ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຕາລີບານ ບໍ່ໄດ້ປະຕິເສດ ກ່ຽວກັບຄວາມເປັນໄປໄດ້ ໃນການຈະຈັດໃຫ້ມີການເລືອກຕັ້ງ


ພວກຄົນງານຂອງກຳມາທິການເລືອກຕັ້ງອັຟການິສຖານ ພວມນັບບັດຄະແນນສຽງ ໃນການເລືອກຕັ້ງປະທານາທິບໍດີອັຟການິສຖານ ທີ່ນະຄອນຫຼວງກາບູລ ເມື່ອວັນທີ 28 ກັນຍາ 2019.
ພວກຄົນງານຂອງກຳມາທິການເລືອກຕັ້ງອັຟການິສຖານ ພວມນັບບັດຄະແນນສຽງ ໃນການເລືອກຕັ້ງປະທານາທິບໍດີອັຟການິສຖານ ທີ່ນະຄອນຫຼວງກາບູລ ເມື່ອວັນທີ 28 ກັນຍາ 2019.

ໃນລະຫວ່າງການກໍ່ກະບົດເປັນເວລາ 2 ທົດສະວັດນັ້ນ ກຸ່ມຕາລີບານໄດ້ຕັ້ງຄຳຖາມແລະຕ້ອງຕິກ່ຽວກັບການເລືອກຕັ້ງ ແບບປະຊາທິປະໄຕ ໂດຍເອີ້ນສິ່ງເຫຼົ່ານີ້ວ່າ ບໍ່ແມ່ນຫຼັກການ ອິສລາມ ແລະມັກຈະທຳການໂຈມຕີ ພວກພະນັກງານເລືອກຕັ້ງແລະການໂຮມຊຸມນຸມໂຄສະນາຫາສຽງຕ່າງໆ.

ແຕ່ຫົວໜ້າໂຄສົກຂອງກຸ່ມຕາລີບານ ເວລານີ້ ກ່າວວ່າ ຕົນບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ທີ່ຈະຈັດໃຫ້ມີການເລືອກຕັ້ງ ໃນຂະນະທີ່ກຸ່ມດັ່ງກ່າວພວມທຳການເຄື່ອນໄຫວໄປສູ່ການສ້າງຕັ້ງລັດຖະບານຖາວອນທີ່ອີງຕາມກົດໝາຍສາສະໜາອິສລາມ ຫຼືຊາເຣຍ.

ໃນການໃຫ້ສຳພາດແກ່ ພະແນກພາສາເອີດູຂອງວີໂອເອນັ້ນ ທ່ານຊູເຮລ ຊາຮີນ ຫົວໜ້າໂຄສົກ ຫ້ອງການດ້ານການເມືອງ ຂອງກຸ່ມຕາລີບານ ທີ່ນະຄອນໂດຮ້າ ປະເທດກາຕ້າ ກ່າວວ່າ ບັນຫາດັ່ງກ່າວນີ້ ຈະໄດ້ຮັບການພິຈາລະນາໂດຍລັດຖະທຳມະນູນ ໃນອະນາຄົດ.

ທ່ານຊາຮີນກ່າວວ່າ “ພວກເຮົາວາງແຜນທີ່ຈະຈັດໃຫ້ມີລັດຖະທຳມະນູນໃນອະ ນາຄົດ ດັ່ງນັ້ນ ພວກເຮົາຈຶ່ງຈະມີການພິຈາລະນາໄຕ່ຕອງຢ່າງຮອບຄອບກ່ຽວກັບເລື້ອງນີ້ໃນອະນາຄົດ ກ່ຽວກັບວ່າເວລາໃດ ພວກເຮົາຈຶ່ງຈະຮ່າງລັດຖະທຳມະນູນ ເພື່ອຈະໄດ້ເຫັນເລື້ອງນີ້ ໃນເວລານັ້ນ ແຕ່ບໍ່ແມ່ນດຽວນີ້.”

ການໃຫ້ຄວາມເຫັນຂອງທ່ານຊາຮີນ ມີຂຶ້ນໃນການຕອບຄຳຖາມ ກ່ຽວກັບການຮຽກຮ້ອງ ຂອງປະທານາທິບໍດີຂອງອີຣ່ານ ທ່ານອີບຣາຮິມ ຣາຍຊີ ເມື່ອໄວໆມານີ້ ເພື່ອໃຫ້ມີິການເລືອກຕັ້ງໃນອັຟການິສຖານເປັນສິ່ງຕັດສິນຊີ້ຂາດກ່ຽວກັບອະນາຄົດຂອງປະເທດດັ່ງກ່າວ. ການຈັດໃຫ້ມີການເລືອກຕັ້ງແມ່ນຄວາມເປັນຫ່ວງອັນໃຫຍ່ຫຼວງສຳລັບຊົນກຸ່ມນ້ອຍຫຼາຍໆກຸ່ມ ແລະກຸ່ມຕໍ່ຕ້ານຕາລີບານຢູ່ພາຍໃນປະເທດ.

ໃນການຖະແຫຼງຂ່າວທີ່ນະຄອນຫຼວງກາບູລ ໃນວັນອັງຄານຜ່ານມານີ້ ລັດຖະມົນຕີຮັກສາການກະຊວງຕ່າງປະເທດຂອງກຸ່ມຕາລີບານ ທ່ານເອເມຍ ຄານ ມູຕາກີ ບໍ່ໄດ້ຕອບຄຳຖາມກ່ຽວກັບການເລືອກຕັ້ງໂດຍກ່າວວ່າ ຕ່າງປະເທດບໍ່ຄວນທີ່ຈະຍື່ນມືເຂົ້າມາແຊກແຊງ ໃນກິດຈະການພາຍໃນຂອງອັຟການິສຖານ.

ກຳລັງຂອງກຸ່ມຕາລີບານໄດ່້ເຂົ້າຢຶດອຳນາດ ໃນວັນທີ 15 ສິງຫາຜ່ານມາຫຼັງຈາກປະທານາທິບໍດີອາສຣາຟ ການິ ໄດ້ຫຼົບໜີອອກຈາກປະເທດ ຊຶ່ງເຮັດໃຫ້ລັດຖະບານຂອງທ່ານພັງທະລາຍລົງແລະມີການຍົກຍ້າຍພົນລະເຮືອນຊາວອັຟການິສຖານຫຼາຍກວ່າ 100,000 ຄົນອອກຈາກປະເທດ ໂດຍສະຫະລັດແລະບັນດາປະເທດພັນທະມິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG