ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມຕາລິບານ ປະຕິເສດຕໍ່ການຕ້ອງຕິທີ່ຮຸນແຮງຄັ້ງໃໝ່ ຂອງສະຫະລັດ ຕໍ່ລັດຖະບານກາບູລ


ນັກລົບຂອງກຸ່ມຕາລິບານ ນັ່ງຍາມຖະໜົນ ຢູ່ໃນນະຄອນຫຼວງກາບູລ, ວັນທີ 20 ກຸມພາ 2022.
ນັກລົບຂອງກຸ່ມຕາລິບານ ນັ່ງຍາມຖະໜົນ ຢູ່ໃນນະຄອນຫຼວງກາບູລ, ວັນທີ 20 ກຸມພາ 2022.

ກຸ່ມຕາລິບານຂອງອັຟການິສຖານ ໄດ້ກ່າວປົກປ້ອງລັດຖະບານພວກເຂົາຢ່າງເຂັ້ມແຂງໃນມື້ວັນຈັນວານນີ້ ຈາກການຕ້ອງຕິທີ່ຮຸນແຮງຄັ້ງໃໝ່ຈາກສະຫະລັດທີ່ວ່າ ຄະ​ນະຜູ້ນໍາຜູ້ຊາຍໃນນະຄອນຫຼວງກາບູລນັ້ນ ແມ່ນ “ປົກຄອງໂດຍ​ຊົນເຜົ່າດຽວ” ແລະບໍ່​ມີ​ຫຼາຍ​ພັກ​ຝ່າຍ​ເຂົ້າ​ຮ່ວມ.

“ນີ້ເປັນສິ່ງທີ່ບໍ່ຖືກຕ້ອງ ແລະພວກເຮົາຂໍປະຕິເສດ,” ໂຄສົກຂອງກຸ່ມຕາລິບານ ທ່ານຊາບີຮຸນລະ ​ມູຈາຮີດ (Zabihullah Mujahid) ກ່າວຕໍ່ VOA ເມື່ອຖືກຖາມກ່ຽວກັບຄວາມຄິດເຫັນຂອງທ່ານ ຕໍ່ການຕ້ອງຕິ ຂອງ ທ່ານທອມ ເວັສ໌ທ (Tom West) ເຊິ່ງເປັນທູດພິເສດຂອງສະຫະລັດຮັບ​ຜິດ​ຊອບ​ເລື້ອງອັຟການິສຖານ.

ທ່ານມູຈາຮີດ ກ່າວຢືນຢັນວ່າ “ໃນຄະນະລັດຖະບານຂອງພວກເຮົາ, ຂໍ້ກໍານົດທັງໝົດທີ່ຢູ່ໃນຂອບເຂດໂຄງສ້າງທາງສັງຄົມຂອງພວກເຮົາ ແລະຄ່ານິຍົມຕ່າງໆ ແມ່ນໄດ້ຮັບຜ່ານການພິຈາລະນາແລ້ວ.”

ທ່ານ ເວັສ໌ທ ກ່າວຖະແຫຼງໃນມື້ວັນເສົາແລ້ວນີ້ ໃນລະຫວ່າງການປະຊຸມຄວາມໝັ້ນຄົງລະຫວ່າງປະເທດໃນ ເຢຍຣະມັນ ວ່າ ການພົບປະກັບບັນດາຜູ້ນໍາຂອງກຸ່ມຕາລິບານກ່ຽວກັບການເຄົາລົບຕໍ່ສິດທິໃນການສຶກສາ ແລະການເຮັດວຽກງານຂອງພວກແມ່ຍິງ ແມ່ນມີປະສິດທິຜົນ, ແຕ່ ທ່ານພົບວ່າ ພວກເຂົາ “ເຂັ້ມງວດ” ໃນຄໍາຖາມຂອງຂອງລັດຖະບານ​ທີ່​ເປັນ​ໂຕ​ແທນ.

“ມັນບໍ່ມີແມ່ຍິງຈັກຄົນຢູ່ໃນຕໍາແໜ່ງຜູ້ນໍາໃນລັດຖະບານຊຸດນີ້. ມັນເກີນຄໍາອະທິ ບາຍ ມັນໄດ້ຖືກປົກຄອງໂດຍຊົນເຜົ່າດຽວ. ຂ້າພະເຈົ້າຄິດວ່າ ມັນເປັນການຂາດຜູ້ຊ່ຽວຊານລະດັບສູງສ່ວນຫຼາຍຂອງລັດຖະບານຊຸດນີ້ ຜູ້ທີ່ມີການສຶກສາທີ່ດີເລີດ,” ທ່ານ ເວັສ໌ທ ກ່າວ.

ແຟ້ມຮູບ-ພວກແມ່ຍິງຊາວອັຟການິສຖານຮ້ອງຄໍາຂັວນ ແລະຖືແຜ່ນປ້າຍປະທ້ວງໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ວັນທີ 27 ທັນວາ 2021.
ແຟ້ມຮູບ-ພວກແມ່ຍິງຊາວອັຟການິສຖານຮ້ອງຄໍາຂັວນ ແລະຖືແຜ່ນປ້າຍປະທ້ວງໃນນະຄອນຫຼວງກາບູລ, ປະເທດອັຟການິສຖານ, ວັນທີ 27 ທັນວາ 2021.

ກຸ່ມຕາລິບານ ແມ່ນຊົນເຜົ່າ ພາສທູນ (Pashtun), ເຊິ່ງເປັນກຸ່ມຄົນສ່ວນຫຼາຍຢູ່ໃນອັຟການິສຖານ ແລະຄະນະລັດຖະມົນຕີຊົ່ວຄາວ ສ່ວນຫຼາຍແມ່ນປະກອບດ້ວຍຜູ້ນໍາອາວຸໂສຂອງກຸ່ມດັ່ງກ່າວ, ລວມເຖິງ ຜູ້ທີ່ຢູ່ພາຍໃຕ້ການຂວໍ້າບາດອັນຍາວນານຂອງສະຫະລັດ ແລະອົງການສະຫະປະຊາຊາດ ທີ່ພົວພັນກັບການກໍ່ການຮ້າຍ.

ກຸ່ມອິສລາມ​ຫົວ​ຮຸນ​ແຮງ​ດັ່ງ​ກ່າວ ໄດ້​ຮັບອໍານາດ​ຄືນຈາກການຂັບໄລ່ລັດຖະບານທີ່ໄດ້ຮັບການສະໜັບສະໜຸນຈາກປະເທດຕາເວັນຕົກ ແລະສະຫະລັດ ພ້ອມດ້ວຍພັນທະມິດຂອງອົງການ NATO ທີ່ໄດ້ຖອນກອງກໍາລັງທະຫານທັງໝົດ ອອກຈາກປະເທດ ທີ່ຖືກທໍາລາຍຫຼັງຈາກສົງ​ຄາມ 20 ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG