ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ເສຍ​ຊີ​ວິດ​ ຈາກ​ເຮືອ​ຂ້າມ​ຟາກຫຼົ້ມ​ ໃນ​ປະ​ເທດ ແທນ​ຊາ​ເນຍ ເພີ່ມ​ຂຶ້ນ​ເປັນ 167 ຄົນ

ເຈົ້າ​ໜ້າ​ທີ່ໜ່ວຍກອບ​ກູ້​ຊີ​ວິດ ແທນ​ຊາ​ເນຍ ເຄື່ອນ​ຍ້າຍ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ອຸ​ບັດ​ຕິ​ເຫດ​ເຮືອ​ຂ້າ​ຟາກ MV Nyerere ຫຼົ້ມ​ໃນ​ທະ​ເລ​ສາບ ວິກ​ຕໍ​ເຣຍ, ປະ​ເທດ ແທນ​ຊາ​ເນຍ. 22 ກັນ​ຍາ​, 2018.
ເຈົ້າ​ໜ້າ​ທີ່ໜ່ວຍກອບ​ກູ້​ຊີ​ວິດ ແທນ​ຊາ​ເນຍ ເຄື່ອນ​ຍ້າຍ​ສົບ​ຂອງ​ຜູ້​ເຄາະ​ຮ້າຍ​ຈາກ​ອຸ​ບັດ​ຕິ​ເຫດ​ເຮືອ​ຂ້າ​ຟາກ MV Nyerere ຫຼົ້ມ​ໃນ​ທະ​ເລ​ສາບ ວິກ​ຕໍ​ເຣຍ, ປະ​ເທດ ແທນ​ຊາ​ເນຍ. 22 ກັນ​ຍາ​, 2018.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ໄດ້​ເພີ່ມ​ຂຶ້ນ​ເປັນ 167 ຄົນ ແລະ ມີ​ລາຍ​ງານ​ວ່າ ຜູ້​ລອດ​ຊີ​ວິດ
ຄົນ​ນຶ່ງ​ ​ໄດ້​ຖືກ​ຊ່​ວຍ​ເຫຼືອ​ໄວ້​ໄດ້​ ໃນ​ວັນ​ເສົາ​ວານນີ້ ​ຈາກ​ເຫດ​ເຮືອ​ຂ້າມ​ຟາກຫຼົ້ມ​ ໃນ​ທະ​
ເລສາບ ວິກຕໍເຣຍ ທີ່ປະເທດ ແທນຊາເນຍ ເມື່ອວັນພະຫັດທີ່ຜ່ານມາ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ ສື່ມວນ​ຊົນ​ລັດ​ຖະ​ບານ​ ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ ​ທີ່​ເປັນ​ນັກ​ວິ​ສະ​
ວະກອນ, ທ້າວ ອາລຟອນເຊ ຊາຣາຮານີ (Alphonce Charahani), ໄດ້ຂັງຕົນເອງ
ໄວ້ ຢູ່ໃນຫ້ອງເຄື່ອງຈັກ ໃນເວລາທີ່ເຮືອຂ້າມຟາກ ໄດ້ປີ້ນຂວ້າມ ກ່ອນທີ່ມັນຈະເດີນ
ທາງຮອດຝັ່ງ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ແທນ​ຊາ​ເນຍ ໄດ້​ດຳ​ເນີນການ​ຄົ້ນ​ຫາຢູ່​ໃນ​ເຮືອ​ລຳ​ດັ່ງ​ກ່າວ​ເປັນ​ວັນ​ທີ​
ສາມ ໃນວັນເສົາວານນີ້ ໃນຂະນະທີ່ການສືບສວນສອບສວນ ກ່ຽວກັບ ອຸບັດຕິເຫດນີ້
ໄດ້ດຳເນີນໄປຢູ່.

ກຸ່ມ​ນັກ​ຄົ້ນ​ຄວ້າ​ໄດ້​ໃຊ້​ເວ​ລາ​ ໃນ​ວັນ​ເສົາ​ວານນີ້ ດຶງ​ຊາກ​ສົບ​ທັງຫຼາຍ​ອອ​ກ​ຈາກ​ເຮືອ
ເອັມວີ ນາຍເຣເຣ (MV Nyerere), ໃນຂະນະທີ່ການໄວ້ອາໄລ 4 ວັນສຳລັບຜູ້ເຄາະ
ຮ້າຍໄດ້ເລີ່ມຂຶ້ນ.

ສະ​ຖາ​ນີ​ວິ​ທະ​ຍຸ​ລັດ​ຖະ​ບານ​ຂອງ ແທນ​ຊາ​ເນຍ ໄດ້​ລາຍ​ງານ​ວ່າ ພວກ​ຜູ້​ໂດຍ​ສານ​ໄດ້​ຂຶ້ນ
ເຮືອຂ້າມຟາກຢູ່ເມືອງ ບູໂກໂລຣາ, ເປັນເມືອງນຶ່ງ ທີ່ຕັ້ງຢູ່ເກາະ ອູເກເຣເວ (Ukerewe),
ແລະ ມີຈຸດປາຍທາງໄປເກາະ ອູກາຣາ (Ukara) ໃນເວລາທີ່ເຮືອດັ່ງກ່າວໄດ້ຫຼົ້ມ.

Officials and state media said that the man was an engineer, Alphonce Charahani, who shut himself into the engine room as the badly overloaded ferry tipped over on the final stretch before reaching shore.

Tanzanian officials continued their search inside the vessel for a third day Saturday as an investigation into the mishap got underway.

Search teams spent the day pulling bodies from the MV Nyerere, as four days of mourning began for victims.

Tanzania's state radio reported passengers boarded the ferry at Bugolora, a town on Ukerewe Island, and were en route to the island of Ukara when the vessel capsized.

The death toll rose to 167 and one survivor was reportedly rescued Saturday from the ferry boat that capsized in Tanzania's Lake Victoria on Thursday.

XS
SM
MD
LG