ພວກຕົວແທນກຸ່ມຕາລີບານ ຈະພົບປະ ກັບຜູ້ນຳຝ່າຍຄ້ານທີ່ມີອິດທິພົນຂອງ ອັຟກາ
ນິສຖານ ໃນນະຄອນຫຼວງ ມົສກູ ເປັນເວລາສອງວັນ ກ່ຽວກັບ ການປຶກສາຫາລືສ້າງ
ສາສັນຕິພາບໃນວັນອັງຄານມື້ອື່ນ, ແຕ່ບັນດາທູດພິເສດຈາກລັດຖະບານ ກາບູລ ຈະ
ບໍ່ໄດ້ເຂົ້າຮ່ວມ.
ບັນດານັກວິຈານກ່າວວ່າ ການປະຊຸມທີ່ເປັນບັນຫານີ້, ໄດ້ເນັ້ນຢ້ຳເຖິງຄວາມແຕກ
ແຍກທາງການເມືອງຢ່າງເລິກເຊິ່ງໃນ ອັຟການິສຖານ ແລະ ຈະເຮັດໃຫ້ຄວາມສາມັກ
ຄີຊາດ ຂອງລັດຖະບານປະທານາທິບໍດີ ອາສຣັຟ ການີ ມີຄວາມອ່ອນແອຂຶ້ນຕື່ມ.
ສິ່ງທີ່ເອີ້ນວ່າ “ກອງປະຊຸມສັນຕິພາບລະຫວ່າງ ອັຟການິສຖານ” ໃນ ຣັດເຊຍ ນັ້ນໄດ້
ມີຂຶ້ນພຽງບໍ່ເທົ່າໃດວັນ ຫຼັງຈາກ ສະຫະລັດ ໄດ້ລາຍງານ ຄວາມກ້າວໜ້າ “ທີ່ສຳຄັນ”
ໃນການເຈລະຈາ ທີ່ກຳລັງດຳເນີນຢູ່ ກັບພວກກະບົດ ຕາລີບານ, ແຕ່ແນວໃດກໍຕາມ
ເຂົາເຈົ້າກໍຈະບໍ່ໄດ້ລວມເອົາລັດຖະບານ ອັຟການິສຖານເຂົ້ານຳ.
ກຸ່ມຕາລີບານ ໄດ້ປະຕິເສດທີ່ຈະພົວພັນໂດຍກົງ ຫຼື ເຈລະຈາທາງອ້ອມກັບລັດຖະບານ
ທ່ານ ການີ, ໂດຍຕັ້ງຊື່ໃຫ້ເຂົາເຈົ້າວ່າ ເປັນ “ຫຸ່ນເຊີດ” ໃຫ້ອາເມຣິກາ.
ໂຄສົກກຸ່ມຕາລີບານ ໄດ້ຢືນຢັນ ຕໍ່ວີໂອເອວ່າ ຄະນະຜູ້ແທນກຸ່ມນຶ່ງ ຈາກຫ້ອງການ
ການເມືອງ” ຂອງພວກເຂົາໃນປະເທດ ກາຕ້າ ນັ້ນ ຈະເຂົ້າຮ່ວມການເຈລະຈາໃນນະ
ຄອນຫຼວງ ມົສກູ ພາຍໃຕ້ການນຳພາຂອງນັກເຈລະຈາອາວຸໂສຂອງພວກກະບົດ,
ທ່ານ ເຊີ ໂມຮຳມັດ ອັບບັສ ສຕາເນັກໄຊ.
ໂຄສົກທ່ານ ຊາບິນຮຸລລາ ມູຈາຮິດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນຈັນມື້
ນີ້ວ່າ ກຸ່ມຂອງທ່ານ ມີເຈຕະນາທີ່ຈະໃຊ້ກອງປະຊຸມໃຫຍ່ ມົສກູ ເພື່ອເປີດຊ່ອງທາງ
ຕ່າງໆ ເພື່ອໃຫ້ບັນລຸຄວາມເຂົ້າໃຈກັບກຸ່ມການເມືອງພາຍນອກລັດຖະບານ ອັຟກາ
ນິສຖານ.
ກຸ່ມດິນແດນ ອິສລາມ ຫຼື ຕາລີບານ ນັ້ນ ຢາກໃຊ້ໂອກາດນີ້ຢ່າງເໝາະສົມ ເພື່ອອະທິ
ບາຍເຖິງການຢືນຢັດທີ່ອີງໃສ່ກົດໝາຍ ຊາເຣຍ ແລະ ຈັນຍາບັນຕໍ່ຫຼາຍໆພັກການ
ເມືອງ ແລະ ອະທິບາຍ ກ່ຽວກັບ ນະໂຍບາຍຂອງເຂົາເຈົ້າ ແລະ ກົນໄກ ກ່ຽວກັບ
ການສິ້ນສຸດການຍຶດຄອງ ຂອງສະຫະລັດໃນ ອັຟການິສຖານ ໃນອະນາຄົດ, ຮັກສາ
ສັນຕິພາບໃນບ້ານເກີດໃຫ້ຍືນຍົງ ແລະ ສ້າງຕັ້ງ ການປົກຄອງພາຍໃນລະບົບອິສ
ລາມອັຟການິສຖານ.”