ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານ ຖືກກ່າວຫາວ່າ ສັງຫານຊົນເຜົ່າຮາຊາຣາ ໃນອັຟການິສຖານ 13 ຄົນ


ພວກທະຫານບ້ານ ຮ່ວມກັບກຳລັງຮັກສາຄວາມປອດໄພອັຟການິສຖານ ເຕົ້າໂຮມກັນຢູ່ນະຄອນກາບູລ ວັນທີ 23 ມິຖຸນາ 2021.
ພວກທະຫານບ້ານ ຮ່ວມກັບກຳລັງຮັກສາຄວາມປອດໄພອັຟການິສຖານ ເຕົ້າໂຮມກັນຢູ່ນະຄອນກາບູລ ວັນທີ 23 ມິຖຸນາ 2021.

ກຸ່ມປົກປ້ອງສິດທິມະນຸດລະຫວ່າງປະເທດ ອົງການນິລະໂທດກຳສາກົນ ໄດ້ ກ່າວຫາ ກຸ່ມ
ຕາລິບານ ທີ່ປົກຄອງອັຟການິສຖານ ຢູ່ໃນເວລານີ້ວ່າ ໄດ້ສັງຫານສະມາຊິກຊົນເຜົ່າ
ຮາຊາຣາ (Hazara) ຊຶ່ງເປັນຊົນກຸ່ມນ້ອຍ 13 ຄົນ ຢ່າງຜິດກົດໝາຍ ໃນວັນທີ 30 ສິງຫາ
ຜ່ານມາສອງອາທິດຫຼັງຈາກກຸ່ມອິສລາມຫົວຮຸນແຮງດັ່ງກ່າວ ໄດ້ເຂົ້າຄວບຄຸມອັຟການິສ
ຖານ ທີ່ປະສົບກັບໄພສົງຄາມນັ້ນ.

ສິບເອັດຄົນຂອງກຳລັງທະຫານທີ່ຍອມຈຳນົນ ຂອງຝ່າຍລັດຖະບານເກົ່າທີ່ຖືກຂັບໄລ່
ອອກຈາກອຳນາດໃນອັຟການິສຖານ ແລະພົນລະເຮືອນສອງຄົນ ຮວມທັງເດັກຍິງອາຍຸ
17 ປີ ແມ່ນຮວມຢູ່ໃນບັນດາຜູ້ເຄາະຮ້າຍ ທີ່ກຸ່ມປົກປ້ອງສິດທິມະນຸດໄດ້ກ່າວຢູ່ໃນລາຍ
ງານ ທີ່ພິມເຜີຍແຜ່ໃນວັນອັງຄານວານນີ້.

ການສັງຫານແບບຮວບຮັດຕັດຕອນດັ່ງກ່າວນີ້ ໄດ້ເກີດຂຶ້ນທີ່ບ້ານກາຮໍ ເມືອງ ຄີເດຍ
ໃນແຂວງເດກຸນດີ (Daykundi) ທາງພາກກາງຂອງປະເທດ ອີງຕາມລາຍງານຂ່າວ ທີ່
ໄດ້ອ້າງພວກພະຍານທີ່ເຫັນເຫດການ.

ອົງການນິລະໂທດກຳສາກົນ ໄດ້ຢັ້ງຢືນບັນດາຮູບພາບ ແລະວີດີໂອ ທີ່ເປັນ ຫລັກຖານ
ຖ່າຍຫຼັງຈາກໄດ້ມີການສັງຫານ ໂດຍຮຽກຮ້ອງໃຫ້ການລ້າງແຄ້ນທີ່ໂຫດຮ້າຍເຫຼົ່ານີ້ຕ້ອງ
ຢຸດເຊົາໃນທັນທີ ໂດຍກຸ່ມຕາລິບານ.

“ການປະຫານຊີວິດແບບເລືອດເຢັນ ຍັງພິສູດໃຫ້ເຫັນຕື່ມວ່າ ກຸ່ມຕາລິບານ ຍັງສືບຕໍ່ສ້າງ
ຄວາມໂຫດຮ້າຍຄືເກົ່າດັ່ງທີ່ເຂົາເຈົ້າເຄີຍເຮັດມາ ໃນລະຫວ່າງ ການປົກຄອງອັຟການິສ
ຖານຂອງເຂົາເຈົ້າກ່ອນໜ້ານີ້” ນັ້ນຄືຄຳເວົ້າຂອງເລຂາທິການໃຫຍ່ອົງການນິລະໂທດກຳ
ສາກົນ ທ່ານນາງເອັກເນັສ ຄາລລາ-ມາດ (Agnes Callamad) ທີ່ໄດ້ກ່າວຢູ່ໃນລາຍງານ.
[[ https://www.amnestyusa.org/press-releases/13-hazara-killed-by-taliban-fighters-in-daykundi-province-new-investigation/ ]]

ວີໂອເອ ໄດ້ຕິດຕໍ່ໄປຫາກຸ່ມຕາລິບານເພື່ອຢາກໄດ້ຄຳຕອບຈາກພວກເຂົາເຈົ້າ ຕໍ່ການພົບ
ເຫັນຂອງອົງການນິິລະໂທດກຳສາກົນ ແຕ່ຍັງບໍ່ທັນໄດ້ຮັບຄຳຕອບ ໃນທັນທີເທື່ອ.

ຊົນເຜົ່າຮາຊາຣາ ແມ່ນຊາວມຸສລິມນິກາຍຊີໄອ ທີ່ມີຢູ່ 9 ເປີເຊັນ ຂອງປະຊາຊົນອັຟກາ
ນິສຖານ 36 ລ້ານຄົນ ທີ່ເຮັດໃຫ້ເຂົາເຈົ້າຕົກເປັນເປົ້າໝາຍ ໃນປະເທດທີ່ປະຊາຊົນສ່ວນ
ໃຫຍ່ນັບຖືສາສະໜາອິສລາມນິກາຍຊຸນນີ.

ກຸ່ມອິສລາມຫົວຮຸນແຮງຕາລິບານ ມັກຖືກກ່າວຫາ ໃນການສັງຫານຊົນເຜົ່າ ແລະສາດສ
ະໜາກຸ່ມນ້ອຍ ໃນລະຫວ່າງທີ່ພວກເຂົາປົກຄອງອັຟການິສຖານ ແຕ່ປີ 1996 ຫາ 2001.
ພວກແມ່ຍິງຍັງໄດ້ຖືກຫ້າມຈາກການໃຊ້ຊີວິດຢູ່ໃນສາທາລະນະຊົນ ແລະບໍ່ໃຫ້ເຮັດວຽກ
ໃນຂະນະທີ່ພວກເດັກນ້ອຍແມ່ຍິງ ໄດ້ເກືອດຫ້າມ ບໍ່ໃຫ້ໄດ້ຮັບການສຶກສາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG