ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແສງຈາກເຄື່ອງເຊັນເຊີ ເປັນ​ໃຈ​ກາງ ໃນ​ການ​ຊຸກ​ຍູ້ ດ້ານການພັດ​ທະ​ນາ ລົດ​ຂັບ​ດ້ວຍ​ຕົວມັນເອງ


ຜູ້ອຳນວຍການໃຫຍ່ ບໍລິສັດ Ford Motor Co ທ່ານມາກ ຟີລສ໌ ຖືເຄື່ອງເຊັ່ນເຊີ Velodyne LiDAR ໃໝ່ຢູ່ທີ່ງານວາງສະແດງເຄື່ອງອີເລັກໂທຣນິກສຳລັບຜູ້ບໍລິໂພກ ໃນນະຄອນລາສເວກັສ ວັນທີ 5 ມັງກອນ 2016.
ຜູ້ອຳນວຍການໃຫຍ່ ບໍລິສັດ Ford Motor Co ທ່ານມາກ ຟີລສ໌ ຖືເຄື່ອງເຊັ່ນເຊີ Velodyne LiDAR ໃໝ່ຢູ່ທີ່ງານວາງສະແດງເຄື່ອງອີເລັກໂທຣນິກສຳລັບຜູ້ບໍລິໂພກ ໃນນະຄອນລາສເວກັສ ວັນທີ 5 ມັງກອນ 2016.

ມັນອາດຍັງອີກຫຼາຍປີ ທີ່ລົດຂັບດ້ວຍຕົວມັນເອງ ຈະນຳເອົາພວກ ເຮົາ ໄປຍັງບ່ອນທີ່
ພວກເຮົາ ຢາກຈະໄປ. ໃນຂະນະນີ້ ບໍລິສັດລົດຍົນທັງຫຼາຍ ກໍໄດ້ລວບລວມເອົາເທັກ
ໂນໂລຈີ ການຂັບດ້ວຍຕົວເອງ ປະກອບໃສ່ກັບລົດຢູ່ແລ້ວ ເພື່ອເຮັດໃຫ້ມັນມີຄວາມ
ປອດໄພກວ່າເກົ່າ. ເຄື່ອງເຊັນເຊີອັນນຶ່ງທີ່ເອີ້ນ ວ່າ ລີດາຣ ຊຶ່ງເປັນແສງເລເຊີ ທີ່ສະທ້ອນ ອອກມາຈາກວັດຖຸຕ່າງໆ ແລະຖືກນຳມາໃຊ້ເພື່ອເຮັດແຜນທີ່ 3 ມິຕິ ໃນເວລາຕອນນັ້ນ
ເລີຍ. ມິແຊລ ຄວິ້ນໄດ້ສຳຫຼວດເບິ່ງ ເຄື່ອງເຊັນເຊີດັ່ງກ່າວນີ້ ທີ່ອຳນວຍໃຫ້ລົດທັງຫຼາຍ
ສາມາດເບິ່ງໄດ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດກ່ຽວກັບເລື້ອງນີ້ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.

ຫີບນ້ອຍອັນນີ້ ຕິດຕັ້ງໃສ່ເທິງຫລັງຄາຂອງລົດຄັນນີ້ ກຳລັງເຮັດວຽກ ທີ່ ສຳຄັນ. ມັນ
ແມ່ນເຊັນເຊີ ທີ່ສົ່ງແສງ ທີ່ບໍ່ສາມາດແນມເຫັນໄດ້ ດ້ວຍສາຍຕາອອກໄປເປັນຈັງຫວະ
ຊຶ່ງອຳນວຍໃຫ້ລົດຍົນມອງເຫັນໄດ້ດ້ວຍຕົວມັນເອງ. ມັນ ເອີ້ນວ່າ ເຄື່ອງເຊັນເຊີໄລດາຣ.

ທ່ານນາງ ແຊລລີ ຟຣິກມັນ ໂຄສົກຂອງບບໍລິສັດ ເວີໂລດີນ ລີດາຣ ກ່າວວ່າ “ສິ່ງທີ່
ໄລດາຣ ນຳໃຊ້ຄື ເທັກໂນໂລຈີຂອງແສງ ເສັ້ນແສງທີ່ປອດໄພຕໍ່ຕາ ຖືກສົ່ງອອກຈາກ
ເຄື່ອງເຊັນເຊີຂອງພວກເຮົາ ໄປຕຳໃສ່ວັດຖຸ ແລະສະທ້ອນກັບຄືນມາຫາເຄື່ອງເຊັນເຊີ ແລ້ວມັນກໍເກັບກຳຂໍ້ມູນ ກ່ຽວກັບໄລຍະທາງ ແລະເວລາ. ໃນຂະນະທີ່ມັນໝຸນຢູ່ນັ້ນ ມັນກໍຈະເຕົ້າໂຮມຂໍ້ມູນ ໃນຈຸດຕ່າງໆຫຼາຍພັນລ້ານຈຸດ ຈາກວັດຖຸທຸກຢ່າງ ຢູ່ໃນອ້ອມ
ແອ້ມບໍລິເວນ.”

“ສະນັ້ນ ແທ້ຈິງແລ້ວ ອັນນີ້ແມ່ນເດີ່ນຈອດລົດ ຢູ່ໃນບໍລິເວນແຫ່ງນີ້ ພວກລົດທີ່ຈອດ
ຢູ່ຕາມສະຖານທີ່ນີ້. ຖ້າຂ້າພະເຈົ້າເລັງເຂົ້າໄປໃກ້ໆ ທ່ານກໍຈະເຫັນລົດຂັບ ໄປຕາມ
ລຳພັງ.”


ໃນຂະນະທີ່ລົດເຄື່ອນຍ້າຍໄປ ພວກເຄື່ອງເຊັນເຊີລີດາຣ ແມ່ນເກືອບວ່າ ພົ່ນສີອອກໄປ
ທົ່ວໂລກດ້ວຍແສງ ແລ້ວຄຳນວນວ່າ ມັນຈະໃຊ້ເວລາດົນປານໃດ ທີ່ແສງນັ້ນ ຈະສະທ້ອນ
ກັບຄືນມາ. ອັນນີ້ ເປັນການສ້າງແຜນທີ່ ທີ່ສາມາດຊ່ອຍ ໃຫ້ລົດຕັດສິນໃຈໄດ້ ໃນເວລາທີ່
ມັນຕ້ອງຊ້າລົງ ໃນເວລາທີ່ມັນຈະເພີ້ມຄວາມ ໄວ ໃນເວລາທີ່ມັນຄວນຫັນລໍ້.

ທ່ານຣິກ ເທີວີລ ຫົວໜ້າເຈົ້າໜ້າທີ່ຝ່າຍປະຕິບັດການ ຈາກບໍລິສັດ ເວີໂລດີນ ໄລດາຣ
ໄດ້ກ່າວວ່າ “ບໍ່ວ່າມັນຈະເປັນວັດຖຸທີ່ອ່ອນ ຄືກັບບຸກຄົນ ຫຼື ເປັນໝາ ຫຼື ສິ່ງໃດກໍຕາມ
ຫຼື ເປັນວັດຖຸທີ່ແຂງ ຄືກັບລົດບັນທຸກ ຫຼື ລົດຍົນ ໄລດາຣ ແມ່ນມີ ໜ້າທີ່ເທົ່າກັບວ່າ
ຈະນຳເອົາພາບອອກມາ ໃຫ້ທ່ານໄດ້ເຫັນ....ໄລດາຣ ເປັນວິທີ ທາງນຶ່ງ ທີ່ຈະສຳພັດ
ກັບໂລກ ໃນດ້ານການນຳໃຊ້ຫຸ່ນຍົນ ທີ່ລວມທັງພວກລົດ ທີ່ຂັບດ້ວຍຕົວເອງ.”


ບໍ່ແມ່ນທຸກບໍລິສັດ ຄົ້ນຄວ້າໃນເລື້ອງຂອງລົດທີ່ຂັບດ້ວຍຕົວມັນເອງ ໃຊ້ເຄື່ອງ ໄລດາຣ
ຊຶ່ງອຸປະກອນນີ້ ໄດ້ມີມາດົນພໍສົມຄວນແລ້ວ ແລະໄດ້ຖືກນຳໃຊ້ ເພື່ອ ວັດແທກພູມີ
​ປະ​ເທດຂອງດວງຈັນ. ມັນອາດຈະມີລາຄາແພງ. ເຖິງຢ່າງໃດກໍຕາມ ສິ່ງທີ່ເທັກໂນໂລຈີ
ທີ່ຖືກນຳໃຊ້ ບໍ່ວ່າ ຈະເປັນກ້ອງຖາຍພາບ ຫຼື ອຸປະ ກອນເຊັນເຊີ ຫຼື ໄລດາຣ ຄວາມຫວັງ
ກໍແມ່ນວ່າ ເພື່ອສ້າງຫຸ່ນຍົນ ໃຫ້ຂັບລົດໄດ້ດີກວ່າມະນຸດ.

