​ໄດ້ຢູ່ເທິງເປີ້ນພູຕ່າງໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Avalanche forecasters use a slew of technology to predict avalanche risk and help lovers of backcountry winter sports to be prepared. From Boulder Colorado, Shelley Schlender reports.

Snow country is beautiful, but it can be deadly. Thirty-seven people died last year in avalanches in the U.S.

Avalanche forecasters routinely give backcountry users a bracing message.

Ethan Greene directs the Colorado Avalanche Information Center. He spoke to VOA over Zoom:
You have a lot of opportunity to not die, by not getting caught in avalanches.”

To promote backcountry safety, the Colorado Avalanche Information Center provides interactive avalanche maps and weekly forecasts.

Brian Lazar an avalanche forecaster broadcasts warnings such as this in a recording provided by the Colorado Avalanche Information Center:

Brian Lazar, Colorado Avalanche Information Center Forecaster CAIC/YouTube:
“. . . The slopes that have been safe to ride for the last few weeks may no longer be safe.”

Weather satellite imagery and geospatial databases of mountain terrain help forecasters predict avalanche risk. Forecasters also dig snow pits. By hand.
Avalanche Forecaster Ben Pritchett shows examples of weak and dangerous snow in a video by the Colorado Avalanche Information Center.

Ben Pritchett Colorado Avalanche Information Center Forecaster via YouTube:
“You can see the very large, weak depth hoar at the bottom of the snowpack.”

A faster way to get this data may come from Laser-based LIDAR devices.
…Kevin Hammonds, the director of Montana’s SubZero Research Lab, spoke about LIDAR with VOA over Zoom.

Kevin Hammonds, Montana SubZero Research Lab via ZOOM:
It has a ten-kilometer range, and it can, it can survey 360 degrees.”

Kevin Hammonds is also researching a so-called “smart probe.”

Kevin Hammonds, Montana SubZero Research Lab via ZOOM :
It has both a force resistance sensor and a near infrared sensor in the probe, so that as you probe it through the snow, it’s collecting all this data as it goes.”

No technology can predict every avalanche, so experts recommend safety classes and an avalanche beacon.

Ethan Greene Colorado Avalanche Information Center via Zoom:
“It’s a radio device that sends out a signal. Everybody in your group carries one. If somebody gets caught in an avalanche, the rest of the group can pick up that signal and locate that person.”

Even a seemingly small mistake can turn adventure into disaster, so Ethan Greene adds this advice.

Ethan Greene Colorado Avalanche Information Center via Zoom:
The most important thing to do is to use the tech between your ears, which is your brain to make good decisions and avoid those avalanche prone slopes.”

And, with the help of technology, winter sports lovers have a better chance of surviving on the slopes.

XS
SM
MD
LG