ປະທານາທິບໍດີແທນຊາເນຍ ທ່ານຈອນ ມາກູຟູລີ ແມ່ນເປັນທີ່ຮູ້ຈັກກັນໃນຊື່ “ຜູ້ໃຊ້ອຳ
ນາດເກີນຂອບເຂດ” ຍ້ອນບໍ່ຍອມປ່ອຍໃຫ້ ມີການຕ້ອງຕິທ່ານ ແລະນະໂຍບາຍຂອງ
ທ່ານ. ນັບຕັ້ງແຕ່ໄດ້ເຂົ້າກຳອຳນາດໃນປີ 2015 ເປັນຕົ້ນມາ ພວກຕ້ອງຕິກ່າວວ່າ ນະ
ໂຍບາຍຂອງທ່ານມາກູຟູລີ ໄດ້ທຳການກົດຂີ່ ຕໍ່ອິດສະຫຼະພາບ ດ້ານຂ່າວສານ ໂດຍ
ຜ່ານກົດໝາຍສື່ມວນຊົນທີ່ເຂັ້ມງວດແລະການຂົ່ມຂູ່. Charles Kombe ມີລາຍງານ
ຈາກນະຄອນດາແອັສຊາລາມ ຊຶ່ງໄພສານຈະນຳເອົາລາຍລະອຽດມາສະເໜີທ່ານໃນ ອັນດັບຕໍ່ໄປ.
ຕຳຫຼວດແທນຊາເນຍ ໄດ້ຈັບກຸມນັກຂ່າວໂທລະພາບ ໂຈເຊັຟ ການດີ ເມື່ອເດືອນສິງ
ຫາຜ່ານມາ ຍ້ອນ “ພິມເຜີຍແຜ່ຂໍ້ມູນ ທີ່ບໍ່ຖືກຕ້ອງ” ຫຼັງຈາກລາວໄດ້ອອກອາກາດລາຍ
ງານເລື້ອງນຶ່ງ ທີ່ກ່າວຫາຕຳຫຼວດວ່າ ລ່ວງລະເມີດສິດທິຂອງພວກທີ່ຖືກຈັບ.
ທ່ານການດີ ຖືກຄຸມຂັງເປັນເວລາ 3 ມື້ ຫຼັງຈາກນັ້ນກໍໄດ້ຖືກປ່ອຍ ໂດຍການປະກັນໂຕ
ອອກມາ.
ທ່ານໄດ້ຢືນຢັນກ່ຽວກັບລາຍງານຂອງທ່ານ ແລະກ່າວວ່າ ການຕັ້ງຂໍ້ຫາຕໍ່ທ່ານແມ່ນມີ
ຈຸດປະສົງທາງດ້ານການເມືອງ. ທ່ານໂຈເຊັຟ ການດີ ກ່າວວ່າ:
“ເວລາທ່ານຕ້ອງການຢາກລາຍງານກ່ຽວກັບບັນຫາໃດນຶ່ງ ຊຶ່ງເປັນເລື້ອງທີ່ມີມູນຄວາມ
ຈິງແລະພົວພັນກັບເຈົ້າໜ້າທີ່ ບາງເທື່ອນັກຂ່າວ ທ່ານຈະລົງເອີຍດ້ວຍການຖືກຈັບ. ຈະ
ມີຄົນມາບອກທ່ານວ່າ ທ່ານໄດ້ຂຽນເລື້ອງທີ່ບໍ່ຖືກຕ້ອງ ທັງໆທີ່ເລື້ອງຂອງທ່ານທີ່ຂຽນໄປ
ນັ້ນເປັນຄວາມຈິງ.”
ການຈັບທ່ານການດີ ມີຂຶ້ນພຽງນຶ່ງເດືອນ ຫຼັງຈາກຕຳຫຼວດໄດ້ຟ້ອງທ່ານເອຣິກ ກາເບັນ
ແດຣາ ໃນຂໍ້ຫາຫລົບຫຼີກການເສຍພາສີ ການຟອກເງິນແລະຈັດຕັ້ງອາຊະຍາກຳ.
ທ່ານກາເບັນແດຣາໄດ້ປະຕິເສດຕໍ່ຂໍ້ຫາເຫຼົ່ານັ້ນແລະກ່າວວ່າ ມັນກ່ຽວຂ້ອງກັບລາຍງານ
ຂອງທ່ານ ທີ່ໄດ້ຕ້ອງຕິລັດຖະບານປະທານາທິບໍດີຈອນ ມາກູຟູລີ.
ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ການຈັບກຸມເຫຼົ່ານີ້ແມ່ນພາກສ່ວນນຶ່ງໃນການ
ດຳເນີນງານທີ່ມີມາຢ່າງຕໍ່ເນື່ອງ ຊຶ່ງປະທານາທິບໍດີມາກູຟູລີໄດ້ນຳໃຊ້ກົດໝາຍສື່ມວນ
ຊົນສະບັບໃໝ່ເພື່ອປິດປາກປິດສຽງພວກທີ່ຕ້ອງຕິ. ຍານາງແອນນາ ເຮັງກາ ຈາກສູນ
ກາງປ້ອງກັນກົດໝາຍ ແລະສິດທິມະນຸດ ກ່າວກ່ຽວກັບເລື້ອງນີ້ວ່າ:
“ຂ້າພະເຈົ້າຂໍສະເໜີ ໃຫ້ດັດແປງແກ້ໄຂກົດໝາຍເຫຼົ່ານີ້ ຍ້ອນວ່າແມ່ນແຕ່ໃນການທົບ
ທວນທີ່ມີຂຶ້ນເປັນໄລຍະໆຂອງອົງການສະຫະປະຊາຊາດກໍໄດ້ສະເໜີວ່າກົດໝາຍເຫຼົ່າ
ນີ້ ຄວນຈະໄດ້ຮັບການແກ້ໄຂ. ພວກເຂົາເຈົ້າຄວນຍົກເລີກການຈຳກັດຮັດແຄບຕ່າງໆ
ທີ່ມີຢູ່ໃນກົດໝາຍເຫຼົ່ານີ້.”
ພາຍໃຕ້ການປົກຄອງຂອງທ່ານຈອນ ມາກູຟູລີ ປະເທດແທນຊາເນຍໄດ້ອອກກົດໝາຍ
ທີ່ເຂັ້ມງວດ ໃນການກໍ່ອາຊະຍາກຳທາງອິນເຕີແນັດ ແລະ “ການບໍລິການສື່ມວນຊົນ.”
ກົດໝາຍດັ່ງກ່າວອະນຸຍາດໃຫ້ພວກເຈົ້າໜ້າທີ່ສັ່ງໃຫ້ອົງການສື່ມວນຊົນຕ່າງໆຢຸດເຊົາ
ການບໍລິຫານງານໄດ້ ແລະຟ້ອງພວກນັກຂ່າວ ໃນຂໍ້ຫາຂັດຂືນ ອຳນາດການປົກຄອງ
ຍ້ອນການພິມເຜີຍແຜ່ຂໍ້ມູນ ທີ່ເຫັນວ່າ ເປັນໄພຂົ່ມຂູ່ຕໍ່ສັນຕິພາບບໍ່ຖືກຕ້ອງ ແລະແມ່ນ
ກະທັງເຮັດໃຫ້ມີການເຂົ້າໃຈຜິດ.
ເຈົ້າໜ້າທີ່ແທນຊາເນຍ ໄດ້ປະຕິເສດວ່າ ບໍ່ມີການປາບປາມອິດສະຫຼະພາບໃນການ
ອອກຂ່າວ ແລະຖົກຖຽງວ່າກົດໝາຍເຫຼົ່ານີ້ແມ່ນມີຄວາມຈຳເປັນເພື່ອປ້ອງກັນບໍ່ໃຫ້
ນຳໃຊ້ສື່ມວນຊົນໄປໃນທາງຜິດ. ທ່ານແຮຣິສັນ ແອມວາກຢຳບີ ກ່າວວ່າ:
“ພວກເຮົາຂໍຢືນຢັດວ່າ ມີອິດສະຫຼະພາບໃນດ້ານການຂ່າວ. ຂ້າພະເຈົ້າເອງ ກໍແມ່ນ
ນັກຂ່າວຄົນນຶ່ງ. ຂ້າພະເຈົ້າມີຄວາມເປັນຫ່ວງຢ່າງຍິ່ງກັບອົງການຂ່າວຕ່າງໆ ຂ້າພະ
ເຈົ້າຈະບໍ່ຍອມປ່ອຍໃຫ້ ມີການຈຳກັດອິດສະຫຼະພາບໃນການອອກຂ່າວ ບໍ່ຍອມເດັດ
ຂາດ. ສຳລັບນັກຂ່າວແລ້ວ ທ່ານລາຍງານ ເລື້ອງລາວຂອງທ່ານ ຕ້ອງຕິລັດຖະບານ
ໄດ້ ແຕ່ເພື່ອຈຸດປະສົງ ໃນທາງສ້າງສັນຕໍ່ປະເທດຊາດບ້ານເມືອງ.”
ແຕ່ກຸ່ມປົກປ້ອງສື່ມວນຊົນເວົ້າວ່າ ກົດໝາຍເຫຼົ່ານີ້ ແມ່ນຊຸກຍູ້ໃຫ້ທ່ານກວດກາຕົນ
ເອງ ແລະກໍພາໃຫ້ມີຄວາມຢ້ານກົວໃນໝູ່ນັກຂ່າວແທນຊາເນຍວ່າພວກເຂົາເຈົ້າຄື
ເປົ້າໝາຍ. ຍານາງຊາໂລເມ ກີໂຕແມຣີ ກ່າວວ່າ:
“ພວກເຮົາມີກໍລະນີທີ່ເກີດຂຶ້ນເມື່ອສອງປີກ່ອນ ກັບໝູ່ເພື່ອນຂອງພວກເຮົາ ທ່ານນາງ
ອາໂຊຣີ ກວານດາ. ຈົນເທົ່າປັດຈຸບັນນີ້ ພວກເຮົາຍັງບໍ່ຮູ້ວ່າ ລາວຢູ່ໃສແທ້. ນີ້ແມ່ນສິ່ງ
ທີ່ເຮັດໃຫ້ພວກນັກຂ່າວຢ້ານ.”
ໃນຂະນະດຽວກັນ ພວກນັກຂ່າວ ແທນຊາເນຍ ກໍພາກັນເຮັດ ໃນສິ່ງທີ່ພວກເຂົາເຈົ້າ
ເຮັດໄດ້ໃນວິຊາຊີບທີ່ມີຄວາມສ່ຽງຕື່ມຂຶ້ນ. ສຳລັບທ່ານການດີແລ້ວແມ່ນໝາຍຄວາມ
ວ່າ ທ່ານພວມລໍຖ້າມື້ທີ່ຈະໄປຂຶ້ນສານ.
Tanzania’s President John Magufuli is known as the “bulldozer” for refusing to tolerate criticism of himself and his policies. Since coming to office in 2015, critics say Magufuli’s government has squeezed press freedoms through harsh media laws and intimidation.
Tanzanian authorities arrested TV journalist Joseph Gandye in August for “publishing false information” after he broadcast a story alleging police abuse of detainees.
Gandye was held for three days, then released on bail.
He stands by his reporting and says the charges are politically motivated.
Gandye says, “When you want to try to report an issue which has the truth and involves authorities, sometimes a journalist, you’ll end up arrested. You’ll end up being told that you have written a false story, even if the story is true.”
Gandye’s arrest came a month after police charged reporter Erick Kabendera with tax evasion, money laundering and organized crime.
Kabendera denies the charges and says they are connected to his critical reports of the Magufuli government.
Rights groups say the arrests are part of a pattern in which Magufuli uses the new media laws in order to silence critics.
Anna Henga is the executive director for Legal and Human Rights Center.
"I would recommend amendment of these laws because even the Universal periodic reviews of the United Nations are recommending that these laws should be amended," said Henga. "They should remove the restrictions, which are put in place by these laws.”
Under Magufuli, Tanzania enacted strict laws on cyber crimes and "media services." The laws allow authorities to suspend media outlets and charge journalists with sedition for publishing information deemed a threat to peace, false, or even just misleading.
Tanzania’s authorities deny cracking down on freedom of the press and argue the laws are needed to prevent media abuse. Harrison Mwakyembe is the minister of information.
He says, “We insist there is press freedom. Myself, I’m a journalist. I am deeply concerned with media houses. I will not allow limiting press freedoms, no. For a journalist, you report your story, criticize the government - but for the purpose of building the country.”
Media groups say the laws are encouraging self-censorship and fueling fears among Tanzania’s journalists that they are a target.
Salome Kitomari is the chairperson for Media Institute of Southern Africa.
She says, ”We have the case that happened two years ago, our colleague Azory Gwanda. Until now we don’t know about his whereabouts. This is something scary in journalism.”
Meanwhile, Tanzania’s journalists do what they can in an increasingly risky profession. For Gandye, that means waiting for his day in court.