ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເທເລີ ສວິບທ໌ ຖືກປະກາດ ​ໃຫ້ເປັນບຸກຄົນດີເດັ່ນ ປະຈໍາປີ ຂອງວາລະສານໄທມ໌


ນັກຮ້ອງ-ນັກແຕ່ງເພງ ເທເລີ ສວິບທ໌ ປາກົດຢູ່ໜ້າປົກໃນຫົວຂໍ້ "ບຸກຄົນແຫ່ງປີ 2023" ຂອງວາລະສານໄທມ໌, ໃນພາບທີ່ໄດ້ເປີດເຜີຍອອກມາ ເມື່ອວັນທີ 6 ທັນວາ 2023. (Time Magazine via Reuters)
ນັກຮ້ອງ-ນັກແຕ່ງເພງ ເທເລີ ສວິບທ໌ ປາກົດຢູ່ໜ້າປົກໃນຫົວຂໍ້ "ບຸກຄົນແຫ່ງປີ 2023" ຂອງວາລະສານໄທມ໌, ໃນພາບທີ່ໄດ້ເປີດເຜີຍອອກມາ ເມື່ອວັນທີ 6 ທັນວາ 2023. (Time Magazine via Reuters)

ວາລະສານໄທມ໌ ໄດ້ປະ​ກາດໃຫ້​ ເທເລີ ສວິບທ໌ (Taylor Swift) ເປັນບຸກຄົນ​ດີ​ເດັ່ນ​ປະ​ຈຳ​ປີ​ຂອງ​ຕົນ. ນາງ ສວິບທ໌ ໄດ້ຖືກຄັດເລືອກຈາກກຸ່ມຂອງ 9 ຄົນສຸດທ້າຍທີ່ລວມມີ ບາບີ້ (Barbie), ກະສັດຊາ​ຣ​ລສ໌ ທີ 3, ແລະຜູ້ບໍລິຫານໃຫຍ່ ໂອເພິນອາລ ແຊມ ອອທແມນ (OpenAI Sam Altman), ແລະບຸກ ຄົນອື່ນໆ, ອີງຕາມລາຍງານຂອງອົງການຂ່າວ AP.

ຜົນ​ງານ​ປະ​ຈຳປີຂອງນາງ ລວມມີການທົວຄອນເສີດ ອີຣາສ ທົວ (Eras Tour) ທີ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍ ແລະຮູບເງົາຄອນເສີດ, ການອອກອາລະບໍ້າ ຈິນຕະນາການໃໝ່ '1989' ຂອງນາງ, ຄວາມສໍາພັນທີ່ຖືກຈັບຕາເບິ່ງຢ່າງໃກ້ຊິດ ຂອງນາງ ກັບກອງ​ໜ້າ ຂອງທີມ​ Chiefs ແຫ່ງເມືອງແຄນຊັສ ທຣາວິສ ເຄລຊີ (Travis Kelce), ແລະນາງ ຍັງເປັນຫົວຂໍ້ ກ່ຽວກັບຫຼັກສູດວິທະຍາໄລຫຼາຍວິຊາ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານໂວໂລດີເມຍ ເຊເລັນສກີ ແມ່ນ​ບຸກ​ຄົນແຫ່ງ​ປີ 2022 ຂອງວາລະສານໄທມ໌.

NEW YORK (AP) — Time magazine has named Taylor Swift its person of the year. Swift was picked from a group of nine finalists that included Barbie, King Charles III, and OpenAI chief executive Sam Altman, among others. Her year included the wildly popular Eras Tour and concert movie, the release of her reimagined ‘1989’ album, and her closely watched relationship with Kansas City Chiefs tight end Travis Kelce. She’s even the subject of several college courses. Ukrainian President Volodymyr Zelenskyy was Time’s 2022 person of the year.

XS
SM
MD
LG