ທ່ານນາງນາທາຊາ ທອມມັສ ຢູ່ທີ່ອົງການແມ່ຕໍ່ຕ້ານການຂັບລົດໃນເວລາມຶນເມົາ ກ່າວ
ວ່າ “ສຳລັບພວກເຮົາແລ້ວ ຕາບໃດທີ່ພວກມະນຸດ ຈະບໍ່ເປັນຜູ້ທີ່ກໍ່ ຄວາມຜິດພາດ
ມັນກໍຈະມີ ຄວາມປອດໄພຫຼາຍກວ່າ ແລະກໍຈະມີລົດຕຳກັນ ໜ້ອຍລົງຫຼາຍ ແລະ
ມັນຈະເຮັດໃຫ້ການສູນເສຍຊີວິດ ໜ້ອຍລົງຢູ່ໃນທ້ອງຖະ ໜົນຂອງພວກເຮົາ.”

ອະນາຄົດຂອງການຂັບຂີລົດທີ່ປອດໄພກວ່າເກົ່ານັ້ນ ແມ່ນກຳຊຸກຢູ່ໃຫ້ພວກບໍລິສັດລົດ
ທັງຫຼາຍ ລົງທຶນເຂົ້າໃນເທັກໂນໂລຈີໃນປັດຈຸບັນ. ສຳລັບຫຼາຍໆຄົນແລ້ວ ມັນເລີ້ມຕົ້ນ
ດ້ວຍການປິ່ນຂອງອຸປະກອນເຊັ່ນເຊີໄລດາຣ ຢູ່ເທິງລົດ ຊຶ່ງໃນທີ່ສຸດ ກໍຈະມອບຕາ
ພິເສດໃຫ້ແກ່ລົດ.

ໄຊຈະເລີນສຸກ ວີໂອເອ

ເຊີນຊົມວີໂອພາສາອັງກິດ

It may be years before self driving cars take us where we want to go. In the meantime, car companies are already incorporating self driving technologies to make cars safer. One is a sensor called Lidar, a laser beam that bounces off objects and is used to make 3-D maps in real time. Michelle Quinn took a look at this sensor that allows cars to see.

This small box attached to the top of this car is doing important work. It's a sensor sending out pulses of invisible light, which allows the car to see on its own. It's called a Lidar sensor.

(Sally Frykman, spokesperson, Velodyne Lidar)
"What a lidar does using light technology, eye-safe laser beams emit from our sensor hit an object and bounce back to the sensor, gathering data about distance and time. As it's rotating, it's essentially gathering billions of data points as to all the objects in the surrounding area."

"So this is basically the parking lot right here. Cars parked along here. If I zoom out, you actually see behind us. That's the street over there, you see the car driving along."

As the car moves, the lidar sensors are almost spray painting the world with light, calculating how long it takes for the light to bounce back. This creates a map that can help a car make decisions - when to slow down, when to hit the gas, when to turn the wheel.

(Rick Tewell, chief operating officer, Velodyne Lidar)
"Whether it's a soft object like a person, or a dog, or whatever, or a hard object like a truck or a car, lidar is equal to the task of giving you the image….Lidar is an incredible way to sense the world. And it's in our opinion the best way to sense the world in robotic applications including self driving cars."

Not all companies working on self-driving cars are using Lidar, which has been around for awhile and has been used to measure the moon's topography. It can be expensive. Regardless of what technology is used, whether it is cameras or sensors or Lidar, the hope is to create robotic drivers that are better than humans ones.

(Natasha Thomas, Mothers Against Drunk Driving)
"For us as humans not to make those human errors, it will be safer and a lot less crashes and it will result in less deaths on our roadways."

That safer driving future is spurring car companies to invest in technology today. For many, it begins with the spinning lidar sensor atop a car essentlially giving the car special eyes.

XS
SM
MD
LG